ພວກເດັກເສບເຄື່່ອງດົນຕີ 5 ຢ່າງຢູ່ວັດເຢີຍ
(ພາບ: baosoctrang)
|
ໂດຍຫ່າງຈາກນະຄອນຊອກຈັງ 3 ກິໂລແມດ ໄປທາງທິດຕາເວັນອອກສ່ຽງໃຕ້, ວັດເຢີຍ ຫຼືເອີ້ນວ່າ ວັດ ມະຫາຕູບ ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດ ຕະຍະກຳສິລະປະທີ່ໂດດເດັ່ນຂອງສາສະໜາພຸດນິກາຍນິຣະຍານ ຂະແມພາກໃຕ້. ວັດເຢີຍ ມີຄວາມເປັນເອກະລັກສະເພາະ ຍ້ອນຖືກຕັ້ງໃນບໍລິເວນກ້ວາງກ່ວາ 3 ແຮັກຕາ, ທັງແມ່ນແຫ່ງທີ່ຝູງເຈຍມາຕັ້ງຮັງຢູ່ນີ້ມາເປັນເວລາຫຼາຍປີ. ພິເສດໃນມື້ທ້າຍອາທິດ, ເມື່ອມີໂອກາດມາຢ້ຽມຢາມ ວັດເຢີຍ, ຜູ້ຄົນທັງຫຼາຍຈະໄດ້ຮັບຟັງດົນຕີປະກອບດ້ວຍສຽງ 5 ຢ່າງ ໂດຍພວກນັກຮຽນສະແດງ.
ປະຈຸບັນພວມແມ່ນຍາມພັກແລ້ງ, ດັ່ງນັ້ນ, ພວກນ້ອງນັກຮຽນໄປຫຼີ້ນດົນຕີຢູ່ ວັດເຢີຍ ໃນທຸກໆມື້ ແທນທີ່ ວັນເສົາ ແລະ ວັນທິດຄືໄລຍະພວມຮຽນ. ນັກຮຽນມີອາຍຸຫຼາຍກ່ວາໝູ່ແມ່ນ 15 ປີ, ນ້ອຍສຸດແມ່ນ 6 ປີ ພ້ອມກັນນັ່ງຂ້າງຊຸດເຄື່ອງດົນຕີ 5 ຢ່າງເພື່ອຫຼິ້ນດົນຕີດ້ວຍຄວາມເມົາມົວ. ນັກຮຽນ ໂດ້ມິນເຢືອງ ຮຽນຫ້ອງ ມ2 ໃຫ້ຮູ້ວ່າ :
“ ໃນມື້ວັນເສົາ ແລະ ວັນທິດປະຈຳອາທິດ, ພວກນ້ອງມາ ວັດເຢີຍຫຼິ້ນດົນຕີເພື່ອຮັບໃຊ້ແຂກ. ຢູ່ນີ້ກໍຍັງມີຄູສອນເສບເຄື່ອງດົນຕີ. ຢູ່ນີ້ກໍມີພວກນ້ອງນ້ອຍ 2-3 ຄົນຫາກໍມາຮຽນເສບເຄື່ອງດົນຕີ ”
ຫາກໍຮຽນເສບເຄື່ອງດົນຕີ 5 ຢ່າງໄດ້ປີດຽວເທົ່ານັ້ນ, ແຕ່ເຢືອງແມ່ນຜູ້ຫຼິ້ນດົນຕີໄດ້ດີກ່ວາໝູ່ໃນໜ່ວຍ. ເຢືອງຮູ້ຈັກວິທີເສບເຄື່ອງດົນຕີທຸກຊະນິດໃນ ຊຸດເຄື່ອງດົນ ຕີ 5 ຢ່າງ
ຊຸດເຄື່ອງດົນຕີ 5 ຢ່າງແມ່ນປະກອບດ້ວຍເຄື່ອງດົນຕີເຮັດດ້ວຍວັດຖຸ 5 ຢ່າງຄື: ໄມ້, ເຫຼັກ, ໜັງ ແລະ ໃຊ້ລົມ. ເຊັ່ນກອງ ຊາມໂຟ ທີ່ມີ 2 ດ້ານຖືກອັດດ້ວຍໜັງງົວ. ເມື່ອນຳໃຊ້, ຜູ້ເສບເຄື່ອງດົນຕີ ໃຊ້ທັງ 2 ມືຕົບໃສ່ 2 ດ້ານຂອງກອງເພື່ອໃຫ້ເກີດສຽງ. ສຳລັບເຄື່ອງດົນຕີປະເພດລະນາດ Rônek ລວມມີໄມ້ຫຼືໄມ້ໄຜ່ 26 ຕອນຖືກຕັດດ້ວຍຮູບ 4 ລ່ຽມ ແລະ ຖືກຕັດຕໍ່ເຂົ້າລຽນກັນ. ເມື່ອນຳໃຊ້, ຜູ້ເສບເຄື່ອງດົນຕີຈະໃຊ້ ໄມ້ຕີລະນາດ ພຽງ 2 ອັນເທົ່ານັ້ນ. ສ່ວນແຄນ Sro Lay ແມ່ນຊຸດແຄນຖືກເຮັດດ້ວຍໄມ້ໄຜ່, ສະເພາະທໍ່ແຄນ ແມ່ນຕ້ອງເຮັດດ້ວຍໄມ້ປະເສີດ. ສຳລັບຊຸດ Pưn Piết , ຍັງມີຊຸດຄ້ອງນ້ອຍມີຂວັນ ປະກອບດ້ວຍ 16 ອັນ ຖືກເຮັດດ້ວຍທອງແດງ. ຊຸດຄ້ອງນີ້ ຖືກຫ້ອຍລຽນກັນ ແລະ ຖືກຕັ້ງໃສ່ເຄື່ອງຄ້ຳເຮັດດ້ວຍຫວາຍຊຶ່ງມີຮູບຊີກວົງເດືອນ. ຜູ້ຕີຄ້ອງ ນັ່ງໃນວົງໂຄ້ງນັ້ນ ຈະໃຊ້ໄມ້ຕີ 2 ອັນເພື່ອເຄາະໃສ່.
