ອະນຸລັກຮັກສາສີສັນສິລະປະຟ້ອນໂຣບຳຂະແມ


(vovworld)- ​ຟ້ອນ​ໂຣບຳຖືກ​ຖື​ວ່າ​ແມ່ນ​ປະ​ເພດ​ສິລະ​ປະ​​ເວທີ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານຂອງ​ປະຊາ​ຊົນ​ຊາວ​ເຜົ່າ​ຂະ​ແມ. ດ້ວຍ​ຄວາມ​ປາດ​ຖະໜາ​ຢາ​ກອະນຸລັກ​ຮັກສາ, ພັດທະນາ​ປະ​ເພດ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້, ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ສິລະ​ປະກອນ​ຟ້ອນ​ໂຣບຳ ບາ​ສັກ ບຶງ​ຈົງ ຢູ່​ບ້ານ​ບຶງ​ຈົງ, ຕາ​ແສງ​ຕ່າ​ຍວັນ, ​ເມືອງ​ເຈິ່ນ​ເດ່ ແຂວງ​ຊອກ​ຈັງ ​ໄດ້​ຖ່າຍ​ທອດ​ຈຸດ​ຍອດ​ຍິ່ງ​ຂອງ​ວາດ​ຟ້ອນ​ນີ້ໃຫ້ພວກ​ນ້ອງ​ເຍົາວະ​ຊົນ​.

ອະນຸລັກຮັກສາສີສັນສິລະປະຟ້ອນໂຣບຳຂະແມ - ảnh 1

(ພາບ: http://baotintuc.vn)

  ​ໃນ​ບັນດາ​ປະ​ເພດ​ສິລະ​ປະ​ຂອງ​ຊາວ​ຂະ​ແມ​ໃນ​ເມື່ອ​ກ່ອນ, ​ໂຣບຳ ​ແມ່ນ​ປະ​ເພດ​ລະຄອນ​ຟ້ອນ​ບູຮານ​ໃນ​ວັງ​ຂອງ​ຊາວ​ຂະ​ແມ​ໃນ​ເມື່ອ​ກ່ອນ. ຢູ່​ແຂວງ​ຊອກ​ຈັງ, ບັນດາ​ນັກ​ສິລະ​ປິນ, ນັກສະ​ແດງ​ຍັງ​ຮັກສາສິລະ​ປະ​ຟ້ອນ​ໂຣບຳ​ໄວ້ຢູ່, ​ໃນ​ນັ້ນມີ​ຄະນະ​ສິລະ​ປະກອນ ໂຣບຳ ບາ​ສັກ ບຶງ​ຈົງ. ​ໂດຍ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ກ່ອນ​ນີ້ 200 ປີ, ຄະນະ​ສິລະ​ປະກອນ ໂຣບຳ ບາ​ສັກ ບຶງ​ຈົງ ແມ່ນ​ຄະນະ​ຟ້​ອນ​ໂຣບຳທຳ​ອິດ​ຂອງ​ແຂວງ​ຊອກ​ຈັງ. ​ໃນ​ງາ​ນບຸນຊົມ​ເຊີຍ​ຜົນງານ​ຂອງ​ເຮືອ​ງໍ​ຂອງ​ວັດ​ໄດ​ອອມ​ປູ ຢູ່​ເມືອງ​ຟູ​ຢາ​ວ , ຕາ​ແສງ​ແທ້ງ​ເກ​ຍ ​ເມືອງ​ມີ້ຊວຽນ ຈັດ​ຂຶ້ນ​ໃນຕົ້ນປີ​ນີ້, ຄະນະ​ສິລະ​ປະກອນ ໂຣບຳ ບາ​ສັກ ບຶງ​ຈົງ ດ້ວຍ​ບັນດາ​ນັກ​ສະ​ແດງລູ້​ນ​ໃໝ່ ​ໄດ້​ຈັດ​ລາຍ​ການສະ​ແດງ​ສະ​ເໜີ​ຕົວ. ນີ້​ຖືກ​ຖື​ວ່າ​ແມ່ນ​ສັນຍານ​ທີ່​ໜ້າ​ພາກພູມ​ໃຈ​ ຍ້ອນ​ວ່າ, ການສະ​ແດງ​ຂອງ​ບັນດາ​ນັກສະ​ແດງ​ລຸ້ນໃໝ່​ນີ້ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຜູ້​ຊົມ, ​ສິ່ງ​ດັ່ງກ່າວ​ໄດ້​ເປັນກາ​ນຢັ້ງຢືນ​ໃຫ້​ເຫັນ​ວ່າ​ການ​ສືບ​ທອດ​ຂອງ​ສິລະ​ປະ​ຟ້ອນ​ໂຣບຳໜຶ່ງ​ດຽວ​ໃນ​ເຂດ​ດິນ​ແດນຊອກ​ຈັງ.

