ຫວຽດນາມເມື່ອກາຍເປັນສະມາຊິກຂອງຄະນະກຳມາທິການມໍລະດົກໂລກ


    ຫວຽດນາມໄດ້ກາຍເປັນສະມາຊິກຂອງຄະນະກຳມາທິການມໍລະດົກໂລກ ຊຶ່ງແມ່ນໜຶ່ງໃນບັນດາ ຄະນະກຳມາທິການທີ່ສຳຄັນກ່ວາໝູ່ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ​ແຫ່ງສະຫະປະຊາຊາດ UNESCO ແຕ່ວັນທີ 20/11/2013 ເປັນຕົ້ນໄປ. ເຫດການນີ້ໄດ້ເປັນການຢັ້ງຢືນ ອິດທິພົນຊື່ສຽງຂອງ ຫວຽດນາມ​ໃນ​ພາກ​ພື້ນ​ກໍຄື​ໃນ​ເວ​ທີ່​ສາກົນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ, ອະນຸລັກ ຮັກສາມໍລະດົກໂລກ. ສິ່ງ​ນີ້​ກໍ​ທ່ວງ​ໃຫ້​ຫວຽດນາມ​ນັບ​ມື້​ນັບ​ປັບປຸງ​ທີ່​ຕັ້ງ​ບົດບາດ ​ແລະ ອິດທິພົນຊື່ສຽງ ຂອງຕົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. 

ຫວຽດນາມເມື່ອກາຍເປັນສະມາຊິກຂອງຄະນະກຳມາທິການມໍລະດົກໂລກ - ảnh 1
ປູຊະນີຍະສະຖານ ມີ້ເຊີນ ຊຶ່ງແມ່ນມໍລະດົກວັດທະນະທຳໂລກ


    ກໍ​ເຊັ່ນ​ດຽວ​ກັນກັບ​ເລື່ອງ​ເຂົ້າ​ສະມາຊິກຂອງ​ອົງການ​ສາກົນ​ຕ່າງໆ, ​ເຫດການ ຫວຽດນາມກາຍເປັນ ສະມາຊິກຂອງຄະນະກຳມາທິການມໍລະດົກໂລກ ​ແມ່ນ​ສັນຍານ​ທີ່​ພາກພູມ​ໃຈ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຫວຽດນາມ​ໄດ້​ມີ​ສິດ​ປ່ອນ​ບັດ​ໃນ​ບັນດາ​ການ​ເລືອກ​ເຟັ້ນຄຸນຄ່າ​ວັດທະນະທຳ​ທົ່ວ​ໂລກ. ຫວຽດນາມ​ກໍ​ຍັງ​ມີ​ສຽງ​ເວົ້າຕື່ມ​ອີກ​ເພື່ອ​ຮັກສາ​ສີສັນ​ວັດທະນະທຳ ​ແລະ ​ເພື່ອ​ໃຫ້​ບັນດາຄຸນຄ່າ​ວັດທະນະທຳ​ຫວຽດນາມ​​ໄດ້​ຮັບບັນດາ​ນາມມະຍົດທີ່​ສູງ​ສົ່ງ​ໂດຍ UNESCO ຮັບຮອງ. ບັນດາ​ບັນຫາ​ທາງ​ດ້ານ​ວິຊາ​ສະ​ເພາະ​ທີ່​ສຳຄັນ​ທີ່​ສຸດ​ຂອງ UNESCO ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັບຮອງ​ບັນດາມໍລະດົກວັດທະນະທຳ ​ແລະ ທຳ​ມະ​ຊາດ​ໂລກ, ການ​ຕີ​ລາຄາ​ສະພາບ​ການ​ອະນຸລັກ​ຮັກສາບັນດາມໍລະດົກໂລກ; ການ​ຕົກລົງ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ກໍ​ຄື​ການ​ກຳນົດ​ທິດ​ພັດທະນາ​ຂອງ​ສົນທິສັນຍາ​ກ່ຽວ​ກັບ​ການປົກ​ປັກ​ຮັກສາມໍລະດົກ ວັດທະນະທຳ ​ແລະ ທຳ​ມະ​ຊາດ​ໂລກ..... ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ຈະ​ມີ​ສຽງ​ເວົ້າ​ຂອງ​ຫວຽດນາມ​ຕື່ມ​ອີກ. ​ໃນ​ສະພາ​ວະ​ທີ່ມໍລະດົກວັດທະນະທຳນັບ​ສິບ​ມໍລະດົກ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ ​ແລະ ມໍລະດົກວັດທະນະທຳນັບ​ພັນມໍລະດົກ​ໄດ້​ຮັບ​ການ​ຮັບຮອງ​​ແມ່ນ​ລະດັບ​ຊາດ, ລະດັບ​ທ້ອງ​ຖິ່ນ​ນັ້ນ, ພາຍຫຼັງ​ທີ່​ຫວຽດນາມ​ກາຍ​ເປັນສະມາຊິກ​ຂອງຄະນະກຳມາທິການມໍລະດົກໂລກ, ການ​ເຊີດ​ຊູຄຸນຄ່າ​ວັດທະນະທຳ​ຫວຽດນາມ ​ແລະ ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາຄຸນຄ່າ​ວັດທະນະທຳ​​ຂອງ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ສາກົນ ພັດ​ຍິ່ງ​ຈຳ​ເປັນ​ກ່ວາ​ເກົ່າ.  ທ່ານ​ສາດສະດາຈານ​ໂງ​ດຶກ​ທິ້ງ ກຳມະ​ການ​ສະພາ​ມໍລະດົກ​ແຫ່ງ​ຊາດ ມີ​ຄຳ​ເຫັນ​ດັ່ງ​ນີ້: 

