(vovworld)- ສຳລັບຊາວເຜົ່າສ່ວນຫນ້ອຍຢູ່ຫວຽດນາມແລ້ວ, ເຕົາໄຟໃນແຕ່ລະຄອບຄົວມີທີ່ຕັ້ງສຳຄັນ. ເຕົາໄຟບໍ່ພຽງແຕ່ເພື່ອຄົວກິນເທົ່ານັ້ນ, ຫາກຢູ່ອ້ອມເຕົາໄຟ ຍັງມີການດຳເນີນຊີວິດດ້ານວັດທະນະທຳ, ບັນດາຮີດຄອງປະເພນີ, ການເຫລື້ອມໃສທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າສ່ວນຫນ້ອຍອີກດ້ວຍ. ແຕ່ລະເທື່ອເມື່ອມີແຂກມາຢ້ຽມຢາມ, ເຈົ້າຂອງເຮືອນຈະດັງໄຟເພື່ອສະແດງໃຫ້ເຫັນຄວາມຮັກແພງແຂກຄົນ.
ເຕົາໄຟຂອງຊາວເຜົ່າຜູ້ໄທດຳ
ພາບ:internet
|
ຢູ່ໃນແຕ່ລະຄອບຄົວຂອງຊາວເຜົ່າສ່ວນຫນ້ອຍ, ເຕົາໄຟມີທີ່ຕັ້ງສຳຄັນທີ່ສຸດໃນຊີວິດປະຈຳວັນ ກໍຄືຊີວິດດ້ານຈິດວິນຍານ. ປະຊາຊົນບັນດາເຜົ່າສ່ວນຫນ້ອຍຢູ່ເຂດພູສູງ ເຄີຍຖືວ່າ: ວັດຖຸສິ່ງຂອງທຸກຢ່າງລ້ວນແຕ່ມີວິນຍານ, ມີເຈົ້າໄຟ, ເຈົ້າເຕົາໄຟ. ເຕົາໄຟແຕ່ລະເຕົາອາດຈະຕັ້ງຢູ່ບ່ອນທີ່ແຕກຕ່າງກັນ, ແຕ່ທັງໝົດລ້ວນແຕ່ມີການກຳນົດ, ການຄະລຳທີ່ເຄັ່ງຄັດທີ່ສຸດ. ສຳລັບຊາວເຜົ່າມົ້ງຢູ່ເຂດພູສູງທາງພາກເຫນືອຫວຽດນາມ, ເຕົາໄຟ ແມ່ນ ແມ່ນການປະກົດຕົວຂອງເຈົ້າໄຟເພື່ອຮັບໃຊ້ຊີວິດປະຈຳວັນຂອງມະນຸດ, ປົກປ້ອງຊີວິດຂອງຄອບຄົວ. ທ່ານ ວີວັນອານ, ນັກຄົ້ນຄ້ວາດ້ານວັດທະນະທຳພື້ນເມືອງ ສັງກັດຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ໃຫ້ຮູ້ວ່າ:
“ບໍ່ວ່າໃນຄອບຄົວຊາວເຜົ່າມົ້ງໃດໄລຍະກ່ອນນີ້ກໍຄືປະຈຸບັນ ເລື່ອງສ້າງເຕົາໄຟໄດ້ຮັບຖືວ່າແມ່ນສິ່ງສຳຄັນທີ່ສຸດ. ພາຍຫລັງຊາວເຜົ່າມົ້ງປຸກສ້າງເຮືອນສຳເລັດແລ້ວ ຕ້ອງເຊີນຜູ້ມີປະສົບການມາສ້າງເຕົາໄຟ ແລະ ຫລັງຈາກນັ້ນຈຶ່ງເອົາໝໍ້ຂາງຄ້າງຂຶ້ນ. ຊາວເຜົ່າມົ້ງຄະລຳບໍ່ໃຫ້ຜູ້ອື່ນຢືມໝໍ້ຂາງ, ຖ້າຫາກໃຫ້ຜູ້ອື່ນຢືມຕ້ອງເອົາກ້ອນຫີນມາວາງໃສ່ໃຈກາງເຕົາໄຟ.”
ຢູ່ໃນແຕ່ລະຄອບຄົວຊາວເຜົ່າມົ້ງ ລ້ວນແຕ່ມີເຕົາໄຟສອງເຕົາ ນັ້ນແມ່ນ ເຕົາໄຟໃຫຍ່ ແລະ ເຕົາໄຟນ້ອຍ. ເຕົາໄຟໃຫຍ່ຕາມປົກກະຕິແລ້ວຈະຕັ້ງໄວ້ຢູ່ຫ້ອງໂຖງ. ນີ້ແມ່ນບ່ອນຮັກສາໄຟເພື່ອ ຝີງ ແລະ ປຸງແຕ່ງອາຫານປະຈຳວັນ. ນີ້ໄດ້ຮັບຖືວ່າ ແມ່ນບ່ອນສັກສິດທີ່ສຸດ, ແມ່ນບ່ອນບູຊາເຈົ້າຖີ່ນເຈົ້າຖານເທວະດາຟ້າແຖນແລະ ບູຊາປູ່ຍ່າຕາຍາຍ. ຜູ້ທີ່ບໍ່ຮູ້ຈັກກັນຖ້າຢາກເຂົ້າໄປໃນເຮືອນຄົວນີ້ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງເຮືອນເສຍກອ່ນ. ສ່ວນເຕົາໄຟນ້ອຍ ລວມມີ ສອງເຕົາຖືກຕັ້ງຢູ່ເບື້ອງຫລັງຫ້ອງໂຖງ. ເຕົາໄຟຫນຶ່ງແມ່ນນຳໃຊ້ເພື່ອຕົ້ມແມ່ນແມນ (menmen) ຊື່ງແມ່ນເຍື່ອງອາຫານພິເສດສະເພາະຂອງຊາວເຜົ່າມົ້ງ, ສ່ວນເຕົາໄຟໃຫຍ່ແມ່ນນຳໃຊ້ເພື່ອຕົ້ມອາຫານໃຫ້ໝູ, ຕົ້ມເຫຼົ້າເພື່ອຮັບໃຊ້ຄອບຄົວ. ຢູ່ຂອບເຂດເຮືອນຄົວນີ້ ກໍມີການຄະລຳໃດຫນຶ່ງຄື: ບໍ່ໄດ້ນັ່ງ, ເອົາຕີນຢຽບໃສ່ເຕົາໄຟ, ບໍ່ເອົາໄມ້ເຄາະໃສ່ເຕົາໄຟ ເພາະເຂົາເຈົ້າຖືວ່າ ເຮັດຄືແນວນັ້ນຈະສົ່ງຜົນສະທ້ອນເຖິງການລ້ຽງສັດ ແລະ ສັດລ້ຽງຈະຖືກເປັນໂລກລະບາດ.
ເຕົາໄຟຂອງຊາວເຜົ່າມົ້ງ
ພາບ:dantocviet
|
ສຳລັບແຕ່ລະຄອບຄົວຂອງຊາວເຜົ່າ ຂະມຸ ຢູ່ ແຂວງ ເງ້ອານແລ້ວ, ບັນດາເຕົາໄຟໃນເຮືອນຮ້ານ ກໍແມ່ນການປະກົດຕົວຂອງເຈົ້າໄຟ, ແມ່ນສັນຍາລັກຂອງການມີຊີວິດ ເຮືອນຊານຂອງຊາວເຜົ່າຂະມຸ ເຖິງວ່າຈະ ນ້ອຍຫລືໃຫຍ່ກໍຕາມ ແຕ່ແນວໃດກໍຕ້ອງມີ ເຕົາໄຟ 3 ເຕົາ. ເຕົາໄຟຢູ່ຫ້ອງທຳອິດໄດ້ນຳໃຊ້ເພື່ອປຸງແຕ່ງອາຫານປະຈຳວັນ. ເຕົາໄຟນີ້ ບໍ່ພຽງແຕ່ແມ່ນບ່ອນຄົວກິນ, ຝີງເທົ່ານັ້ນ ຫາກຍັງແມ່ນບ່ອນຕ້ອນຮັບແຂກອີກດ້ວຍ. ສ່ວນເຕົາ ທີ 2 ແມ່ນຕັ້ງຢູ້ຫ້ອງໂຖງ, ໃຈກາງຂອງຫລັງເຮືອນ. ເຕົາໄຟນີ້ໄດ້ຮັບຖືວ່າແມ່ນເຕົາໄຟບູຊາປູ່ຍ່າຕ່າຍາຍຂອງຊາວເຜົ່າຂະມຸ. ເຕົາທີ 3 ຕັ້ງຢູ່ຫ້ອງສຸດທ້າຍຂອງເຮືອນຮ້ານ ແລະ ພຽງແຕ່ນຳໃຊ້ໃນການຫນຶ້ງເຂົ້າຫນຽວເທົ່ານັ້ນ. ໃນເຮືອນຄົວ 3 ຫ້ອງນັ້ນ, ເຮືອນຄົວບູຊາແມ່ນສຳຄັນທີ່ສຸດ, ມີຄວາມໝາຍດ້ານຈິດວິນຍານໃນການດຳເນີນຊີວິດດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າ ຂະມຸ. ສິ່ງສຳຄັນໃນປີຂອງຄອບຄົວລ້ວນແຕ່ໄດ້ຮັບການຈັດຕັ້ງຢູ່ເຮືອນຄົວນີ້. ທ່ານ ວີວັນອານ, ນັກຄົ້ນຄ້ວາ ແລະ ສະສົມວັດທະນະທຳພື້ນເມືອງໃຫ້ຮູ້ວ່າ:
“ຈຸດທີ່ເປັນເອກະລັກສະເພາະໃນການເຫລື້ອມໃສທີ່ກ່ຽວຂ້ອງເຖິງເຕົາໄຟຂອງຊາວເຜົ່າຂະມຸ, ຖ້າຫາກບູຊາໃຫ້ວົງຕະກຸນ, ໃຫ້ປູ່ຍ່າຕາຍາຍແລ້ວ ຕ້ອງມີເຕົາໄຟສະເພາະຕ່າງຫາກ, ບໍ່ໄດ້ນຳໃຊ້ຮ່ວມກັນ.”