  ​ເອື້ອຍ​ເລີມ​ທິ​ເຮືອງ, ຫົວໜ້າ​ຄະນະສິລະ​ປະກອນ​ລະຄອນ​ຟ້ອນ ໂຣບຳ ບາ​ສັກ ບຶງ​ຈົງ ​ໃຫ້​ຮູ້​ວ່າ: ຍ້ອນ​ຜົນ​ສະທ້ອນ​ຂອງ​ຈັງຫວະ​ການ​ດຳລົງ​ຊີວິດ​ທັນ​ສະ​ໄໝ, ​ໄວ​ໜຸ່ມ​ກໍ່​ບໍ່​ນິຍົມ​ປະ​ເພດ​ຟ້ອນ​ໂຣບຳຄື​ເມື່ອ​ກ່ອນ​ອີກ​ແລ້ວ. ​ເພື່ອ​ມີ​ນັກສະ​ແດງລຸ້ນ​ໜຸ່ມ​, ​ເອື້ອຍ​ເຮືອງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ພ້ອມ​ກັບ​ອຳ ນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ຂົນຂວາຍ​ບັນດາ​ຄອບ​ຄົວ​​ໃຫ້​ລູກ​ຫຼານ​ຕົນເຂົ້າຮ່ວມ. ​ເອື້ອຍ​ເຮືອງ​ແບ່ງປັນ​ວ່າ: ​​ເດັກ​ໃນ​ເກນ​ອາຍຸ 11, 12 ປີ​ແມ່ນ​ສອນ​ງ່າຍ​ທີ່​ສຸດ, ຖ້າໃຫ່ຍກ່ວານັ້ນ, ການ​ຝຶກ​ແອບ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ໜ້າພາກພູມໃຈ ນັ້ນແມ່ນພວກນ້ອງເຫຼົ່ານັ້ນລ້ວນແຕ່ນິຍົມຟ້ອນໂຣບຳທີ່ສຸດ. ນ້ອງແທກທິແຈງທາ, ໜຶ່ງໃນບັນດາຜູ້ຮຽນຟ້ອນໂຣບຳ ແບ່ງປັນວ່າ:

   “​​​​​​​ນ້ອງນິຍົມຟ້ອນໂຣບຳນັບແຕ່ຄາວຍັງນ້ອຍແລ້ວ. ສະນັ້ນ, ນ້ອງຂໍພໍ່ແມ່ໃຫ້ ໄປຝຶກແອບພາຍຫຼັງເວລາເລິກຮຽນ

 ​   ຄະນະສິລະ​ປະກອນ​ລະຄອນ​ຟ້ອນ ໂຣບຳ ບາ​ສັກ ບຶງ​ຈົງ  ມີແຕ່ 20-25 ຄົນ, ແຕ່ລະປີໄດ້ໄປສະແດງ​ໃນທົ່ວທຸກບ້ານ, ວັດຂະແມ ແຫ່ງຕ່າງໆ ແລະ ໄດ້ຮັບຄວາມນິຍົມທີ່ສຸດຈາກປະຊາຊົນ. ຍ້ອນວ່າຕາມຄວາມ ນຶກຄິດຂອງປະຊາຊົນ, ຟ້ອນໂຣບຳມາສະ​ແດງຢູ່ແຫ່ງໃດຈະນຳມາເຊິ່ງຄວາມຮ່ັງມີສີສຸກຢູ່ແຫ່ງນັ້ນ. ເອືອຍເຮືອງໃຫ້ຮູ້ວ່າ:

 “​​ຄະນະສິລະປະກອນຟ້ອນໂຣບຳຂອງຂ້າພະເຈົ້າໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ດົນນານແລ້ວແລະ ຜ່ານຫຼາຍລຸ້ນຄົນ. ​ໃນເມື່ອກ່ອນ, ພາຍຫລັງຝຶກແອບແລະ ຊື້ຊຸດເຄື່ອງນຸ່ງ​​ໃຫ້ລາຍການຟ້ອນຮຽບຮ້ອຍແລ້ວ, ຄະນະເດີນທາງໄປສະແດງ, ສ່ວນຫຼາຍແມ່ນຍ່າງໄປ, ຟ້ອນໂຣບຳຢູ່ແຫ່ງໃດກໍ່ມ່ວນຢູ່ບ່ອນນັ້ນ“.

