ຫວ່າງແລ້ວນີ້, ເຈົາບານສະໄໝລາດຊະວົງຫງວຽນໝາຍເຖິງສາງເອກະສານໃນສະໄໝລາດຊະວົງຫງວຽນ ຂອງຫວຽດນາມຫາກໍໄດ້ຮັບການຮັບຮອງແມ່ນມໍລະດົກເອກະສານໂຄງການຄວາມຊົງຈຳໂລກພາກພື້ນອາຊີ - ປາຊີຟິກຂອງອົງການ UNESCO ປີ 2014, ເຈົາບານສະໄໝລາດຊະວົງຫງວຽນ ແມ່ນແຫຼ່ງເອກະສານຕົ້ນສະບັບ ຊຶ່ງລວມມີບັນດາເອກະສານການປົກຄອງຖືກແຕ່ງຂຶ້ນໃນວິວັດການເຄື່ອນໄຫວຄຸ້ມຄອງ, ບໍລິຫານໃນທຸກດ້ານຄື ຊີວິດການເປັນຢູ່, ເສດຖະກິດ, ສັງຄົມ, ບັນຫາພາຍໃນ, ແລະ ພົວພັນຕ່່າງປະເທດຂອງອຳນາດການປົກຄອງສະໄໝລາດຊະວົງຫງວຽນ. ເຈົາບານສະໄໝລາດຊະວົງຫງວຽນ ທັງແມ່ນແຫຼ່ງເອກະສານອັນລ້ຳຄ່າເພື່ອຄົ້ນຄ້ວາບັນດາການເຄື່ອນໄຫວຂອງລາດຊະວົງ ແລະ ຊີວິດສັງຄົມຫວຽດນາມໃນສະຕະວັດທີ 19 ແລະ 5 ທົດສະວັດທຳອິດຂອງສະຕະວັດທີ 20 .
ເອກະສານສະບັບໜຶ່ງໃນສະໄໝລາດຊະວົງຫງວຽນຂອງຫວຽດນາມ
(ພາບ: baomoi.com)
|
ເຈົາບານສະໄໝລາດຊະວົງຫງວຽນແມ່ນບັນດາເອກະສານການປົກຄອງ ຂອງເຈົ້າຊີວິດ 11 ອົງໃນຈຳນວນທັງໝົດ 13 ອົງຂອງສະໄໝລາດຊະວົງຫງວຽນຄືແຕ່ປີ 1802 ຫາ 1945. ນັ້ນແມ່ນບັນດາພະລາດຊະສານ, ພະລາດຊະດຳລັດ, ຄຳສັ່ງ.....ໂດຍບັນດາເຈົ້າຊີວິດໃນສະໄໝລາດຊະວົງຫງວຽນລົງຄຳເຫັນຫຼືເຊັນອະນຸມັດດ້ວຍນ້ຳມຶກສີແດງເພື່ອແກ້ໄຂບັນດາບັນຫາທາງດ້ານການເມືອງ, ການທະຫານ, ການທູດ, ເສດຖະກິດ, ວັດທະນະທຳ, ສັງຄົມ...
ດ້ວຍເຈົາບານສະໄໝລາດຊະວົງຫງວຽນເກືອບ 800 ຊຸດທີ່ຍັງຖືກເກັບຮັກສາໄວ້ເໝືອນເດີມ ຊຶ່ງເທົ່າກັບເອກະສານປະມານ 85.000 ສະບັບດ້ວຍ 200.000 ໃບ, ເຈົາບານສະໄໝລາດຊະວົງຫງວຽນແມ່ນສາງເອກະສານທີ່ມະຫາສານເພື່ອຊອກຮູ້ຄົ້ນຄ້ວາບັນດາແນວທາງ,ນະໂຍບາຍ, ທັດສະນະ, ກົງຈັກການປົກຄອງ ແລະ ຮັບໃຊ້ການພັດທະນາທຸກດ້ານຂອງປະເທດຊາດໃນສະໄໝລາດຊະວົງຫງວຽນ. ທ່ານ ຮ່າວັນເຮ່ວ ຜູ້ອຳນວຍການສູນເກັບຮັກສາສຳເນົາເອກະສານແຫ່ງຊາດເລກ 1 ໃຫ້ຮູ້ວ່າ:
“ເຈົາບານສະໄໝລາດຊະວົງຫງວຽນ ແມ່ນລະບົບເອກະສານດ້ວຍ ເອກະສານຖືກເກັບຮັກສາໄວ້ເປັນຈຳນວນຫຼາຍພໍສົມຄວນ, ທັງໝົດນະໂຍບາຍພາຍໃນ ແລະ ພົວພັນຕ່າງປະເທດຂອງລາດຊະວົງຫງວຽນ. ຜ່ານແຫຼ່ງເອກະສານນີ້, ທຸກໆຫົວເລື່ອງຊຶ່ງບັນດານັກຄົ້ນຄ້ວາປະຫວັດສາດອາດຈະສຳພັດຢ່າງເຕັມສ່ວນໃນທຸກໆຂົງເຂດ. ເມື່ອເຈົາບານສະໄໝລາດຊະວົງຫງວຽນໄດ້ຮັບການຮັບຮອງແມ່ນມໍລະດົກໂລກນັ້ນ, ຄຸນຄ່າຂອງມັນແມ່ນບໍ່ພຽງແຕ່ຄົ້ນຄ້ວາໃນຂອບເຂດຢູ່ຫວຽດນາມເທົ່ານັ້ນ, ຫາກຍັງມີຄວາມໝາຍໃນພາກພື້ນ ແລະ ສາກົນອີກດ້ວຍ ”
