(VOVWORLD) -ການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຊຸມມື້ຜ່ານມາໄດ້ຕົກເຂົ້າສູ່ສະພາບ “ຢຸດສະງັກ” ພາຍຫຼັງທີ່ສປປ.ເກົາຫຼີ ຖະແຫຼງ “ຕັດຂາດ” ທຸກຊ່ອງຕິດຕໍ່ທາງການກັບສ.ເກົາຫຼີ.
(ພາບປະກອບ: toquoc.vn)
|
ສິ່ງດັ່ງກ່າວແມ່ນໝາຍຄວາມວ່າຢຸດຕິທຸກການຕິດຕໍ່ຢ່າງເປັນທາງການລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ. ອີກຄັ້ງໜຶ່ງ, ການພົວພັນລະຫວ່າງ 2 ປະເທດພັດຢືນຢູ່ຕໍ່ໜ້າບັນດາສິ່ງທົດສອບໃໝ່, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.
ວັນທີ 09 ມິຖຸນາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ແຈ້ງໃຫ້ຊາບວ່າ ໄດ້ຕັດຂາດການພົວພັນກັບສ.ເກົາຫຼີ ຢ່າງເປັນທາງການ, ພາຍຫຼັງກ່າວເຕືອນມາເປັນຫຼາຍຄັ້ງແລ້ວ, ເພື່ອຄັດຄ້ານເລື່ອງ ເຊີອູນ ບໍ່ສະກັດກັ້ນການກະທຳປ່ອຍໝາກປູມເປົ້າລອຍຟ້າເພື່ອໂຄສະໜາຕ້ານສປປ.ເກົາຫຼີ ຢູ່ເຂດຊາຍແດນ.
ການຜັນແປຄັ້ງຫຼ້າສຸດນີ້ໄດ້ໄປຝືນກັບບັນດາຄວາມມານະພະຍາຍາມຫວ່າງມໍ່ໆມານີ້ ເພື່ອແນໃສ່ຮັກສາສະຖຽນລະພາບຂອງການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນໃນສະພາບການທີ່ 2 ຝ່າຍພວມກ້າວໄປເຖິງພິທີສະເຫຼີມສະຫຼອງພິເສດໃນວັນທີ 15 ມິຖຸນາ, ເຊິ່ງແມ່ນຈຸດເວລາສ້າງຂີດໝາຍສະເຫຼີມສະຫຼອງ 20 ປີນັບແຕ່ເມື່ອຈັດກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດໃນປີ 2000.
ການປະລາໄຊໃນຄວາມມານະພະຍາຍາມຟື້ນຟູສະພາບການພົວພັນ
ແຕ່ດົນນານມາແລ້ວ, ເລື່ອງຫວ່ານໃບປິວໄດ້ກໍ່ຄວາມເຄັ່ງຕຶງລະຫວ່າງ 2 ປະເທດ. ສຳລັບສປປ.ເກົາຫຼີ ແລ້ວ, ເລື່ອງຫວ່ານໃບປິວຕ້ານພຽງຢາງ ແມ່ນສັນຍານສະແດງໃຫ້ເຫັນວ່າ ສ.ເກົາຫຼີ ຖືສປປ.ເກົາຫຼີ ແມ່ນສັດຕູ ແລະ ຕາມນັ້ນແລ້ວ ພຽງຢາງ ກໍ່ຖະແຫຼງວ່າ ຈະຖື ເຊີອູນ ແມ່ນສັດຕູເພື່ອໂຕ້ຕອບ.
