ການຊ່ວຍເຫຼືອ ກໍາປູເຈຍ ຟື້ນຟູປະເທດຊາດຄືນໃໝ່ ແມ່ນ ພາລະກໍາອັນສູງສົ່ງຂອງຫວຽດນາມ

(VOVWORLD) -ພື້ນຖານເສດຖະກິດ ກໍປູເຈຍ ຖືກທໍາລາຍ ພາຍໃຕ້ລະບອບ Pol Pot, ບໍ່ມີການຕະຫຼາດ, ບໍ່ມີການຄ້າ, ບໍ່ມີເງິນ ແລະ ບໍ່ມີການເຄື່ອນໄຫວເສດຖະກິດໃດໆ ນອກຈາກການເຂັ່ນຂ້າ ແລະ ທໍລະມານ

            ວັນທີ 7 ມັງກອນກ່ອນນີ້ 40 ປີ, ປະເທດ ກໍາປູເຈຍ ໄດ້ຮັບການປົດປ່ອຍຢ່າງສົມບູນ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ເຊິ່ງແມ່ນລະບອບດັບສູນມວນມະນຸດທີ່ໂຫດຮ້າຍສາມານທີ່ສຸດ ໃນປະຫວັດສາດຂອງສະຕະວັດທີ 20, ເຫດການດັ່ງກ່າວໄດ້ເປີດສັງກາດຟື້ນຟູປະເທດ ກໍາປູເຈຍ ຄືນໃໝ່. ໃນໄຊຊະນະນັ້ນ, ນໍ້າໃຈສາກົນອັນສູງສົ່ງ ແລະ ຄວາມຮັບຜິດຊອບຕໍ່ເພື່ອນມະນຸດດ້ວຍກັນ ຂອງປະຊາຊົນຫວຽດນາມ ໄດ້ຊ່ວຍກູ້ເອົາປະຊາຊົນກໍາປູເຈຍ  ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ ເຊິ່ງເປັນສັນຍາລັກອັນດີງາມຂອງນໍ້າໃຈສາມັກຄີຕໍ່ສູ້ດ້ວຍຄວາມສັດຊື່, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ ແລະ ກໍາປູເຈຍ.

        ເດືອນທັນວາ 1978, ຕໍ່ໜ້າຄໍາຮຽກຮ້ອງຂອງແນວໂຮມສາມັກຄີປົດປ່ອຍຊາດກໍາປູເຈຍ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສົມທົບກັບບັນດາກໍາລັງປະກອບອາວຸດປະຕິວັດ ກໍາປູເຈຍ ດໍາເນີນການບຸກໂຈມຕີພວກ ຂະແມແດງ ຄັ້ງຕ່າງໆ, ປົດປ່ອຍ ກໍາປູເຈຍ ຢ່າງສົມບູນ, ສິ້ນສຸດໄລຍະເວລາທີ່ມືດມົວທີ່ສຸດໃນປະຫວັດສາດ ກໍາປູເຈຍ, ເປີດສັງກາດໃໝ່ແຫ່ງເອກະລາດ, ເສລີພາບ, ປະຊາທິປະໄຕ ແລະສັງຄົມກ້າວໜ້າ.

        ການຊ່ວຍເຫຼືອ ກໍາປູເຈຍ ຟື້ນຟູປະເທດຊາດຄືນໃໝ່

        ພາຍຫຼັງປະເທດ ກໍາປູເຈຍ ໄດ້ຮັບການປົດປ່ອຍ, ຫວຽດນາມ ໄດ້ມາຊ່ວຍເຫຼືອ ກໍາປູເຈຍ ຢ່າງຫຼວງຫຼາຍ ທັນທີ ກ່ຽວກັບວຽກງານການຈັດຕັ້ງອໍານາດການປົກຄອງ, ການສ້າງອໍານາດແຫ່ງລັດ ຢູ່ຮາກຖານ ແລະ ແຕ່ງຕັ້ງນັກຊ່ຽວຊານດ້ານເຕັກນິກຫຼາຍຄົນ ໄປຍັງກໍາປູເຈຍເພື່ອປະຕິຮູບ ແລະ ສ້າງສາປະເທດ ກໍາປູເຈຍ ຄືນໃໝ່, ກໍຄື ຊ່ວຍປ້ອງກັນ, ສະກັດກັ້ນ, ບໍ່ປະໃຫ້ລະບອບດັບສູນເຊື້ອຊາດກັບຕ່າວຄືນປະເທດນີ້ອີີກ. ຕາມເອກະສານ ຈາກ ສະຖາບັນພັດທະນາ ແລະ ສັນຕິພາບ ກໍາປູເຈຍ ແລ້ວ, ພື້ນຖານເສດຖະກິດ ກໍປູເຈຍ ຖືກທໍາລາຍ ພາຍໃຕ້ລະບອບ Pol Pot, ບໍ່ມີການຕະຫຼາດ, ບໍ່ມີການຄ້າ, ບໍ່ມີເງິນ ແລະ ບໍ່ມີການເຄື່ອນໄຫວເສດຖະກິດໃດໆ ນອກຈາກການເຂັ່ນຂ້າ ແລະ ທໍລະມານ. ນັ້ນໄດ້ຮັບຖືວ່າ “ປີ 1979 ແມ່ນປີທີ່ປະເທດ ກໍາປູເຈຍ ຕ້ອງເລີ່ມຕົ້ນທຸກສິ່ງທຸກຢ່າງ. ປະເທດ ຫວຽດນາມ ເອງ ກໍຫາກໍ່ ຫຼຸດພົ້ນອອກຈາກ 2 ສົງຄາມ. ແຕ່ ດ້ວຍນໍ້າໃຈການຊ່ວຍເຫຼືອອັນບໍລິສຸດຜຸດຜ່ອງ, ບໍ່ພຽງແຕ່ ແບ່ງປັນທາງດ້ານວັດຖຸເທົ່່ານັ້ນ, ຫາກ ຫວຽດນາມ ຍັງຊ່ວຍ ກໍາປູເຈຍ ຕໍ່ສູ້ທາງດ້ານການເມືອງ, ນິຕິກໍາ, ວຽກງານສະພາແຫ່ງຊາດ, ການຕ່າງປະເທດ ແລະ ອື່ນໆອີກດ້ວຍ.

