ຮັກສາສິລະປະຂັບ ເດີນກາຕ່າຍຕື໋ ບົນດິນແດນ ດົ່ງທາບ

(VOVWORLD) -ພາຍຫຼັງໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທທຳ ບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ,  ສິລະປະຂັບ ເດີນກາຕາຍຕື້ ໄດ້ຂະຫຍາຍຕົວຢ່າງແຂງແຮງພໍສົມຄວນ ຢູ່ເຂດທາງທິດຕາເວັນຕົກພາກໃຕ້, ໃນນັ້ນມີ ດົ່ງທາບ ເຊິ່ງພິເສດ ແມ່ນຢູ່ນະຄອນ ກວາແຫຼັ໊ງ. ຂັບ ເດີນກາຕ່າຍຕື໋   ໄດ້ກາຍເປັນອາຫານທາງດ້ານຈິດໃຈ ທີ່ຂາດບໍ່ໄດ້ຂອງປະຊາຊົນ, ອັນໄດ້ປະກອບສ່ວນເຮັດໃຫ້ຂະບວນການສິລະປະວັນນະຄະດີ ມະຫາຊົນໃນນະຄອນພັດທະນາຢ່າງແຂງແຮງ ແລະ ທົ່ວເຖິງ ທັງຮັບໃຊ້ຄວາມຕ້ອງການຮັບຊົມ ທາງດ້ານສິລະປະ ແລະ ເຂົ້າຮ່ວມໃນການປະດິດຄິດແຕ່ງວັດທະນະທຳ - ສິລະປະວັນນະດີ ຂອງປະຊາຊົນ ຢ່າງມີປະສິດທິຜົນ
ຮັກສາສິລະປະຂັບ ເດີນກາຕ່າຍຕື໋ ບົນດິນແດນ ດົ່ງທາບ - ảnh 1ການດຳເນີນຊີວິດມື້ໜຶ່ງຂອງສະໂມສອນເດີນກາຕາຍຕື 

ຮອດຕອນຄ່ຳວັນທີ 15 ແລະ 30 ໃນທຸກໆເດືອນ, ຢູ່ຫໍວັດທະນະທຳວົງຄະນະຍາດ ຕາແສງ ສອງ ຫຼື ສວນສາທາລະນະ ຮາຍບ່າຈຶງ ນະຄອນ ກາວແຫຼັ໊ງ ພັດດັງກ້ອງກັງວານຂຶ້ນດ້ວຍສຽງຂັບ ເດີນກາຕ່າຍຕື໋ ທີ່ຄຶກຄື້ນມ່ວນຊື່ນ. ນັ້ນແມ່ນເວລາດຳເນີນຊີວິດເປັນປະຈຳ ຂອງສະໂມສອນ  ເດີນກາຕ່າຍຕື໋ ຕາແສງ ສອງ  ດ້ວຍສະມາຊິກ 12 ຄົນ. ທ່ານ ຮວິ່ງທຽນຈຸງ ຫົວໜ້າສະໂມສອນ ເດີນກາຕ່າຍຕື໋ ຕາແສງ ສອງ ແບ່ງປັນວ່າ ສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາ 15 ປີ, ໄລຍະທຳອິດມີພຽງສອງສາມຄົນເຂົ້າ ຮ່ວມເທົ່ານັ້ນ ແລະ ພັດປ່ຽນກັນດຳເນີນຊີວິດຢູ່ເຮືອນຂອງແຕ່ລະຄົນ. ມາຮອດປັດຈຸບັນສະມາຊິກໄດ້ຫຼາຍຂຶ້ນກວ່າເກົ່າແລ້ວ. ທ່ານ ຮວິ່ງທ້ຽນຈຸງ ເວົ້າວ່າ:

      “ສະໂມສອນ  ເດີນກາຕ່າຍຕື໋ ແມ່ນຕ້ອງເຄື່ອນໄຫວເຊັ່ນນັ້ນ, ພວກເຮົາເຄື່ອນໄຫວຢ່າງຟົດຟື້ນມ່ວນຊື່ນ ມີຄວາມສົດໃສ ມີໄວໜຸ່ມຫຼາຍຊັ້ນຄົນ ທີ່ມາຈາກຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ກຳມະບານ. ພວກເພື່ອນຢາກເຂົ້າຮ່ວມສະໂມສອນ ເດີນກາຕ່າຍຕື໋, ນອກຈາກຮູ້ຂັບຮ້ອງແລ້ວ ກໍ່ຕ້ອງມີພອນສະຫວັນໜ້ອຍໜຶ່ງ ແລະ ຕ້ອງມີຄວາມກະຕືລືລົ້ນຕໍ່ວຽກງານ”.

        ປັດຈຸບັນນະຄອນ ກາວແຫຼັ໊ງ ມີ 47 ສະໂມສອນ  ເດີນກາຕ່າຍຕື໋ ດ້ວຍສະມາຊິກ, ນັກສິລະປະການເຂົ້າຮ່ວມ ປະມານ 530 ຄົນ. ບັນດາສະໂມສອນໄດ້ມີການເຄື່ອນໄຫວປະຈຳເດືອນ ຫຼື້ ປະຈຳໄຕມາດ. ທາງສະໂມສອນຈະມີການເຄື່ອນໄຫວຫຼາຍກວ່າ, ຝຶກແອບຫຼາຍກວ່າໃນໂອກາດມີວັນບຸນ ຫຼື ພິທີສະເຫຼີມສະຫຼອງຕ່າງໆ. ທ່ານ ໂງຮວ່າງຫວຽດ ຮອງຜູ້ອຳນວຍການສູນວັດທະນະທຳ ກິລາ ແລະ ໂທລະຄົມ ນະຄອນ ກາວແຫຼັ໊ງ ໃຫ້ຮູ້ວ່າ ເພື່ອໃຫ້ບັນດາສະໂມສອນ  ເດີນກາຕ່າຍຕື໋ ຄົງຕົວ ແລະ ຂະຫຍາຍຕົວ ແມ່ນຕ້ອງເຕົ້າໂຮມຫຼາຍປັດໄຈຄື ຮັກສາການດຳເນີນຊີວິດຢ່າງເປັນປະຈຳ, ພົບປະແລກປ່ຽນ ຖອດຖອນບົດຮຽນກັບບັນດາຫົວໜ່ວຍອື່ນໆ. ພິເສດແມ່ນຕ້ອງມີຄວາມເອົາໃຈໃສ່ ຂອງອຳນາດການປົກຄອງທ້ອງຖິ່ນ ເປັນຕົ້ນແມ່ນບັນຫາເງິນໃຊ້ຈ່າຍ. ທ່ານ ໂງຮວ່າງຫວຽດ ກ່າວວ່າ:

