(vovworld) - ເພື່ອພັດທະນາເສດຖະກິດ ສັງຄົມ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວຍຫນ້ອຍ ແລະ ເຂດພູດອຍຢ່າງມີປະສິດທິຜົນ ແລະ ຍືນຍົງ ແມ່ນຫນຶ່ງໃນບັນດາຂົງເຂດທີ່ມີລັກສະນະບຸກທະລຸ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ. ເວທີປາໄສ “ສະພາບຊັບພະຍາກອນມະນຸດຕົວຈິງຢູ່ເຂດຊົນເຜົ່າ, ເຂດພູດອຍຮອດປີ 2020” ໂດຍຄະນະກຳມະການຊົນເຜົ່າ ແລະ ໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນຫວ່າງມໍ່ໆມານີ້ ຢູ່ ຮ່າໂນ້ຍ ໄດ້ເຕື້ອງເຖິງຫລາຍມາດຕະການເພື່ອພັດທະນາແຫລ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ, ເຂດພູດອຍ.
ເວທີປາໄສ “ສະພາບຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ, ເຂດພູດອຍຮອດປີ 2020”
ພາບ: internet |
ຫວຽດນາມ ມີ 54 ຊົນເຜົ່າ, ໃນນັ້ນ ມີ 53 ຊົນເຜົ່າສ່ວນຫນ້ອຍ ກວມກວ່າ 14% ຍອດຈຳນວນພົນລະເມືອງໃນທົ່ວປະເທດ. ບັນດາຊົນເຜົ່າສ່ວນຫນ້ອຍດຳລົງຊີວິດຢູ່ເຂດພູດອຍທາງພາກເຫນືອ, ພາກກາງ, ເຂດໄຕງວຽນ ແລະ ທາງທິດຕາເວັນຕົກພາກໃຕ້ ຫວຽດນາມ. ປະຈຸບັນ ບັນດາຊົນເຜົ່າສ່ວນຫນ້ອຍພວມເຕີບໂຕຢ່າງວ່ອງໄວ ແລະ ເຊື່ອມໂຍງເຂົ້າກັບການພັດທະນາລວມຂອງທົ່ວປະເທດຜ່ານບັນດາໂຄງການ, ນະໂຍບາຍຂອງພັກ ແລະ ລັດໃນຫລາຍປີຜ່ານມາ. ເຖິງຢ່າງໃດກໍຕາມ ກຳລັງແຮງພາຍໃນຂອງເຂດຊົນເຜົ່າສ່ວນຫນ້ອຍ ຍັງຈຳກັດຢູ່, ບໍ່ທັນຕອບສະຫນອງການປ່ຽນແປງຢ່າງວ່ອງໄວ ແລະ ເຂັ້ມແຂງຂອງພື້ນຖານເສດຖະກິດການຕະຫລາດ ໄດ້ ຍ້ອນການສຶກສາ ແລະ ບຳລຸງສ້າງແຮງງານຢູ່ເຂດນີ້ຍັງຈຳກັດນັບທັງຈຳນວນ ແລະ ຄຸນນະພາບ ເມື່ອທຽບໃສ່ລະດັບປານກາງຢູ່ທ້ອງຖິ່ນ. ສະນັ້ນ ການບຳລຸງສ້າງພັດທະນາແຫລ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜ່ົາສ່ວນຫນ້ອຍ, ເຂດພູດອຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ, ລັດ ຫວຽດນາມ ແລະ ຖືວ່າ ແມ່ນບັນຫາພິເສດສະເພາະໃນນະໂຍບາຍສັງລວມຂອງຍຸດທະສາດພັດທະນາແຫລ່ງຊັບພະ
