ແບບແຜນດຳລົງຊີວິດຂອງຊາວຮ່າໂນ້ຍ

(vovworld)-  ຄອບຄົວ​ແມ່ນ​ຈຸ​ລັງ​ຂອງ​ສັງຄົມ, ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ສັງຄົມ​ຢ່າງ​ໝັ້ນຄົງ. ​ເຄົາ​ລົບນັບຖື​ອາລົມ​ຈິດ​ ​ແລະ ຮັກສາ​ແບບ​ແຜນ​ການ​ດຳລົງ​ຊີ​ວິດ​ໃນ​ຄອບຄົວ​ ແມ່ນ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ. ນັບແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຮ່າ​ໂນ້ຍຫຼາຍ​ລຸ້ນຄົນ​ໄດ້​ສ້າງ​ເປັນ​ແບບ​ແຜນການ​ດຳລົງ​ຊີວິດ, ​ແນວ​ຄວາມຄິດ, ການ​ປະພຶດ​ທີ່ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ຮ່າ​ໂນ້ຍ. ​ໃນ​ຍຸກ​ປະຈຸ​ບັນ, ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄອບຄົວ​ແມ່ນ​ສິ່ງ​ທີ່​ໜ້າ​ເຄົາລົບ.

 ແບບແຜນດຳລົງຊີວິດຂອງຊາວຮ່າໂນ້ຍ - ảnh 1
   (ພາບ: http://thanglonghanoi.gov.vn)

   ​ໂດຍ​​ດຳລົງ​ຊີວິດ​ໃນ​ເຂດ​ດິນ​ແດນ​ທີ່​​ລວບ​ລວມ​ວັດທະນະທຳທີ່​ມາ​ຈາກ​ຫຼາຍ​ແຫ່ງ, ຊາວ​ຮ່າ​ໂນ້ຍ ມີ​ໂອກາດ​ຮັບ​ເອົາ, ຄັດ​ເລືອກ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ງາມ, ​​ຄຸນ​ນະ​ທາດ, ຈິດ​ວິນ​ຍານ. ຄວາມ​ງາມ​ຂອງ​ຊາວ​ຮ່າ​ໂນ້ຍ ສະ​ແດງ​ໃຫ້​ເຫັນ​ຜ່ານ​ສຽງ​ເວົ້າອ່ອນ​ຫວານ, ນິ້ມ​ນວນ, ການ​ນຸ່ງ​ຖືສຸພາບ​ຮຽບຮ້ອຍ, ການ​ປະ​ພຶດຖະໜອມ​ຖ່ອມຕົວ, ຮັກ​ແພງ​ແຂກ​ຄົນ, ວິ​ທິຮັບ​ປະທານ​ອາຫານ​ແມ່ນສຸພາບ ​ແຕ່​ກໍ່ຊຳນານທີ່​ສຸດ….​ຕາມ​ມູນ​ເຊື້ອ​ແຕ່​ດົນ​ນານ​ມາ​ແລ້ວ, ​ແຕ່​ລະ​ຄອບຄົວ​ເຄີຍ​ມີ 3, 4 ລຸ້ນ​ດຳລົງ​ຊີວິດ​ຮ່ວມ​ກັນ​ໃນ​ເຮືອນ​ຫຼັງ​ດຽວ, ດັ່ງ​ນັ້ນ​​ແບບ​ແຜນ​ດຳລົງ​ຊີວິດຈຶ່ງ​ໄດ້​ຮັບ​ການ​ຮັກສາ​ໄວ້​ໃຫ້​ສອດຄ່ອງ​ກັບ​ແຕ່​ລະ​ຄອບຄົວ.  ແບບ​ແຜນ​ດຳລົງຊີວິດ​​ໄດ້​ປະກອບສ່ວນ​ສ້າງ​ເປັນ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາວ​ຮ່າ​ໂນ້ຍ. ບັນດາ​ຄອບຄົວ​ນັບ​ແຕ່​ຊາວ​ກະສິກອນ, ປັນຍາ​ຊົນ​ຕະຫຼອດ​ຮອດ​ນັກທຸລະກິດ​ລ້ວນ​ແຕ່​ຍົກ​ສູງ​ການ​ສຶກສາ ​ແລະ ຖືກຽດ​ສັກ​ສີ​ເປັນ​ສຳ​ຄັນອັນ​ດັບ​ໜຶ່ງ. ຮອງ​ສາດສະດາຈານ, ດຣ ຫງວຽນ​ເທື່ອ​ຮີ, ນັດ​ຄົ້ນຄ້ວາ​ປະຫວັດສາດ​ແບ່ງປັນວ່າ:

   “​​​​​​ຊາວ​ຮ່າ​ໂນ້ຍນັບຖື​ກຽດ​ສັກ​ສີ ​ແລະ ອິດທິພົນ​ຂອງ​ຕົນ​ເອງ, ຄອບຄົວ ​ແລະ ວົງ​ຕະກຸນ….​ສິ່ງ​ດັ່ງກ່າວໄດ້​ສ້າງ​​ເປັນຊື່​ສຽງຮຽງ​ນາມ​ໃຫ້ຊາວ​ຮ່າ​ໂນ້ຍ. ​ຊາວ​ຮ່າ​ໂນ້ຍ ​ບໍ່​ຖື​ເງິນ​ຄຳ​ເປັນ​ສຳຄັນ, ຫາກ​ຖືກຽດ​ເປັນສິ່ງ​ທີ່​ສຳຄັນກວ່າ. ຂ້າພະ​ເຈົ້າຖື​ວ່າ, ນັ້ນ​ແມ່ນ​ທາດ​ແທ້​ຂອງ​ຊາວ​ຮ່າ​ໂນ້ຍ, ບໍ່​ແມ່ນ​ຜູ້ຮັ່ງມີ​ຈຶ່ງ​ແມ່ນ​ຊາວ​ຮ່າ​ໂນ້ຍ, ບໍ່​ແມ່ນ​ອາ​ໃສ​ຢູ່​ຮ່າ​ໂນ້ຍ ຈຶ່ງ​ແມ່ນ​ຊາວ​ຮ່າ​ໂນ້ຍ. ຫາກ​ຊາວ​ຮ່າ​ໂນ້ຍຖື​ດ້ານ​ຈິດ​ໃຈ​​ສຳຄັນກວ່າດ້ານຊັບສິນ​ເງິນ​ຄຳ“.

ແບບແຜນດຳລົງຊີວິດຂອງຊາວຮ່າໂນ້ຍ - ảnh 2

 (ພາບ: .trithucvaphattrien.vn)

     ​ໃນ​ແຕ່​ລະຄອບຄົວ, ​ເຖິງວ່າຈະ​ແມ່ນ​ຄອບຄົວ​ຮັ່ງມີ​ຫຼື​ທຳ​ມະ​ດາ​ກໍ່​ຕ້ອງຮັກ​ສາຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​, ​ເຄົາລົບ​ຜູ້​​ເຖົ້າ​ແກ່, ການ​ຮຽກ​ຂາ​ນກັນ​ໃນ​ຄອບຄົວ​ກໍ່​ຈະ​ແຈ້ງ. ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​​ເປັນ​ລະບຽບ, ຕົວຢ່າງ​ຄື: ທີ່ນັ່ງ​ຂອງ​ແຕ່ລະຄົນອ້ອມ​ພາ​ເຂົ້າຄື​ແນວ​ໃດ, ການເຊີນກິນ​ກ່ອນຮັບ​ປະທານ​ອາຫານ​ຄື​ແນວ​ໃດ, ການ​ຈົ່ງ​ຈຽມກັນ​ໃນ​ພາ​ເຂົ້າ...​ໄດ້​ສ້າງ​ເປັນ​ຫຼັກການ “​ເຄົາລົບ​ຜູ້​ອາຍຸ​ສູງ, ຈົ່ງ​ຈຽມ​ຜູ້​ນ້ອຍ“. ປ້າ​ຫງວຽນ​ທິຕວຽດ, ຊາວ​ຖະໜົນ​ເກົ່າ​ດິງລຽດ, ຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

 “​​ການ​ດຳ​ເນີນ​ຊີວິດ​ດ້ານ​ວັດທະນະທຳທຸກ​ຢ່າງ​ລ້ວນ​ແຕ່​ສະ​ແດງ​ອອກໃນ​ພາ​ເຂົ້າຂອງ​ຄອບຄົວ, ນີ້​ແມ່ນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດນາມ, ຊາວ​ຮ່າ​ໂນ້ຍ. ຊາວ​ຫວຽດນາມ ​​ເຄີຍດຳລົງ​ຊິວິດ​​ແບບ​ຫຼາຍລຸ້ນຄົນ​ຢູ່​ຮ່ວມ​ກັນ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ກັນ“.