   ​ເມື່ອ​ມີ​ອາຍຸ 13 ປີ, ​ເອື້ອຍ​ເຮືອງ​ກໍ່​ແມ່ນ​ນາງ​ເອກ​​ໃນ​ບັນດາ​ບົດ​ລະຄອນ​ຟ້ອນ​ແລ້ວ. ຍ້ອນ​ເປັນ​ຄົນ​ຟ້ອນ​ງາມ, ມີ​ສຽງ​ຮ້ອງ​ເພງ​ມ່ວນ, ສະນັ້ນ​ເອື້ອຍ​ເຮືອງ​ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ພໍ່​ແມ່​ປະຊາຊົນ​ທີ່​ສຸດ. ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ຊອກ​ຈັງ ​ໄດ້​ເຊີນ​ເອື້ອຍ​ເຮືອງ​ມາ​ຝຶກ​ອົບຮົມສິລະ​ປະ​ຟ້ອນ​ໂຣບຳ​ໃຫ້​ແກ່​ຄະນະ​ສິລະ​ປະກອນ​ຂະ​ແມ​ແຂວງ​ຊອກ​ຈັງ. ປີ 2007, ​ເອື້ອຍ​ເຮືອງ ​ແລະ ສະມາຊິກ​ໃນ​ຄະນະ 3 ຄົນ​ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ​ຫວຽດນາມ ​ໄປ​ເຂົ້າຮ່ວມ​ລາຍການ​ວັດທະນະທຳ “​ແມ່​ນ້ຳຂອງ​ເຊື່ອມ​ຈອດບັນດາ​ພື້ນຖານ​ວັດທະນະທຳ“ ຢູ່​ອາ​ເມ​ລິ​ກາ. ປະຈຸ​ບັນ, ​ຟ້ອນ​ໂຣບຳ​ເລີ່​ມປະກົດ​ຕົວໃນ​ການ​ດຳ​ເນີນ​ຊີວິດ, ງານ​ບຸນ​ຕ່າງໆ​ຂອງ​ຊາວ​ເຜົ່າ​ຂະ​ແມ​. ນັ້ນກໍ່​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ເອື້ອຍ​ເຮືອງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ຕັດສິນ​ໃຈ​ຮັກສາ​ວາດ​ຟ້ອນ​ໂຣບຳ​ໃຫ້​ແກ່​ລຸ້ນຫຼັງ. ​ເອື້ອຍ​ເຮືອງ​ໃຫ້​ຮູ້​ວ່າ:

   “ພໍ່ເຖົ້າ​ແມ່​ເຖົ້າ, ພໍ່​ແມ່​ແມ່ນ​ຜູ້​ກໍ່ຕັ້ງ, ສ່ວນ​ຂ້າພະ​ເຈົ້າ​ເອງ​ເກີດມາ​ກໍ່​ຢູ່​ໃນ​ຄະນະ​ສິລະ​ປະກອນ​ຟ້ອນ​ແລ້ວ, ສະນັ້ນ ກໍ່ຕ້ອງ​ພະຍາຍາມ​ຮັກສາ​ວາດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ​ນີ້​ໄວ້ໄດ້. ຂ້າພະ​ເຈົ້າຫວັງ​ວ່າຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ, ​​ເວລານັ້ນ, ຂ້າພະ​ເຈົ້າຈະ​ສ້າງ​​ເປັນຄະນະ​ສິລະ​ປະ​ກອນຟ້ອນ ​ແລະ ພັດທະນາ​ສິລະ​ປະການ​ຟ້ອນ​ໂຮ​ບຳກ່ວາ​ອີກ“.

  ອ້າຍ​ເຊີນ​ແດນ, ສະມາຊິກ​ໃນຄະນະສິລະ​ປະກອນ​ລະຄອນ​ຟ້ອນ ໂຣບຳ ບາ​ສັກ ບຶງ​ຈົງ ​ໃຫ້​ຮູ້​ວ່າ​ອ້າຍ​ຈະ​ຕັດສິນ​ໃຈ​ຮັກສາ​ປະ​ເພດ​ສິລະ​ປະ​ນີ້:

  “ໂຣບຳມີມານັບແຕ່ລຸ້ນກ່ອນ, ສະນັ້ນ​, ເຮົາຕ້ອງພະຍາຍາມຮັກສາໄວ້ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ສິ່ງສຳຄັນແມ່ນເຮົາຕ້ອງຮັກສາປະເພດສິລະປະທີ່ເປັນມູນເຊື້ອຂອງຊາວເຜົ່າຂະແມໄວ້ໄດ້

  ສິລະປະຟ້ອນ​ໂຣບຳ​ແມ່ນ​​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ຊາດ, ​ແມ່ນ​ຄວາມ​ເອກອ້າງ​ທະລົງ​ໃຈ​ຂອງ​ຊາວ​ເຜົ່າ​ຂະ​ແມ​ເວົ້າສະ​ເພາະ ​ແລະ ຫວຽ​ດນາມ​ເວົ້າລວມ. ​​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ນັກ​ສິລະ​ປິນ​ໄດ້ສະ​ແດງຟ້ອນ​ໂຣບຳຢູ່​ບັນດາ​ທົ່ງ​ນາ​ຫຼັງ​ການ​ເກັບ​ກ່ຽວ ຫຼື​​ໃນ​ງານ​ບຸນ​ປະ​ເພນີຕ່າງໆຂອງ​ຊາວ​ຂະ​ແມ​ທາງ​ພາກ​ໃຕ້​ຫວຽດນາມ. ປະຈຸ​ບັນ, ວາດ​ຟ້ອນ​ໂຣບຳພວມ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເຜີຍ​ແຜ່, ປະກອບສ່ວນ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ, ສິລະ​ປະ​ທີ່​​ເປັນ​ເອກະລັກ​ສະ​ເພາະຂອງ​ຊາວ​ເຜົ່າ​ຂະ​ແມ​ທາງ​ພາກ​ໃຕ້./.

ຕອບກັບ

ຂ່າວ/ບົດ​ອື່ນ