( vovworld ) – ເລື່ອງສະຫລຸບການປະຕິບັດລັດຖະທຳມະນູນປີ 1992 ແລະ ຮັບເອົາຄຳເຫັນກ່ຽວກັບບັນດາບັນຫາຕ້ອງໄດ້ຮັບການປັບປຸງ ໃນລັດຖະທຳມະນູນສະບັບນີ້ ພວກໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຈາກບັນດາຂະແໜງການທີ່ມີທີ່ໜ້າທີ່ຮັບຜິດຊອບ. ວັນທີ 18/4, ຢູ່ຮ່າໂນ້ຍ, ຄະນະບັນນາທິການຮຽບຮຽງລັດຖະທຳມະນູນປີ 1992 ສະບັບປັບປຸງ ກໍໄດ້ຈັດວາລະປະຊຸມຄັ້ງທີ 4 ປຶກສາຫາລືກ່ຽວກັບຮ່າງບົດລາຍງານສະຫລຸບການປະຕິບັດລັດຖະທຳມະນູນປີ 1992 ແລະ ຮ່າງບົດລາຍງານບັນດາບັນຫາພື້ນຖານກ່ຽວກັບການປັບປຸງລັດຖະທຳມະນູນສະບັບນີ້. ກ່ອນນັ້ນ, ບັນດາຄຳເຫັນລ້ວນແຕ່ຖືວ່າ ການປັບປຸງລັດຖະທຳມະນູນແມ່ນຈຳເປັນທີ່ສຸດ ເພື່ອແນໃສ່ສ້າງພະລັງຢ່າງແຂງແຮງໃຫ້ແກ່ພາລະກິດພັດທະນາເສດຖະກິດ, ວັດທະນະທຳ, ການສຶກສາ, ສັງຄົມ ໃຫ້ເໝາະສົມກັບສະພາບການປ່ຽນໃໝ່ຂອງປະເທດຊາດໃນຊຸມປີຕໍ່ໄປ.
(ພາບປະກອບ:tapchikiemsat.org.vn)
ຈຸດປະສົງຂອງການປັບປຸງລັດຖະທຳມະນູນຄັ້ງນີ້ ແມ່ນຕ້ອງເຮັດແນວໃດສ້າງຂຶ້ນກົນຈັກບໍລິຫານຈາກຂັ້ນເທິງລົງຮອດຂັ້ນລຸ່ມ, ສ້າງກົນໄກການເຄື່ອນໄຫວມີ່ເປັນເອກະພາບ ແລະ ມີປະສິດທິຜົນຢ່າງແທ້ຈິງ. ເພື່ອແກ້ໄຂບັນດາບັນຫາໄດ້ຢ່າງໄວວາ ແລະ ກະທັດລັດ ຕາມຄວາມ ຮຽກຮ້ອງຕ້ອງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊີ່ງກ້ວາງຂວາງນັ້ນ, ມັນຮຽກຮ້ອງໃຫ້ລະບົບກົງຈັກຕ້ອງມີຄວາມກະທັດລັດ. ໃນການປັບປຸງເມື່ອປີ 2001, ລັດຖະທຳມະນູນປີ 1992 ໄດ້ຮັບຮູ້ຫຼັກການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະທຳມະນູນຍັງບໍ່ທັນກຳນົດຢ່າງຈະແຈ້ງວ່າ ອົງການໃດປະຕິບັດສິດບໍລິຫານ, ອົງການໃດປະຕິບັດສິດຕຸລາການ, ສະນັ້ນ ບັນດາຂໍ້ກຳນົດກ່ຽວກັບທີ່ຕັ້ງ, ພາລະໜ້າທີ່ ແລະ ການພົວພັນຂອງບັນດາອົງການໃນຈົງຈັກລັດບໍ່ທັນຈະແຈ້ງເທື່ອ. ທ່ານ Nguyen Dinh Quyen ສະມາຊິກສະແຫ່ງຊາດນະຄອນຫຼວງຮ່າໂນ້ຍ ຖືວ່າ:
“ລັດຖະທຳມະນູນປີ 1992 ສ່ວນຫຼາຍແມ່ນສຸມໃສ່ປ່ຽນໃໝ່ຮອບດ້ານລະບອບເສດຖະກິດ, ວັດທະນະທຳ, ສັງົຄມ, ສິດ ແລະ ພັນທະອັນເປັນພື້ນຖານຂອງພົນລະເມືອງ. ສ່ວນສຳລັບກົງຈັກລັດ, ແມ່ນຍັງຄົງຮັກສາໂດຍພື້ນຖານ ຕາມຮູບແບບຂອງລັດຖະທຳມະນູນສະບັບເກົ່າ ສະນັ້ນ ຕ້ອງມີການກຳນົດທິດອັນເປັນພື້ນຖານທີ່ສຸດກ່ຽວກັບການປັບປຸງກົງຈັກລັດ. ພວກເຮົາຕ້ອງອະທິບາຍໄດ້ວ່າ ຫຼັກການສິດອຳນາດແຫ່ງລັດ ແມ່ນຂຶ້ນກັບປະຊາຊົນ, ມີການແບ່ງໜ້າທີ່ ສົມທົບກັນລະຫວ່າງບັນດາອົງການແຫ່ງລັດໃນການປະຕິບັດ 3 ສິດຄື: ນິຕິບັນຍັດ, ບໍລິຫານ ແລະ ຕຸລາການ“.