ຍາກອນມະນຸດໃຫ້ແກ່ບັນດາເຂດຊົນເຜົ່າສ່ວນຫນ້ອຍ. ເພື່ອຍົກສູງຄຸນນະພາບການສຶກສາບຳລຸງສ້າງໃຫ້ປະຊາຊົນຢູ່ເຂດຊົນເຜົ່າ, ຄະນະກຳມະການຊົນເຜົ່າເຂດພູດອຍ ຈະສ້າງຕັ້ງສະຖາບັນຊົນເຜົ່າເພື່ອບຳລຸງສ້າງນັກຮຽນຊາວຊົນເຜົ່າສ່ວນຫນ້ອຍ, ພະນັກງານທີ່ເຮັດວຽກຢູ່ເຂດຊົນເຜົ່າ, ເຂດພູດອຍ. ບໍລິການການແພດຂອງລັດ, ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນກໍແມ່ນປັດໄຈສຳຄັນປະກອບສ່ວນປັບປຸງຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ຕາມທ່ານ Kso Phuoc, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດແລ້ວ, ຫນ້າທີ່ສຳຄັນໃນໄລຍະຈະມາເຖິງ ແມ່ນປະຕິບັດວຽກງານວາງແຜນກຳນົດການພັດທະນາເສດຖະກິດ ສັງຄົມ ຢູ່ ເຊດຊົນເຜົ່າ, ເຂດພູດອຍ ເປັນຢ່າງດີ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາແຫລ່ງຊັບພະຍາກອນມະນຸດ.
“ບົນພື້ນຖານວາງແຜນກຳນົດພັດທະນາເສດຖະກິດສັງຄົມ ຕາມທ້ອງຖິ່ນ, ຕາມເຂດທີ່ຈຳເປັນຕ້ອງວາງແຜນກຳນົດພັດທະນາແຫລ່ງຊັບພະຍາກອນມະນຸດມີການກຳນົດທິດ, ມີຂັ້ນຕອນ ແລະ ບາດກ້າວເດີນທີ່ເໝາະສົມ, ຈັດແບ່ງ, ຊັບຊ້ອນລະບົບເຄືອຂ່າຍການສຶກສາຈາກຊັ້ນອະນຸບານຕະຫລອດຮອດມັດທະຍົມ, ບັນດາໂຮງຮຽນລົງເລິກວິຊາ, ບັນດາໂຮງຮຽນສອນວິຊາຊີບ, ວິທະຍາໄລ, ມະຫາວິທະຍາໄລ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາຢ່າງແຮງນັບທັງດ້ານຈຳນວນ ແລະ ຄຸນນະພາບອົງປະກອບວິຊາຊີບ, ມີນະໂຍບາຍບຸລິມະສິດບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດໃຫ້ແກ່ບັນດາຊົນເຜົ່າສ່ວນຫນ້ອຍ.”
ພັກ, ລັດ ເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງແຫລ່ງ
ຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າສ່ວນຫນ້ອຍ
ພາບ: internet
|
ເພື່ອພັດທະນາແຫລ່ງຊັບພະຍາກອນມະນຸດຢ່າງວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ, ຄຽງຄູ່ກັບການລົງທຶນ, ຫນູນຊ່ວຍຈາກສູນກາງ, ບັນດາທ້ອງຖິ່ນຢູ່ເຂດຊົນເຜົ່າສ່ວນຫນ້ອຍ, ເຂດພູດອຍຕ້ອງເສີມຂະຫຍາຍລັກສະນະກຸ້ມຕົນເອງ, ເປັນເຈົ້າການ, ບືນຕົວຂຶ້ນ. ຕາມທ່ານ ດຣ Phan Van Hung ຮອງຫົວຫນ້າຄະນະກຳມະການຊົນເຜົ່າ, ເຂດພູດອຍແລ້ວ, ການພັດທະນາແຫລ່ງຊັບພະຍາກອນມະນຸດ ຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງສ້າງພະນັກງານ.