ໃນຊີວິດດ້ານຈິດວິນຍານ ແລະ ການດຳເນີນຊີວິດຂອງຊາວເຜົ່າຢູ່ເຂດໄຕງວຽນຄື: ເອເດ, ບານາ, ມະນົງ… ໄຟ ແລະ ເຕົາໄຟຍາມໃດກໍສວມບົດບາດສຳຄັນ. ເຈົ້າໄຟ ປະກົດຕົວໃນງານບຸນຕ່າງໆຂອງທຸກຄອບຄົວຄື: ງານບຸນອວຍພອນອາຍຸຍືນ, ຕ້ອນຮັບປີໃຫມ່, ບຸນອວຍພອນເຂົ້າໃຫມ່.. ໃນຊຸມມື້ຂອງງານບຸນ, ໄຟໄດ້ດັງຂຶ້ນ, ໃນທາມກາງສຽງຄ້ອງ, ສຽງກອງ, ທຸກຄົນລ້ວນແຕ່ພ້ອມກັນຟ້ອນ,ເຕັ້ນຢູ່ອ້ອມແສງໄຟ. ຢູ່ອ້ອມເຕົາໄຟໃນເຮືອນຣົງ, ເຈົ້າກົກເຈົ້າເຫຼົ່າຮ້ອງລຳທຳເພງ, ໄວຫນຸ່ມຮັບຟັງບັນດາເລື່ອງລາວຊີວິດເພື່ອຖອດຖອນບົດຮຽນ.
ສຳລັບຊາວເຜົ່າ ຮ່າຍີ່ ຢູ່ເຂດພູສູງພາກເຫນືອຫວຽດນາມ ປະຈຸບັນຍັງຄົງຮັກສາການບູຊາເຈົ້າໄຟ. ຢູ່ເຕົາໄຟໃນຫ້ອງໂຖງ, ຊາວເຜົ່າ ຮ່າຍີ່ ເຄີຍເອົາກ້ອນຫີນທີ່ສັກສິດມາວາງໃສ່, ແລະ ຖືວ່າ ການປະກົດຕົວຂອງເຈົ້າໄຟມື່ອມາເບິ່ງແຍງຊີວິດຂອງຄອບຄົວ. ເຕົາໄຟບໍ່ພຽງແຕ່ແມ່ນປຸງແຕ່ງອາຫານເທົ່ານັ້ນ ຫາກຍັງເປັນບ່ອນສະແດງກິລິຍາມາລະຍາດຂອງແມ່ຍິງອີກດ້ວຍ.ແຕ່ລະເຊົ້າ, ວຽກທຳອິດຂອງແມ່ຍິງຂອງຊາວເຜົ່າ ຮ່າຍີ່ ທີ່ຈະຕ້ອງເຮັດແມ່ນດັງໄຟຕົ້ມນ້ຳ. ການດັງໄຟນີ້ແມ່ນມີຄວາມໝາຍສະແດງໃຫ້ເຫັນການເບິ່ງແຍງດູແລໃຫ້ແກ່ຄອບຄົວ. ໃນຊຸມມື້ຕົ້ນປີໃຫມ່, ບຸນປີໃຫມ່ປະຈຳຊາດ, ວັນບຸນອື່ນ ການດັງໄຟກໍສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ເຈົ້າເຕົາໄຟ, ຕໍ່ປູ່ຍ່າຕ່າຍາຍ.
ບໍ່ພຽງແຕ່ມາປະກອບໃນເຮືອນຮ້ານເທົ່ານັ້ນ, ເຕົາໄຟຍັງແມ່ນບ່ອນເພື່ອໃຫ້ຊາວຊົນເຜົ່າຖ່າຍທອດໃຫ້ລຸ້ນຫນຸ່ມບັນດາຄຸນຄ່າດ້ານວັດທະນະທຳສະເພາະຂອງຊົນເຜົ່າຕົນອີກດ້ວຍ.