ຊຸດເຄື່ອງດົນຕີ 5 ຢ່າງແມ່ນອາດຈະເວົ້າວ່າ ແມ່ນ ຊຸດເຄື່ອງດົນຕີບັນລຸລະດັບຍອດຍິ່ງດ້ານການສຽງ. ມັນບໍ່ພຽງແຕ່ສາມາດສະແດງບົດດົນຕີທຳນອງ ກລາດຊິກທີ່ຈັບໃຈເທົ່ານັ້ນ, ຫາກຍັງສາມາດສະແດງບັນດາທຳນອງດົນຕີພື້ນເມືອງ ແລະ ທັນສະໄໝອີກດ້ວຍ. ນ້ອງ ເຢືອງວັນນິງ ອາຍຸ 12 ປີ ມາຮຽນດົນຕີຢູ່ ວັດເຢີຍເວົ້າວ່າ :
“ ລູກຫາກໍມາຮຽນດົນຕີໄດ້ 2 ອາທິດ, ຮຽນເສບເຄື່ອງດົນຕີ ໄດ້ 3 ບົດ. ຮຽນຍາກຫຼາຍ. ຕອນຄ່ຳຮຽນຕອນໜຶ່ງ, ຕອນເຊົ້າມື້ຕໍ່ມາຮຽນຊ້ຳຕອນທີ່ຍັງເຫຼືອ ກໍພໍດີບົດໜຶ່ງ”
ຊຸດເຄື່ອງດົນຕີ 5 ຢ່າງ ໄດ້ຕິດພັນກັບຊີວິດປະຈຳວັນຂອງປະຊາຊົນຢ່າງສະໜິດແໜ້ນ. ທຸກຄວາມໃນໃຈ ໃນຍາມມ່ວນຊື່ນ ກໍຄືຍາມໂສກເສົ້າກໍລ້ວນແຕ່ສະແດງອອກຜ່ານສຽງດົນຕີ. ຜູ້ຫຼິ້ນເຄື່ອງດົນຕີ 5 ຢ່າງ ບໍ່ພຽງແຕ່ແມ່ນນັກເສບ ເຄື່ອງດົນຕີອາຊີບ, ເຂົາເຈົ້າລ້ວນແຕ່ແມ່ນຊາວກະສີກອນທີ່ຜູກພັນກັບວຽກໄຮ່ການນາ. ຮູບພາບພວກເດັກນັ່ງຫຼິ້ນເຄື່ອງດົນຕີ 5 ຢ່າງແບບລຽບງ່າຍນັ້ນ ໄດ້ສໍ່ສະແດງໃຫ້ເຫັນພະລັງຊີວິດອັນແຮງກ້າຂອງປະເພດສິລະປະນີ້. ນ້ອງ ໂດ້ມິນເຢືອງ ໃຫ້ຮູ້ອີກວ່າ :
“ ນ້ອງຮຽນເສບບົດດົນຕີໄດ້ກ່ວາ 50 ບົດແລ້ວ. ພວກນ້ອງສາມາດຮັບເອົາຄວາມຮູ້ດ້ານດົນຕີໄດ້ດີ ແລະ ຮຽນໄວ. ເມື່ອຮຽນເສບດົນຕີໄດ້ບົດໜຶ່ງແລ້ວ, ບົດຕໍ່ໆໄປກໍສາມາດຮຽນໄດ້ຢ່າງສະບາຍ ”
ດົນຕີ 5 ຢ່າງມີຄວາມຜູກພັນກັບຊາວເຜົ່າຂະແມໃນຍາມມ່ວນຊື່ນ ກໍຄືຍາມໂສກເສົ້າ. ນັບແຕ່ເວລາໄດ້ກຳເນີດຂຶ້ນຕະຫຼອດຮອດເວລາລ່ວງລັບໄປ, ດົນຕີ 5 ຢ່າງ ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງເຂົາເຈົ້າ. ຊາວເຜົ່າຂະແມແຕ່ລະຄົນນີ້ເອງ ລ້ວນແຕ່ມີສະຕິໄດ້ເຖິງວຽກງານທີ່ຕ້ອງເຮັດເພື່ອຮັກສາ ດົນຕີພື້ນເມືອງຊອງເຜົ່າຕົນ. ເພາະສະນັ້ນ, ບໍ່ພຽງແຕ່ຢູ່ວັດເຢີຍເທົ່ານັ້ນ, ຫາກຍັງຢູ່ວັດອື່ນໆຂອງຊາວເຜົ່າຂະແມທີ່ແຂວງຊອກຈັງ ລ້ວນແຕ່ໄດ້ສ້າງຕັ້ງສະໂມສອນດົນຕີ 5 ຢ່າງ, ແລ້ວກໍເປີດຊຸດຮຽນເສບເຄື່ອງດົນຕີໂດຍບໍ່ເສຍເງິນ. ພວກນ້ອງເຍົາວະຊົນນີ້ເອງ ກໍແມ່ນລຸ່ນຄົນສືບທອດດ້ານດົນຕີເພື່ອໃຫ້ດົນຕີ 5 ຢ່າງຂອງຊາວເຜົ່າຂະແມ ດັງກ້ອງກັງວານໃນບັນດາໝູ່ບ້ານ ເຈືອຈານເຂົ້າກັບການດຳລົງຊີວິດຍຸກທັນສະໄໝ.