ເຈົາບານສະໄໝລາດຊະວົງຫງວຽນມີຄຸນຄ່າສະເພາະຂອງເອກະສານການຄຸ້ມຄອງບໍລິຫານລັດໄດ້ມາດຕະຖານອັນດັບໜຶ່ງໃນສະໄໝລາຊາທິປະໄຕຫວຽດນາມ. ກ່ຽວກັບອົງການຄຸ້ມຄອງ ແລະ ຮູບການການຖ່າຍທອດນັ້ນ, ເຈົາບານມີເນື້ອໃນທີ່ຮັດກຸມ, ລອບຄອບຖີ່ຖ້ວນ, ມີລັກສະນະອຳນາດສູງສຸດຂອງລາດຊະວົງ. ທາງດ້ານສາທາລະນະສຸກ, ໃນສະໄໝສັກດີນາຢູ່ຫວຽດນາມ, ການເຄື່ອນໄຫວໃນຂົງເຂດນີ້ ບໍ່ໄດ້ຮັບການບັນທຶກຫຼາຍ, ນັບທັງການເຄື່ອນໄຫວສຸຂາພິບານໃນລາດຊະວັງ ກໍບັນທຶກເລກນ້ອຍ. ແຕ່ເຈົາບານສະໄໝລາດຊະວົງຫງວຽນຍັງແມ່ນແຫຼ່ງເອກະສານທີ່ມີມູນຄວາມຈິງ ແລະ ບັນທຶກລະອຽດກ່ຽວກັບສະພາບພະຍາດໂລຄາຂອງປະຊາຊົນ. ຕາມເອກະສານແລ້ວ, ສະໄໝລາດຊະວົງຫງວຽນໄດ້ຮັບການຮັບຮູ້ແມ່ນໄລຍະທີ່ເກີດໂລກລະບາດຫຼາຍ. ຕາມແຫຼ່ງກະສານສະໄໝເຊົ້າຊີວິດ ມິງໝ້າງ ອົງທີ 21 ປີ 1840 ໃຫ້ຮູ້ວ່າ : ໂລກລະບາດທີ່ເກີດຂຶ້ນຢູ່ ແທງຮ້ວາ ແຕ່ເດືອນມັງກອນຫາເດືອນ ມິຖຸນານັ້ນ, ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 1087 ຄົນ. ທາງດ້ານເສດຖະກິດ, ເຈົາບານສະໄໝລາດຊະວົງຫງວຽນ ກໍໄດ້ບັນທຶກລະອຽດກ່ຽວກັບການພັດທະນາພົວພັນແລກປ່ຽນຄ້າຂາຍລະຫວ່າງຫວຽດນາມກັບບັນດາປະເທດໃນພາກພື້ນ, ພິເສດໃນສະໄໝລາດຊະວົງຫງວຽນ, ກະສີກຳຍັງຄົງແມ່ນຂະແໜງເສດຖະກິດປາຍແຫຼມ. ທ່ານນາງ ຫງວຽນທູຮ່ວາຍ, ຫົວໜ້າພະແນກເກັບກຳ, ດັດແປງເອກະສານຫວຽດເດີມ ສັງກັດ ສູນເກັບຮັກສາສຳເນົາເອກະສານແຫ່ງຊາດເລກ 1 ໃຫ້ຮູ້ວ່າ:
“ ກະສີກຳແມ່ນໄດ້ຮັບການສ່ອງແສງຫຼາຍພໍສົມຄວນ ເພາະຫວຽດນາມແມ່ນປະເທດຜະລິດກະສີກຳເປັນຕົ້ນຕໍ, ດັ່ງນັ້ນຄວາມເອົາໃຈໃສ່ເຖິງກະສີກຳຂອງເຈົ້າຊີວິດອົງຕ່າງໆໃນສະໄໝລາດຊະວົງຫງວຽນແມ່ນຖືເປັນສຳຄັນພິເສດ. ບັນດາທ້ອງຖິ່ນຕ້ອງມີບົດລາຍງານປະຈຳເດືອນຍືນເຖິງລາດຊະວັງ ເພື່ອລາຍງານສະພາບດິນຟ້າອາກາດ ແລະ ລາຄາເຂົ້າສານ. ເພາະວ່າໃນສະໄໝລາດຊະວົງຫງວຽນ, ເຄີຍເກີດໄພນ້ຳຖ້ວມ, ເຮັດໃຫ້ລະດູການຜະລິດຢູ່ທ້ອງຖິ່ນຕ່າງໆຖືກເສຍຫາຍ, ອັນໄດ້ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ. ເພາະສະນັ້ນ, ທາງລາດຊະວັງຈຶ່ງສະເໜີບັນດາທ້ອງຖິ່ນຕ້ອງມີບົດລາຍງານປະຈຳເດືອນ ເພື່ອລາດຊະວັງກຳແໜ້ນສະພາບການ ເພື່ອອາດຈະໜູນຊ່ວຍປະຊາຊົນຫຼຸດພົ້ນຄວາມອຶດຫິວໃນຍາມລະດູການຜະລິດຖືກເສຍຫາຍ ”
