(vovworld)- ຫວຽດນາມ ມີຫລາຍຊົນເຜົ່າອ້າຍນ້ອງດຳລົງຊີວິດຮ່ວມກັນ, ແຕ່ລະຊົນເຜົ່າພັດມີພາສາ, ສີສັນວັດທະນະທຳສະເພາະ. ຊີວິດພວມຄ່ອຍໆມີການປ່ຽນແປງ, ຖ້າບໍ່ມີບັນດານະໂຍບາຍ ແລະ ມາດຕະການອະນຸລັກຮັກສາຢ່າງມີປະສິດທິຜົນ ມີພາສາຊົນເຜົ່າສ່ວນຫນ້ອຍຈຳນວນຫນຶ່ງອາດຈະຖືກສູນຫາຍໄປ. ນີ້ກໍແມ່ນບັນຫາ ໂດຍນັກວິທະຍາສາດຝລັ່ງ ແລະ ຫວຽດນາມ ຫລາຍທ່ານໄດ້ຍົກອອກມາປືກສາຫາລືທີ່ກອງປະຊຸມສຳມະນາຄົ້ນຄ້ວາອະນຸລັກຮັກສາພາສາບັນດາເຜົ່າສ່ວນຫນ້ອຍ ດ້ວຍການອັດນ້ຳສຽງເຂົ້າໃນລະບົບດີຈີຕອນ ທີ່ຫາກໍຈັດຕັ້ງຢູ່ ຮ່າໂນ້ຍ ຫວ່າງແລ້ວນີ້.
ນາງສາວຊາວເຜົ່າຢ້າວ
ພາບ:thoidai.com
|
ທີ່ກອງປະຊຸມສຳມະນາ “ແງ່ຫວັງເປີດອີງໃສ່ການນຳເອົາເອກະສານສຽງເວົ້າເຂົ້າໃນລະບົບດີຈີຕອນ” ຫາກໍຈັດຕັ້ງຢູ່ສູນວັດທະນະທຳ ຝລັ່ງ ຢູ່ ຮ່າໂນ້ຍ, ກຸ່ມຄົ້ນຄ້ວາຂຶ້ນກັບພະແນກພາສາສາດ, ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ສະຖາບັນຄົ້ນຄ້ວາສາກົນ Mica ມະຫາວິທະຍາໄລຊັບພະວິຊາຮ່າໂນ້ຍ ໄດ້ປະກາດ ແລະ ແນະນຳກ່ຽວກັບຫໍສະໝຸດນ້ຳສຽງພາສາບັນດາເຜົ່າສ່ວນຫນ້ອຍຫວຽດນາມ. ກິດຈະກຳຫໍສະໝຸດນີ້ໄດ້ຮັບການປະຕິບັດໃນກວ່າ 30 ປີຜ່ານມາ ດ້ວຍການປະກອບກຳລັງເຫື່ອແຮງຫລວງຫລາຍຂອງບັນດານັກວິທະຍາສາດຫວຽດນາມ ແລະ ຝລັ່ງ. ນີ້ກໍແມ່ນຫໍສະໝຸດນ້ຳສຽງແກ້ໄຂ ຫັນສຽງເວົ້າທຳມະຊາດ, ນ້ຳສຽງເປັນດີຈີຕອນທີ່ມີລະດັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພຽງແຕ່ຄະລິກ 2-3 ບາດ ໃນຫໍສະໝຸດນ້ຳສຽງບັນດາເຜົ່າສ່ວນຫນ້ອຍຫວຽດນາມ, ຜູ້ຊົມສາມາດຊອກຮູ້ໄດ້ຂໍ້ມູນຫລາຍຢ່າງຄື: ຕົ້ນກຳເນີດຂອງນ້ຳສຽງ, ວິທີອອກສຽງ, ຊ້ຳບໍ່ໜຳ ນັບທັງບົດກາບກອນ, ບົດເພງພື້ນເມືອງຂອງບັນດາເຜົ່າເຫລົ່ານັ້ນດ້ວຍບັນດາເທບອັດສຽງ. ພິເສດ ຫໍສະໝຸດນ້ຳສຽງນີ້ໄດ້ເຕົ້າໂຮມ, ອະນຸລັກຮັກສາໄດ້ 11 ພາສາຂອງ ໝວດບັນດາເຜົ່າທີ່ມີຄົນຫນ້ອຍທີ່ສຸດ, ໃນນັ້ນ ມີພາສາພວມຕົກເຂົ້າໃນຄວາມສ່ຽງຖືກສູນຫາຍໄປ, ຕົວຢ່າງຄື ຊາວເຜົ່າ ເອີດູ ເກືອບຄືວ່າສຽງເວົ້າຖືກສູນຫາຍໄປແລ້ວ ຕ້ອງນຳໃຊ້ສຽງເວົ້າຂອງຊົນເຜົ່າອື່ນເພື່ອໂອ້ລົມນຳກັນ, ເພາະສະນັ້ນ ຕາມສາດສະດາຈານ ດຣ ເຈີນຈີຢອຍ, ຫົວຫນ້າສູນ “ຄົ້ນຄ້ວາພັດທະນາບັນດາເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ” ແລ້ວ, ເລື່ອງສ້າງຫໍສະໝຸດນ້ຳສຽງຄືແນວນີ້ ແມ່ນມີຄວາມຈຳເປັນທີ່ສຸດ.
“ຫໍສະໝຸດນ້ຳສຽງນີ້ແມ່ນຮັກສາສຽງເວົ້າໄວ້, ຊື່ງລວມມີ ພາສາ, ບັນດາບົດເພງພື້ນເມືອງ, ບົດກາບກອນ ດ້ວຍນ້ຳສຽງຂອງຊົນເຜົ່ານັ້ນ ແລະໄດ້ຮັບການຮັກສາພາຍໃຕ້ນ້ຳສຽງຄ້າຍຄືເຂົາເຈົ້າພວມນຳໃຊ້. ຜົນປະໂຫຍດທີສອງ ນັ້ນແມ່ນ ສະຫນອງແຫລ່ງຂໍ້ມູນໃຫ້ແກ່ວົງການນັກຄົ້ນຄ້ວາກ່ຽວກັບດ້ານພາສາ. ຕົວຢ່າງຄື: ສຽງເວົ້າຂອງຊາວເຜົ່າ ຣຸກ, ສຽງເວົ້າຂອງເຂົາເຈົ້າແມ່ນຮັກສາໄວ້ພາສາຫວຽດບູຮານ. ຜົນປະໂຫຍດທີສາມ ແມ່ນຫໍສະໝຸດນີ້ຄືດັ່ງພາຫະນະເພື່ອໂຄສະນາດ້ານພາສາ, ວັດທະນະທຳຊົນເຜົ່ານັ້ນ.”
ນຳເອົາຫໍສະໝຸດນ້ຳສຽງນີ້ເຂົ້ານຳໃຊ້ ກໍເປັນການປະກອບສ່ວນເຕົ້າໂຮມຂໍ້ມູນກ່ຽວກັບສຽງເວົ້າຢ່າງຄົບຖ້ວນ, ມີຄວາມເຂົ້າໃຈຕື່ມອີກກ່ຽວກັບດ້ານວັດທະນະທຳຂອງຊາວຫວຽດບູຮານ. ປະຈຸບັນ ຫໍສະໝຸດນ້ຳສຽງກໍໄດ້ຫັນບັນດາພາສາຂອງບັນດາເຜົ່າທີ່ມີຄົນຫນ້ອຍສຸດຄື ສຽງເວົ້າຂອງເຜົ່າຣຸກ, ເຜົ່າ ອາແຣມ, ເຜົ່າ ມາລ່ຽງ..ເປັນດີຈີຕອນ. ເລື່ອງນຳຫໍສະໝຸດເປັນດີຈີຕອນ ເບື້ອງຕົ້ນໄດ້ສ້າງເງື່ອນໄຂໃຫ້ບັນດານັກຄົ້ນຄ້ວາ, ບັນດາຜູ້ສອນພາສາຊົນເຜົ່າໄດ້ສຳພັດກັບແຫລ່ງເອກະສານອັນລ້ຳຄ່າໃນວຽກງານສິດສອນ, ຊ່ວຍໃຫ້ບັນດານັກຮຽນຮູ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບຮີດຄອງປະເພນີຂອງບັນດາເຜົ່າສ່ວນຫນ້ອຍ, ເພີ່ມເຕີມຕື່ມອີກເຂົ້າສາງສຽງເວົ້າບັນດາເຜົ່າຢູ່ຫວຽດນາມ.