   ​ແບບ​ແຜນ​ດຳລົງ​ຊີວິດ​ມີການ​ປ່ຽນ​ແປງ​ຕາມ​ຍຸກ​ສະ​ໄໝ, ພ້ອມ​ກັບລະດັບ​ການ​ພັດທະນາ​ຂອງ​ນະຄອນຫຼວງ, ຕົວ​ເມືອງ​ໃຫ່ຍທີ່​ທັນ​ສະ​ໄໝ​, ຮ່າ​ໂນ້ຍ ​ໄດ້​ມີ​ການປ່ຽນ​ແປງ​​ທຸກ​ດ້ານຢ່າງ​ແຮງ, ປະຈຸ​ບັນ, ຊາວ​ຮ່າ​ໂນ້ຍ ມີ​ກິລິ​ຍາ​ທ່າ​ທາງ​ທີ່ທັນ​ສະ​ໄໝ, ມີ​ຄວາມ​ເຊື່ອ​ໝັ້ນ​ໃນການ​ປະພຶດ​. ​ໄວ​ໜຸ່ມ​ຮ່າ​ໂນ້ຍ ນຳ​ໃຊ້​ຜົນງານ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຮ່ຳຮຽນ, ດຳ​ເນີນ​ທຸລະ​ກິດ, ທຳ​ການ​ຜະລິດ​ເກັ່ງ​ທີ່​ສຸດ. “​ແບບ​ແຜນດຳລົງ​ຊີວິດ​ເກົ່າ“ ຍັງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢູ່​.ແຕ່​ສິ່ງ​ທີ່​ສັບສົນ, ລະອຽດ​ລະ​ອໍ​ໄດ້​ຫລຸດ​ລົງຫຼາຍ​ແລ້ວ, ປະ​ເພນີ, ການ​ປະພຶດ​ໃນ​ຄອບຄົວ, ກັບຍາດຕິ​ພີ່ນ້ອງ, ກັບ​ຊາວບ້ານ​ໃກ້​ເຮືອນ​ຄຽງ​ກໍ່​ງ່າຍດາຍ, ສະດວກ​ສະບາຍ​ກ່ວາ. ​ໃນ​ເມື່ອ​ກ່ອນ, ຫຼາຍ​ຄອບຄົວ​ມີ​ເຖິງ 3, 4 ລຸ້ນຄົນດຳລົງ​ຊີວິດ​ຮ່ວມ​ກັນ ​ແຕ່​ປະຈຸ​ບັນ, ເມື່ອ​ສ້າງ​ຄອບຄົວ, ພວກ​ເພື່ອນ​ໜຸ່ມ​ ​ລ້ວນ​ແຕ່​ມີ​ທ່າ​ອ່ຽງ​ແຍກ​​ໄປ​ດຳລົງ​ຊີວິດຢູ່​ຕ່າງຫາກ​ໃຫ້​ສະດວກ, ​​ເສລີ​ກ່ວາ. ​​ແຕ່ເຖິງ​ແນວ​ນັ້ນກໍ່ຕາມ, ​ເຂົາ​ເຈົ້າຍັງ​ໄດ້​ໄປມາ​ຢ້ຽມຢາມ​ຖາມ​ຂ່າວ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ພໍ່​ເຖົ້າ ​ແມ່​ເຖົ້າ, ພໍ່​ປູ່​ແມ່​ຍ່າ, ພໍ່​ແມ່​ເປັນ​ປະຈຳ. ປ້າ​ຫງວຽນ​ທີ​​ເຮີ້ຍ ຢູ່​ຖະໜົນ​ຮ່າງ​ດ່າວ ​ໃຫ້​ຮູ້​ວ່າ:

  “​ຂ້າພະ​ເຈົ້າບໍ່​​ໄດ້ຢູ່ນຳ​ລູກ​ຫຼານ, ມີ​ພຽງ​ສອງຜົວ​ເມ​ຍຢູ່​ນຳ​ກັນ​ເທົ່າ​ນັ້ນ ​ແຕ່​ລູກ​ສາວກໍ່​ຢູ່​​ໃກ້ໆ​ນີ້, ສະນັ້ນ, ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຍັງໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ເບິ່ງ​ແຍງ ​ແລະ ການຢື້​ຢາມ​ຖາມ​ຂ່າວ​ຈາກລູກຫຼານ​ຢູ່. ພາ​ເຂົ້າ​ໃນ​ຕອນ​ແລງ​ຍັງມີ 3 ລຸ້ນ​ຄົນ​ເຂົ້າຮ່ວມ​ຄື: ພວກຂ້າພະ​ເຈົ້າ, ລູກ ​ແລະ ຫຼານ. ຂ້າພະ​ເຈົ້າ​ເຫັນວ່າ​ນັ້ນ​​ແມ່ນຄວາມ​ຜາ​ສຸກ​ທີ່​ສຸດ​ແລ້ວ. ຜູ້​ເຖົ້າ​ແກ່​ຍາກ​ທີ່​ຈະ​ດຳລົງ​ຊີວິດ​ຮ່ວມ​ກັບ​ລຸ້ນໜຸ່ມ​ໄດ້, ສະນັ້ນ, ຢູ່ຕ່າງຫາກ​ແມ່ນ​ດີ​ທີ່​ສຸດ​ແຕ່​ຄວນມີພາ​ເຂົ້າຮ່ວມ​ກັນຈະ​ດີກ​ວ່າ…. “.

     ​ເຖິງ​ວ່າປະຈຸ​ບັນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງກໍ່ຕາມ​ແຕ່​​ແບບ​ແຜນການ​ດຳລົງ​ຊີວິດ ​ແລະ ວັດທະນະທຳ​​ໃນ​ຄອບຄົວຂອງ​ຊາວ​ຮ່າ​ໂນ້ຍ ​ໃນ​ເມື່ອ​ກ່ອນ ​ຍັງຄົງ​ຕົວ​ຢູ່. ​ແບບ​ແຜນ​ດຳລົງຊີວິດ​ໃນ​ຄອຍ​ຄົວ​ແມ່ນ “ຫໍພິພິຕະພັນ​ນ້ອຍ​ທີ່ຢືນຢັນ​ວ່າ ວັດທະນະທຳ​ຄອບຄົວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ຮ່າ​ໂນ້ຍ ຍັງ​ຄົງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ໄວ້“./.


ຕອບກັບ

ຂ່າວ/ບົດ​ອື່ນ