(vovworld)- ໂອເປຣາ “ລາດໍ໋” ແປວ່າໃບໄມ້ແດງ ທີ່ເຕັມໄປດ້ວຍຄວາມຮູ້ສຶກ, ຄວາມປະເອີບໃຈ, ຄວາມຮັກຕໍ່ຊີວິດ ແລະນ້ຳໃຈປະຕິວັດ. ນັ້ນແມ່ນຄວາມຮູ້ສຶກລວມຂອງຜູ້ຊົມຫລາຍຄົນພາຍຫລັງທີ່ໄດ້ຮັບຊົມລາຍການສະແດງໂອເປຣາ “ລາດໍ໋”. ນີ້ແມ່ນບົດດົນຕີລະຄອນທີ່ໂດດເດັ່ນກ່ຽວກັບຊາວຫນຸ່ມຕະລຸມບອນໃນເສັ້ນທາງສາຍພູຫລວງ ແມ່ນສົງຄາມທີ່ດຸເດືອດ ໄດ້ເຮັດໃຫ້ຜູ້ຊົມຮູ້ສຶກສະເທືອນໃຈຕໍ່ນ້ຳໃຈປະຕິວັດ ແລະ ຄວາມຮັກຕໍ່ຊີວິດ. ບົດຂຽນຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ດ້ວຍຫົວຂໍ້ວ່າ:
(ພາບອິນເຕີແນັດ)
ໂອເປຣາ “ລາດໍ໋” ແມ່ນໝາກຜົນແຫ່ງການສົມທົບກັນລະຫວ່າງນັກສິລະປິນທີ່ມີຊື່ສຽງຫລາຍຄົນ ຂຶ້ນກັບຫລາຍຮູບການສິລະປະຫວຽດນາມຄື: ນັກແຕ່ງບົດລະຄອນ ຫງວຽນທິຮົ່ງງາດ, ນັກດົນຕີ ໂດ໋ຮົ່ງກວນ, ນັກສິລະປິນປະຊາຊົນ, ຜູ້ກຳກັບການສະແດງ ແອງຕູ, ນັກສິລະປິນປະຊາຊົນ, ແຕ່ງບົດຟ້ອນ ແອງເຟືອງ… ພ້ອມກັນນັ້ນ ແມ່ນມີການເຂົ້າຮ່ວມຂອງວົງດົນຕີປະສານສຽງ ຫວຽດນາມ. ດ້ວຍການເຂົ້າຮ່ວມຂອງນັກສິລະປິນເກືອບ 150 ຄົນ ນັ້ນ, ໂອເປຣາ “ລາດໍ໋” ບໍ່ພຽງແຕ່ແມ່ນບົດດົນຕີລະຄອນທີ່ມີຂອບຂະຫນາດໃຫຍ່ເທົ່ານັ້ນ ຫາກຍັງມີຄວາມໝາຍດ້ານວັດທະນະທຳມະນຸດຕໍ່ກັບຊີວິດຍຸກປະຈຸບັນອີກດ້ວຍ. ເມື່ອຊົມໂອເປຣາ “ລາດໍ໋” ຜູ້ຊົມມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໄລຍະອັນສະຫງ່າອົງອາດຂອງຊາດຫວຽດນາມ, ເຊິ່ງອແມ່ນໄລຍະທີ່ບັນດາຊາວຫນຸ່ມຫວຽດນາມໄດ້ເດີນທາງອອກໄປສະຫນາມຮົບເພື່ອຕໍ່ສູ້ຕີສັດຕູ. ເມື່ອເວົ້າເຖິງແນວຄວາມຄິດຂອງບົດລະຄອນ “ລາດໍ໋”, ທ່ານນາງ ຫງວຽນທິຮົ່ງງາດ, ນັກແຕ່ງບົດລະຄອນ ໄດ້ແບ່ງປັນວ່າ:
“ຂ້າພະເຈົ້າມີອະນຸສອນຫລາຍຢ່າງຕໍ່ກັບ ສາຍພູຫລວງ ເພາະວ່າ ເມື່ອມີອາຍຸ 18 ປີ ພາຍຫລັງຮຽນຈົບມະຫາວິທະຍາໄລ ຂ້າພະເຈົ້າໄດ້ເດີນທາງໄປສາຍພູຫລວງເພື່ອຮັບໃຊ້ສະໜາມຮົບ. ໂດຍແມ່ນຜູ້ແຕ່ງກາບກອນ ສະນັ້ນໃນທຸກເງື່ອນໄຂ ຂ້າພະເຈົ້າລ້ວນແຕ່ຍາດເວລາເພື່ອຮັກສາໄວ້ຄວາມຮູ້ສຶກຂອງຕົນ ແລະ ເມື່ອຖືກເຊື້ອເຊີນມາເປັນຜູ້ຮັບຜິດຊອບການແຕ່ງບົດລະຄອນ, ຂ້າພະເຈົ້າກໍ່ໄດ້ນຳເອົາປະສົບການໃນໄລຍະນັ້ນມາໃຊ້ໃນການແຕ່ງບົດ. ຂ້າພະເຈົ້າໄດ້ເລືອກເຟັ້ນຮູບພາບບັນດານາງສາວຕະລຸມບອນ ແລະ ບັນດາທະຫານຊ່າງແສງ ມາເປັນຕົວລະຄອນເອກ. ເຂົາເຈົ້າເປັນຄູ່ບ່າວສາວ ທັງເຮັດວຽກ, ທັງຕໍ່ສູ້ ແລະ ໃນການດຳລົງຊີວິດນັ້ນຄູ່ບ່າວສາວເກີດມີຄວາມຮັກຕໍ່ກັນ.”
