(VOVWORLD) - ໃນຍຸດທະສາດແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດເຫຼົ່ານັ້ນ, ສະຖານະການຢູ່ທະເລຕາເວັນອອກມີການຜັນແປຫຼາຍຢ່າງ ແລະ ບັນດາປະເທດຢູ່ແຄມທະເລຕາເວັນອອກກໍຖືກຜົນກະທົບໂດຍກົງຈາກການຜັນແປນີ້.
ພາບບັນຍາກາດກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 13 ຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ (ພາບ: Trung Do) |
ມີນັກຮຽນຮູ້, ນັກຄົ້ນຄວ້າ, ນັກການທູດສາກົນກວ່າ 500 ທ່ານ ພວມເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 13 ຢູ່ ຮ່າໂນ້ຍ. ນັບແຕ່ການຈັດຕັ້ງຄັ້ງທຳອິດເມື່ອປີ 2009, ມາຮອດປັດຈຸບັນ, ກອງປະຊຸມສຳມະນາໄດ້ກາຍເປັນຊ່ອງແລກປ່ຽນຂໍ້ມູນຂ່າວສານສຳຄັນ, ຊີ້ແຈ້ງໄດ້ສາຍເຫດຕົ້ນຕໍຂອງການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຊຸກຍູ້ການເຈລະຈາ, ຄວບຄຸມຄວາມບໍ່ລົງລອຍກັນ, ເຄົາລົບກົດໝາຍສາກົນດ້ວຍເປົ້າໝາຍສ້າງທະເລຕາເວັນອອກໃຫ້ເປັນເຂດທະເລທີ່ມີສັນຕິພາບ ແລະ ມີສະຖຽນລະພາບ.
ກອງປະຊຸມຄັ້ງນີ້ຖືກດຳເນີນໃນສະພາບການພິເສດທີ່ສຸດ ເມື່ອການເມືອງໂລກມີການຜັນແປໃໝ່, ພິເສດແມ່ນການແກ້ງແຍ້ງຍຸດທະສາດລະຫວ່າງ ອາເມລິກາ - ຈີນ ນັບມື້ນັບສະແດງອອກໃຫ້ເຫັນຢ່າງຈະແຈ້ງກວ່າ, ມີທ່າອ່ຽງສົ່ງຜົນກະທົບ ແລະ ຄອບງຳພາກພື້ນຫຼາຍພໍສົມຄວນ, ໃນນັ້ນມີພາກພື້ນ ອາຊີ - ປາຊີຟິກ, ລະອຽດແມ່ນທະເລຕາເວັນອອກ.
ທະເລຕາເວັນອອກໃນຍຸດທະສາດຂອງບັນດາປະເທດມະຫາອຳນາດ
ໃນໄລຍະຜ່ານມາ, ການແກ້ງແຍ້ງຍຸດທະສາດລະຫວ່າງ ອາເມລິກາ - ຈີນ ໃນທົ່ວໂລກ ໄດ້ແຜ່ລາມໄປສູ່ຫຼາຍຂົງເຂດ ນັບແຕ່ດ້ານການເງິນ, ເສດຖະກິດ, ການເມືອງ ຕະຫຼອດຮອດວິທະຍາສາດເຕັກໂນໂລຢີ ແລ້ວເກີດຄວາມສ່ຽງແກ່ດຶງເອົາຫຼາຍປະເທດເຂົ້າຮ່ວມ ແລະ ສົ່ງຜົນກະທົບບໍ່ດີຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງໂລກໃນປັດຈຸບັນ. ໃນສະພາບການນັ້ນ, ເລື່ອງ ທະເລຕາເວັນອອກ ກາຍເປັນຈຸດຮ້ອນເຮັ່ງ, ເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ກໍບໍ່ມີຫຍັງເປັນໜ້າປະຫຼາດໃຈ.
ໂດຍແມ່ນປະເທດມະຫາອຳນາດທີ່ຫາກໍຟື້ນຕົວ ດ້ວຍກຳລັງຄວາມສາມາດບົ່ມຊ້ອນດ້ານການທະຫານ, ເສດຖະກິດພວມຢູ່ໃນທ່າພັດທະນາ, ຈີນ ຖືທະເລຕາເວັນອອກແມ່ນເຂດສະແດງກຳລັງແຮງ ແລະ ຢຶດເອົາທະເລຕາເວັນອອກເປັນສິດຜູກຂາດ ແມ່ນບາດກ້າວເດີນທຳອິດໃນການກຳນົດ ຈີນ ໃຫ້ເປັນປະເທດມະຫາອຳນາດແຖວໜ້າໃນໂລກໃນຍຸກສະໄໝໃໝ່.
