(vovworld)- ປະທານາທິບໍດີ ອາເມລິກາ Barack Obama ຫາກໍເດີນທາງຢ້ຽມຢາມ ເຖິງຂົ້ວໂລກເຫນືອ ໃນເວລາ 3 ວັນ, ເປັນຂີດໝາຍແຫ່ງຄວາມມານະພະຍາຍາມຂອງ ອາເມລິກາ ໃນການຊ່ວງເສັງຍາດສິດຄວບຄຸມຢູ່ເຂດທີ່ຮົກເຮື້ອເປົ່າຫວ່າງຊື່ງໄດ້ຮັບການຕີລາຄາວ່າ ແມ່ນເຂດມີຊັບພະຍາກອນທຳມະຊາດຫລາຍສຸດໃນໂລກປະຈຸບັນ, ພິເສດ ແມ່ນນ້ຳມັນ. ໃນສະພາວະ ລັດເຊຍ ເປີດກວ້າງຜົນສະທ້ອນຢູ່ຂົ້ວໂລກເຫນືອ ຢ່າງວ່ອງໄວ, ການເດີນທາງຢ້ຽມຢາມຂອງທ່ານ B. Obama ແມ່ນເພື່ອສົ່ງສານຢ່າງແຮງວ່າ ອາເມລິກາ ກຽມພ້ອມໃຫ້ການຊ່ວງເສັງຍາດສິດຄວບຄຸມຢູ່ເຂດນີ້.
ພາບປະກອບ:baomoi.com
|
ການປ່ຽນແປງຂອງດິນຟ້າອາກາດໃນຊຸມປີມໍ່ໆມານີ້ ພວມເຮັດໃຫ້ນ້ຳແຂງຢູ່ ຂົ້ວໂລກເຫນືອເປື່ອຍອອກຢ່າງວ່ອງໄວ ແລະ ນີ້ອາດຈະແມ່ນໄພພິບັດສິ່ງແວດລ້ອມທີ່ຮ້າຍແຮງທີ່ສຸດ ຊື່ງມວນມະນຸດພວມຮັບມື. ພະຍາກອນວ່າ ຮອດປີ 2030, ນ້ຳແຂງສ່ວນຫລາຍຢູ່ ຂົ້ວໂລກເຫນືອ ຈະເປື່ອຍອອກ. ເຖິງຢ່າງໃດກໍຕາມ, ບັນດາການປ່ຽນແປງຂອງດິນຟ້າອາກາດຢູ່ ຂົ້ວໂລກເຫນືອ ພັດເປີດກາລະໂອກາດບໍ່ທັນມີມາກ່ອນໃຫ້ມະນຸດເມື່ອສາມາດສຳພັດ ແລະ ຂຸດຄົ້ນແຫລ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນຢູ່ທີ່ນີ້.
ການຊ່ວງເສັງລະຫວ່າງບັນດາປະເທດມະຫາອຳນາດ
ໃນໄລຍະຜ່ານມາ, ລັດເຊຍ ໄດ້ເປີດກວ້າງລະດັບຜົນສະທ້ອນຂອງຕົນຢູ່ ຂົ້ວໂລກເຫນືອ ຢ່າງວ່ອງໄວ ດ້ວຍການເພີ່ມທະວີພື້ນຖານໂຄງລ່າງ ແລະ ການມີຫນ້າຂອງກຳລັງທະຫານ. ປີ 2014, ປະທານາທິບໍດີ ລັດເຊຍ V.Putin ໄດ້ຕົກລົງເບີກຈ່າຍຈຳນວນເງິນກວ່າ 4,2 ຕື້ USD ໃຫ້ໂຄງການພັດທະນາ ຂົ້ວໂລກເຫນືອ ໃນໄລຍະ 5 ປີ ເພື່ອພັດທະນາການທະຫານ ແລະ ອຸດສາຫະກຳຢູ່ທີ່ນີ້. ທ້າຍເດືອນ 3 ຜ່ານມາ, ລັດເຊຍ ໄດ້ປະຕິບັດການຊ້ອມຮົມການທະຫານທີ່ມີຂອບຂະຫນາດໃຫຍ່ ໂດຍມີການເຂົ້າຮ່ວມຂອງພົນທະຫານ 40.000 ຄົນ ແລະ ເຮືອດຳນ້ຳ ພ້ອມກັບກຳປັ່ນຮົບ ນັບສີບໆລຳ ຢູ່ ຂົ້ວໂລກເຫນືອ. ຫວ່າງແລ້ວນີ້, ວັນທີ 31/8, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu ໄດ້ຢືນຢັນ: ທ້າຍປີ 2015 ລັດເຊຍ ຈະເພີ່ມທະວີການຜັນຂະຫຍາຍກຳລັງປະກອບອາວຸດຢູ່ເຂດນີ້.
