(VOVWORLD) -ເລື່ອງກ່ຳປັ່ນສຳຫຼວດ ໄຮ່ຢາງ 8 ແລະ ກ່ຳປັນປ້ອງກັນບາງລຳຂອງຈີນ ໄດ້ລະເມີດເຂດທະເລຫວຽດນາມ ຢ່າງຕໍ່ເນື່ອງ ສືບຕໍ່ເຮັດໃຫ້ປະຊາຄົມສາກົນມີຄວາມໂກດແຄ້ນ ແລະ ກ່າວປະນາມ.
ກ່ຳປັ່ນກວດກາການປະມົງຫວຽດນາມ ລາດຕາເວັນຢູ່ທະເລຕາເວັນອອກ
(ພາບປະກອບ: TTXVN)
|
ການກະທຳດັ່ງກ່າວຂອງຈີນ ບໍ່ພຽງແຕ່ໄດ້ກໍ່ໃຫ້ເກີດໄພຫຼາຍຢ່າງສຳລັບພາກພື້ນ ແລະ ສາກົນເທົ່ານັ້ນ, ຫາກຍັງກໍ່ຄວາມເສຍຜົນປະໂຫຍດໃຫ້ປະເທດນີ້ເອງອີກດ້ວຍ.
ພາຍຫຼັງອັນທີ່ເອີ້ນວ່າ “ເສັ້ນ 9 ຕອນບົນຫຼັກຖານປະຫວັດສາດ” ຂອງຈີນ ຖືກສານຍຸຕິທຳສາກົນອອກຄຳຕັດສິນວ່າບໍ່ມີຜົນສັກສິດເມື່ອປີ 2016, ຈີນ ສືບຕໍ່ຍົກອອກແບບອະທິບາຍໃໝ່ເພື່ອແນໃສ່ຫັນບັນດາຄຳຮຽກສິດອະທິປະໄຕທີ່ໄຮ້ເຫດຜົນຂອງຕົນໃຫ້ເປັນຈິງ. ດ້ວຍເລື່ອງຈັດສົ່ງກຸ່ມກ່ຳປັ່ນ ໄຮ່ຢາງ 8 ລະເມີດເຂດເສດຖະກິດຈຳເພາະຂອງຫວຽດນາມ ຢ່າງຕໍ່ເນື່ອງ, ຈີນ ຢາກເຮັດໃຫ້ເຂດທະເລທີ່ບໍ່ມີການຂັດແຍ້ງກັນເຊິ່ງນອນຢູ່ເລິກໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງ ຫວຽດນາມ ໃຫ້ກາຍເປັນເຂດທະເລທີ່ມີການຂັດແຍ້ງກັນ, ເພີ່ມທະວີການກະທຳແຊກແຊງເຂົ້າໃນບັນດາການເຄື່ອນໄຫວດ້ານເສດຖະກິດຖືກຕ້ອງຕາມກົດໝາຍຂອງບັນດາປະເທດຢູ່ແຄມທະເລ, ດ້ວຍກົນອຸບາຍຢຶດຄອງທະເລຕາເວັນອອກ.
ຈີນ ແລະ ຍຸດທະສາດກຽມພ້ອມທີ່ຈະກໍ່ຄວາມເຄັ່ງຕຶງ
ຕາມທ່ານ Lucio Blanco Pitlo, ນັກຄົ້ນຄວ້າທີ່ກອງທຶນເສັ້ນທາງພັດທະນາອາຊີ - ປາຊີຟິກ ແລະ ສູນຄົ້ນຄວ້າສ.ເກົາຫຼີ ຂອງມະຫາວິທະຍາໄລຟິລິບປີນ ແລ້ວ, ໃນຕົວຈິງ, ຈີນ ພວມເພີ່ມການກະທຳແຊກແຊງເຂົ້າບັນດາການເຄື່ອນໄຫວດ້ານເສດຖະກິດທະເລທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດຢູ່ແຄມທະເລ, ບໍ່ພຽງແຕ່ແມ່ນຫວຽດນາມ ເທົ່ານັ້ນ ຫາກຍັງມີປະເທດອື່ນອີກຄື: ຟິລິບປີນ, ມາເລເຊຍ ແລະ ອິນໂດເນເຊຍ ອີກດ້ວຍ. ຈີນ ກໍ່ຊອກຫາວິທີກໍ່ຄວາມກົດດັນຕໍ່ບັນດາບໍລິສັດ, ກຸ່ມບໍລິສັດຕ່າງປະເທດ ເພື່ອບັງຄັງໃຫ້ເຂົາເຈົ້າຢຸດຕິບັນດາການເຄື່ອນໄຫວຂຸດຄົ້ນ ບໍ່ພຽງແຕ່ຢູ່ໃນເຂດ “ເສັ້ນ 9 ຕອນ” ເທົ່ານັ້ນ, ຫາກຍັງອອກຄຳຮຽກສິດອະທິປະໄຕຢູ່ທັງບັນດາເຂດທະເລໃກ້ຄຽງອີກດ້ວຍ. ຖະແຫຼງການຂອງຈີນ ລ້ວນແຕ່ບໍ່ຊອບທຳ, ບໍ່ມີຫຍັງທີ່ບັງເອີນ ແລະ ບໍ່ມີຜົນສັກສິດ.