ໃນເຈົາບານສະໄໝລາດຊະວົງຫງວຽນ, ມີເອກະສານຫຼາຍສະບັບທີ່ກ່ຽວຂ້ອງເຖິງອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ. ມີບັນດາເອກະສານທີ່ມີເນື້ອໃນຢັ້ງຢືນວ່າ : ລາດຊະວົງຫງວຽນໄດ້ຄຸ້ມຄອງ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ, ມີລະບົບການຄຸ້ມຄອງບໍລິຫານແຫ່ງລັດຢູ່ 2 ໝູ່ເກາະນີ້, ພ້ອມກັນນັ້ນ ກໍມີເອກະສານຫຼາຍສະບັບຢັ້ງຢືນການຈັດສົ່ງບັນດາກອງກຳລັງເດີນເຮືອໄປຍັງ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາເພື່ອສຳຫຼວດ ແລະ ສ້າງແຜນທີ່, ເອກະສານຕ່າງໆ....ຫຼືໃບຍ້ອງຍໍບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ.... ນີ້ແມ່ນບັນດາເອກະສານທີ່ສຳຄັນພິເສດຊຶ້ງໄດ້ຢັ້ງຢືນອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ. ທ່ານ ຮ່າວັນເຮ່ວ ຜູ້ອຳນວຍການສູນເກັບຮັກສາສຳເນົາເອກະສານແຫ່ງຊາດເລກ 1 ໃຫ້ຮູ້ວ່າ:
“ ເນື້ອໃນຂອງເຈົາບານສະໄໝລາດຊະວົງຫງວຽນແມ່ນອຸດົມສົມບູນ, ຫຼາຍຮູບຫຼາຍສີ. ໃນສາງເອກະສານເຈົາບານ ແມ່ນມີເອກະສານຈຳນວນໜຶ່ງທີ່ສ່ອງແສງເຖິງການປະຕິບັດອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ. ແຫຼ່ງເອກະສານນີ້ ແມ່ນບໍ່ພຽງແຕ່ມີຄຸນຄ່າທາງດ້ານການຄົ້ນຄ້ວາປະຫວັດສາດວັດທະນະທຳສັງຄົມເທົ່ານັ້ນ, ຫາກຍັງແມ່ນເຄື່ອງມືເພື່ອຊ່ວຍພວກເຮົາຕໍ່ສູ້ທາງການເມືອງ, ພິເສດແມ່ນກ່ຽວກັບອະທິປະໄຕເຂດທະເລໝູ່ເກາະ”
ດ້ວຍລັກສະນະເປັນຈິງ, ເປັນເອກະລັກສະເພາະ, ມີພຽງແຕ່ໜຶ່ງບໍ່ມີສອງ ພ້ອມດ້ວຍຄຸນຄ່າເນື້ອໃນ ແລະ ລະດັບສົ່ງຜົນສະທ້ອນທີ່ມີຕໍ່ພາກພື້ນກໍຄືສາກົນ, ເຈົາບານສະໄໝລາດຊະວົງຫງວຽນ ໄດ້ຮັບການຕີລາຄາສູງຈາກບັນດານັກຊ່ຽວຊານຂອງ UNESCO ແລະ ໄດ້ກາຍເປັນໜຶ່ງໃນຈຳນວນ 16 ມໍລະດົກໃໝ່ໄດ້ຮັບການຮັບຮອງແມ່ນມໍລະດົກເອກະສານທີ່ຂຶ້ນກັບໂຄງການຄວາມຊົງຈຳໂລກພາກພື້ນອາຊີ - ປາຊີຟິກ ປີ 2014.