       “ພວກຂ້າພະເຈົ້າໄດ້ສະເໜີຄະນະກຳມະການປະຊາຊົນນະຄອນ ພິຈາລະນາ, ອາດຈະແມ່ນສ້າງເງື່ອນໄຂຊ່ວຍໜູນ ທາງດ້ານພື້ນຖານວັດຖຸຕື່ມອີກ. ປັດຈຸບັນ, ສະໂມສອນກໍ່ມີຫຼາຍແຫ່ງ ແຕ່ທາງດ້ານເຄື່ອງດົນຕີຍັງຂາດແຄນຢູ່, ແລະ ຖ້າຫາກວ່າ ບໍ່ເພີ່ມເຕີມເງິນໃຊ້ຈ່າຍໄດ້ ພວກເຮົາກໍ່ຮຽກຮ້ອງຫັນເປັນວຽກງານຂອງສັງຄົມ ຢູ່ບັນດາວິສາຫະກິດ ເພື່ອຊ່ວຍໜູນໃຫ້ແກ່ບັນດາຫົວໜ່ວຍ ຂັ້ນຕາແສງກໍ່ຄືຕໍ່ກຳລັງແຮງ ໃຫ້ແກ່ບັນດາສະໂມສອນຕື່ມອີກ”.

       ດ້ວຍບັນດາສະມາຊິກເຂົ້າຮ່ວມທີ່ມີປະສົບການ ຂອງບັນດາສະໂມສອນ, ເລື່ອງເຮັດແນວໃດ ເພື່ອສ້າງກຳລັງແຮງໃຫ້ແກ່ລຸ້ນໜຸ່ມ ກໍ່ແມ່ນຄວາມເປັນຫວ່ງທີ່ສຸດໃນປັດຈຸບັນ, ເພະວ່າສະມາຊິກສ່ວນຫຼາຍ ທີ່ເຂົ້າຮ່ວມໃນສະໂມສອນ ກໍ່ລ້ວນແຕ່ຢູ່ໃນເກນອາຍຸໄວກາງຂຶ້ນໄປ. ຕາມທ່ານ ຮວິ່ງທ້ຽນຈຸງ ຫົວໜ້າສະໂມສອນ ເດີນກະຕາຍຕື໋ ຕາແສງ ສອງ ແລ້ວ, ເພື່ອໃຫ້ສິລະປະຂັບ ເດີນກາຕ່າຍຕື໋ ບໍ່ໃຫ້ສູນຫາຍໄປນັ້ນ, ບັນດາສະໂມສອນຄວນມານະພະຍາຍາມ ເພີ່ມຄວາມຮັກໃຫ້ແກ່ບັນດາເພື່ອນໜຸ່ມ, ບໍ່ພຽງແຕ່ມີຄຳເວົ້າເທົ່ານັ້ນຫາກຍັງຕ້ອງຖ່າຍທອດລະອຽດອີກດ້ວຍ. ທ່ານ ຮວິ່ງທ້ຽນຈຸງ ໃຫ້ຮູ້ອີກວ່າ:

       “ຕ້ອງຈັດຕັ້ງການພົບປະແລກປ່ຽນຢ່າງເປັນປະຈຳ, ແລ້ວກໍ່ຈັດຕັ້ງການສະແດງສິລະປະຂັບ ເດີນກາຕ່າຍຕື໋ ຢ່າງສົດໃສ ເພື່ອດຶງດູດໄວໜຸ່ມມາຊົມ, ເຮັດໄດ້ເຊັ່ນນັ້ນ ສິລະປະຂັບ ເດີນກາຕ່າຍຕື໋ ຈະສາມາດຮັກສາໄວ້ຢ່າງຍາວນານ ແລະ ໝັ້ນຄົງ”.

         ດ້ວຍບັນດາແຜນການພັດທະນາປະເພດສິລະປະພື້ນເມືອງຂອງແຂວງ ດົ່ງທາບ, ພ້ອມກັບຄວາມກະຕືລືລົ້ນ ຂອງນັກສິລະປະການແຕ່ລະຄົນນັ້ນ ແນ່ນອນວ່າສິລະປະ ເດີນກາຕ່າຍຕື໋ ຢູ່ ດົ່ງທາບ ຈະໄດ້ຮັບການຮັກສາໄວ້ ແລະ ນັບມື້ນັບດຶງດູດຜູ້ນິຍົມສິລະປະຢ່າງຫຼວງຫຼາຍ ເປັນຕົ້ນແມ່ນໄວໜຸ່ມ ເຊິ່ງແມ່ນຜູ້ສືບທອດສິລະປະພື້ນເມືອງ ທີ່ມີມາແຕ່ດົນນານຂອງປູ່ຍ່າຕາຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