ຢູ່ເຂດໄຕງວຽນໃນຊຸມວັນຕົ້ນລະດູບານໃໝ່, ເມື່ອສຽງຄ້ອງດັງກ້ອງກັງວານຂຶ້ນນັ້ນ, ກໍແມ່ນຊວງເວລາທີ່ບັັນດາໝູ່ບ້ານເລີ່ມຈັດງານບຸນຮັບຕ້ອນລະດູບານໃໝ່. ເພື່ອຈະມີສຽງຄ້ອງດັງກ້ອງກັງວານໃນງານບຸນຍາມລະດູບານໃໝ່, ມີນັກສິລະປະການຫຼາຍຄົນໃນເຂດໄຕງວຽນໄດ້ປະກອບເຫື່ອແຮງຂອງຕົນເພື່ອເປີດຊຸດຮຽນຕີຄ້ອງໃຫ້ຄົນລຸ່ນໜຸ່ມ, ບັນດາຜູ້ເມົາມົວກັບສິລະປະພື້ນເມືອງຂອງເຜົ່າຕົນ.
ການສະແດງຕີຄ້ອງ (ພາບ: baodaclac) |
ຕາມທຳນຽມແລ້ວ, ພາຍຫຼັງບຸນປີໃໝ່ປະຈຳຊາດຫຼືເອີ້ນວ່າບຸນເຕັດ ກໍຈະຮອດ “ວັນບຸນວັດທະນະທຳ-ກິລາ” ໂດຍຕາແສງຈັດຕັ້ງຂຶ້ນ, ແຕ່ບັນດາສະມາຊິກໃນກອງຄ້ອງຢູ່ບ້ານ ປູເຮວ, ຕາແສງ ອີອາກະຕູ, ເມືອງຈືກີງ, ແຂວງກັດລັກ ຍັງຄົງຍາດແຍ່ງເວລາຂອງທຸກຕອນຄ່ຳໃນອາທິດເພື່ອຝຶກແອບ. ຮອດໂມງນັດກັນ, ພວກນ້ອງກໍພາກັນມາເຕົ້າໂຮມຢູ່ສາລາບ້ານ ເພື່ອແອບຕີຄ້ອງ. ພວກນ້ອງຝຶກແອບດ້ວຍຄວາມເມົາມົວ ແລະ ຕື່ນຕົວ. ສຽງຄ້ອງໄດ້ດັ່ງຂຶ້ນຢ່າງຄຶກຄື້ນມ່ວນຊື່ນ. ນ້ອງ ອີຊຸນເອບານ ສັງກັດກອງຄ້ອງ ໃຫ້ຮູ້ວ່າ :
“ ພວກນ້ອງລວມມີ 7 ຄົນ, ຫາກໍຮຽນໄດ້ 2 ເດືອນເທົ່ານັ້ນ, ແຕ່ທຸກຄົນສາມາດຮຽນໄດ້ຢ່າງວ່ອງໄວ. ຖ້າຫາກມີຜູ້ໜຶ່ງເຂົ້າຕີຄ້ອງນັ້ນ, ທັງກຸ່ມຄົນກໍເຂົ້າມາຕີພ້ອມກັນເລີຍ. ໃຜໆເຊື້ອເຊີນໄປສະແດງນັ້ນ, ພວກນ້ອງກໍໄປເລີຍ, ພວກນ້ອງໄດ້ຮຽນຜ່ານ 3 ຊຸດແລ້ວ, ໃນນັ້ນ, ມີຊຸດໜຶ່ງຮຽນຢູ່ເມືອງ ແລະ ອີກ 2 ຊຸດຢູ່ຕາແສງ ດຣາຍ ບຮັງ ”
ໂດຍໄດ້ຮັບການລົງທຶນເປີດຊຸດຮຽນ, ບັນດານັກສິລະປະການ ແລະ ພວກນ້ອງອະນຸຊົນໃນບ້ານ ປູເຮວ ດີໃຈຫຼາຍ. ມີເດັກຫຼາຍຄົນໄດ້ຂໍອະນຸຍາດກັບພໍ່ແມ່ ເພື່ອຮຽນຕີຄ້ອງ, ເຂົ້າຮ່ວມແອບຕີຄ້ອງຢ່າງສະເໝີ. ນ້ອງ ອີບີກະນູນ ອາຍຸ 13 ປີ, ພວມຮຽນຫ້ອງ ມ1 , ເຮືອນນ້ອງຫ່າງຈາກສາລາບ້ານປະມານ 5 ກິໂລແມດ, ຮອດຕອນຄ່ຳທຸກວັນ, ນ້ອງກໍຂີ່ລົດຖີບໄປຮອດສາລາບ້ານເພື່ອຝຶກແອບພ້ອມກັບບັນດາເພື່ອນໃນກອງ. ນ້ອງ ອີບີກະນູນ ເປີດເຜີຍວ່າ :
“ ນ້ອງຢາກໄປຮຽນ ແລະ ຢາກໄດ້ຮັບການສະໜັບສະໜູນຈາກພໍ່ແມ່ອີກ. ຮຽນຕີຄ້ອງມ່ວນຫຼາຍ, ເມື່ອໄດ້ຟັງສຽງຄ້ອງດັງຂຶ້ນ ແມ່ນປະທັບໃຈທີ່ສຸດ. ລຸງ ອາເອແຍວ ສອນພວກນ້ອງຕີຄ້ອງ, ລຸງສອນມ່ວນຫຼາຍ. ເມື່ອຮຽນກໍຍາກໜ້ອຍໜຶ່ງ, ໂດຍສະເພາະ ແມ່ນຮຽນຕີບົດ “ບຸນເຂົ້າໃໝ່” ກໍຍາກໜ້ອຍໜຶ່ງ”
