ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳພະລາດຊະວັງ ທັງລອງ

ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳພະລາດຊະວັງ ທັງລອງ - ảnh 1
ພະລາດ​ຊະ​ວັງ ທັງ​ລອງ - ຮ່າໂນ້ຍ ( ພາບ : hanoimoi.com.vn )


ຫວ່າງ​ແລ້ວ​ນີ້, ນະຄອນຫຼວງ​ຮ່າ​ໂນ້ຍ​ໄດ້​ປະກາດ​ແຜນຜັງ​ໜ້າ​ພຽງ​ເຂດ​ປູຊະນີ ຍະສະຖານ​ສູ​ນກາງ ພະລາດ​ຊະ​ວັງ ທັງ​ລອງ ຢູ່​​ເຂດ​ດິນ​ເລກ​ທີ່ 18 ຖະໜົນ​ຮ່ວາງ​ຢ້ຽວ-ຮ່າ​ໂນ້ຍ. ຈຸດໝາຍຂອງ ແຜນຜັງ ແມ່ນເພື່ອກໍ່ສ້າງເປັນສວນສາທາລະນະ​ວັດທະນະທຳ​ປະຫວັດສາດ ແນໃສ່​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ທີ່​ພົ້ນ​ເດັ່ນ​ມີ​ລັກສະນະ​ທົ່ວ​ໂລກ​ຂອງ​ເຂດ​ປູຊະນີຍະສະຖານ​ພະລາດ​ຊະ​ວັງ ທັງ​ລອງ ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ. ດ້ວຍ​ແຜນຜັງ​ດັ່ງກ່າວ, ສວນສາທາລະນະແຫ່ງນີ້ ຈະດຶງດູດ, ເຊື້ອເຊີນແຂກ ທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຮັບຊົມ, ຊອກຮູ້ບັນດາຄຸນຄ່າ ມໍລະດົກວັດທະນະທຳທີ່ປະເສີດ ເລີດລ້ຳຂອງ​ຊາດ​ຫວຽດນາມ. ​

