ກໍ່ສ້າງຊົນຊັ້ນກຳມະກອນ ເພື່ອຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ

(VOVWORLD) -ຫວຽດນາມ ພວມກໍ່ສ້າງ ແລະ ພັດທະນາຊົນຊັ້ນກຳມະກອນຢ່າງແທດຈິງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດ ສາກົນ. ຕາມນັ້ນແລ້ວ, ເລື່ອງໂຄສະນາ ແລະ ສຶກສາກ່ຽວກັບພາລະກຳ, ບົດບາດຂອງຊົນຊັ້ນກຳມະກອນ; ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນ; ປ່ຽນໃຫມ່ວິທີຊີ້ນຳຂອງພັກຕໍ່ບັນດາອົງການການເມືອງ ສັງຄົມໃນວິສາຫະກິດ ພ້ອມທັງປ່ຽນໃຫມ່ວິທີການເຄື່ອນໄຫວຂອງອົງການນີ້ໃຫ້ເໝາະສົມກັບສະພາບການໃຫມ່ ນັ້ນແມ່ນບັນດາມາດຕະການພື້ນຖານ.

ກໍ່ສ້າງຊົນຊັ້ນກຳມະກອນ ເພື່ອຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ - ảnh 1ຫວຽດນາມ ພວມສ້າງ ແລະ ພັດທະນາຊົນຊັ້ນກຳມະກອນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຫັນເປັນອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. (ພາບປະກອບ:hanoimoi.com.vn)

ວິວັດການປ່ຽນແປງໃຫມ່ຢ່າງແຮງ ຕາມທິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ພວມສ້າງບັນດາກາລະໂອກາດໃຫມ່ໃຫ້ແກ່ການພັດທະນາຊົນຊັ້ນກຳມະກອນ ຫວຽດນາມ. ເລື່ອງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຊັບຊ້ອນ ແລະ ປ່ຽນໃຫມ່ລັດວິສາຫະກິດ, ດຶງດູດການລົງທຶນຂອງຕ່າງປະເທດ, ສ້າງຕັ້ງວິສາຫະກິດໃຫມ່ຫລາຍແຫ່ງ, ຍູ້ແຮງການສົ່ງອອກສິນຄ້າ ແລະ ແຮງງານ, ພັດທະນາພື້ນຖານໂຄງລ່າງ, ກໍ່ສ້າງບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ… ໄດ້ຊຸກຍູ້ພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ ດ້ວຍລະດັບເຕີບໂຕສູງ ພ້ອມທັງສ້າງວຽກເຮັດງານທຳໃຫ້ແຮງງານໃນເຂດອຸດສາຫະກຳນັບລ້ານໆຄົນ.

ເພື່ອໃຫ້ຊົນຊັ້ນກຳມະກອນ ຫວຽດນາມ ພັດທະນາ ແລະ ເຕີບໃຫຍ່, ນັບມື້ນັບສົມເປັນກຳລັງສຳຄັນທີ່ສຸດ ເພື່ອກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ ແລະ ລະບອບສັງຄົມນິຍົມ, ຫວຽດນາມ ໄດ້ສ້າງຍຸດທະສາດແຫ່ງຊາດສັງລວມ, ຄົບຊຸດ ກ່ຽວກັບການສ້າງ ແລະ ພັດທະນາຊົນຊັ້ນກຳມະກອນ ຫວຽດນາມ ໃນໄລຍະຈະມາເຖິງ ມາໄດ້ຫລາຍປີແລ້ວ. ບັນດາມາດຕະການພື້ນຖານເພື່ອກໍ່ສ້າງຖັນແຖວກຳມະກອນ ລວມມີ:

ຍູ້ແຮງການພັດທະນາເສດຖະກິດ ສັງຄົມ ຢ່າງກົມກຽວ:

ຫວຽດນາມ ທັງມີການເຕີບໂຕເສດຖະກິດ ດ້ວຍລະດັບສູງ, ມີສະຖຽນລະພາບ ທັງຮັບປະກັນການພັດທະນາວັດທະນະທຳ ສັງຄົມຢ່າງກົມກຽວ, ປອດໄສ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຜູ້ອອກແຮງງານ ພິເສດ ແມ່ນຊົນຊັ້ນກຳມະກອນ ໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ; ຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ກໍ່ສ້າງຊົນຊັ້ນກຳມະກອນ ເພື່ອຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ - ảnh 2ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງຊົນຊັ້ນກຳມະກອນ. (ພາບປະກອບ: tuyengiao.vn)

ສືບຕໍ່ພັດທະນາເສດຖະກິດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄຫມ.

ຕາມນັ້ນແລ້ວ ຫວຽດນາມ ໄດ້ວາງແຜນກຳນົດພື້ນຖານເສດຖະກິດ, ເຂດເສດຖະກິດ, ພາກເສດຖະກິດ, ສ້າງໂຄງປະກອບເສດຖະກິດຄືນໃຫມ່ໃຫ້ເໝາະສົມກັບການພັດທະນາພື້ນຖານເສດຖະກິດການຕະຫລາດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

ຍູ້ແຮງການໂຄສະນາ ແລະ ການສຶກສາເພື່ອຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດ, ທີ່ຕັ້ງ ແລະ ພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນ.

