ໂຮງລະຄອນຫວຽດນາມສ້າງບົດລະຄອນໃຫມ່ໃຫ້ແກ່ ເລື່ອງກຽວ


(vovworld)-  “ເລື່ອງ​ກຽວ” ຊື່ງ​ແມ່ນ​ບົດ​ປະ​ພັນ​​ທີ່ໂດດ​ເດັ່ນ​ຂອງ​ທ່ານ ຫງວຽນ​ຢູ ຊື່ງ​ແມ່ນນັກ​ກະ​ວີ​ຜູ້​ຍິ່ງ​ໃຫ​ຍ່​ຂອງ​ຊາດ, ນັກ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ (1765 – 1820) ໄດ້​ສ້າງ​ຄວາມ​ສະ​ອ່ອນ​ໃຈ​ໃຫ້​ນັກ​ແຕ່ງ​ລະ​ຄອນ​ເວ​ທີຫລາຍ​ປະ​ເພດ. ເລື່ອງ​ໂຮງ​ລະ​ຄອນ​ຫວຽດ​ນາມ ມີ​ແນວ​ຄວາມ​ຄິດ​ສ້າງ ບົດ​ລະ​ຄອນ “ກຽວ” ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ນິ​ຍົມ​ລະ​ຄອນ​ເວ​ທີ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ​ພາຍ​ຫລັງສະ​ແດງ​​ທົດ​ລອງ 7 ຄັ້ງ, ​ມີຜູ້​​ຊົມ​ເຕັມໂຮງ​ລະ​ຄອນ, ເປັນ​ສິ່ງ​ທີ່ບໍ່​ເຄີຍ​ມີ​ມາ​ຂອງ​ລະ​ຄອນ​ເວ​ທີ. ບົດ​ຂຽນ​ຂອງ​ນັກ​ຂ່າວ ງອກ​ງ່າ ທີ່​ມີ​ຫົວ​ຂໍ້​ວ່າ: ໂຮງ​ລະ​ຄອນຫວຽດ​ນາມ​ສ້າງ​ບົດ​ລະ​ຄອນ​ໃຫມ່​ໃຫ້​ແກ່​ ເລື່ອງ​ກຽວ.

ໂຮງລະຄອນຫວຽດນາມສ້າງບົດລະຄອນໃຫມ່ໃຫ້ແກ່ ເລື່ອງກຽວ - ảnh 1
ບົດ​ລະ​ຄອນ “ກຽວ” ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ນິ​ຍົມ​ລະ​ຄອນ​ເວ​ທີ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ

ເລື່ອງ​ກຽວ ເຄີຍ​ນຳ​ມາ​ສະ​ແດງ​ບົນ​ເວ​ທ​ີ ດ້ວຍ​ຫລາຍ​ປະ​ເພດ​ສິ​ລະ​ປະ​ຄື: ຂັບ​ກ໋າຍ​ເລືອງ, ຂັບ​ແຈ່ວ, ລະ​ຄອນ… ຫລື operaໃນ​ບົດ​ລະ​ຄອນ​ຂອງ​ນັກ​ດົນ​ຕີ ຫງວຽ​ນ​ທ້ຽນ​ດ້າວ. ເລື່ອງ​ໂຮງ​ລະ​ຄອນ​ຫວຽດ​ນາມ ສ້າງ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ ເລື່ອງ​ກຽວ ເປັນ​ບົດ​ລະ​ຄອນ​ທີ່​ມີ​ຫົວ​ຂໍ້​ວ່າ “ກຽວ” ຕາມ​ວິ​ທີ​ສະ​ແດງໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ກັບ​ການ​ຂັບ​ລ​ຳ ແລະ ວາດຟ້ອນ ໄດ້​ນຳ​ມາ​ເຊິ່ງ​ສິ່ງ​ທີ່​ໃຫມ່​ອ່ຽມ ມີ​ຊີ​ວິດ​ຊີ​ວາ ແລະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຊົມ. ທ່ານ ໂງກວາງ​ນັງ​, ຜູ້​ມາ​ຊົມ​ບົດ​ລະ​ຄອນ “ກຽວ” ຕີ​ລາ​ຄາ​ວ່າ:

“ເມື່ອ​ໄດ້​ຊົມ​ບົດ​ລະ​ຄອນ ກຽວ ໃນ​ມື້ນີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ, ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງ​ຊາ​ວ ຫວຽດ​ນາມ ດ້ວຍ​ວັດ​ທະ​ນະ​ທຳ​ມະ​ນຸດ, ອົງ​ອາດ​ກ້າ​ແກ່ນ. ພວກ​ເຮົາ​ມ​ີ​ພື້ນ​ຖານ​ວັດ​ທ​ະ​ນະ​ທຳ​ເລິກ​ເຊິ່ງ ຊື່ງ​ໃນ​ນັ້ນ ກຽວ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ບົດ​ປະ​ພັນ​ໂດດ​ເດັ່ນ.”

        ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ລານ​ເຮືອງ ຊື່ງ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ​ກັບ​​ລະ​ຄອນ​ເວ​ທີມາ​ເປັນ​ເວ​ລາ​ຫລາຍ​ປີ ແລະ ຍາມ​ໃດ​ກໍ​ເປັນ​ຫ່ວງ​ຢາກ​ຊອກ​ຫາ​ທິດ​ທາງ​ໃຫມ່​ໃຫ້​ແກ່ເລື່ອງ​ກຽວ. ໃນ​ຄັ້ງ​ນີ້ ນັກ​ສິ​ລ​ະ​ປິນ​ປະ​ຊາ​ຊົນ ລານ​ເຮືອງ ສວມ​ເປັນ​ຕົວ​ລະ​ຄອນ​ເປັນ​ເມຍ​ຂອງ​ຜູ້​ຂາຍ​ເສັ້ນ​ຝ້າຍ​ໃນ​ບົດ​ລະ​ຄອນ. ນັກ​ສິ​ລະ​ປິນ ລານ​ເຮືອງ ໃຫ້​ຮູ້​ວ່າ:

        “ຊາວ ຫວຽດ​ນາມ ສ່ວນ​ຫລາຍ​ແມ່ນ ຮູ້ຈັກ​ເຖິງ​ເລື່ອງ​ກຽວ  ແລະ ມີ ບັນ​ດາຕົວ​ລະ​ຄອນ​ ​ໃນ​ເລື່ອງ​ກຽວ ໄດ້​​​ກາຍ​ເປັນ​ຕົວ​ລະ​ຄອ​ນ​ພົ້ນ​ເດັ່ນ ຄ​ື: ເສີ​ແຄງ, ຕູ​ບາ, ທຸກ​ຊີງ, ຮ້​ວານ​ທື. ຜູ້​ກຳ​ກັບ​ການ​ສະ​ແດງ ແລະ ນັກ​ແຕ່​ບົດ​ລະ​ຄອນ​ຢາກ​ສ້າງ​ບົດ​ລະ​ຄອນ​ທີ່​ໃຫມ່​ອ່ຽມ​ເພື່ອ​ໃຫ້​ຜູ້​ຊົມ​ທຸກ​ຄົນ​ຮູ້​ສຶກໄດ້ວ່າບໍ່​ແມ່ນ​​ການເລົ່າ​​ເລື່ອງ​​ໃດ​ຫ​ນຶ່ງ​ເທົ່າ​ນັ້ນ ຫາກ​ນຳ​ໃຊ້​ເລື່ອງ​ລາວ​ນັ້ນ​ເພື່ອ​ສ່ອງ​ແສງ​ເຖິງ​ສິ່ງ​ຫ​ນຶ່ງ.”

ໂຮງລະຄອນຫວຽດນາມສ້າງບົດລະຄອນໃຫມ່ໃຫ້ແກ່ ເລື່ອງກຽວ - ảnh 2
ບົດ​ລະ​ຄອນ “ກຽວ” ໄດ້​ຮັບ​ການ​ສ້າງ​ຂຶ້ນ ດ້ວຍ​ຫລາຍ​ຮູບ​ການ​ສິ​ລະ​ປະ
​ທີ່​ໃຫມ່​ອ່ຽມ