ການພົບປະເຈລະຈາວິທະຍາສາດກ່ຽວກັບ “ການປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992“
(ພາບ:hvcsnd.edu.vn)
ສຳລັບບັນຫາສິດ ແລະ ພັນທະໂດຍພື້ນຖານຂອງພົນລະເມືອງ, ລັດຖະທຳມະນູນປີ 1992 ໄດ້ຮັບຮູ້ບັນດາສິດ ແລະ ຄວາມເສລີໂດຍພື້ນຖານຂອງມະນຸດ, ຂອງພົນລະເມືອງຢ່າງຄົບຖ້ວນພໍສົມຄວນ, ສອດຄ່ອງກັບທຳນຽມສາກົນ ແລະ ສົນທິສັນຍາຊື່ງ ຫວຽດນາມ ໄດ້ເຊັນ ຫຼືເຂົ້າຮ່ວມ. ແຕ່ເຖິງຢ່າງໃດກໍ່ຕາມ, ຜ່ານການສະຫລຸບກໍເຫັນວ່າ ວິທີສະແດງອອກໃນບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 1992 ຍັງບໍ່ທັນມີລັກສະນະວິທະຍາສາດ, ບໍ່ທັນສະແດງໃຫ້ເຫັນສາຍພົວພັນຢ່າງຖືກຕ້ອງລະຫວ່າງລັດ ແລະ ພົນລະເມືອງ. ເພື່ອປັບປຸງ, ເພີ່ມເຕີມ ຕ້ອງເຮັດໃຫ້ກະຈ່າງແຈ້ງ, ຈຳແນກສິດທິມະນຸດ ກັບສິດຂອງພົນລະເມືອງ. ລັດຖະທຳມະນູນສະບັບປັບປຸງຕ້ອງເຮດໃຫ້ແຈ້ງ 3 ລັກສະນະພື້ນຖານ ສ້າງເປັນທາດແທ້ຂອງລະບອບ ນັ້ນແມ່ນລັກສະນະສັງຄົມນະຍົມ, ລັກສະນະປະຊາຊົນ ແລະ ລັກສະນະອຳນາດນິຕິບັນຍັດ ຕ້ອງກຳນົດ ແລະ ປັບປຸງສິດເປັນເຈົ້າຂອງປະຊາຊົນ, ສາຍພົວພັນລະຫວ່າງລັດ ແລະ ປະຊາຊົນຢ່າງບໍ່ຢຸດຢັ້ງ. ສິດອຳນາດແຫ່ງລັດຂອງປະຊາຊົນ ຈະກຳນົດໄດ້ ຖ້າຖືເອົາກຸ່ມກ້ອນມະຫາສາມັກຄີເປັນພື້ນຖານ. ທ່ານ Vu Duc Khien ອະດີດປະທານຄະນະກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ ໃຫ້ຄຳເຫັນວ່າ:
“ມາດຕາທີ 2 ຂອງລັດຖະທຳມະນູນປີ 1992 ໄດ້ເວົ້າວ່າ ສິດອຳນາດທັງໝົດຂອງລັດ ແມ່ນຂຶ້ນກັບປະຊາຊົນ ຊື່ງພື້ນຖານແມ່ນສະຫະພັນຊົນຊັ້ນກຳມະກອນ, ຊາວກະສິກອນ ແລະ ຖັນແຖວນັກປັນຍາຊົນ. ຂ້າພະເຈົ້າສະເໜີໃຫ້ປັບປຸງສັບດັ່ງກ່າວ, ຕ້ອງເວົາວ່າ ພື້ນຖານແມ່ນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍ້ອນວ່າ ພັກໄດ້ກຳນົດກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດມີບົດບາດຍຸດທະສາດ“
ກ່ຽວກັບນະໂຍບາຍເສດຖະກິດ, ຕາມຜູ້ຊ່ຽວຊານຫຼາຍທ່ານແລ້ວ, ຮ່າງລັດຖະທຳມະນູນສະບັບປັບປຸງຈະປັບປຸງເພີ່ມເຕີມບັນດາຂໍ້ກຳນົດຮັບປະກັນຈຸດໝາຍ, ການກຳນົດທິດນະໂຍບາຍໃຫ່ຍເພື່ອພັດທະນາພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບການຈັດຕັງດຳເນີນທຸລະກິດ ແລະ ຮູບການແຈກຢາຍ.
ລັດຖະທຳມະນູນປີ 1992 ແມ່ນລັດຖະທຳມະນູນສະບັບທີ 4 ຂອງ ຫວຽດນາມ ນັບແຕ່ປະເທດ ຫວຽດນາມ ຍາດໄດ້ເອກະລາດເມື່ອປີ 1945. ເລື່ອງປັບປຸງ, ເພີ່ມເຕີມລັດຖະທຳມະນູນຄັ້ງນີ້ ສືບຕໍ່ໄດ້ຫັນບັນດາແຜນນະໂຍບາຍ, ນະໂຍບາຍໃຫ່ຍ ຊື່ງໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັງທີ 11 ເປັນລະບຽບກົດໝາຍ, ສ້າງທ່ວງທ່າໃຫ້ແກ່ການພັດທະນາປະເທດ ຫວຽດນາມ.