ເພື່ອໃຫ້ຊົນຊັ້ນກຳມະກອນ ມີເງື່ອນໄຂຢັ້ງຢືນບົດບາດ, ທີ່ຕັ້ງຂອງຕົນກໍ່ຄືປະຕິບັດສຳເລັດພາລະກຳປະຫວັດສາດອັນສູງສົ່ງຂອງຕົນ ຄວນມີຍຸດທະສາດໂຄສະນາ, ຂົນຂວາຍຢ່າງກວ້າງຂວາງໃນສັງຄົມ.

ການປະຕິຮູບລະບົບການສຶກສາ ແລະ ບຳລຸງສ້າງວິຊາສະເພາະ, ວິຊາການ ແລະ ສີມືໃຫ້ແກ່ຊົນຊັ້ນກຳມະກອນຢ່າງເຖິງຖອງ.

ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄຫມ ແລະເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ໃນສະພາບການໂລກາພິວັດດ້ານເສດຖະກິດ ພວມສ້າງຄວາມຕ້ອງການໃຫມ່ກ່ຽວກັບແຫລ່ງຊັບພະຍາກອນມະນຸດ ນັບທັງຈຳນວນ ແລະ ຄຸນນະພາບ. ການແກ້ງແຍ່ງໃນການນຳໃຊ້ແຮງງານ ຮຽກຮ້ອງຕ້ອງມີກຳລັງແຮງງານຄວນໄດ້ຮັບການບຳລຸງສ້າງຢ່າງເປັນມືອາຊີບ ແລະ ພື້ນຖານ. ສະນັ້ນ ລັດ ຄວນມີຍຸດທະສາດສ້າງ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ ທັງມີຈຳນວນຫລວງຫລາຍ, ມີຄຸນນະພາບສູງ, ອຸດົມສົມບູນ, ຫລາຍຮູບແບບ.

ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ຊົນຊັ້ນກຳມະກອນ.

ພັກ ແລະ ລັດ ຄວນມີຍຸດທະສາດເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງກຳມະກອນຢ່າງແທດຈິງ, ເປັນຕົ້ນແມ່ນຖັນແຖວກຳມະກອນຫນຸ່ມຫາກໍ່ເລີ່ມອາຊີບ, ເຕົ້າໂຮມຢ່າງຫລວງຫລາຍຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ.

ສ້າງຊົນຊັ້ນກຳມະກອນຕິດພັນກັບການຂົນຂວາຍປະຕິບັດຂໍ້ກຳນົດກົດລະບຽບປະຊາທິປະໄຕຢູ່ຂັ້ນຮາກຖານ ແລະ ຕ້ານການສໍ້ລາດບັງຫລວງເພື່ອໃຫ້ກຳມະກອນແຕ່ລະຄົນໄດ້ຮັບການເຄົາລົບ, ໄດ້ປະກອບສ່ວນເຂົ້າໃນວິວັດການພັດທະນາວິສາຫະກິດຢ່າງແທ້ຈິງ ນັ້ນຈະສ້າງກຳລັງຫນູນຢ່າງແຮງ ຊຸກຍູ້ພະນັກງານ, ກຳມະກອນມີຄວາມອຸ່ນອ່ຽນໃຈ ແລະຫ້າວຫັນໃນການເຮັດວຽກ, ມີຫົວຄິດປະດິດສ້າງ ນຳມາເຊິ່ງຜົນປະໂຫຍດຫລາຍຢ່າງໃຫ້ແກ່ວິສາຫະກິດ ແລະ ຕົນເອງ.

ປ່ຽນໃຫມ່ວິທີນຳພາຂອງພັກ ຕໍ່ບັນດາອົງການຈັດຕັ້ງການເມືອງ ສັງຄົມໃນວິສາຫະກິດ: ພ້ອມທັງ ປ່ຽນໃຫມ່ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງການເມືອງ ສັງຄົມໃນວິສາຫະກິດໃຫ້ເໝາະສົມກັບສະພາບການໃຫມ່ ເພື່ອໃຫ້ພັກສະແດງອອກໄດ້ກ່ຽວກັບບົດບາດການນຳພາຂອງຕົນ ແລະ ຊຸກຍູ້ການເຄື່ອນໄຫວຢ່າງມີປະສິດທິຜົນຂອງບັນດາອົງການຈັດຕັ້ງການເມືອງ ສັງຄົມໃນວິສາຫະກິດ. ການນຳພາຢ່າງໃກ້ຊິດຂອງພັກຕໍ່ອົງການຈັດຕັ້ງກຳມະບານຈະແມ່ນກຳລັງແຮງໃຫມ່ຢ່າງແທດຈິງ ປະກອບສ່ວນໃຫ້ແກ່ການຮັກສາ, ເອົາໃຈໃສ່ ແລະ ພັດທະນາຊົນຊັ້ນກຳມະກອນໃນເງື່ອນໄຂເສດຖະກິດການຕະຫລາດ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