ໂອເປຣາ “ລາດໍ໋” ໄດ້ຮັບການສະແດງເປັນເວລາ 2 ຊົ່ວໂມງ ເຊິ່ງເນື້ອໃນແມ່ນເວົ້າເຖິງເລື່ອງລາວທີ່ມີຄວາມຈິງຂອງ ຊາວຫນຸ່ມຕະລຸມບອນ 8 ຄົນ ທີ່ປະຕິບັດຫນ້າທີ່ ຢູ່ສາຍພູຫລວງ. ສຳລັບເຂົາເຈົ້າແລ້ວ, ແຕ່ລະມື້ແມ່ນໄດ້ເຂົ້າຮ່ວມການເປີດເສັ້ນທາງເພື່ອລຳລຽງຂົນສົ່ງອາວຸດແລະເຄື່ອງຂອງໄປຍັງສະຫນາມຮົບ, ໄດ້ພົວພັນແລກປ່ຽນຢ່າງມີຄວາມມ່ວນຊື່ນກັບບັນດານັກຮົບຕາມເສັ້ນທາງເຄື່ອນທັບ, ໄດ້ແບ່ງປັນຄວາມໃນໃຈກ່ຽວກັບຄອບຄົວ, ນັ້ນແມ່ນສິ່ງທີ່ເຂົາເຈົ້າຮູ້ສຶກເພິງພໍໃຈແລ້ວ. ຕອນທີ່ສ້າງຄວາມຕື້ນຕັນໃຈທີ່ສຸດຕໍ່ຜູ້ຊົມ ນັ້ນແມ່ນ ໃນບັ້ນກອບກູ້ເອົາເຄື່ອງຂອງເພື່ອຫລີກລ້ຽງລູກລະເບີດ, ຊາວຫນຸ່ມຕະລຸມບອນ 8 ຄົນດັ່ງກ່າວຖືກຖົມຢູ່ໃນຖ້ຳ. ເຖິງວ່າຖືກຕິດຄ້າງໃນຖ້ຳເລິກກໍຕາມ ແຕ່ເຂົາເຈົ້າກໍ່ບໍ່ທໍ້ຖອຍ ຍາມໃດກໍສ້າງຄວາມຫວັງ ແລະ ລະດົມກຳລັງໃຈເຊິ່ງກັນ ແລະກັນຈົນເຖິງເວລານາທີສິ້ນໃຈສະຫລະຊີວິດເພື່ອຊາດ. ນັກສິລະປິນປະຊາຊົນ ຟ້າມແອງເຟືອງ, ຜູ້ອຳນວຍການໂຮງລະຄອນດົນຕີລະຄອນ ຫວຽດນາມ, ຜູ້ແຕ່ງບົດຟ້ອນ ໂອເປຣາ “ລາດໍ໋” ໃຫ້ຮູ້ວ່າ:
“ລຸ້ນຫນຸ່ມບໍ່ເຂົ້າຮ່ວມສົງຄາມ ເມື່ອໄດ້ຮັບຊົມ ໂອເປຣາ “ລາດໍ໋” ເຂົາເຈົ້າກໍມີຄວາມເຂົ້າໃຈກ່ຽວກັບຊີວິດທີ່ລຳບາກກາກກຳຂອງບັນດາຊາວຫນຸ່ມທີ່ໄດ້ເສຍກຳລັງເຫື່ອແຮງເລືອດເນື້ອຂອງຕົນຢູ່ສາຍພູຫລວງໃນເມື່ອກ່ອນ. ເຖິງວ່າ ເລື່ອງລາວໄດ້ສ່ອງແສງເຖິງຫົວເລື່ອງກ່ຽວກັບສົງຄາມ ແຕ່ໄດ້ສ້າງເປັນເລື່ອງຫນຶ່ງທີ່ສະແດງຜ່ານຮູບການສິລະປະ ໂອເປຣາ, ດ້ວຍບັນດາບົດເພງ, ຄຳທັກທາຍ ເພື່ອພັນລະນາເຖິງການຕໍ່ສູ້ທີ່ຫຍຸ້ງຍາກລຳບາກ ແຕ່ເຕັມໄປດ້ວຍຄວາມສະຫງ່າອົງອາດໃນໄລຍະສົງຄາມຢູ່ ສາຍພູຫລວງ.”
