(vovworld)- ຮ່າໂນ້ຍ ສະຫງົບງຽບຫລືອຶກກະທຶກຄຶກໂຄມ, ຮ່າໂນ້ຍ ເກົ່າແກ່ ຫລື ທັນສະໄຫມ, ສີວິໄລ… ນັ້ນແມ່ນ ບັນດາແງ່ມູມສັງເກດກ່ຽວກັບ ຮ່າໂນ້ຍ ຜ່ານເລນກ້ອງຂອງນັກສິລະປິນຖ່າຍຮູບ ຫືວບ໋າວ, ຮ່າໂນ້ຍຍາມໃດກໍແມ່ນແຫລ່ງດຶງດູດຈິດໃຈທ່ານ. ນັກຖ່າຍຮູບ ຫືວບ໋າວ ກຳເນີດຢູ່ ຮ່າໂນ້ຍ ສະນັ້ນທ່ານໄດ້ເຫັນປະຈັກຕາການປ່ຽນແປງຂອງນະຄອນຫລວງ ຮ່າໂນ້ຍ ຜ່ານເຮືອນແຕ່ລະຫລັງ ກໍຄື ຖະຫນົນສາຍຕ່າງໆ ແລະ ບັນດາພາບຖ່າຍຂອງທ່ານຍາມໃດກໍເຕັມໄປດ້ວຍສີສັນຂອງນະຄອນຫລວງ ຮ່າໂນ້ຍ.
ຂົວລອງບຽນ
ພາບ:ຫືວບ໋າວ
ຮ່າໂນ້ຍ ແມ່ນຫົວເລື່ອງ ແລະ ດຶງດູດການປະດິດຄິດແຕ່ງໃນຊີວິດຂອງນັກຖ່າຍຮູບ ຫງວຽນຫືວບ໋າວ. ອາລົມຈິດທີ່ທ່ານສະຫງວນໃຫ້ນະຄອນຫລວງ ຮ່າໂນ້ຍ ທັງແຮງກ້າ, ທັງມີຄວາມຮູ້ສຶກຫລາຍຢ່າງ, ໃນນັ້ນ ລວມມີທັງຄວາມພໍໃຈ, ຄວາມອະນຸໂລມ. ໃນການຖ່າຍຮູບແຕ່ລະຄັ້ງນັ້ນ ຍາມໃດທ່ານກໍຝາກຝັງຄວາມຮູ້ສຶກຂອງຕົນເຂົ້າໃນພາບຖ່າຍແຕ່ລະແຜ່ນ. ເມື່ອຍ່າງຈາກເຮືອນໄປເຖິງຫນອງ ໂຮ່ເກືອມ ເພື່ອຊື້ຢາສູບ, ທ່ານກໍຖືກ້ອງຖ່າຍຮູບໄປນຳ, ເພາະທ່ານຄິດວ່າ ມີເລື່ອງຫຍັງທີ່ ປະທັບໃຈ ຖ້າບໍ່ຖ່າຍຮູບໄດ້ຈະຮູ້ສຶກເສຍດາຍທີ່ສຸດ. ຕາມທ່ານແລ້ວ, ເພື່ອຮູ້ຈັກເຖິງຮ່າໂນ້ຍ ຕ້ອງມີຮູບພາບຂອງຫນອງ ໂຮ່ເກືອມ ແລະ ຮູບພາບຜູ້ອາຍຸສູງພວມຫັດກາຍໃນຕອນເຊົ້າ ຫລືຮູບພາບ ນະຄອນຫລວງ ຮ່າໂນ້ຍ ທີ່ສະຫງົບສຸກ ຜ່ານການດຳເນີນຊີວິດປະຈຳວັນຂອງຊາວຮ່າໂນ້ຍ. ນອກນັ້ນ ຮູບການທຳມາຫາກິນຂອງຄົນງານ ຫລື ຝົນຕົກຫນັກເຮັດໃຫ້ຖະຫນົນສາຍຕ່າງໆຖືກນ້ຳຖ້ວມ. ສຳລັບ ນັກຖ່າຍຮູບ ຫືວບ໋າວແລ້ວ, ຖ້າບໍ່ມີສິ່ງດັ່ງກ່າວ ແມ່ນຈະບໍ່ມີຫຍັງເພື່ອພັນລະນາກ່ຽວກັບ ຮ່າໂນ້ຍ ປະຈຸບັນ.
