ຮູບປັ້ນນັກກະວີຍິ່ງໃຫຍ່ ຫງວຽນຢູ ທີ່ເມືອງງີຊວນແຂວງຮ່າຕິ້ງ
|
ຫວ່າງແລ້ວນີ້, ທີ່ກອງປະຊຸມຄັ້ງທີ 37 ຊຶ່ງຖືກຈັດຂຶ້ນຢູ່ ປາຣີ, ສະມັດຊາໃຫຍ່ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ UNESCO ໄດ້ອອກມະຕິເຊີດຊູ ຫງວຽນຢູ ນັກກະວີຜູ້ຍິ່ງໃຫຍ່ຂອງຫວຽດນາມພ້ອມກັບນັກວັດທະນະທຳທີ່ມີຊື່ສຽງຄົນອື່ນໆໃນໂລກ. ນີ້ແມ່ນຄວາມເປັນກຽດຢ່າງໃຫຍ່ຫຼວງທີ່ມີຕໍ່ຫວຽດນາມ ແລະ ທັງແມ່ນເຫດການທີ່ມີລະດັບການສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງພິທີສະເຫຼີມສະຫຼອງ 250 ປີແຫ່ງວັນຫວຽດນາມເຊີດຊູບັນດາຄຸນຄ່າວັດທະນະທຳຈາກພາລະກິດ ແລະ ຊີວິດຂອງນັກກະວີຍິ່ງໃຫຍ່ ຫງວຽນຢູ.
ຫງວຽນຢູ ນັກກະວີຜູ້ຍິ່ງໃຫຍ່ຂອງຫວຽດນາມ ( ໄລຍະທ້າຍສະຕະວັດທີ 18 ແລະ ຕົ້ນສະຕະວັດທີ 19 ). ໃນຊີວິດການປະພັນຂອງຕົນ, ຫງວຽນຢູ ໄດ້ປະໄວ້ໃຫ້ຄົນລຸ່ນຫຼັງ ຫຼາຍບົດປະພັນທີ່ມີຄຸນຄ່າ, ແຕ່ເມື່ອເວົ້າເຖິງ ຫງວຽນຢູ ນັ້ນ, ຜູ້ຄົນທັງຫຼາຍກໍເລີຍເວົ້າເຖິງເລື່ອງກ່ຽວ. ເລື່ອງກ່ຽວ ແມ່ນບົດກະວີທີ່ມີຫຼາຍຄຸນຄ່າທາງດ້ານວັດທະນະທຳຢ່າງເລິກເຊິ່ງ, ອັນໄດ້ຊຶມເລິກເຂົ້າສູ່ວັດທະນະທຳຂອງຊາດ, ໃນບົດເພງ, ຄວາມຊົງຈຳ, ວິຖີຊີວິດຂອງຊາວຫວຽດນາມ. ກ່ວາ 200 ປີທີ່ຜ່ານມາ, ມີນັກຄົ້ນຄ້ວາຫຼາຍຄົນໄດ້ອະທິບາຍຄວາມໝາຍ, ໄຈ້ແຍກເນື້ອໃນເລື່ອງກ່ຽວດ້ວຍບັນດາແງ່ມຸມທີ່ແຕກຕ່າງກັນ. ມາຮອດປະຈຸບັນ, ຍາກທີ່ຈະສາມາດສະຖີຕິຈົນສຸດກ່ຽວກັບລະດັບການສົ່ງຜົນສະທ້ອນຂອງ ເລື່ອງກ່ຽວທີ່ມີຕໍ່ຊີວິດວັດທະນະທຳຫວຽດນາມ. ບົດກະວີເລື່ອງກ່ຽວຖືກແຕ່ງເປັນຕົວອັກສອນພາສາຫວຽດເດີມ ລວມມີ 3.254 ຄຳກອນ ປະເພດ 6/8. ເນື້ອໃນເລື່ອງກ່ຽວໄດ້ສ່ອງແສງເຖິງສັງຄົມຍຸກນັ້ນໂດຍຜ່ານຊີວິດດ້ວຍຊາຕາອາພັບຂອງຕົວລະຄອນເອກຍິງ ເວືອງຖຸ້ຍກ່ຽວ. ເນື້ອໃນທັງໝົດຂອງເລື່ອງກ່ຽວແມ່ນໄດ້ສະແດງໃຫ້ເຫັນຈິດໃຈຮັກແພງມະນຸດດ້ວຍກັນ, ສ່ອງແສງເຖິງຄວາມເຈັບປວດຂອງຊາຕາກຳເປັນມະນຸດ, ຄວາມມຸ່ງຫວັງຢາກມີຄວາມສຸກ, ຄວາມເສລີ ແລະ ຍຸຕິທຳ, ພ້ອມທັງກ່າວປະນາມຄວາມໂຫດຮ້າຍປ່າເຖື່ອນຂອງລະບອບຢ່າງເລິກເຊິ່ງ. ເລື່ອງກ່ຽວແມ່ນຍອດສູງຂອງພື້ນຖານກາບກອນຫວຽດນາມ, ຊຶ່ງໃນນັ້ນ, ຊ້ອນແຝງບັນດາແນວຄິດວັດທະນະທຳມະນຸດ ແລະ ບັນລຸສິ່ງທີ່ຍອດຍິ່ງທາງດ້ານສິລະປະ, ການໃຊ້ຄຳສັບ. ທ່ານຮອງສາດສະດາຈານ, ດຣ ໂງວັນຢ້າ ອາຈານສອນສັງກັດມະຫາວິທະຍາໄລວັດທະນະທຳຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ :
“ຫງວຽນຢູ ໄດ້ປະໄວ້ໃຫ້ຄົນລຸ່ນຫຼັງ ມໍລະດົກອັນໃຫຍ່ຫຼວງ, ບໍ່ພຽງແຕ່ກ່ຽວກັບດ້ານແນວຄິດເທົ່ານັ້ນ, ຫາກຍັງແມ່ນດ້ານເນື້ອໃນສະແດງ ແລະ ສິລະປະການແຕ່ງອີກດ້ວຍ. ເພິ່ນໄດ້ປະກອບສ່ວນບໍ່ພຽງແຕ່ເຂົ້າໃນຂົງເຂດວັນນະຄະດີ ກາບກອນເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນມໍລະດົກວັດທະນະທຳຂອງຊາດອີກດ້ວຍ. ສິ່ງນີ້ໄດ້ຮັບການຢັ້ງຢືນຜ່ານດ້ານຄວາມງາມຂອງພາສາຫວຽດ, ເມື່ອເພິ່ນໄດ້ຊອກຫາ, ປະກອບສ່ວນໃຫ້ແກ່ການພັດທະນາທີ່ອຸດົມສົມບູນຂອງພາສາຫວຽດອີກດ້ວຍ. ຫງວຽນຢູ ແຕ່ງເລື່ອງກ່ຽວ ແມ່ນໄດ້ສະແດງໃຫ້ເຫັນຄວາມເມົາມົວຢ່າງໃຫຍ່ຫຼວງ, ຄວາມສາມາດປະດິດຄິດແຕ່ງທີ່ມະຫັດສະຈັນ. ຊາດໜຶ່ງມີບຸກຄົນດີເລີດພຽງ 2-3 ຄົນເທົ່ານັ້ນ ທີ່ເຮັດໃຫ້ທັງຊາດມີຄວາມເອກອ້າງທະນົງໃຈຕໍ່ເຂົາເຈົ້າ, ຫງວຽນຢູ ກໍແມ່ນໜຶ່ງໃນຈຳນວນບຸກຄົນເຊັ່ນນັ້ນ”
ເລື່ອງກ່ຽວໃນວັນນີ້ ໄດ້ຖືກນຳເຂົ້າຫຼັກສູດຮຽນໃນຊັ້ນຮຽນຕ່າງໆ, ໄດ້ຮັບການຄົ້ນຄ້ວາໃນຂົງເຂດອັກສອນສາດ, ພາສາສາດ, ກາບກອນ, ປັດຊະຍາ.... ເລື່ອງກ່ຽວກໍຖືກນຳເຂົ້າຮ່ວມເວທີ່ການສະແດງ, ເຂົ້າຮ່ວມການເຄື່ອນໄຫວຮູບເງົາ. ຊາວຫວຽດນາມໃຜໆກໍສາມາດໃຊ້ຄຳກອນທີ່ຊ້ອນແຝງຄວາມໝາຍຫຼາຍຢ່າງໃນເລື່ອງກ່ຽວເພື່ອວິຈານ, ອະທິບາຍໃຫ້ແກ່ແຕ່ລະສະພາວະ, ໃນຊີວິພື້ນເມືອງມີທັງການດູມໍດ້ວຍເລື່ອງກ່ຽວ, ສ່ວນໃນຊີວິດປະຈຳວັນ, ປະຊາຊົນນຳເອົາຄຸນລັກສະນະຂອງບັນດາຕົວລະຄອນໃນເລື່ອງກ່ຽວເພື່ອຍ້ອງຍໍຊົມເຊີຍສິ່ງທີ່ດີ ຫຼື ຕຳໜິຕິຕຽນສິ່ງທີ່ຊົວຮ້າຍ . ປະຈຸບັນຢູ່ຫວຽດນາມ ໄດ້ສ້າງຕັ້ງສະມາຄົມຜູ້ຊົມຊອບເລື່ອງກ່ຽວ. ທ່ານຫງວຽນຄັກບາວ, ທ່ານໝໍຢູ່ແຂວງບັກນິງ ແມ່ນໜຶ່ງໃນຈຳນວນສະມາຊິກຂອງສະມາຄົມ ແລະ ທ່ານ ບາວ ພວມເກັບຮັກສາເອກະສານເລື່ອງກ່ຽວຫຼາຍສະບັບຊຶ່ງພິມດ້ວຍພາສາຫວຽດເດີມ. ທ່ານຫງວຽນຄັກບາວ ເປີດເຜີຍວ່າ :