ອ່າຍ ຊຸ່ງອາເຈງ, ຊົນເຜົ່າ ມົ້ງ ຢູ່ ຕາແສງ ປາກໍ່ ເມືອງມາຍເຈົາ ແຂວງ ຮວ່າບີງ ໃຫ້ຮູ້ວ່າ: ໃນຫລາຍປີແລ້ວ ອ້າຍມີຄວາມເປັນຫ່ວງຕໍ່ການເປີດບັນດາຫ້ອງຮຽນສອນພາສາເຜົ່າມົ້ງໃຫ້ພໍ່ແມ່ປະຊາຊົນໃນບັນດາບ້ານຂອງຊາວເຜົ່າມົ້ງ. ເຖິງຢ່າງໃດກໍຕາມ, ສຳລັບອ້າຍແລ້ວ ວຽກງານນີ້ແມ່ນຫຍຸ້ງຍາກທີ່ສຸດ ແມ່ນວຽກງານຮຽບຮຽງ ແລະ ກະກຽມແຫລ່ງເອກະສານນັບໃຊ້ການສອນພາສາຊົນເຜົ່າ. ປະຈຸບັນ ມີຫໍສະໝຸດນ້ຳສຽງທີ່ລ້ຳຄ່ານີ້ ໄດ້ຊ່ວຍໃຫ້ອ້າຍ ຊຸ່ງອາເຈງ ກໍຄືຄົນອື່ນທີ່ມີຄວາມຄິດຄືອ້າຍສາມາດນຳໃຊ້ຫໍສະໝຸດດັ່ງກ່າວຄືເປັນພາຫະນະເພື່ອສອນພາສາ ແລະ ວັດທະນະທຳຂອງເຜົ່າຕົນ.
“ມີບາງຄົນບໍ່ແມ່ນຊາວເຜົ່າມົ້ງ ແຕ່ເຂົາເຈົ້າພັດຮູ້ພາສາ ມົ້ງ ຊ່ຳບໍ່ໜຳຍັງຂຽນເປັນອີກ. ຈາກນັ້ນ ຂ້າພະເຈົ້າມີຄວາມເປັນຫ່ວງ ແລະ ຂຽນເອງ, ຊອກເອກະສານເພື່ອເປີດບັນດາຫ້ອງຮຽນເພື່ອສອນພາສາມົ້ງ. ການຊອກຫາແຫລ່ງເອກະສານແມ່ນຫຍຸ້ງຍາກທີ່ສຸດ, ປະຈຸບັນ ມີແຫລ່ງເອກະສານນ້ຳສຽງຄືແນວນີ້ ເປັນການສະດວກໃຫ້ແກ່ການສອນພາສາເຜົ່າຕົນ.”
ການອະນຸລັກຮັກສາ ແລະ ພັດທະນາພາສາ, ຕົວຫນັງສືຂອງບັນດາເຜົ່າ ຍາມໃດກໍໄປຄຽງຄູ່ກັບການນຳໃຊ້ພາສາ, ຕົວຫນັງສື. ຜ່ານການນຳໃຊ້ແຫລ່ງເອກະສານຈາກຫໍສະໝຸດນ້ຳສຽງນີ້ ກໍຈະປະກອບສ່ວນສົ່ງເສີມລຸ້ນຫນຸ່ມມີຄວາມເຂົ້າໃຈ ແລະ ນຳໃຊ້ສຽງເວົ້າ, ຕົວຫນັງສືຂອງຕົນເປັນຢ່າງດີ.