    ກ່ອນ​ນີ້ 2 ປີ, ພະລາດ​ຊະ​ວັງ ທັງ​ລອງ - ຮ່າ​ໂນ້ຍ​ໄດ້​ຮັບ​ການ​ຮັບ​ຮູ້ຢ່າງ​ເປັນ​ທາງ​ການ​ຈາກ​ອົງການ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ. ​ເຂດສູນ​ກາງພະລາດ​ຊະ​ວັງ ທັງ​ລອງ ມີ​ບັນດາ​ຄຸນຄ່າ​ທີ່​ພົ້ນ​ເດັ່ນ​ໃນ​ທົ່ວ​ໂລກ, ​ເພາະວ່າ​ໃນ​ຫຼາຍ​ສະຕະວັດ​ຢ່າງ​ລຽນຕິດ, ​ຢູ່​ແຫ່ງ​ນີ້​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ບັນດາ​ຄຸນຄ່າ​ວັດທະ ນະທຳມະນຸດ, ສິລະ​ປະ​ແກະ​ຄວັດ​ສະຫຼັກ, ສິລະ​ປະ​ທາງ​ດ້ານ​ສະຖາປັດ​ຕະຍະ​ກຳ, ​ເຕັກ​ນິກການ​ກໍ່ສ້າງ, ການວາງ​ແຜນຜັງ​ເມືອງ ​ແລະ ສິລະ​ປະ​ສ້າງ​ທັດສະນີ​ຍະ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ. ບັນດາ​ປູ​ຊະນີຍະສະ​ຖານ ສະຖາປັດຕະຍະກຳ ພ້ອມ​ກັບ​ວັດຖຸ​ພັນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ແຫ່ງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຂອບ​ຂະໜາດຂອງພະລາດ​ຊະ​ວັງ ທັງ​ລອງ ພ້ອມ​ກັບ​ຊີວິດ​ການ​ເປັນ​ຢູ່​ພາຍ​ໃນພະລາດ​ຊະ​ວັງຂອງ​ເຈົ້າ​ຊີວິດ, ​ເສນາ​ອາມາດ, ​ເຈົ້າ​ຂຸນ​ນາງ ຜ່ານ​ບັນດາ​ໄລຍະ​ແຫ່ງ​ປະຫວັດສາດ. ບັນດາປູຊະນີຍະສະຖານ​ ພ້ອມ​ກັບ​ບັນດາ​ວັດຖຸ​ພັນ ​ໄດ້​ປະກົດ​ຂຶ້ນ​ປຽບ​ເໝືອນ​ຊຸດ​ເອກະສານ​ປະຫວັດສາດ​ນັບ​ພັນ​ປີ​ແຫ່ງ​ອະລິຍະ​ທຳ​ຂອງ ທັງ​ລອງ - ຮ່າ​ໂນ້ຍ ຊຶ່ງ​​ໄດ້​ສອ່ງ​ແສງ​ລະດັບ​ຄວາມ​ຮູ້ ​ແລະ ສີສັນ​ຊາດ​ຂອງ​ສູນ​ກາງ​ວັດທະນະທຳ​ໃຫຍ່​ກ່ວາ​ໝູ່ ​ແລະ ມີ​ມາ​ແຕ່​ດົນນານທີ່​ສຸດ​ຂອງ​ປະ​ເທດ​ຊາດ. ບັນດາ​ຄຸນຄ່າ​ທີ່​ພົ້ນ​ເດັ່ນ​ໃນທົ່ວໂລກຂອງຂອງເຂດປູຊະນີຍະສະຖານ​ໄດ້ຮັບການຢັ້ງຢືນ​ດ້ວຍ 3 ຈຸດ​ພິ​ເສດ​ທີ່​ພົ້ນເດັ່ນຄື ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ​ວັດທະນະທຳ, ລັກ​ສະ​ນະ​ຕໍ່​ເນື່ອງ​ຂອງ​ມໍລະດົກ​ດ້ວຍ​ຖານະ​ເປັນ​ສູນ​ກາງ​ສິດ​ອຳນາດ ​ແລະ ບັນດາປູຊະນີຍະສະຖານ, ວັດຖຸ​ພັນ​ທີ່​ອຸດົມສົມບູນ​ຫຼາຍ​ຮູບ​ຫຼາຍ​ສີ. ​ເລື່ອງ​ທ່ານ​ນາຍົກ​ລັດຖະມົນຕີຫວຽດນາມ ​ເຊັນ​ອະນຸມັດ ແຜນຜັງ​ໜ້າ​ພຽງ​ເຂດ​ປູຊະນີຍະສະຖານ​ພະລາດ​ຊະ​ວັງ ທັງ​ລອງ - ຮ່າ​ໂນ້ຍ​ໃນ​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ນີ້. ທ່ານ  Pham Cao Phong ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ​ໃຫ້​ຮູ້​ວ່າ :

   “ ນີ້​ແມ່ນ​ການ​ຕັດສິນ​ທີ່​ສຳຄັນ​ທີ່​ສຸດ​ເພື່ອ​ແນະນຳ​ໃຫ້ໂລກຮັບ​ຊາບ​ກ່ຽວ​ກັບ​ມໍລະດົກ, ຄວາມ​ງາມ, ມູນ​ເຊື້ອ​ປະຫວັດສາດ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ເພື່ອນ​ມິດສາ​ກົນ ​ແລະ ພ້ອມ​ກັນ​ນັ້ນ​ກໍ​ມີ​ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ການ​ສຶກສາ​ປະ​ຫວັດ​ສາດຂອງ​ຫວຽດນາມ​ໃຫ້​ແກ່​ບັນດາ​ລຸ່ນຄົນ​ໃນ​ອະນາຄົດ ”

ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳພະລາດຊະວັງ ທັງລອງ - ảnh 2
ແຂກມາຢ້ຽມຊົມຮ່ອງຮອຍບູຮານຄະດີ ຊຶ່ງຫາກໍຖືກຂຸດໃຕ້ດິນ