ແຕ່ດົນນານມາແລ້ວ, ປັກກິ່ງ ຖືເອົາການຄວບຄຸມທະເລຕາເວັນອອກແມ່ນສ່ວນໜຶ່ງຂອງການຮັກສາຜົນປະໂຫຍດຫຼັກແຫຼ່ງຂອງ ຈີນ. ສຳລັບຝ່າຍ ອາເມລິກາ, ປະເທດນີ້ກໍເອົາໃຈໃສ່ທີ່ສຸດໃນການຮັກສາການມີໜ້າຢູ່ ອາຊີ - ປາຊີຟິກ ແລະ ກຳນົດການຮັກສາຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລ ຕາເວັນອອກ ແມ່ນຜົນປະໂຫຍດແຫ່ງຊາດ. ມາຮອດສະໄໝທ່ານ Donald Trump ປະທານາທິບໍດີ, ຄວາມຮັບຮູ້ນັ້ນຍິ່ງນັບມື້ນັບພັດທະນາ ແລະ ກາຍເປັນສ່ວນໜຶ່ງຂອງຍຸດທະສາດທີ່ໃຫຍ່ກວ່າ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ອາດເຫັນໄດ້ວ່າ ອາເມລິກາ - ຈີນ ໄດ້ເກີດການຂັດແຍ້ງຜົນໂຫຍດໃນວິທີເຂົ້າເຖິງກັບເຂດທະເລນີ້ ແລະ ການຂັດແຍ້ງນີ້ຍິ່ງນັບມື້ນັບເພີ່ມຂຶ້ນຕາມການເວລາ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn) |
ປະກອບສ່ວນສ້າງບາດກ້າວຫັນປ່ຽນຢ່າງແທດຈິງ, ປະກອບສ່ວນສ້າງສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ
ໃນຍຸດທະສາດແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດເຫຼົ່ານັ້ນ, ສະຖານະການຢູ່ທະເລຕາເວັນອອກມີການຜັນແປຫຼາຍຢ່າງ ແລະ ບັນດາປະເທດຢູ່ແຄມທະເລຕາເວັນອອກກໍຖືກຜົນກະທົບໂດຍກົງຈາກການຜັນແປນີ້. ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດຢູ່ແຄມທະເລ ຍັງບໍ່ທັນໄດ້ຮັບການເຄົາລົບຢ່າງຄົບຖ້ວນ.
ກອງປະຊຸມສຳມະນາສາກົນທະເລຕາເວັນອອກ - ເວທີປາໄສທີ່ເປັນປະໂຫຍດ ໂດຍ ຫວຽດນາມ ລິເລີ່ມ ໄດ້ປະກອບສ່ວນເຂົ້າໃນວິວັດການຊອກຫາວິທີແກ້ໄຂ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ. ຜ່ານການຈັດຕັ້ງມາ 13 ຄັ້ງ, ເວທີປາໄສນີ້ນັບມື້ນັບດຶງດູດຄວາມສົນໃຈຈາກປະຊາຄົມສາກົນ, ຈາກຫຼາຍວົງການ ນັບທັງບັນດາປະເທດຢູ່ພາຍໃນ ແລະ ພາຍນອກພາກພື້ນ. ກອງປະຊຸມສຳມະນານັບມື້ນັບຕິດແທດກັບສະພາບການຕົວຈິງຫຼາຍກວ່າ ແລະ ໄດ້ປຶກສາຫາລືກ່ຽວກັບຫົວຂໍ້ຮີບດ່ວນຈຳເປັນ ດ້ວຍການເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງຂອງວົງການນັກວາງແຜນກຳນົດ ແລະ ປະຕິບັດນະໂຍບາຍ, ສືບຕໍ່ສວມບົດບາດເປັນຂົວຕໍ່ທີ່ດີລະຫວ່າງຊ່ອງທາງທີ່ເປັນທາງການ ແລະ ເຄິ່ງທາງການ ແນໃສ່ຊ່ວຍສ້າງບາດກ້າວຫັນປ່ຽນຢ່າງແທດຈິງ, ປະກອບສ່ວນສ້າງສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.
ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 13 ນີ້ ໄດ້ຮັບຮູ້ຄວາມເຫັນດີເຫັນພ້ອມໃນການຍົກສູງຄຸນຄ່າຂອງກອບນິຕິກຳທີ່ພວມມີໃນປັດຈຸບັນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ນັກຮຽນຮູ້ຫຼາຍທ່ານໄດ້ຕີລາຄາສູງຕໍ່ສົນທິສັນຍາສະບັບນີ້, ຖືນີ້ແມ່ນ “ກົດບັດຂຽວ” ຂອງມວນມະນຸດ, ສາມາດສ້າງລະບຽບການຫຼັການດ້ານນິຕິກຳສຳຄັນເພື່ອໃຫ້ແຕ່ລະປະເທດອີງຕາມນັ້ນ ແລ້ວກຳນົດຂອບເຂດທະເລຂອງຕົນໃຫ້ສອດຄ່ອງກັບມາດຕາຂອງສົນທິສັນຍາ.
ເຖິງວ່າ ນັກຮຽນຮູ້ ຈີນ ຖືວ່າ UNCLOS 1982 ຍັງມີຫຼາຍມາດຕາບໍ່ທັນຈະແຈ້ງ, ລະອຽດ, ຍິ່ງໄປກວ່ານັ້ນ ແມ່ນຕາມເຂົາເຈົ້າແລ້ວແມ່ນ “ຍັງຄຸກເຄືອ” ຈຶ່ງເຮັດໃຫ້ປະເທດອື່ນສວຍໃຊ້, ຍົກອອກຄຳຮຽກທວງສິດທີ່ໄຮ້ເຫດຜົນ, ແຕ່ຄຳເຫັນດັ່ງກ່າວກໍຖືກປະຕິເສດໃນທັນທີ. ຕາມບັນດານັກຊ່ຽວຊານແລ້ວ, ສົນທິສັນຍາສະບັບດັ່ງກ່າວແມ່ນພື້ນຖານເພື່ອໃຫ້ບັນດາປະເທດແກ້ໄຂການຂັດແຍ້ງກັນຢູ່ເຂດທະເລທີ່ຍັງຊ້ຳຊ້ອນກັນ, ມັນຍັງສ້າງກົນໄກເພື່ອໃຫ້ທຸກຝ່າຍແກ້ໄຂການປະທະກັນຢ່າງຈະແຈ້ງຕາມກົດໝາຍສາກົນ. ຈາກນັ້ນ, ນັກຊ່ຽວຊານຜູ້ເຂົ້າຮ່ວມກອງປະຊຸມສໍາມະນາ ກໍຮຽກຮ້ອງວ່າ ຕ້ອງຮ່ວມແຮງຮ່ວມໃຈເພື່ອປົກປ້ອງ UNCLOS 1982 ແລະ ສືບຕໍ່ຊອກຫາມາດຕະການລະອຽດກວ່າອີກສຳລັບມາດຕາຈຳນວນໜຶ່ງ, ໂດຍສະເພາະມາດຕາທີ່ສາມາດສວຍໃຊ້ໄດ້ເພື່ອຕັ້ງໃຈອະທິບາຍຜິດ ແລະ ໄປຕາມທິດທີ່ມີປະໂຫຍດໃຫ້ຝ່າຍໃດຝ່າຍໜຶ່ງ. ນອກຈາກນັ້ນ, ລະບຽບກົດໝາຍຢູ່ທະເລທີ່ອີງໃສ່ UNCLOS ກໍໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມສາກົນ. ທຸກຝ່າຍທີ່ເຂົ້າຮ່ວມສົນທິສັນຍາ UNCLOS ແລ້ວແຕ່ມີພັນທະຕ້ອງປະຕິບັດຕາມ.
ໃນຂະນະທີ່ສະພາບການຢູ່ທະເລຕາເວັນອອກ ຍັງຊ້ອນແຝງໄປດ້ວຍຄວາມວິຕົກກັງວົນໃໝ່ນັ້ນ, ການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່ ແລະ ກົນໄກຮ່ວມມືໃໝ່ທີ່ປະກົດຂຶ້ນໃນພາກພື້ນ ໄດ້ສ້າງບັນຫາໃໝ່ຕໍ່ໂຄງສ້າງພາກພື້ນ, ກອງປະຊຸມສຳມະນາສາກົນ ທະເລຕາເວັນອອກ ສືບຕໍ່ແມ່ນເວທີປາໄສທີ່ມີອິດທິພົນຊື່ສຽງແຖວໜ້າໃນພາກພື້ນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະ ພັດທະນາຢູ່ທະເລຕາເວັນອອກ, ປະກອບສ່ວນສ້າງບາດກ້າວຫັນປ່ຽນຢ່າງແທດຈິງ, ຊຸກຍູ້ການເຈລະຈາ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ./.