“ ເມື່ອເຫັນວ່າບັນດາເອກະສານເລື່ອງກ່ຽວຊຶ່ງພິມດ້ວຍພາສາຫວຽດເດີມຂອງຄອບຄົວ ຂ້າພະເຈົ້າແຕກຕ່າງກັບບັນດາເອກະສານເລື່ອງກ່ຽວທີ່ພິມເປັນຕົວໜັງສືລາຕິນ, ຂ້າພະເຈົ້າໄດ້ມີ ແຜນເກັບກຳເອກະສານເລື່ອງກ່ຽວຫຼາຍສະບັບຊຶ່ງພິມດ້ວຍພາສາຫວຽດເດີມ. ທຳອິດຂ້າພະເຈົ້າໄດ້ເກັບ ກຳໃນຂອບເຂດແຂວງ ບັກນິງ, ຕໍ່ຈາກນັ້ນ ກໍຄ່ອຍເປີດກ້ວາງການເກັບກຳອອກສູ່ຂອບເຂດ ທົ່ວປະເທດ, ແລ້ວກໍຍັງຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອນຢູ່ຝະລັ່ງ, ການາດາ, ອາເມລິກາ... ໃຫ້ເຂົາເຈົ້າອັດສຳເນົາ ຝາກມາໃຫ້ຂ້າພະເຈົ້າ ”
ບົດກະວີເລື່ອງກ່ຽວຂອງ ຫງວຽນຢູ ຖືກແປເປັນກ່ວາ 20 ພາສາ ຖືກເຜີຍແຜ່ຢູ່ຝະລ່ັງ, ອາເມລິກາ ແລະ ເປັນບົດປະພັນທີ່ຮູ້ຈັກກັນດີຈາກບັນດາຜູ້ນິຍົມວັນນະຄະດີໃນທົ່ວໂລກ. ເລື່ອງກ່ຽວຍັງມີຊື່ສຽງເຖິງຂັ້ນວ່າ ໃນການເດີນທາງມາຢ້ຽມຢາມຫວຽດນາມເມື່ອປີ 2000, ອະດີດປະທານາທິບໍດີ ອາເມລິກາ Bill Clinton ໄດ້ຄັດອ່ານຄຳກອນໃນເລື່ອງກ່ຽວທີ່ວ່າ : “ ເມື່ອບົວຫ່ຽວ, ເບັນຈະມາດພັດບານສະພັ່ງ” ຊຶ່ງໄດ້ສະແດງໃຫ້ເຫັນການສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຂອງບົດກະວີນີ້.
ທີ່ພິທີເຊີດຊູ, ອົງການ UNESCO ໄດ້ຕີລາຄາສູງສຳເນົາເອກະສານກ່ຽວກັບນັກກະວີຍິ່ງໃຫຍ່ ຫງວຽນຢູຍ້ອນຜົນສະທ້ອນຂອງທ່ານໃນປະຫວັດສາດ ວັດທະນະທຳຫວຽດນາມ ແລະ ໃນພາກພື້ນ. ບັນດາບົດປະພັນຂອງ ຫງວຽນຢູ ໄດ້ສະແດງໃຫ້ເຫັນຈີນຕະນາການເປັນເອກະລາດ, ມີຫົວຄິດປະດິດສ້າງ, ນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຂອງຊາດໄດ້ຊ່ວຍທ່ານຜ່ານຜ່າ ຮົ້ວກີດຂວາງດ້ານວັນນະຄະດີຂອງຈີນເພື່ອແຕ່ງບົດປະພັນເປັນພາສາຫວຽດເດີມ. ດ້ວຍເຫດການນີ້, UNESCO ໄດ້ຮັບຮູ້ບັນດາສິ່ງທີ່ຍອດຍິ່ງ, ບັນດາຄຸນຄ່າຂອງພາສາຫວຽດ, ຂອງວັດທະນະທຳຫວຽດ ດ້ວຍການເຊີດຊູນັກກະວີຍິ່ງໃຫຍ່ ຫງວຽນຢູ ເປັນນັກວັດທະນະທຳຜູ້ມີຊື່ສຽງຂອງໂລກ