ເມື່ອຊ່ວງເສັງກັບລັດເຊຍ, ອາເມລິກາ ກໍຜັນຂະຫຍາຍຍຸດທະສາດແຫ່ງຊາດໃຫມ່ຢ່າງວ່ອງໄວສຳລັບເຂດທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງນີ້. ລະອຽດຄື: ປະເທດນີ້ ຍຸ້ແຮງການຮ່ວມມືຢ່າງແຫນ້ນແຟ້ນກັບບັນດາພັນທະມິດໃນການແກ້ໄຂບັນດາບັນຫາສິ່ງແວດລ້ອມ, ການປ້ອງກັນຄວາມສະຫງົບ ແລະ ເສດຖະກິດ ຢູ່ ຂົ້ວໂລກເຫນືອ, ຍົກສູງຄວາມສາມາດຊອກຫາ ແລະ ກູ້ໄພກູ້ຊີບ ພື້ນຖານໂຄງລ່າງການທະຫານ, ຮັກສາລະບົບ radar ກ່າວເຕືອນຢູ່ພາກເຫນືອໂດຍໄວ.
ບໍ່ພຽງແຕ່ ອາເມລິກາ, ລັດເຊຍ ເຖິງ ຂົ້ວໂລກເຫນືອ ເທົ່ານັ້ນ ຫາກຫລາຍປະເທດອື່ນກໍພວມພະຍາຍາມເພີ່ມທະວີຂອບຂະຫນາດ ແລະ ການມີຫນ້າຢູ່ເຂດນີ້. ຈີນ ຖະແຫລງ ວ່າ ປະເທດນີ້ ມີຜົນປະໂຫຍດຍຸດທະສາດຢູ່ ມະຫາສະມຸດອະຄະຕີກ ແລະ ກໍ່ສ້າງກອງເຮືອທຳລາຍນ້ຳແຂງ. ປັກກີງ ຍັງມານະພະຍາຍາມຍາດໄດ້ຖານະ “ປະເທດສັງເກດການປະຈຳ” ຢູ່ ສະພາ ຂົ້ວໂລກເຫນືອ (ລວມມີ 8 ປະເທດຄື: ການາດາ, ດານມາກ, ອາເມລິກາ, ແຟງລັງ, ໄອແລນ, ນອກແວ, ສະວິດ ແລະ ລັດເຊຍ). ໃນການກະທຳສະແດງໃຫ້ເຫັນຄວາມມັກໃຫຍ່ໄຝ່ສູງຂອງຕົນ, ກົງກັບວັນທີ່ທ່ານ B. Obama ເດີນທາງເຖິງ ຂົ້ວໂລກເຫນືອ, ຢູ່ນອກຝັ່ງທະເລ Alaska ປະກົດອອກກອງເຮືອຮົບໃຫຍ່ 5 ລຳຂອງຈີນ ມາຕ້ອນຮັບ.
ປະເທດໃດຈະຍາດໄດ້ສິດຄວບຄຸມ
ຕາມບັນດາຕົວເລກຂອງ ສປຊ ແລ້ວ, ຄາດວ່າ ຢູ່ ຂົ້ວໂລກເຫນືອ ມີເຖິງ ¼ ຊັບພະຍາກອນຂອງຫນ່ວຍໂລກ ບໍ່ທັນໄດ້ຄົ້ນພົບເທື່ອ. ອີງຕາມການຕີລາຄາຂອງອົງການທໍລະນີສາດ ອາເມລິກາ ແລ້ວ, ຢູ່ເຂດນີ້ ມີ30% ປະລິມານອາຍແກສຂອງໂລກ, 13% ປະລິມານນ້ຳມັນ, 10% ປະລິມານຖ່ານຫີນ ແລະ ໂລກຫະອື່ນ ນັບທັງດິນຫາຍາກ. ສິ່ງດັ່ງກ່າວພວມຊຸກຍູ້ການແກ້ງແຍ້ງລະຫວ່າງບັນດາປະເທດຢູ່ພາຍໃນ ແລະ ນອກເຂດ ຂົ້ວໂລກເຫນືອ ເພື່ອຍາດສິດຄວບຄຸມບັນດາແຫລ່ງຊັບພະຍາກອນທີ່ມີຄວາມສາມາດບົ່ມຊ້ອນ ປະຈຸບັນ ພວມຢູ່ໃຕ້ນ້ຳ ແລະ ນ້ຳແຂງທີ່ຫນານີ້.