“ປະຊາຄົມສາກົນບໍ່ອາດຮັບຮູ້ໄດ້ບັນດາຄຳຮຽກສິດໄຮ້ເຫດຜົນຂອງຈີນ ເຖິງວ່ານັ້ນແມ່ນ “ເສັ້ນ 9 ຕອນ” ຫຼື ອັນທີ່ເອີ້ນວ່າ “ຊືຊາ”. ຈີນ ພຽງຍົກອອກບັນດາຄຳຮຽກສິດຂອງຕົນ ແລະ ບໍ່ສົນໃຈເຖິງປະຕິກິລິຍາຂອງປະຊາຄົມສາກົນ. ເລື່ອງຈີນ ຈັດສົ່ງບັນດາກ່ຳປັ່ນສຳຫຼວດເຂົ້າໄປເລິກຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ ນັ້ນ ເປັນສິ່ງທີ່ຈະແຈ້ງແລ້ວວ່າໄດ້ລະເມີດ UNCLOS ແລະ ກົດໝາຍຂອງຫວຽດນາມ ຢ່າງຮ້າຍແຮງ. ຜ່ານເລື່ອງດັ່ງກ່າວ, ຈີນ ໄດ້ຊີ້ໃຫ້ເຫັນວ່າ ປັກກິງ ພ້ອມແລ້ວທີ່ຈະກໍ່ຄວາມເຄັ່ງຕຶງ ແລະ ຍ້ອມຮັບຕໍ່ບັນດາໄພຄວາມສ່ຽງອັນໃຫຍ່ຫຼວງກວ່າຜ່ານການກະທຳຂອງຕົນ”.
ປີ 2016, ຈີນ ບໍ່ຫົວຊາເມື່ອຖະແຫຼງວ່າ ເກາະ Scarborough ຂອງຟິລິບປີນ ແມ່ນ “ຂຶ້ນກັບ” ຈູງຊາ ຂອງເຂົາເຈົ້າ ແລະ ຖືກສານຍຸຕິທຳສາກົນ (PCA) ອອກຄຳຕັດສິນແມ່ນບໍ່ມີຜົນສັກສິດ. ຄຳຕັດສິນຂອງສານ PCA ເມື່ອປີ 2016 ໃນເຫດຟິລິບປີນ ຮ້ອງຟ້ອງຈີນ ແມ່ນເຄົາລົບຕາມຂໍ້ກຳນົດຂອງສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982 (UNCLOS 1982), ເປັນເອກະພາບວິທີອະທິບາຍ ແລະ ນຳໃຊ້ສົນທິສັນຍາສະບັບດັ່ງກ່າວຢູ່ທະເລຕາເວັນອອກ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຢືນຢັນວ່າ.
“ທີໜຶ່ງ, ເລື່ອງຈີນ ລະເມີດເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ ແລະ ເຂດເສດຖະກິດຈຳເພາະຂອງຫວຽດນາມ ແມ່ນບໍ່ສາມາດຮັບຮູ້ໄດ້. ທີ 2 ແມ່ນ, ຄຳຕັດສິນຂອງສານ PCA ເມື່ອປີ 2016 ແມ່ນເພື່ອອະທິບາຍເຂົ້າໃນເລື່ອງນຳໃຊ້ ແລະ ເຂົ້າໃຈສົນທິສັນຍາກົດໝາຍວ່າດ້ວຍທະເລແມ່ນຄືແນວໃດ. ສະນັ້ນ, ຄຳຕັດສິນນັ້ນຈະແມ່ນສ່ວນໜຶ່ງຂອງກົດໝາຍສາກົນ. ບໍ່ວ່າການກະທຳໃດໆທີ່ໄດ້ຝືນກັບກົດໝາຍສາກົນລ້ວນແຕ່ຖືກປະຕິເສດ”.