ບົດ​ລະ​ຄອນ “ກຽວ” ໄດ້​ຮັບ​ການ​ສ້າງ​ຂຶ້ນ ດ້ວຍ​ຫລາຍ​ຮູບ​ການ​ສິ​ລະ​ປະ​ທີ່​ໃຫມ່​ອ່ຽມ. ບົດ​ລະ​ຄອນ ແມ່ນ​ບົດ​ເພງ​ຍ້ອງ​ບໍ​ສິ່ງ​ທີ່​ດີ​ງາມ, ບໍ່​ພຽງ​ແຕ່​ຄວາມ​ງາມ​ແບບຮູບ​ການ​ເທົ່າ​ນັ້ນ ແມ່ນ​ຄວາມ​ງາມ​ຂອງ​ຄວາມ​ເກັ່ງ​ກ້າ, ຄວາມ​ງາມ​ດ້ານ​ຈິດ​ໃຈ, ບໍ​ລິ​ສຸດ​ຜຸດ​ຜ່ອງ, ອົງ​ອາດ​ກ້າ​ແກ່ນ… ອີກ​ດ້ວຍ. ມີ​ຫລາຍ​ຄົນ​ເຄີຍ​ຖື ຮູບ​ພາບ​ຕົວ​ລະ​ຄອນ ທູຍ​ກຽວ ແມ່ນ​ແບບ​ຢ່າງ​ຂອງ​ແມ່​ຍິງ ອາ​ຊີ​ຕາ​ເວັນ​ອອກ ແມ່ນ​ຜູ້​ທີ່​ດ້ອຍ​ໂອ​ກາດ,  ອົດ​ທົນກັບ​ຊາ​ຕະ​ກຳ​ໃນ​ສັງ​ຄົມ​ສັກ​ດີ​ນາ. ໃນ​ບົດ​ລະ​ຄອນ “ກຽວ”ຂອງ​ໂຮງ​ລະ​ຄອນ​ຫວຽດ​ນາມ, ນັກ​ສິ​ລະ​ປິນ ຢຽມ​ເຮືອງ ສວມ​ເປັນ​ຕົວ​ລະ​ຄອນ ທູຍ​ກຽວ ໄດ້​ສະ​ແດງ​ໃຫ້​ເຫັນ​ຕົວ​ລະ​ຄອນ​ກຽວ​ຂອງ​ຍຸກ​ປະ​ຈຸ​ບັນ. ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຢຽມ​ເຮືອງ ແບ່ງ​ປັນ​ວ່າ:

        “ເມື່ອ​ຊົມ​ບົດ​ລະ​ຄອນ ກຽວ, ຜູ້​ຊົມ​ທຸກ​ຄົນ​ຈະ​ຮູ້​ສຶກ​ຕົກ​ສະ​ເຫງີ້ ເພາະ​ນາງ​ກຽວ​ໃນ​ບົດ​ລະ​ຄອນນີ້​ຈະ​ແຕກ​ຕ່າງ​ກັບ​ສິ່ງ​ທີ່​ທຸກ​ຄົນ​ນຶກ​ຄິດ, ບໍ່​ແມ່ນ​ນາງ​ສາວ​​ພຽງ​ແຕ່ມີ​ຄວາມ​ອົດ​ທົນ​ກັບ​ຊາ​ຕະ​ກຳ ແລະ ບໍ່​ຮູ້​ຈັກ​ເຖິງ​ການ​ຕໍ່​ສູ້ເທົ່າ​ນັ້ນ ຫາກ​ແມ່ນ​ນາງ​ສາວ​ທີ່​ແຮງ​ກ້າ, ​ຮູ້​ຈັກ​ການຕໍ່​ສູ້ ແຕ່​ຍັງ​ຄົງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຈັບ​ປວດ. ນີ້​ແມ່ນ​ນາງ​ກຽວ​ທີ່​ແຕກ​ຕ່າງ​ເມື່ອ​ທຽບ​ໃສ່​ນາງ​ກຽວ​ຊື່ງ​ທຸກ​ຄົນ​ເຄີຍ​ນຶກ​ຄິດ.”

        ​ໃນ​ບົດ​ລະ​ຄອນ “ກຽວ” ນີ້, ບັນ​ດາ​ນັກ​ສິ​ລະ​ປິນບໍ່​ນຸ່ງ​ຊຸດ​ອາ​ພອນ​ຂອງ​ແມ່​ຍິງ​ຫວຽດ​ນາມໃນ​ເມື່ອ​ກ່ອນ ຄ​ື​ຖື​ກຸບ, ນຸ່ງ​ຊຸດ​ເສື້ອ 4 ປ່ຽງ ເທົ່າ​ນັ້ນ ຫາກ​ຜູ້​ກຳ​ກັບ​ການ​ສະ​ແດງ​ໄດ້​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ນຳ​ເອົາ​ບັນ​ດາ​ວາດ​ຟ້ອນ​ພື້ນ​ເມືອງຂອງ​ຊາວ​ຫວຽດ​ນາມ ຄື​​ຟ້ອນ ບາຍ​ບົງ, ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ຜ່ານ​ຊຸດ​ອາ​ພອນ. ​ບົນເວ​ທີ​ສະ​ແດງ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​​ງ​າ​ມຕາ ​ດ້ວຍຮູບ​ພາບດອກ​ບົວເປັນ​ສ່ວນ​ໃຫ​ຍ່. ບັນ​ດາ​ຄຳ​ກາບກອນ​ໃນ​ເລື່ອງ​ກຽວ​ຊຶ່ງ​ໄດ້​ຝັງ​ເລິກ​ໃນ​ໃຈ​ຂອງ​ຊາ​ວ​ຫວຽດ​ນາມແຕ່​ດົນ​ນານ​ແລ້ວ​ໄດ້​ສະ​ແດງ​ອອກ​ຜ່ານ​ສຽງ​ຂັບ​ລຳ​. ນັກ​ສິ​ລະ​ປິນ, ຜູ້​ກຳ​ກັບ​ການ​ສະ​ແດງ ແອງ​ຕູ ແບ່ງ​ປັນ​ວ່າ:

        “ແນວ​ຄວາມ​ຄິດ​ສ້າງ​ບົດ​ລະ​ຄອນ ກຽວ​ຄັ້ງ​ນີ້ ຂອງ​ໂຮງ​ລະ​ຄອນ​ຫວຽດ​ນາມ ນັ້ນ​ແມ່ນ ຕ້ອງ​ຮັກ​ສາ​ເນື້ອ​ໃນ, ຄຸນ​ລັກ​ສະ​ນະ​ຂອງ​ຕົວ​ລະ​ຄອນ ກຽວຄື​ໄດ້​ພັນ​ລະ​ນາ​ໃນ​ເລື່ອງ​ກຽວ​ຂອງ ​ນັກ​ກະ​ວີ ຫງວຽນ​ຢູ, ໃນ​ນັ້ນ ​ລັກ​ສ​ະ​ນະ​ຄາດ​ຄະ​ເນ​ໃນ​ເລື່ອງ​ກຽວແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ. ເມ​ື່ອ​ຖື​ ​ເງິນ​ຄຳ ແລະ ສິດ​ອຳ​ນາດ​​ເປັນ​ຕົ້ນ​ຕໍ ມັນ​ຈະເຮັດ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ປ່ຽນ​ແປງ​ໄປ​ນຳ, ໃນ​ນັ້ນມີ​ຄຸນ​ຄ່າ​ດ້ານ​ຄຸນ​ສົມ​ບັດ​ອັນ​ດີ​ງາມ​.”

        ນັກ​ສິ​ລະ​ປິນ, ຜູ້​ກຳ​ກັບ​ການ​ສະ​ແດງ ແອງ​ຕູ ບໍ່​ແນະ​ນຳເລື່ອງ​ກຽວ ​ດ້ວຍ​ຄວາມບໍ່​ຍຸ​ຕິ​ທຳ, ໂຫດ​ຮ້າຍ​ສາ​ມານ ຫລື​ຄວາມ​ເຈັບ​ປວດເທົ່າ​ນັ້ນ ຫາກ​​ລົງ​ເລິກ ​ ຄວາມ​ງາມ, ຄວາມ​ສັດ​ຊື່​ໃນ​ແຕ່​ລະຕົວ​ລະ​ຄອນ. ເພື່ອ​ໃຫ້​ບົດ​ລະ​ຄອນ​ມີ​ຄຸນ​ຄ່າ​ວັດ​ທ​ະ​ນະ​ທຳ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ, ຜູ້​ກຳ​ກັບ​ການ​ສະ​ແດງ​ໄດ້​ນຳ​ເອົາ​ຮູບ​ພາບ​ຕົວ​ລະ​ຄອນ​ອື່ນ​ຄື ເມຍ​ຂອງ​ຜູ້​ຂາຍ​ເສັ້ນ​ຝ້າຍ​ເຂົ້າ​ໃນ​ບົດ​ລະ​ຄອນ​ຕື່ມ​ອີກ ເພື່ອ​ເຮັດ​ໃຫ້​ບົດ​ລະ​ຄອນ​ມີ​ຊີ​ວິດ​ຊີ​ວາກວ່າ.

ດ້ວຍ​ການ​ຊອກ​ຫາ, ການ​ປະ​ຕິ​ບັດ​ທົ​ດ​ລອງ​ຂອງ​ຕົນ, ບັນ​ດາ​ນັກ​ສິ​ລະ​ປິນ​ຂອງ​ໂຮງ​ລະ​ຄອນ​ຫວຽດ​ນາມ ໄດ້​ສ້າງ​ຊີ​ວິດ​ຂອງ ນາງ​ກຽວ ​ດ້ວຍ​ຮ​ູບ​ການ​ສິ​ລະ​ປະ​ທີ່​ໃຫມ່​ອ່ຽມ​ສ້າງ​ຄວາມ​ປະ​ທັບ​ໃຈ, ພ້ອມ​ທັງ​ປະ​ກອບ​ສ່ວນບົດ​ລະ​ຄອນ​ຍຸກ​ປະ​ຈຸ​ບັນ​ທີ່​ເປັ​ນ​ເອ​ກະ​ລັກ​ສະ​ເພາະ ​ເຂົ້າ​ໃນ​ພື້ນ​ຖານ​​ລະ​ຄອນເວ​ທີ​ ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