ນັກສິລະປະການ ສອນຕີຄ້ອງໃຫ້ກອງຄ້ອງຂອງໝູ່ບ້ານ ປູເຮວ ແມ່ນ ລຸງອາເອແຍວ . ເຖິງວ່າປີນີ້ມີອາຍຸເກືອບ 70 ປີແລ້ວກໍຕາມ, ແຕ່ລຸງ ອາເອແຍວຍັງສາມາດຈືດີບັນດາທຳນອງຄ້ອງທີ່ລາວໄດ້ຮຽນມາແຕ່ຄາວຍັງນ້ອຍ. ລຸງ ອາເອແຍວ ໄດ້ເລົາຄືນສູ່ຟັງວ່າ : ແຕ່ຄາວຍັງນ້ອຍ, ລຸງເຄີຍຕິດຕາມປູ ແລະ ພໍ່ຂອງຕົນໄປຮ່ວມບັນດາພິທີໄຫວ້ບູຊາ, ງານບຸນ, ງານດອງ…ທີ່ຈັດຂຶ້ນໃນບ້ານ. ລຸງມັກຟັງສຽງຄ້ອງທີ່ສຸດ, ໃນເວລານັກຕີຄ້ອງພັກຜອ່ນນັ້ນ, ລຸງກໍຈັບຄ້ອງຂຶ້ນເພື່ອຕີທົດລອງ. ພາຍຫຼັງຕີທົດລອງຫຼາຍຄັ້ງ, ລຸງໄດ້ຄ່ອຍໆຕີຄ້ອງເປັນ. ລຸງໃຫ້ຮູ້ວ່າ ຄາວນັ້ນ, ເດັກນ້ອຍຕ້ອງຮຽນເອງ, ບໍ່ມີຜູ້ບອກສອນຄືພວກນັກຮຽນຂອງລຸງຄືໃນປະຈຸບັນ.
ມາຮອດປະຈຸບັນ, ລຸງ ອາເອແຍວ ໄດ້ສອນບັນດາບົດຕີຄ້ອງທີ່ລຶ້ງເຄີຍໃຫ້ກອງຄ້ອງໜຸ່ມ 2 ກອງໃນບ້ານ. ລຸງ ອາເອແຍວ ເປີດເຜີຍວ່າ : ລຸງດີໃຈທີ່ສຸດເມື່ອເຫັນວ່າລຸ່ນໄວໜຸ່ມປະຈຸບັນ ມັກຮຽນຕີຄ້ອງທີ່ສຸດ ແລະ ສາມາດຕີຄ້ອງໄດ້ເປັນຢ່າງໄວ. ລຸງ ອາເອແຍວ ເວົ້າວ່າ :
“ ພວກເດັກມັກຮຽນຕີຄ້ອງຫຼາຍ, ພວກເຂົາກໍມາຮອດເຮືອນເຮົາ ຂໍໃຫ້ເຮົາສອນໃຫ້ອີກ, ພວກເຂົາມັກທີ່ສຸດ ແລະ ພະຍາຍາມຮຽນ. ເຮົາກໍພະຍາຍາມສອນໃຫ້. ປະຈຸບັນ, ເຮົາກໍເຖົ້າແລ້ວ, ການໄປມາກໍບໍ່ຄືຄາວໄວໜຸ່ມ. ບາງຄັ້ງ ມີຫຼາຍຄົນໃນບ້ານຕ້ອງການມີກອງຕີຄ້ອງນັ້ນ, ພວກເດັກໄດ້ຮຽນແລ້ວ, ກໍສາມາດໄປໄດ້ເລີຍ. ປະຈຸບັນ ເຮົາຕ້ອງຖ່າຍທອດໃຫ້ລຸ່ນໜຸ່ມເພື່ອສືບທອດປະເພດສິລະປະພື້ນເມືອງໂດຍປູຍ່າຕາຍາຍປະໄວ້ໃຫ້ ”
ສຳລັບລຸງ ອາເອແຍວແລ້ວ, ການສິດສອນໃຫ້ໄວໜຸ່ມຮູ້ວິທີຕີຄ້ອງນັ້ນ, ນອກຈາກຈຸດປະສົງອະນຸລັກຮັກສາແລ້ວ, ກໍຍັງເປັນການນຳພວກເດັກອວາຍເມືອຫາກົກເຄົ້າເຫງົ້າກໍ ເພາະສຽງຄ້ອງແມ່ນວິນຍານຂອງຊົນເຜົ່າ. ສອນໃຫ້ພວກນ້ອງຮູ້ວິທີຕີຄ້ອງ ກໍແມ່ນສອນໃຫ້ພວກນ້ອງເຫັນໄດ້ເຖິງບັນດາຄຸນຄ່າວັດທະນະທຳມະນຸດ ໂດຍປູຍ່າຕາຍາຍປະໄວ້ໃຫ້ ດ້ວຍຄວາມສຸກ, ຄວາມທຸກໃນການດຳລົງຊີວິດ. ໃນໄລຍະທີ່ຈະມາເຖິງ, ພວກນ້ອງຈະມີໂອກາດສະແດງຕີຄ້ອງໃນງານບຸນຂອງຫມູ່ບ້ານ ແລະ ພວກນ້ອງເອງ ກໍແມ່ນບັນດາຜູ້ປະກອບສ່ວນອະນຸລັກຮັກສາສີສັນວັດທະນະທຳເຂັດໄຕງວຽນ, ເຮັດໃຫ້ສຽງຄ້ອງດັງກ້ອງກັງວານໄປໄກຍິ່ງກວ່າອີກ.