“ ຂ້າພະເຈົ້າ ຖ່າຍຮູບກ່ຽວກັບ ຮ່າໂນ້ຍ ແມ່ນເລີ່ມຈາກຄວາມໃນໃຈ. ແຕ່ລະເທື່ອເມື່ອອອກຈາກບ້ານ ຂ້າພະເຈົ້າລ້ວນແຕ່ຖືກ້ອງຖ່າຍຮູບໄປນຳ. ເພາະວ່າ ຂ້າພະເຈົ້າບໍ່ຖ່າຍຮູບຕາມຫົວເລື່ອງ ຫາກຖ່າຍຮູບ ບໍ່ວ່າໃນສິ່ງໃດຫນຶ່ງ, ແຕ່ຮູບພາບນັ້ນ ຕ້ອງສະແດງໃຫ້ເຫັນຄວາມຮູ້ສຶກຂອງຂ້າພະເຈົ້າ.”
ໃນເວລາກວ່າ 40 ປີເປັນນັກຖ່າຍຮູບ, ທ່ານ ຫືວບ໋າວ ເຄີຍເລືອກເຟັ້ນຮູບພາບຖະຫນົນ, ຮູບພາບຊາວຮ່າໂນ້ຍ ແມ່ນຫົວເລື່ອງຕົ້ນຕໍໃນພາບຖ່າຍຂອງທ່ານ. ບັນດາພາບຖ່າຍດ້ວຍສີຂາວດຳຂອງທ່ານລ້ວນແຕ່ພັນລະນາເຖິງນະຄອນຫລວງຮ່າໂນ້ຍໃນແງ່ມູມທີ່ແຕກຕ່າງ. ສຳລັບທ່ານແລ້ວ, ຖ່າຍຮູບແມ່ນຂັ້ນຄອນສຸດທ້າຍເພື່ອສິ້ນສຸດຄວາມຮູ້ສຶກກ່ຽວກັບຊີວິດ, ຖ່າຍຮູບແມ່ນການບັນທຶກສິ່ງພິເສດສະເພາະຂອງນັກສິລະປິນ. ຕົວຢ່າງຄື: ຝາຜະນັງຖືກໄຄນ້ຳປົ່ງຂຶ້ນ, ໃນສາຍຕາຂອງນັກຖ່າຍຮູບຜູ້ຫນຶ່ງອາດຈະມີພາບຖ່າຍແຕກຕ່າງກັນ ຫລືບັນຍາກາດຕາມຖະຫນົນສາຍຕ່າງໆ ຈະສອ່ງແສງເຖິງ ອະດີດຕະການ ແລະ ປະຈຸບັນ. ນັກຖ່າຍຮູບ ຫືວບ໋າວ ເວົ້າຄວາມໃນໃຈສູ່ຟັງວ່າ:
“ເມື່ອມີຄວາມຮູ້ສຶກ ແລະ ພູມປັນຍາຂຶ້ນສູງຕາມປົກກະຕິ, ນັກຖ່າຍຮູບພົບເຫັນສິ່ງໃດຫນຶ່ງກໍຖ່າຍເອົາໝົດ. ໃນພາບຖ່າຍແຕ່ລະແຜ່ນ, ສິ່ງສຳຄັນນັ້ນແມ່ນຄວາມຮູ້ສຶກ ຫາກບໍ່ແມ່ນຄວາມງາມ”
ຖ້າຫາກຫລາຍຄົນຄິດເຖິງນະຄອນຫລວງ ຮ່າໂນ້ຍ ດ້ວຍຄວາມງາມແບບເກົ່າແກ່ ຫລື ຄວາມສຸພາບຂອງຊາວຮ່າໂນ້ຍ, ແຕ່ສຳລັບ ນັກຖ່າຍ ຫືວບ໋າວແລ້ວ, ຮ່າໂນ້ຍ ແມ່ນຄວາມລຽບງ່າຍ. ນັກກະວີ ຫງວຽນກວາງທ່ຽວ, ເພື່ອນສະຫນິດສະຫນົມຂອງນັກສິລະປິນ ຫືວບ໋າວ ຖືວ່າ ເມື່ອຊົມພາບຖ່າຍຂອງນັກຖ່າຍຮູບ ຫືວບ໋າວ ຍາມໃດຜູ້ຊົມກໍມີຄວາມປະທັບໃຈ. ບາງຄົນແມ່ນຜູ້ທຳມະດາ ບໍ່ມີຕຳແຫນ່ງໃນສັງຄົມ ແຕ່ຮູບພາບຂອງເຂົາເຈົ້າແມ່ນນອນໃນພາບຖ່າຍຂອງນັກຖ່າຍຮູບ ຫືວບ໋າວ ແລະ ກາຍເປັນສິ່ງຫນຶ່ງຂອງປະຫວັດສາດ.
