(vovworld) – ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ວັນທີ 22/10, ທ່ານນາຍົກລັດຖະມົນຕີລັດເຊຍ Dimitry Medvedev ເລີ່ມຕົ້ນການຢ້ຽມຢາມຈີນຢ່າງເປັນທາງການໃນເວລາ 3 ວັນ. ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດເທົ່ານັ້ນ, ຫາກຍັງສ່ອງແສງເຖິງການປ່ຽນແປງດ້ານພູມສາດ - ການເມືອງຂອງພາກພື້ນໃນໄລຍະມໍ່ໆມານີ້, ແລະ ການຄິດໄລ່ເຖິງຜົນປະໂຫຍດດ້ານຍຸດທະສາດຂອງແຕ່ລະຝ່າຍອີກດ້ວຍ.
(ພາບ: ອິນເຕີແນດ)
ຈຸດປະສົງຕົ້ນຕໍ່ຂອງການຢ້ຽມຢາມຄັ້ງນີ້, ແມ່ນການພົບປະເຈລະຈາປະຈຳປີຄັ້ງທີ 18 ຂອງນາຍົກລັດຖະມົນຕີທັງສອງທ່ານ ຢູ່ນະຄອນຫຼວງປັກກິງ. ເຊິ່ງໃນນັ້ນສຸມໃສ່ບັນດາບັນຫາຄື: ການຄ້າສອງຝ່າຍ, ການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ການຜະລິດກະສີກຳ, ພິເສດແມ່ນບັນດາໂຄງການຮ່ວມມືໃນຂົງເຂດພະລັງງານ, ປ້ອງກັນປະເທດ.
ມານະພະຍາຍາມປັບປຸງການພົວພັນສອງຝ່າຍ
ການພົວພັນລະຫວ່າງປັກກິງ ແລະ ມົດສະກູ ໃນໄລຍະຜ່ານມາໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການຢ້ຽມຢາມ, ພົບປະຂັ້ນສູງລະຫວ່າງສອງຝ່າຍດຳເນີນໄປເປັນປະຈຳ. ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີລັດເຊຍ ຄືນໃໝ່, ທ່ານ V.Putin ໄດ້ດຳເນີນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຢູ່ປັກກິງ. ກົງກັນຂ້າມ, ທ່ານ ສືຈິນຜິງ ເມື່ອໄດ້ຮັບເລືອກຕັ້ງເປັນປະທານປະເທດ ກໍ່ໄດ້ຄັດເລືອກມົດສະກູ ເປັນແຫ່ງທຳອິດໃນການຢ້ຽມຢາມຕ່າງປະເທດຂອງຕົນ. ໃນການພົບປະກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດ APEC ຢູ່ບາລີ, ປະເທດອິນໂດເນເຊຍ ເມື່ອເດືອນ 9, ທັງສອງຝ່າຍໄດ້ຍ້ອງຍໍການພົວພັນລະຫວ່າງສອງປະເທດ. ໃນຂະນະທີ່ປະທານາທິບໍດີ Putin ຍ້ອງຍໍການພົວພັນກັບຈີນ ໃນປະຈຸບັນ “ແມ່ນດີທີ່ສຸດ“ ນັ້ນ, ສານການທູດຂອງປະທານປະເທດຈີນ ກ່ອນທີ່ໄປຢ້ຽມຢາມມົດສະກູ ແມ່ນຕັດສິນໃຈມຸ່ງໄປເຖິງ “ການພົວພັນຄູ່ຮ່ວມມືຍຸດທະສາດ“. ທັງສອງຝ່າຍໄດ້ເຫັນດີເປັນເອກະສັນຖືປີ 2013 ແມ່ນ “ປີທ່ອງທ່ຽວຈີນ“ ແລະ ປີ 2014 – 2015 ແມ່ນປີແຫ່ງການພົບປະແລກປ່ຽນຊາວໜຸ່ມສອງປະເທດ.
ໃນຂົງເຂດເສດຖະກິດ, ທັງສອງຝ່າຍລ້ວນແຕ່ຢັ້ງຢືນວ່າ ການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດການຄ້າລັດເຊຍ - ຈີນ ແມ່ນບຸລິມາສິດອັນດັບໜຶ່ງ. ຕາມຕົວເລກສະຖິຕິ, ການຄ້າລັດເຊຍ - ຈີນ ປີ 2012 ບັນລຸເກືອບ 88 ຕື້ USD, ທັງສອງປະເທດໄດ້ມີຄວາມຄືບໜ້າໃນຂົງເຂດການລົງທຶນດ້ານການຄ້າ, ການເຄື່ອນໄຫວຂຸດຄົ້ນນຳ້ມັນອາຍແກສ. ພິເສດແມ່ນຂໍ້ຕົກລົງຮ່ວມມືລະຫວ່າງບໍລິສັດນຳ້ມັນ Rosnefte ຂອງລັດເຊຍ ແລະ ກຸ່ມບໍລິສັດພະລັງງານແຫ່ງລັດ CNPC ຂອງຈີນ ທີ່ມີມູນຄ່າກວ່າ 260 ຕື້ USD ເຊິ່ງຫາກໍ່ບັນລຸໄດ້ໃນການຢ້ຽມຢາມລັດເຊຍ ຂອງປະທານປະເທດຈີນ ສືຈິນຜິງ. ຕາມນັ້ນແລ້ວ, ປະລິມານນຳ້ມັນເຊິ່ງ ມົດສະກູ ສະໜອງໃຫ້ປັກກິງ ຈະເພີ່ມຂຶ້ນທົບ 2 ເທົ່າ.