    “ ປະຈຸ​ບັນ, ພວກ​ເຮົາ​ຄວນ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາຊົນ, ບັນດາ​ນັກ​ຄຸ້ມ​ຄອງ​ທີ່​ມີ​ຕໍ່​ມໍລະດົກ, ນີ້​ກໍ​ແມ່ນ​ການ​ຍົກ​ສູງ​ບົດບາດ​ຂອງ​ວັດທະນະທຳ​ທີ່​ມີ​ຕໍ່​ການ​ພັດທະນາ​ສັງ​ຄົມ. ຍິ່ງ​ກ່ວາ​ນັ້ນ, ​ເມື່ອ​ມີສະຕິ​ຄວາມ​ຮັບ​ຜິດ​ຊອບ​ແລ້ວ, ຕ້ອງ​ມີ​ການຖ່າຍ​ທອດ​ຄວາມ​ຮູ້​ເພາະວ່າ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ແມ່ນ​ວິຊາ​ວິທະຍາສາດ, ທ່ວງ​ໃຫ້​ມີ​ພູມ​ປັນຍາ”

ຫວຽດນາມເມື່ອກາຍເປັນສະມາຊິກຂອງຄະນະກຳມາທິການມໍລະດົກໂລກ - ảnh 2
ອ່າວຫ້າລອງ ຊຶ່ງແມ່ນມໍລະດົກທຳມະຊາດໂລກ


  ​ໃນ​ສະພາບ​ຕົວ​ຈິງ, ບັນດາມໍລະດົກວັດທະນະທຳຂອງ​ຫວຽດນາມ​ພາຍຫຼັງ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ນັ້ນ ກໍ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເມື່ອ​ອະນຸລັກ​ຕາມ​ຫຼັກການ ​ແລະ ມາດຖານ​ຂອງ ສົນທິສັນຍາສາກົນ​ກ່ຽວ​ກັບ​ການປົກ​ປັກ​ຮັກສາມໍລະດົກວັດທະນະທຳ ​ແລະ ທຳ​ມະ​ຊາດ​ໂລກ. ດັ່ງ​ນັ້ນ, ເຫດການ ຫວຽດນາມກາຍເປັນສະມາຊິກຂອງຄະນະກຳມາທິການມໍລະດົກໂລກ ​ໄດ້​ຕັກ​ເຕືອນ​ອີກ​ເທື່ອໜຶ່ງ​ວ່າ ຫວຽດນາມ​ຕ້ອງ​ສືບ​ຕໍ່​ຮັກສາມໍລະດົກວັດທະນະທຳ ​ແລະ ມໍລະດົກທຳ​ມະ​ຊາດ​ຂອງ​ຕົນ, ​ເຖິງ​ວ່າ ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາຄຸນຄ່າ​ວັດທະນະທຳ​ໄດ້​ນອນ​ໃນ​ຍຸດ​ທະ​ສາດ​ພັດທະນາ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ກໍ​ຕາມ. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ ຟານ​ເກີ​ມ​ເຖື້ອງ ຖື​ວ່າ :

   “​ເຖິງ​ວ່າ​ຈະ​ກາຍເປັນສະມາຊິກຂອງຄະນະກຳມາທິການມໍລະດົກໂລກຫຼື​ບໍ່​ນັ້ນ, ຫວຽດນາມ​ຍັງ​ຄົງ​ຕ້ອງ​ພັດທະນາ​ວັດທະນະທຳ​ເພື່ອ​ໃຫ້​ວັດທະນະທຳ​ຕ້ອງ​ກາຍ​ເປັນ​ປັດ​ໄຈ​ຕົ້ນ​ຕໍ່​ໃນ​ຊີວິດ​ສັງຄົມ​ຫວຽດນາມ. ວັດທະນະທຳ​ຊຶ່ງ​ລວມມີ​ການ​ເຄື​ອ່ນ​ໄຫວ​ວັດທະນະທຳ​ຕົວ​ຈິງ, ນັ້ນ​ແມ່ນ​ມະນຸດ​ມີ​ການປະພຶດຕໍ່ກັນຄືແນວໃດໃນ ການດຳລົງຊີວິດ ​ແລະ ອີກ​ສ່ວນ​ໜຶ່ງ​ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ເພາະ​ມະນຸດ​ຍັງ​ຄົງ​ຍັງ​ຄົງ​ສືບ​ທອດ​ຈາກ​ມູນ​ເຊື້ອ​ເພື່ອ​ກ້າວ​ຂຶ້ນ. 2 ຢ່າງ​ດັ່ງກ່າວ​ຖ້າ​ບໍ່​ສະໜິດ​ຕິດ​ພັນ​ນຳ​ກັນ ​ແລະ ບໍ່​ໄດ້​ຮັບ​ການ​ອະນຸລັກ​ເປັນ​ຢ່າງ​ດີ​ນັ້ນ, ຈະ​ພາ​ໄປ​ເຖິງ​ເລື່ອງ​ພວກ​ເຮົາ​ຮັ່ງມີ ​ແຕ່​ຂາດ​ຄຸນສົ​ມບັດ, ຂາດ​ສະພາບ​ປະພຶດ​ຕໍ່​ກັນ​ທີ່​ດີ​ໃນ​ສັງຄົມ” 

ຕອບກັບ

ຂ່າວ/ບົດ​ອື່ນ