ເຖິງຢ່າງໃດກໍຕາມ, ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານແລ້ວ, ເກືອບຄືວ່າ ໃນການຊ່ວງເສັງນີ້ ລັດເຊຍ ພວມສະແດງໃຫ້ເຫັນທ່າດີດກວ່າ. ກຳລັງຄວາມສາມາດຂອງ ອາເມລິກາ ຢູ່ເຂດນີ້ ຍັງຄົງມີຄວາມຈຳກັດຫລາຍຢ່າງ, ໃນນັ້ນ ຄວາມຈຳກັດໃຫຍ່ສຸດ ນັ້ນແມ່ນ ອາເມລິກາ ຂາດແຄນພື້ນຖານໂຄງລ່າງທີ່ຈຳເປັນເພື່ອສາມາດຮັກສາການມີຫນ້າຢູ່ ຂົ້ວໂລກເຫນືອ. ກອງເຮືອຂອງອາເມລິກາ ຢູ່ ຂົ້ວໂລກເຫນືອ ປະຈຸບັນ ມີກຳປັ່ນທຳລາຍນ້ຳແຂງ ພຽງ 2 ລຳ, ໃນຂະນະນັ້ນ ລັດເຊຍ ມີເຖິງ 40 ລຳ ພ້ອມກັບ ກຳປັ່ນ 11 ລຳ ພວມກະກຽມຕໍ່ໃຫມ່. ນອກນັ້ນ ອາເມລິກາ ປະຈຸບັນ ບໍ່ທັນມີທ່າກຳປັ່ນຢູ່ພາກເຫນືອ, ຂາດແຄນພາຫະນະຫນູນຊ່ວຍບັນດາຄວາມມານະພະຍາຍາມຊອກຫາ, ກູ້ໄພກູ້ຊີບ ແລະ ຕິດຕາມກວດກາສິ່ງແວດລ້ອມ. ອາເມລິກາ ບໍ່ມີທ່າໄດ້ປຽບກ່ຽວກັບພູມສາດ ແລະ ຈຳນວນພົນລະເມືອງ ເມື່ອທຽບໃສ່ກັບລັດເຊຍ ໃນການຊ່ວງເສັງຍາດຜົນສະທ້ອນຢູ່ ຂົ້ວໂລກເຫນືອ ເມື່ອມີເນື້ອທີ່ກວ່າ 60% ຢູ່ ຂົ້ວໂລກເຫນືອ ແມ່ນຂຶ້ນກັບດິນແດນຂອງລັດເຊຍ ແລະ ຈຳນວນພົນລະເມືອງກວ່າ 80% ຂອງຂົ້ວໂລກເຫນືອແມ່ນດຳລົງຊີວິດຢູ່ ລັດເຊຍ. ສະນັ້ນ ໂດຍຮັບຮູ້ຢ່າງຈະແຈ້ງບັນດາຈຸດອ່ອນນີ້, ໃນການຢ້ຽມຢາມ 3 ມື້ ເຖິງ ຂົ້ວໂລກເຫນືອ, ປະທານາທິບໍດີ Obama ໄດ້ສະເຫນີ ເພີ່ມງົບປະມານເພື່ອກໍ່ສ້າງກອງເຮືອທຳລາຍນ້ຳແຂງ ໃຫມ່ເພື່ອໃຫ້ອາເມລິກາ ມີກາລະໂອກາດລາດຕະເວັນຢູ່ເຂດນີ້ໃນຕະຫລອດປີ. ທຳນຽບຂາວ ປາດຖະຫນາວ່າ ບັນດາກຳປັ່ນທຳລາຍນ້ຳແຂງນີ້ ຈະຊ່ວຍຮັບປະກັນວ່າ ອາເມລິກາ ສາມາດຕອບສະຫນອງຜົນປະໂຫຍດແຫ່ງຊາດຢ່າງພຽງພໍ, ຮັກສາ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ເພີ່ມທະວີການຮ່ວມມືສາກົນກໍຄືລະຫວ່າງລັດກັບທ້ອງຖິ່ນ ແລະ ບັນດາກົກເຫລົ່າ.
ໃນຂະນະນັ້ນ ຈີນ ເຖິງວ່າມີຄວາມມັກໃຫຍ່ໃຝ່ສູງ ແຕ່ສ່ອງຫວ່າງກ່ຽວກັບພູມສາດ ແລະ ບັນດາຄວາມຫຍຸ້ງຍາກດ້ານເສດຖະກິດປະຈຸບັນ ຈະກໍ່ຄວາມຈຳກັດແນ່ນອນບົນເສັ້ນທາງທີ່ ປັກກີງ ຊອກຫາເສັ້ນທາງເດີນທະເລໃຫມ່ຢູ່ມະຫາສະມຸດອະຄະຕີກ. ການຊ່ວງເສັງຍາດສິດຄວບຄຸມຢູ່ ຂົ້ວໂລກເຫນືອ, ຊື່ງແມ່ນເຂດຮົກເຮື້ອເປົ່າຫວ່າງ ໄດ້ຮັບການຕີລາຄາວ່າ ມີຊັບພະຍາກອນທຳມະຊາດຫລາຍສຸດໃນໂລກປະຈຸບັນ ພຽງເລີ່ມຕົ້ນ ແລະ ແນ່ນອນວ່າຈະຂ້ຽວຂາດກວ່າໃນໄລຍະຈະມາເຖິງ.