ນອກນັ້ນ, ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເມື່ອເດືອນ 6 ຜ່ານມາ, ລັດເຊຍ ແລະ ຈີນ ໄດ້ລົງນາມໃນສັນຍາຊື້ຂາຍອາວຸດຍຸດທະສາດ, ຕາມນັ້ນແລ້ວ, ລັດເຊຍເຫັນດີຂາຍໃຫ້ຈີນ ຍົນສູ້ຮົບ Su - 35S 24 ລຳ, ແລະ ກຳ່ປັ່ນດຳນຳ້ຕິດຕັ້ງຣາດາ 4 ລຳ. ຫວ່າງແລ້ວນີ້, ທັງສອງປະເທດໄດ້ດຳເນີນການຊ້ອມຮົບຮ່ວມຄັ້ງທຳອິດບົນທະເລ ແລະ ໃນເຂດດິນຕໍ່ແຜ່ານ.
ໂຈະຄວາມບໍ່ລົງລອຍກັນໄວ້, ເພື່ອຍັບມໍ່ໃກ້ກັນ
ຕາມບັນດານັກສັງເກດການແລ້ວ, ການພົວພັນລະຫວ່າງລັດເຊຍ - ຈີນ ຍັງຢູ່ໃນສະພາບ “ພໍໜ້າແຕ່ບໍ່ພໍໃຈ“, ລະມັດລະວັງນຳກັນ. ເຖິງວ່າໄດ້ຕົກລົງຊື້ຂາຍອາວຸດທີ່ທັນສະໄໝໃຫ້ຈີນ ແລ້ວກໍ່ຕາມ, ແຕ່ລັດເຊຍ ຍາມໃດກໍ່ຄິດລະແວງວ່າ ປັກກິງຈະຮຳ່ຮຽນເອົາບົດຮຽນດ້ານເຕັກໂນໂລຢີຂອງລັດເຊຍ ເພື່ອຜະລິດຜະລິດຕະພັນໃຫ້ຈີນ ແລະ ປັກກິງຈະແກ່ງແຍ້ງອາວຸດໃນຕະຫຼາດໂລກ. ຍ້ອນເຫດນັ້ນ, ໃນສັນຍາຊື້ຂາຍຍົນສູ້ຮົບ Su - 35S 24 ລຳ, ແລະ ກຳ່ປັ່ນດຳນຳ້ຕິດຕັ້ງຣາດາ 4 ລຳ ເຊິ່ງລົງນາມເມື່ອເດືອນ 6/2013 ນັ້ນ, ຝ່າຍລັດເຊຍກໍ່ຊີ້ແຈ້ງວ່າ, ອາວຸດທີ່ມອບໃຫ້ຈີນ ແມ່ນອາວຸດສຳເລັດຮູບ ແລະ ບໍ່ມີມາດຕາສະໜອງໜັງສືອະນຸຍາດໃຫ້ຕິດຕັ້ງອາວຸດພາຍໃນປະເທດ. ເຖິງວ່າສອງປະເທດໄດ້ມີທັດສະນະລວມກ່ຽວກັບບາງບັນຫາທີ່ເຄັ່ງຮ້ອນໃນໂລກແລ້ວກໍ່ຕາມ, ແຕ່ຕໍ່ໜ້າປະເທດຈີນ ທີ່ພວມພັດທະນາຢ່າງແຮງນັ້ນ, ມົດສະກູ ທັງຕ້ອງເອົາໃຈໃສ່ຮັກສາການພົວພັນອັນສະໜິດແໜ້ນ, ທັງຮັບມືກັບຄວາມມັກໃຫຍ່ໄຝ່ສູງຢາກກາຍເປັນປະເທດມະຫາອຳນາດຂອງຈີນ. ນອກນັ້ນ, ທັງສອງປະເທດຍັງມີບັນຫາບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງການພິພາດອະທິປະໄຕທະເລໝູ່ເກາະກັບຍີ່ປຸ່ນອີກ. ເຖິງວ່າສອງປະເທດລ້ວນແຕ່ມີການໂຕ້ຖຽງກັນກ່ຽວກັບອະທິປະໄຕກັບໂຕກຽວ ກໍ່ຕາມ ແຕ່ຜົນປະໂຫຍດຂອງແຕ່ລະຝ່າຍພັດຕ່າງກັນ.
ວົງການນັກໄຈ້ແຍກຖືວ່າ, ເລື່ອງສອງປະເທດໂຈ້ຄວາມບໍ່ລົງລອຍກັນໄວ້ ເພື່ອຍັບມໍ່ໃກ້ກັນນັ້ນ ແມ່ນຍ້ອນການຫັນປ່ຽນດ້ານພູມສາດ ການເມືອງ, ໃນນັ້ນສິ່ງທີ່ໜ້າສົນໃຈແມ່ນຍຸດທະສາດຫັນໄປສູ່ອາຊີ - ປາຊີຝິກ ຂອງອາເມລິກາ. ການຢ້ຽມຢາມຈີນ ຂອງນາຍົກລັດຖະມົນຕີລັດເຊຍ Dimitry Medvedev ແນ່ນອນວ່າຈະເຮັດໃຫ້ການພົວພັນດ້ານເສດຖະກິດ - ປ້ອງກັນຊາດລະຫວ່າງສາມປະເທດນີ້ມີຄວາມສົມດູນກັນ.