ເສີມຂະຫຍາຍບັນດາແຫລ່ງກຳລັງດ້ານວັດທະນະທຳໃຫ້ແກ່ ການພັດທະນາແບບຍືນຍົງ

vovworld) - ວັດ​ທະ​ນະ​ທຳ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ແຫລ່ງກ​ຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ໃນ​ແງ່​ມູມ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ. ບັນ​ດາ​ບັນ​ຫາ​ຫລັກ​ແຫລ່ງ​ທີ່​ສຸດ​ຂອງ​ດ້ານ​ວັດ​ທະ​ນະ​ທຳ​ຄື: ພິ​ທີ​ການ, ການ​ເຫລື້ອມ​ໃສ, ງານ​ບຸນ, ການ​ທ່ອງ​ທ່ຽວ ຕະ​ຫລອດ​ຮອດ​ບັນ​ດາ​ລະ​ບອບ​ລະ​ບຽບ​ການວັດ​ທະ​ນະ​ທຳ​ພື້ນ​ເມືອງ ແລະ ນະ​ໂຍ​ບາຍ​ດ້ານ​ວັດ​ທ​ະ​ນະ​ທຳ ຖ້າ​​ມີ​ການປະ​ສານ​ສົມ​ທົບ​​ກັນເປັນ​ຢ່າງ​ດີ​ຈະ​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​ເຂົ້າ​ໃນ​ວິ​ວັດ​ການກໍ່​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ແຕ່​ລະ​ປະ​ເທດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ

ເສີມຂະຫຍາຍບັນດາແຫລ່ງກຳລັງດ້ານວັດທະນະທຳໃຫ້ແກ່ ການພັດທະນາແບບຍືນຍົງ - ảnh 1
ວັດ​ທະ​ນະ​ທຳ​ຄ້ອງ​ໄຕ​ງວຽນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ
ບໍ່​ມີ​ຮູບ​ຮ່າງ​ຂອງ​ຫວຽດ​ນາມ
ພາບ:vtv

        ບັນ​ດາ​ມໍ​ລະ​ດົກ​​ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ ຈາກ ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ (UNESCO) ລວມ​ມີ 3 ປະ​ເພດ​ຄື: ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ແລະ ມໍ​ລະ​ດົກ​ປະ​ສົມ​ດ້ານ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ. ໃນ​ລະ​ບົບ​ບັນ​ດາ​ນາມ​ມະ​ຍົດ​ຂອງ UNESCO, ມໍ​ລະ​ດົກ​ໂລກ​ແມ່ນ​ນາມ​ມະ​ຍົດ​ທີ່​ມີ​ຄຸນ​ຄ່າ ແລະ ​ມາ​ແຕ່​ດົນ​ນານ​ທີ່​ສຸດ. ປະ​ຈຸ​ບັນ, ຫວຽດ​ນາມ ມີ 8 ມໍ​ລະ​ດົກ​ໂລກ; 11 ມໍລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO. ​ນັບແຕ່​ປີ 1987 ເປັນ​ຕົ້ນ​ມາ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ​ຂອງ UNESCO ແລະ ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ລວມ​ຂອງ ສົນ​ທິ​ສັນ​ຍາສຳ​ລັບ​ບັນ​ດາ​ມໍ​ລະ​ດົກ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ. ທ່ານ​ນາງ Susan Vize, ຫົວ​ຫນ້າ​ຫ້ອງ​ການ​ຜູ້​ຕາງ​ຫນ້າ UNESCO ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ເລື່ອງ​ໄດ້​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ ແມ່ນ​ບາດ​ກ້າວ​ທຳ​ອິດ​​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ນັ້ນ. ຂ້າ​ພະ​ເຈົ້າ​ຖື​ວ່າ ຫວຽດ​ນາມ ມີ​ຫລາຍ​ປັດ​ໄຈ​ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ນັບ​ທັງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ, ​ເຊິ່ງ​ໄດ້ນຳ​ມາ​ໃຫ້​ຫວຽດ​ນາມ ຄວາມ​ສາ​ມາດ ແລະ ກຳ​ລັງ​ຫນູນ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ມໍ​ລະ​ດົກ​ນີ້.”

        ສາດ​ສະ​ດາ​ຈານ ເລືອງວັນ​ຮີ, ຜູ້​ອຳ​ນວຍ​ການ​ລາຍ​ການ​ປະ​ລິ​ຍາ​ໂທ ອາ​ຊີ ປາ​ຊີ​ຟີກ, ມະ​ຫາ​ວິ​ທະ​ຍາ​ໄລ Toronto ປະ​ເທດ ກາ​ນາ​ດາ, ອະ​ດີດ​ຫົວ​ຫນ້າພະ​ແນກ​ມະ​ນຸດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ Toronto ປະ​ເທດ​ກາ​ນາ​ດາ ຖື​ວ່າ: ຫວຽດ​ນາມ ຄວນ​ເປ​ີດກວ້າງວິ​ທ​ີ​ເຂົ້າ​ໃຈ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ​ສຳ​ລັບ​ການ​ພັດ​ທະ​ນາ.

        “ທັດ​ສະ​ນະ​ຂອງ UNESCO ແມ່ນ​ເຮັດ​ໃຫ້​ພວກ​ເຮົາ​​ເຫັ​ນ​ໄດ້​ວ່າ ຄວນ​ເຄົາ​ລົບ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ ແລະ ມັນ​​ໄດ້ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຜ່ານ​ບັນ​ຫາ​ການອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ. ດ້ານ​ອື່ນ, ບັນ​ດາ​ຊົນ​ເຜົ່າ ເມື່ອ​ວັດ​ທະ​ນະ​ທຳ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຖື​ເປັນ​ສຳ​ຄັນ, ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ, ຄວາມ​ນຶກ​ຄິດ, ກົກ​ເຄົ້າ​ເຫງົ້າ​ກໍ​ຈະ​ດີກວ່າ.”