    ໜຶ່ງ​ໃນ​ບັນດາ​ເຂດ​ນອນ​ແຜນຜັງ​ຊຶ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ນັ້ນ​ແມ່ນ​ເຂດ​ດິນ​ສະຫງວນ​ໃຫ້​ແກ່​ວຽກ​ງານ​ຄົ້ນ​ຄ້ວາ​ບູຮານ​ຄະດີ, ພ້ອມ​ກັບ​ການ​ສ້າງ​ເຂດວາງສະ​ແດງ​​ໃຕ້​ດິນ​ນັ້ນ, ຍັງ​ມີ​ບາງ​ຮອງ​ຮອຍ​ບູຮານ​ຄະດີ​ທີ່​ສຳຄັນ​ຈະ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ອະນຸລັກ​ຮັກສາ​ດ້ວຍ​ຮູບ​ແບບ​ຕູ້​ແກ້ວ. ກິດຈະກຳ​ໃໝ່​ໃນ​ເຂດ ປູຊະນີຍະສະຖານ​ຈະ​ມີ​ລວງ​ສູງ​ບໍ່​ຮອດ 5 ​ແມດ ​ແລະ ຈະ​ຈຳກັດ​ການ​ກໍ່ສ້າງ​ບັນດາ​ກິດຈະກຳພົ້ນ​ໜ້າດິນ. ​ໃນ​ແຜນຜັງ​ຍັງ​ກໍ່ສ້າງ​ທາງ​ອຸ​ໂມງ​ໃຕ້​ດິນ​ຜ່ານ​ຖະໜົນ ຮ່ວາງ​ຢ້ຽວ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ເຂດ​ບູຮານ​ຄະດີ ​ເລກ​ທີ່ 18 ຖະໜົນ​ຮ່ວາງ​ຢ້ຽວ ກັບ​ກຳ​ແພງ​ເກົ່າ​ໃຫ້​ກາຍ​ເປັນ​ກຸ​່ມດຽວ ​ເພື່ອ​ຢັ້ງຢືນ​ບັນດາ​ຄຸນຄ່າ​ທີ່​ໂລກ​ໄດ້​ຮັບຮອງ , ນັ້ນ​ແມ່ນ​ສູນ​ກາງ​ແຫ່ງ​ສິດ​ອຳນາດ​ຜ່ານ​ຕະຫຼອດ 13 ສະຕະວັດ​ຄື​ ຈາກສະ​ໄໝ​ເຈົ້າ​ຊີວິດ Ly Thai To ຈົນ​ເຖິງ​ຍຸກ​ສະ​ໄໝ​ໂຮ່ຈິ​ມິນ. ​ເລື່ອງ​ສ້າງ​ເຂດ​ປູຊະນີ ຍະສະຖານ​ພະລາດ​ຊະ​ວັງ ທັງ​ລອງ ​ໃຫ້ກາຍເປັນສວນສາທາລະນະ ກໍ​ແມ່ນ​ແບບ​ວິທີ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຊ່ວຍ​ປະຊາຊົນ​ມາ​ຊົມ ​ແລະ ຊອກ​ຮູ້​ຢູ່​ເຂດ​ປູຊະນີ ຍະສະຖານ​ໄດ້​ຢ່າງ​ສະດວກ​ສະບາຍ​ກ່ວາ​ເກົ່າ. ທ່ານ​ສາດສະດາຈານ​ປະຫວັດ ສາດ Le Van Lan ​ໃຫ້​ຂໍ້​ສັງ​ເກດ​ວ່າ :

   “ ຈຸດ​ໜຶ່ງ​ໃນ​ແຜນຜັງ​ດັ່ງ​ກ່າ​ວ, ນັ້ນ​ແມ່ນ​ບໍ່​ມີ​ກຳ​ແພງ​ອ້ອມ​ຮອບ. ນີ້​ກໍ​ໝາຍ​ເຖິງ​ລັກສະນະ​ເປີດ​ກ້ວາງ, ສະ​ແດງ​ໃຫ້​ເຫັນ​ການ​ເຊື້ອ​ເຊີນ​ທຸກໆ​ຄົນ​ມາ​ທ່ຽວ​ຫຼິ້ນ​ຢູ່​ສວນສາທາລະນະ​​ປູຊະນີຍະສະຖານ​ ”