ໃນບົດລະຄອນ, ນັກດົນຕີ ໂດ໋ຮົ່ງກວນ ໄດ້ນຳໃຊ້ຈັ່ງຫວະຂັບ, ລຳ, ທຳນອງ ເພງທີ່ລື້ງເຄີຍຂອງນັກດົນຕີ ຫງວຽນຮ່ວາງຫຽບ, ຫວູຈ້ອງໂຫ້ຍ, ວັນຢູງ ປະດິດແຕ່ງກ່ຽວກັບສາຍພູຫລວງໃນໄລຍະສົງຄາມ. ນັກແຕ່ບົດລະຄອນ ຫງວຽນທິຮົ່ງງາດ ໄດ້ນຳໃຊ້ຄຳທັກທາຍ ແລະ ບົດເພງທີ່ມີລັກສະນະເປັນກາບກອນໂດຍອີງໃສ່ບັນດາບົດກາບກອນຂອງນັກກະວີ ຟ້າມຕຽນຢວດ, ຫງວຽນດີງທີ, ຜ່ານນັ້ນ ໄດ້ສ້າງຄວາມດູດດື່ມໃຫ້ແກ່ ໂອເປຣາ “ລາດໍ໋” ແລະ ຍິ່ງສ້າງຄວາມປະທັບໃຈຕໍ່ຜູ້ຊົມກວ່າອີກ.
(ພາບອິນເຕີແນັດ)
ເມື່ອໄດ້ຮັບຊົມ ໂອເປຣາ “ລາດໍ໋”, ຜູ້ຊົມມີຄວາມຮູ້ສຶກໄດ້ວ່າ ບົດລະຄອນນີ້ ທັງມີສີສັນຊາດ, ທັງມີລັກສະນະສິລະປະທັນສະໄຫມ. ໃນວິວັດການແຕ່ງບົດລະຄອນ, ນັກແຕ່ງບົດລະຄອນ ຫງວຽນທິຮົ່ງງາດ ໄດ້ນຳໃຊ້ບັນດາປັດໄຈທີ່ເປັນເອກະລັກສະເພາະຂອງຂັບແຈ່ວ, ຊື່ງແມ່ນຮູບການສິລະປະພື້ນເມືອງຂອງຫວຽດນາມ.
ສຽງປະກອບ
ຈຸດພິເສດຂອງ ໂອເປຣາ “ລາດໍ໋” ນັ້ນແມ່ນ ບັນດານັກສະແດງຕ້ອງຮ້ອງເພງໂດຍກົງ, ບໍ່ນຳໃຊ້ micro. ການແຕ່ງເລື່ອງລາວດ້ວຍເນື້ອຄວາມທີ່ມີຄວາມສະເທືອນໃຈ, ຄວາມສະຫງ່າອົງອາດຂອງຊາດໃນໄລຍະທີ່ຫຍຸ້ງຍາກລຳບາກ. ທ່ານນາງ ຟ້າມແອງເຟືອງ, ນັກແຕ່ງບົດຟ້ອນ ໃຫ້ຮູ້ຕື່ມອີກວ່າ:
“ນັກດົນຕີ ໂດຮົ່ງກວນ ໄດ້ເລືອກເຟັ້ນບັນດາທຳນອງເພງ, ສຽງດົນຕີ ມີຄວາມໃກ້ຊິດສະຫນິດສະຫນົມຄື: ບົດເພງ “ລາດໍ໋” ຫລື ບົດເພງ “ເຄື່ອນທັບບົນເສັ້ນທາງໃນສາຍພູຫລວງ” ນອກນັ້ນ ຍັງມີບາງຕອນແມ່ນເພງພື້ນເມືອງທີ່ຈັບອົກຈັບໃຈທີ່ສຸດ. ໃນບົດດົນຕີນັ້ນ ບັນດາປັດໄຈດົນຕີພື້ນເມືອງໄດ້ຫັນມາເປັນດົນຕີ ຄລາຊິກ ມີການປະສົມປະສານນຳກັນເພື່ອສ້າງເປັນບົດດົນຕີລະຄອນ.”
ບັນດາຮູບໃບໄມ້ແດງພ້ອມກັບທຳນອງເພງ, ສຽງດົນຕີມ່ວນອ່ອນຊອນ, ການກະທຳຂອງຕົວລະຄອນ ຕະຫລອດຮອດບົດເພງ ກ່ຽວກັບສາຍພູຫລວງ ໄດ້ເຮັດໃຫ້ຜູ້ຊົມຮູ້ສຶກຕື້ນຕັນໃຈທີ່ສຸດ. ພິເສດ ແມ່ນຮູບພາບບັນດາຊາວຫນຸ່ມຕະລຸມບອນໃນສາຍພູຫລວງແຫ່ງເທບນິຍາຍ, ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກລຳບາກກໍຕາມ ແຕ່ພວກເອື້ອຍ ຍັງປຽບເໝືອນບັນດາໃບໄມ້ແດງ, ອຸທິດສ່ວນຕະຫລອດຊີວິດໄວໜຸ່ມຂອງຕົນໃຫ້ແກ່ປະເທດຊາດ.