ໄວໜຸ່ມ ຫວຽດນາມ ກັບສິລະປະພື້ນເມືອງ

(VOVWORLD) -ເມື່ອບໍ່ດົນມານີ້, ມີການເຄື່ອນໄຫວຫຼາຍຢ່າງ  ເພື່ອແນະນຳ ແລະ ນຳບັນດາປະເພດສິລະປະພື້ນເມືອງ ມາສູ່ມວນຊົນໄດ້ຮັບການປະຕິບັດ ຍ້ອນວ່າບັນດາເພື່ອນໜຸ່ມມີຄວາມກະຕືລືລົ້ນ ແລະ ສຸດຈິດສຸດໃຈ. ອາດຈະເວົ້າໄດ້ວ່າໄວໜຸ່ມຫຼາຍຄົນ ບໍ່ປິ່ນຫຼັງກັບປະເພດສິລະປະພື້ນເມືອງນີ້. ສຳລັບເຂົາເຈົ້າແລ້ວ ສິລະປະພື້ນເມືອງ ຍັງຄົງປຽບເໝືອນແປວໄຟພວມຄ່ອຍໆລຸກໄໝ້ ແລະ ຖ້າຫາກວ່າໄດ້ຮັບການປຸກລຸກ ກໍ່ຈະພັດທະນາຢ່າງບໍ່ຢຸດຢັ້ງ ແລະ ແຜ່ຂະຫຍາຍໃນວົງຄະນະຍາດ
ໄວໜຸ່ມ ຫວຽດນາມ ກັບສິລະປະພື້ນເມືອງ - ảnh 1ພາບປະກອບ 

    ໃນໄລຍະທີ່ຜ່ານມາ ບັນດາໂຄງການວົງຄະນາຍາດ ບໍ່ເພື່ອຜົນກຳໄລຂອງບັນດາເພື່ອນໜຸ່ມ ທີ່ນິຍົມຊົມຊອບສິລະປະພື້ນເມືອງ ໄດ້ຖືກດຳເນີນຢ່າງຟົດຟື້ນ. ອາດຈະເວົ້າເຖິງບາງໂຄງການທີ່ພົ້ນເດັ່ນຄື: “ແຕ້ມກ່ຽວກັບຂັບໂບ້ຍ”, ການສະແດງຊຸດອາພອນພະລາດຊະວັງ… ໄດ້ຮັບການປະຕິບັດໂດຍໄວໜຸ່ມ ເປັນຜູ້ປະຕິບັດ. ຍ້ອນຄວາມສະດຸ້ງໃຈຕໍ່ສິ່ງທີ່ຍອດຍິ່ງ ທາງດ້ານວັດທະນະທຳຂອງຊາດ, ບັນດາໄວໜຸ່ມໄດ້ປະດິດຄິດແຕ່ງຫຼາຍບົດປະພັນໃໝ່ ເພື່ອນຳສິລະປະພື້ນເມືອງຍັບເຂົ້າໃກ້ກັບມວນຊົນ ແຕ່ຍັງຄົງສາມາດຮັກສາສີສັນທີ່ໄດ້ມີມາ. ນອກຈາກນັ້ນກໍ່ຍັງມີບັນດາກຸ່ມສະໂມສອນແນະນຳແລກປ່ຽນ ແລະ ຜະລິດຟີມຮູບເງົາ, ບົດລະຄອນກ່ຽວກັບເລື່ອງລາວຕ່າງໆ, ວັດທະນະທຳ, ບັນດາພິທີກຳ ອັນໄດ້ປະກອບສ່ວນນຳວັດທະນະທຳປະຫວັດສາດ ສິລະປະພື້ນເມືອງຫຍັບເຂົ້າໃກ້ກັບໄວໜຸ່ມ. ສິລະປິນດີເລີດ ແທັ່ງລົກ ໃຫ້ຂໍ້ສັງເກດວ່າ:

    “ມີເພື່ອນໜຸ່ມພາກສ່ວນໜຶ່ງນັບມື້ນັບມີຄວາມຫວັງ ຢາກຊອກຮູ້ບັນດາຄຸນຄ່າອັນຖືກຕ້ອງ, ຄຸນຄ່າເຄົ້າເດີມຂອງສິລະປະພື້ນເມືອງຂອງຊາດ ແລະ ສິ່ງນີ້ກໍ່ເປັນໜ້າຖະຫນຸຖະໜອມ. ຂ້າພະເຈົ້າຖືກພວກນ້ອງເຊື້ອເຊີນເຂົ້າຮ່ວມໂຄງການ, ຂ້າພະເຈົ້າຮູ້ສຶກເປັນກຽດ. ພວກນ້ອງກໍ່ໄດ້ຊອກຮູ້ ແລະ ປະດິດຄິດສ້າງຫຼາຍກວ່າເຮົາເອງ ແລະ ນີ້ກໍ່ແມ່ນສິ່ງທີ່ໜ້າພາກພູມໃຈ”.