   ແຜນຜັງ​ດັ່ງກ່າວບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ມ່ວນຊົນ, ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທັດສະນະ ​ສຶກສາ ສາມາດ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ມໍລະດົກ, ຮ່ອງ​ຮອຍບູຮານ​ຄະດີ, ສະຖາປັດຕະຍະກຳ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ບັນດາ​ນັກວິທະຍາສາດ​ກຳ​ນົດວິທີ​ການ​ອະນຸລັກ​ຮັກສາ​ເປັນ​ຢ່າງ​ດີ​ກ່ວາ. ທ່ານ ດຣ - ນັກ​ສະຖາ​ປາ​ນິກ Dao Ngoc Nghiem ອາ​ດີດ​ຫົວໜ້າ​ພະ​ແນ​ກ ວາງ​ແຜນຜັງ​ສະຖາປັດຕະຍະກຳ ນະຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

   “ ​ໃນ​ຄັ້ງ​ນີ້, ນາ​ຍົກ​ລັດຖະມົນຕີ​ຫວຽ​ດນາມ ບໍ່​ພຽງ​ແຕ່​ເຊັນ​ອະນຸ​ມັດ ແຜນຜັງ​ໜ້າ​ພຽງ​ເທົ່າ​ນັ້ນ, ຫາກ​ຍັງ​ເຊັນ​ອະນຸມັດ​ທັງ​ບັນດາ​ການ​ກຳນົດ​ທິດ. ພິ​ເສດ​ໄດ້​ຍົກ​ອອກ​ບັນດາ​ຈຸດໝາຍ​ທີ່​ຕ້ອງການ, ຊ່ວຍ​ໃຫ້​ຮ່າ​ໂນ້ຍຍູ້​ແຮງ​ການ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ ​ແລະ ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ, ພິ​ເສດ​ແມ່ນ​ການທ່ອງທ່ຽວ,ໂຄສະນາ​ພາບ​ພົດ​ຂອງ​ຮ່າ​ໂນ້ຍ​ໃຫ້​ແກ່​ພາກ​ພື້ນ ແລະ ​ໂລກ ”

   ​ ພາຍຫຼັງ​ທີ່ໄດ້​ປະກາດ​ແຜນຜັງ​ໜ້າ​ພຽງ ​ເຂດ​ປູຊະນີຍະສະຖານ​ສູ​ນກາງ ພະລາດ​ຊະ​ວັງ ທັງ​ລອງ, ນະຄອນຮ່າ​ໂນ້ຍຍັງຈະ​ສ້າງ​ກົນ​ໄກ​ຄຸ້ມ​ຄອງ ແຜນຜັງ​ສະຖາປັດຕະຍະກຳ, ​ແຜນການ​ອະນຸລັກ​ຮັກສາ ຄຸ້ມ​ຄອງ​ການ​ລົງທຶນ​ກໍ່ສ້າງ ​ໃຫ້​ສອດ​ຄອ່ງກັບ​ບັນດາ​ເນື້ອ​ໃນ​ຂອງ​ແຜນ​ຮ່າງ​ທີ່​ໄດ້​ຮັບ​ການ​ເຊັນ​ອະນຸມັດ. ນອກຈາກ​ນັ້ນ, ທາງນະຄອນຮ່າ​ໂນ້ຍ​ຍັງ​ມີ​ແຜນການ​ຂຸດ​ຄົ້ນ​ບັນດາ​ບໍລິ​ເວັນໃຕ້ ດິນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ,ສືບ​ຕໍ່​ຄົ້ນ​ຫາ​ບັນດາ​ຄຸນຄ່າ​ຂອງ​ເຂດ​ປູຊະນີຍະສະຖານ​ ພະລາດ​ຊະ​ວັງ ທັງ​ລອງ​ໃນ​ຍຸກ​ສະ​ໄໝ​ໃໝ່​ຫຼາຍ​ກ່ວາ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