ເສີມຂະຫຍາຍບັນດາແຫລ່ງກຳລັງດ້ານວັດທະນະທຳໃຫ້ແກ່ ການພັດທະນາແບບຍືນຍົງ - ảnh 2
ຖ້ຳ ຟອງ​ຍາ ແກ໋​ບາງ
ພາບ:ອິ​ນ​ເຕີ​ແນັດ


        ​ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ສາດ​ສະ​ດາ​ຈານ ເລືອງວັນ​ຮີ ​ຍັງໄດ້​ເນັ້ນ​ຫນັກ​ເປັນ​ພິ​ເສດ​ເຖິງ​ບົດ​ບາດ​ຂອງ​ປະ​ຊາ​ຄົມ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​​ບັນ​ດາ​ເຜົ່າ.

        “ບໍ່​ພຽງ​ແຕ່​ໂອ້​ລົມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາມໍ​ລະ​ດົກ, UNESCO ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ກາ​ນ​ອະ​ນຸ​ລັກ​ຮັກ​ສາ​ໃນ​ປະ​ຊາ​ຄົມ​ຫາກບໍ່​ພຽງ​ແຕ່​ໃນ​ຫໍ​ພິ​ພິ​ທະ​ພັນ. ສະ​ນັ້ນ ບົດ​ບາດ​ຂອງດ້ານ​ວັດ​ທະ​ນະ​ທຳ​ກໍ​ຄື​ປະ​ຊາ​ຄົມ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ.”

         ເມື່ອ​ສັງ​ເກດ​ຈາກ​ແງ່​ມູມ​ດ້ານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ສາດ​ສະ​ດາ​ຈານ ເລ​ຮົ່ງ​ລີ, ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ວັດ​ທ​ະ​ນະ​ທຳ​ພື້ນ​ເມືອງ ຂຶ້ນ​ກັບ​ສະ​ພາ​ມະ​ຫາ​ບັນ​ດີດ​ວິ​ທະ​ຍາ​ສາດ ຫວຽດ​ນາມ ກໍ​ຖື​ວ່າ: ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ ພວກ​ເຮົາ​ ​ພຽງ​ແຕ່ຖື​ວັດ​ທະ​ນະ​ທຳ, ງານ​ບຸນ​ແມ່ນ​ບັນ​ດາ​ຄຸ​ນ​ຄ່າ​ຄວນ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເຊີດ​ຊູ ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ເກັບ​ຮັກ​ສາ ແລະ ການໄປ​ສະ​ແດງ​ເທົ່າ​ນັ້ນ.

        “ໃນ​ບັນ​ດາ​ແຫລ່ງ​ກຳ​ລັງ​ດ້ານ​ວັດ​ທະ​ນະ​ທຳ ຫັນ​ເປັນ​ສິ​ນ​ຄ້າ. ແຕ່​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ບັນ​ດາ​ແຫລ່ງ​ກຳ​ລັງ​ດ້ານ​ວັດ​ທະ​ນະ​ທຳ​ນັ້ນ​ເປັນ​ສິນ​ຄ້າ ນັ້ນ​ແມ່ນ​ວຽກ​ງານ​​ຊື່ງບັນ​ດາ​ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງເຄີຍ​ເຮັດ ແຕ່​ພຽງ​ຂຸດ​ຄົ້ນ​ເທົ່າ​ນັ້ນ ຫາກ​ຍັງ​ບໍ່​ທັນ​ຫັນ​ເປັ​ນ​ຜະ​ລິດ​ຕະ​ພັນ​ດ້ານ​ວັດ​ທະ​ນະ​ທຳ. ສິ່ງ​ດັ່ງ​ກ່າວ​ຕ້ອງ​ມີ​ການ​​ສົມ​ທົບ​ລະ​ຫວ່າງ​ຂະ​ແຫນງ​ທ່ອງ​ທ່ຽວ ແລະ ຂະ​ແຫນງວັດ​ທະ​ນະ​ທຳ.”

        ວັດ​ທະ​ນະ​ທຳ​ແມ່ນ​ຂົງ​ເຂດ​ທີ່ກວ້າງ​ໃຫຍ່ ແລະ ຍາມ​ໃດ​ກໍ​ມີ​ທ່າ​ອ່ຽງ​ເປີດ. ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ, ປະ​ຊາ​ຄົມ​ຍາມ​ໃດ​ກໍ​ມີ​ຄວາມ​ໄຫວ​ພິບ, ຫັນ​ປ່ຽນ​ການ​ພັດ​ທະ​ນາ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ ແລະ ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຄົມ​ນັ້ນ. ຫວຽດ​ນາມ ມີ 54 ຊົນ​ເຜົ່າ ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫລາຍ​ຮູບ​ຫລາຍ​ແບບ, ມີ​ຫລາຍ​ພາ​ສາ, ມີ​ມູນ​ເຊື້ອ​ນັບ​ພັນໆ​ປີ. ການ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຄື​ດັ່ງ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ຂອງ​ໂລກ ແຕ່ບໍ່​ເຮັດ​ໃຫ້​ສີ​ສັນ​ສະ​ເພາະ ​ຖືກ​ສູນ​ເສຍ ໄປ. 


ຕອບກັບ

ຂ່າວ/ບົດ​ອື່ນ