        ພາຍຫຼັງເວລາ 20 ປີ, ຫວຽດນາມ ໄດ້ປະຕິບັດສໍາເລັດເປົ້າໝາຍຍຸດທະສາດຢ່າງສົມບູນແບບ ນັ້ນແມ່ນ: ລົບລ້າງພວກ ຂະແມແດງ ຢ່າງສິ້ນເຊີງ, ນໍາມາເຊິ່ງສັນຕິພາບ ແລະ ການພັດທະນາໃຫ້ແກ່ປະຊາຊົນ ກໍາປູເຈຍ, ຊ່ວຍ ກໍາປູເຈຍ ສ້າງຕັ້ງສາຍພົວພັນອັນດີງາມກັບບັນດາປະເທດ. ບໍ່ພຽງແຕ່ຢຸດຕິຄວາມສ່ຽງເກີດສົງຄາມພາຍໃນປະເທດເທົ່ານັ້ນ; ລັດຖະບານ ກໍາປູເຈຍ ນໍາປະເທດເຊື່ອມໂຍງເຂົ້າກັບໂລກຄືນໃໝ່, ສ້າງຂີດໝາຍດ້ວຍເຫດການ ກໍາປູເຈຍ ໄດ້ເຂົ້າເປັນສະມາຊິກ ຂອງ ປະຊາຄົມ ອາຊຽນ ເມື່ອປີ 1999 ຢູ່ ຮ່າໂນ້ຍ. ຫວຽດນາມ ບໍ່ພຽງແຕ່ຊ່ວຍເຫຼືອ ໃຫ້ປະຊາຊົນກໍາປູເຈຍ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີຄວາມສັນຕິພາບເທົ່ານັ້ນ ຫາກສິ່ງສໍາຄັນທີ່ສຸດແມ່ນ ມອບສິດເອກະລາດ, ເປັນເຈົ້າຕົນເອງໃຫ້ແກ່ປະເທດນີ້. ສາຍພົວພັນລະຫວ່າງສອງປະເທດ ແມ່ນອີງໃສ່ຄວາມເຂົ້າໃຈ, ເຄົາລົບນັບຖືເຊິ່ງກັນແລະກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ບົນຖານສະຫາຍອ້າຍນ້ອງ.

ນ້ຳໃຈສາກົນອັນສູງສົ່ງ

ແຕ່ລະປີ, ເມື່ອຮອດໂອກາດປະເທດກຳປູເຈຍ ສະເຫລີມສະຫລອງ ວັນຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ຫລື ໃນໂອກາດພົບປະກັບການນຳ ຫວຽດນາມ, ການນຳພັກ, ລັດ ແລະ ປະຊາຊົນ ກຳປູເຈຍ ລ້ວນແຕ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ປະຊາຊົນ ແລະ ທະຫານອາສາສະໝັກຫວຽດນາມ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen  ໄດ້ເນັ້ນຫນັກເປັນຫລາຍຄັ້ງວ່າ: ຄຸນງາມຄວາມດີອັນຍິ່ງໃຫຍ່ນີ້ ຈະໄດ້ຈົດຈຳໄວ້ຕະຫລອດການໃນປະຫວັດສາດກຳປູເຈຍ.