ຍຸດທະສາດອາດຈະໄປຝືນຄຸນປະໂຫຍດ
ເລື່ອງຈີນ ສືບຕໍ່ລະເມີດເຂດເສດຖະກິດຈຳເພາະຂອງຫວຽດນາມ, ເພີ່ມທະວີການແຊກແຊງເຂົ້າບັນດາການເຄື່ອນໄຫວທາງດ້ານເສດຖະກິດທີ່ຖືກຕ້ອງຕາມກົດໝາຍຂອງຫວຽດນາມ ແມ່ນເພື່ອກົນອຸບາຍເຮັດໃຫ້ເຂດທະເລທີ່ບໍ່ມີການຂັດແຍ້ງກັນເຊິ່ງນອນຢູ່ເລິກໃນຜືນແຜ່ນດິນຂອງຫວຽດນາມ ໃຫ້ກາຍເປັນເຂດທະເລທີ່ມີການຂັດແຍ້ງກັນ. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການສັງເກດຂອງບັນດານັກຊ່ຽວຊານ, ຍຸດທະສາດດັ່ງກ່າວຂອງປັກກິ່ງ ອາດຈະໄປຝືນຄຸນປະໂຫຍດ. ກ່ອນອື່ນໝົດ, ສິ່ງນັ້ນອາດຈະເຮັດໃຫ້ປະຊາຄົມສາກົນນັບມື້ນັບມີຄວາມສົນໃຈ, ເພີ່ມທະວີການສະໜັບສະໜູນບັນດາປະເທດຢູ່ເຂດແຄມທະເລເພື່ອແນໃສ່ສະກັດກັ້ນບັນດາຄວາມມັກໃຫຍ່ໄຝ່ສູງຂອງຈີນ. ອີກຢ່າງໜຶ່ງ, ການກະທຳຂອງຈີນ ຍິ່ງເຮັດໃຫ້ອາຊຽນ ເພີ່ມຄວາມຕັດສິນໃຈຍູ້ຄວາມມານະພະຍາຍາມຂອງຈີນ ທີ່ສະກັດກັ້ນບັນດາກຸ່ມບໍລິສັດຕ່າງປະເທດທີ່ເຮັດວຽກກັບບັນດາປະເທດຢູ່ເຂດແຄມທະເລຢູ່ພາກພື້ນໃຫ້ຖອຍຫຼັງ. ທ່ານ Lucio Blanco Pitlo, ຖືວ່າ.
“ບັນດາການກະທຳຂອງປະເທດນີ້ຢູ່ທະເລຕາເວັນອອກ ບໍ່ພຽງແຕ່ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງຈີນ ເອງເທົ່ານັ້ນ, ຫາກຍັງນັບທັງຄວາມປາດຖະໜາຢາກມີສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນອີກດ້ວຍ. ຖ້າຫາກວ່າ ຈີນ ມີຄວາມວິຕົກກັງວົນກ່ຽວກັບບັນດາການເຄື່ອນໄຫວຂຸດຄົ້ນດ້ານການຄ້າຢູ່ທະເລ ອາດຈະກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງຈີນ ປະເທດນີ້ກໍ່ຄວນຮັບຮູ້ໄດ້ວ່າ, ອາຊຽນ ກໍ່ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເລື່ອງ ສູນເສຍສິດເປັນເຈົ້າຕົນເອງ ແລະ ຕ້ອງຂຶ້ນກັບປະເທດມະຫາອຳນາດໃດໜຶ່ງເກີນໄປ. ຈີນ ຄວນປະໃຫ້ບັນດາປະເທດຖານບ້ານໃກ້ເຮືອນຄຽງພິຈາລະນາ, ຊັ່ງຊາບັນດາຂໍ້ສະເໜີຂອງຕົນ ຫຼື ຮ່ວມມືກັບຈີນ ຕາມທິດທາງ “ຕ່າງຝ່າຍຕ່າງມີຜົນປະໂຫຍດ” ຫາກບໍ່ແມ່ນບັງຄັບໃຫ້ເຂົາເຈົ້າເຮັດຕາມແນວຄິດຂອງຕົນ ດ້ວຍວິທີກໍ່ຄວາມກົດດັນ ຫຼື ບັງຄັບຄືໃນປະຈຸບັນ.”
ເຄົາລົບກົດໝາຍ, ເຄົາລົບກົດໝາຍສາກົນແມ່ນສິ່ງສຳຄັນທີ່ສຸດຕໍ່ບັນດາປະເທດເຖິງວ່າໃຫຍ່ ຫຼື ນ້ອຍໃນໂລກປະຈຸບັນ. ໂດຍແມ່ນປະເທດໃຫຍ່, ຈີນ ຍິ່ງຕ້ອງມີໜ້າທີ່ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ລວມທັງເລື່ອງເຄົາລົບກົດໝາຍສາກົນ ແລະ UNCLOS. ຫວຽດນາມ ແລະ ອາຊຽນ ຍາມໃດກໍ່ຖືການພົວພັນກັບຈີນ ເປັນສຳຄັນ, ພ້ອມກັນມານະພະຍາຍາມເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ. ຍາມໃດຈີນ ກໍ່ເວົ້າວ່າ ບືນຕົວເພື່ອສັນຕິພາບ, ຢາກຮ່ວມມື ແລະ ເປັນຄູ່ຮ່ວມມືກັບບັນດາປະເທດ ແລະ ນີ້ແມ່ນຈຸດເວລາທີ່ຈີນ ຕ້ອງພິສູດໃຫ້ເຫັນສິ່ງນັ້ນ. ເຖິງຢ່າງໃດກໍ່ຕາມ, ບັນດາການກະທຳຂອງຈີນ ໃນປະຈຸບັນ ພວມໄປຝືນກັບບັນດາສິ່ງທີ່ຈີນ ເວົ້າ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດລົງໄປ ແລະ ສ້າງບັນດາຜົນສະທ້ອນຕໍ່ພາກພື້ນ ແລະ ສາກົນ.