“ຫືວບ໋າວ ໄດ້ບັນທຶກໄວ້ບັນດາສິ່ງທີ່ສະຫງົບສຸກທີ່ສຸດຂອງຮ່າໂນ້ຍ. ພາບຖ່າຍຂອງນັກສິລະປີນ ຫືວບ໋າວໄດ້ເຮັດໃຫ້ຜູ້ຊົມມີຄວາມເຂົ້າໃຈແຈ້ງກ່ຽວກັບນະຄອນຫລວງ ຮ່າໂນ້ຍ ຜ່ານຮູບພາບຂອງຖະຫນົນສາຍຕ່າງໆ, ບັນດາຫລັງຄາເຮືອນທີ່ເກົ່າແກ່, ຫລືຊີວິດປະຈຳວັນຂອງຊາວ ຮ່າໂນ້ຍ.”
ນັກຖ່າຍຮູບ ຫືວບ໋າວ
|
ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດຂອງນັກຖ່າຍຮູບ ແມ່ນການເກັບຮັກສາໄວ້ສິ່ງພິເສດໃນຊີວິດຕະຫລອດໄປ. ພາບຖ່າຍແຕ່ລະແຜ່ນຂອງນັກຖ່າຍຮູບຫືວບ໋າວລ້ວນແຕ່ສະແດງໃຫ້ເຫັນຄວາມຮູ້ສຶກໃດຫນຶ່ງ ອາດຈະແມ່ນການຫວນຄືນສິ່ງໃດຫນຶ່ງ ຄືດັ່ງປື້ມບັນທຶກ ແລະ ແບ່ງປັນຄວາມຊົງຈຳນັ້ນໃຫ້ຜູ້ອື່ນ ແລະ ໄດ້ກາຍເປັນປະຫວັດສາດໃນທັນທີ. ສະນັ້ນ ພ້ອມກັບ ບັນດານັກສິລະປິນມີ່ຊື່ສຽງກ່ຽວກັບຫົວເລື່ອງ ຮ່າໂນ້ຍ ຄື: ນັກຖ່າຍຮູບ ເລເວື້ອງ, ກວາງຟູ່ງ, ນັກສິລະປິນ ຫືວບ໋າວ ໄດ້ເຮັດໃຫ້ສາງພາບຖ່າຍອັນລ້ຳຄ່າຂອງ ຮ່າໂນ້ຍ ໃນຍຸກປະຈຸບັນ ມີບັນດາຜະລິດຕະພັນມີລັກສະນະເປັນເອກະສານປະຫວັດສາດຕື່ມອີກ. ນັ້ນແມ່ນບັນດາເລື່ອງລາວຂອງສ່ວນບຸກຄົນ ແຕ່ອາດຈະແມ່ນບັນດາຄຸນຄ່າເພື່ອປະໄວ້ໃຫ້ຄົນລຸ້ນຫລັງ.