“ຕ້ອງຖືການພັດທະນາແຫລ່ງຊັບພະຍາກອນມະນຸດແມ່ນການລົງທຶນພັດທະນາແບບຍືນຍົງໃນອະນາຄົດ. ພວກເຮົາຕ້ອງມີໂຄງການບຳລຸງສ້າງປັນຍາຊົນ, ຜູ້ມີຄວາມເກັ່ງກ້າສາມາດ ໃນຕໍ່ຫນ້າ. ພວກເຮົາ ຕ້ອງເຮັດແນວໃດໃຫ້ແຕ່ລະຊົນເຜົ່າລ້ວນແຕ່ມີປັນຍາຊົນເພື່ອນຳພາຊົນເຜົ່າຕົນໃຫ້ພັດທະນາ. ຕ້ອງມີລາຍການສົ່ງບັນດາຊາວຫນຸ່ມດີເດັ່ນຢູ່ຊົນເຜົ່າສ່ວນຫນ້ອຍໄປຮຽນຢູ່ຕ່າງປະເທດ, ສຳພັດກັບເຕັກໂນໂລຊີໃຫມ່, ຄວາມຮູ້ໃຫມ່ຫາກບໍ່ພຽງແຕ່ຮຳ່ຮຽນຢູ່ພາຍໃນປະເທດເທົ່ານັ້ນ.”
ປະຈຸບັນ ແຫລ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ, ເຂດພູດອຍຍັງຂາດເຂີນຢູ່ ແລະ ມີຄວາມຜິດໂຕນກັນລະຫວ່າງເຂດ, ພາກ. ເພາະສະນັ້ນ ນະໂຍບາຍພັດທະນາແຫລ່ງຊັບພະຍາກອນມະນຸດສຳລັບເຂດຊົນເຜົ່າສ່ວນຫນ້ອຍ ຕ້ອງເໝາະສົມກັບສະພາບຕົວຈິງຂອງແຕ່ລະເຂດ, ພາກນັ້ນ. ທ່ານນາງ Le Thi Than Huyen ພະນັກງານໂຄງການພັດທະນາປະຊາກອນ ສປຊ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
“ບັນດານະໂຍບາຍຕ້ອງເໝາະສົມກັບຈຸດພິເສດຂອງແຕ່ລະເຂດ, ແຕ່ລະໝວດຊົນເຜົ່າ. ໃຫ້ບຸລິມະສິດແກ້ໄຂແຫລ່ງຊັບພະຍາກອນມະນຸດຢູ່ກັບທີ່ແມ່ນສຳຄັນກວ່າໝູ່. ເພື່ອໃຫ້ມີການບຸກທະລຸໃນນະໂຍບາຍຊົນເຜົ່າສ່ວນຫນ້ອຍ ລັດຖະບານຄວນພິຈາລະນາສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບບັນຫາຊົນເຜົ່າ, ເຂດພູດອຍ ເພື່ອບໍລິຫານລວມ.”
ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດຊົນເຜົ່າ, ເຂດພູດອຍ ແມ່ນຫນ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທັງລະບົບການເມືອງ. ຄະນະກຳມະການຊົນເຜົ່າຈະເປັນເຈົ້າພາບສ້າງໂຄງການພັດທະນາແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ເຂດຊົນເຜົ່າ, ເຂດພູດອຍ, ຕອບສະຫນອງຄວາມຕ້ອງການ, ຫນ້າທີ່ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມໃນໄລຍະຈະມາເຖິງ. ຫນ້າທີ່ຂອງບັນດາຂະແຫນງການ, ບັນດາຂັ້ນ ແມ່ນຜັນຂະຫຍາຍແຜນການ, ມາດຕະການແກ້ໄຂບັນດາບັນຫາຮີບດ່ວນ, ຍາວນານຢ່າງມີປະສິດທິຜົນ, ສ້າງການຫັນປ່ຽນຢ່າງແທ້ຈິງໃນການຂຸດຄົ້ນ, ບຳລຸງສ້າງ ແລະ ນຳໃຊ້ ແຫລ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ, ເຂດພູດອຍ.