   ປັດຈຸບັນ ບັນດາປະເພດສິລະປະພື້ນເມືອງ ພວມໄດ້ຮັບຜົນກະທົບໃຫຍ່ຫຼວງ ຍ້ອນກົນໄກການຕະຫຼາດ ພ້ອມກັບການແຊກຊຶມຂອງວັດທະນະທທຳພາຍນອກ, ເພື່ອດຶງດູດໄວໜຸ່ມມາກັບສິລະປະພື້ນເມືອງ ກໍ່ແມ່ນສິ່ງທີ່ບໍ່ງ່າຍດາຍແຕ່ຢ່າງໃດ. ແຕ່ໃນສະພາບຕົວຈິງ ນັບມື້ນັບມີເພື່ອນໜຸ່ມຫຼາຍຄົນ ໄດ້ມີຄວາມນິຍົມປະເພດສິລະປະນີ້.  ນັກສະແດງໜຸ່ມ ເຈິ່ນທິກີມແອັງ ສັງກັດໂຮງລະຄອນຕ່ວງ ຫງວຽນຮ່ຽນຢິ໊ງ ນະຄອນດ່າໜັງ  ເວົ້າວ່າ:

   “ທຳອິດນ້ອງກໍ່ຍັງບໍ່ທັນໄດ້ເຂົ້າໃຈ ຂັບຕ່ວງແມ່ນຫຍັງ, ແຕ່ເມື່ອໄດ້ຮຽນ ແລະ ເຂົ້າຮ່ວມການສະແດງ, ນ້ອງກໍ່ຄ່ອຍໆມີຄວາມເຂົ້າໃຈ ແລະ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງນ້ອງເທື່ອລະກ້າວ. ຈາກນັ້ນນ້ອງກໍ່ມີຄວາມເມົາມົວ ແລະ ມີຄວາມນິຍົມຕໍ່ປະເພດສິລະປະພື້ນເມືອງນີ້.”

 ທ່ານ ເຈິ່ງັອກຕ໊ວນ ຜູ້ອຳນວຍການໂຮງລະຄອນຕ່ວງ ຫງວຽນຮ່ຽນຢິ໊ງ ແບ່ງປັນວ່າ ດ້ວຍຈຳນວນນັກສະແດງ ນັກສິລະປິນ ນັກເສບດົນຕີກວ່າ 40 ຄົນຂອງໂຮງລະຄອນ, ໃນນັ້ນມີເຄິ່ງໜຶ່ງ ແມ່ນນັກສິລະປິນໜຸ່ມ. ພ້ອມກັບການສົມທົບກັບບັນດາໂຮງຮຽນຢ່າງເປັນປະຈຳ ເພື່ອນຳສິລະປະຂັບຕ່ວງ ເຂົ້າໃນການສິດສອນໃຫ້ແກ່ນັກຮຽນນັ້ນ, ໂຮງລະຄອນຍັງຜັນຂະຫຍາຍບັນດາໂຄງການນຳສິລະປະຂັບຕ່ວງ ລົງເລິກເຂົ້າສູ່ທ້ອງຖະໜົນ, ສ້າງການພົວພັນແລກປ່ຽນຢ່າງໃກ້ສິດ ລະຫວ່າງນັກສິລະປິນໜຸ່ມ ກັບຜູ້ຊົມ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ເຈິ່ນງັອກຕ໊ວນ ຜູ້ອຳນວຍການໂຮງລະຄອນຕ່ວງ ຫງວຽນຮ່ຽນຢິ໊ງ ກ່າວວ່າ:

 “ການນຳສິລະປະຂັບຕ່ວງ ລົງສູ່ທ້ອງຖະໜົນ ກໍ່ແມ່ນວຽກງານໜຶ່ງ ແຕ່ພວກເຮົາສາມາດປະຕິບັດໄດ້ເປົ້າໝາຍທີ່ແຕກຕ່າງກັນ. ນີ້ແມ່ນການເຄື່ອນໄຫວສິລະປະອັນໜຶ່ງ ເພື່ອໂຄສະນາ ແລະ ດຶງດູດແຂກທ່ອງທ່ຽວ. ແຕ່ກໍ່ຍ້ອນມີການເຄື່ອນໄຫວນີ້, ສິລະປະພື້ນເມືອງຂອງຊາດ ຈຶ່ງໃກ້ຊິດຕິດແທດ ກັບຜູ້ຊົມຫຼາຍກວ່າ,  ພິເສດແມ່ນໄວໜຸ່ມ”.

 ໂດຍມີຄວາມເຄົາລົບ ແລະ ເອົາໃຈໃສ່ເຖິງອະດີດຕະການ ເພື່ອພັດທະນາໃນປັດຈຸບັນ ແລະ ໃນອະນາຄົດ. ເຮັດແນວໃດ ເພື່ອໃຫ້ມີຄວາມຊົມຊອບວັດທະນະທຳ, ຊົມຊອບສິລະປະພື້ນເມືອງຂອງຊາດນັ້ນ, ພຽງແຕ່ໄວໜຸ່ມຈຶ່ງສາມາດເຂົ້າໃຈ ແລະ ຕ້ອງຮູ້ກັ່ນຕອງ, ຮັບເອົາຄືແນວໃດ ເພື່ອຮັກສາບັນດາຄຸນຄ່າພື້ນເມືອງ ຂອງຄົນລຸ້ນກ່ອນໆປະໄວ້ໃຫ້. 

ຕອບກັບ

ຂ່າວ/ບົດ​ອື່ນ