ເຖິງວ່າ ເວລາໄດ້ຜ່ານໄປແລ້ວກໍ່ຕາມ ຢູ່ໃນໂລກ ຍັງມີຄຳເຫັນ, ການຕີລາຄາທີ່ແຕກຕ່າງກັນກ່ຽວກັບສົງຄາມນີ້ ແຕ່ມາຮອດປະຈຸບັນ ຜ່ານ 40 ປີຜ່ານມາ, ບັນດາເຫດການປະຫວັດສາດນັບມື້ນັບໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງ. ການກະທຳອັນບໍລິສຸດຜຸດພ່ອງ, ມີຄວາມໝາຍ ແລະ ການເສຍສະຫລະອັນສູງສົ່ງຂອງຫວຽດນາມໃນການຊ່ວຍປະເທດກຳປູເຈຍ ຫລຸດພົ້ນອອກຈາກວິນາດສະກຳດັບສູນເຊື້ອຊາດ ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້. ໃນບົດຂຽນທີ່ລົງພິມໃນຫນັງສືພິມ Chicago Tribune ຂອງອາເມລິກາ ປີ 1990 ໄດ້ຢືນຢັນວ່າ: ຫວຽດນາມ ໄດ້ມີຄຸນງາມຄວາມດີໃນການຢຸດຕິໂທດກຳອັນໂຫດຫ້ຽມຂອງລະບອບ ຂະແມແດງ, ໂຄ່ນລົ້ມ ລະບອບ Polpot ໃນສົງຄາມຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ. ຕາມບົດຂຽນດັ່ງກ່າວແລ້ວ, ເລື່ອງຫວຽດນາມ ສົ່ງກຳລັງທະຫານໄປຊ່ວຍກຳປູເຈຍ ແມ່ນບາດກ້າວເດີນໃນການຮັກສາສັນຕິພາບຢູ່ພາກພື້ນອິນດູຈີນ. ຫນັງສືພິມທາມ Canberra ຂອງອົດສະຕາລີ ສະບັບອອກວັນທີ 19 ມີນາປີ 1989 ໄດ້ຕີລາຄາວ່າ “ຜູ້ໃດກໍ່ຮັບຮູ້ວ່າ ເລື່ອງຫວຽດນາມ ໄປຍັງກຳປູເຈຍ ໄດ້ນຳມາເຊິ່ງໝາກຜົນຢ່າງຈະແຈ້ງ. ການກະທຳນັ້ນໄດ້ຮັບການຂ່ຳນັບຮັບຕ້ອນຈາກປະຊາຊົນກຳປູເຈຍໃນທົ່ວປະເທດຄືດັ່ງການປົດປ່ອຍໃຫ້ເຂົາເຈົ້າ. ແລະ ຜູ້ໃດກໍ່ເຫັນໄດ້ຢ່າງຈະແຈ້ງວ່າ: ແຕ່ກ່ອນມາຮອດປະຈຸບັນ ຂະແມແດງ ບໍ່ອາດກັບຄືນພະນົມເປັນໄດ້ ຍ້ອນການມີຫນ້າຂອງຫວຽດນາມ.”

ພິເສດ ໄລຍະມໍ່ໆມານີ້ ກອງປະຊຸມສານວິສາມັນໃນລະບົບສານຂອງ ກຳປູເຈຍ ພາຍໃຕ້ການຫນູນຊ່ວຍຂອງສະຫະປະຊາຊາດ ໄດ້ອອກຄຳຕັດສິນ: ການກະທຳຜິດຂອງບັນດາອະດີດການນຳ Khieu Samphan ແລະ  Nuon Chea ຂອງກຸ່ມດັບສູນເຊື້ອຊາດ Pol Pot ແມ່ນໂທດກຳດັບສູນເຊື້ອຊາດຕ້ານຄືນມວນມະນຸດ. ນີ້ແມ່ນການຮັບຮູ້ຈາກສາກົນ ກ່ຽວກັບຄວາມເປັນທຳຂອງຫວຽດນາມ ສຳລັບການຕໍ່ສູ້ເປັນທຳນີ້.

ທ່າອ່ຽງລວມຂອງໂລກປະຈຸບັນ ນັ້ນແມ່ນສັນຕິພາບ, ຄວາມຮັກແພງ ແລະ ປ່ອງດອງ, ຖື ມະນຸດເປັນໃຈກາງ. ນັ້ນແມ່ນທ່າອ່ຽງ ແລະ ແມ່ນເປົ້າໝາຍສະຫັດສະວັດຂອງ ສະຫະປະຊາຊາດ. ສະນັ້ນ ເລື່ອງຫວຽດນາມ ແມ່ນປະເທດຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ເຮັດໄດ້ສິ່ງທີ່ຍິ່ງໃຫຍ່ ນັ້ນແມ່ນກູ້ເອົາປະເທດຫນຶ່ງຫລຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ນຳມາເຊິ່ງສັນຕິພາບໃຫ້ແກ່ປະເທດຫນຶ່ງ, ນຳມາເຊິ່ງພື້ນຖານສັນຕິພາບ, ເອກະລາດ ແລະ ເປັນເຈົ້າຕົນເອງ ຫາກບໍ່ແມ່ນພື້ນຖານສັນຕິພາບທີ່ເອື່ອຍອີງ, ນັ້ນແມ່ນການປະຕິບັດເປົ້າໝາຍອັນສູງສົ່ງ ຊື່ງທົ່ວໂລກພວມມຸ່ງໄປເຖິງ ນັ້ນແມ່ນຍາດເອົາສິດມີຊີວິດ, ສິດເປັນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