ການກະທຳຂອງສປປ.ເກົາຫຼີ ໄດ້ສະແດງໃຫ້ເຫັນວ່າ, ການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກໃໝ່. ກ່ອນໜ້ານັ້ນ 2 – 3 ວັນ, ພຽງຢາງ ໄດ້ຕຳໜິຕິຕຽນ ແລະ ນາບຂູ່ວ່າ ຈະປິດປະຕູຫ້ອງການຕິດຕໍ່ລະຫວ່າງ 2 ປະເທດ ແລະ ມີຄວາມໝາຍຊ້ອນແຝງຈະມີບັນດາມາດຕະການແຂງກະດ້າງອື່ນຖ້າຫາກ ສ.ເກົາຫຼີ ບໍ່ມີການກະທຳເພື່ອສະກັດກັ້ນບັນດາຜູ້ລົບໜີປະເທດທີ່ຫວ່ານໃບປິວຕ້ານສປປ.ເກົາຫຼີ ຢູ່ເຂດຊາຍແດນລະຫວ່າງ 2 ປະເທດ.
ໃນຕົວຈິງ, ເລື່ອງຫວ່ານໃບປິວໄດ້ລະເມີດຖະແຫຼງການຮ່ວມລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ໄດ້ລົງນາມເມື່ອເດືອນ ກັນຍາ 2018 ເພື່ອແນໃສ່ສະກັດກັ້ນທຸກການກະທຳທີ່ເປັນປໍລະປັກ. ເຖິງຢ່າງໃດກໍ່ຕາມ, ການແຕກແຫງໃນການພົວພັນລະຫວ່າງ 2 ປະເທດ ໄດ້ປະກົດອອກໄວກວ່າ, ພິເສດແມ່ນນັບແຕ່ເມື່ອດຳເນີນກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຢູ່ຮ່າໂນ້ຍ ເມື່ອເດືອນກັນຍາ 2019 ຖືກປະລາໄຊ, ບັນດາການເຈລະຈາກ່ຽວກັບການປອດນິວເຄຼຍລະຫວ່າງສປປ.ເກົາຫຼີ ແລະ ອາເມລິກາ ຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ. ພຽງຢາງ ໄດ້ສະແດງທ່າທີຈືດຈາງກັບເຊີອູນ ຢ່າງຕໍ່ເນື່ອງຄື: ເລີ່ມປະຕິບັດບັ້ນທົດລອງລູກສອນໄຟໄລຍະສັ້ນ, ປະຕິເສດການສະເໜີໜູນຊ່ວຍເຂົ້າສານຂອງສ.ເກົາຫຼີ, ຮື້ຖອນພື້ນຖານໂຄງລ່າງຂອງສ.ເກົາຫຼີ ຢູ່ເຂດທ່ອງທ່ຽວພູ Kumgang, ຕຳໜິຕິຕຽນການຊ້ອມຮົບຮ່ວມຂອງສ.ເກົາຫຼີ… ດ້ວຍວິທີສຳຜັດນັ້ນໃນຕະຫຼອດ 1 ກວ່າປີຜ່ານມາ, ເລື່ອງ ພຽງຢາງ ໄດ້ຕຳໜິຕິຕຽນ ສ.ເກົາຫຼີ ຢ່າງຮຸນແຮງໃນການຫວ່ານໃບປິວຢູ່ລຽບຕາມເຂດຊາຍແດນ ພຽງແຕ່ແມ່ນສ່ວນໜຶ່ງໃນບັນດາຄວາມເຕັ່ງຕຶງຫວ່າງມໍ່ໆມານີ້ເທົ່ານັ້ນ.
ອະນາຄົດທີ່ບໍ່ແນ່ນອນໃນການພົວພັນລະຫວ່າງ 2 ປະເທດ
ນັບແຕ່ຊຸມປີ 1970, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ສ້າງຕັ້ງເບີໂທລະສັບສາຍດ່ວນຢ່າງໜ້ອຍສຸດ 49 ເບີ ເພື່ອສັບຊ້ອນບັນດາການເຈລະຈາທາງການທູດ, ຫຼຸດຜ່ອນບັນດາການເຄື່ອນໄຫວດ້ານການທະຫານ, ປະສານງານທາງການບິນ ແລະ ທາງທະເລ, ຈັດຕັ້ງບັນດາການປຶກສາຫາລືມະນຸດສະທຳ ແລະ ຮ່ວມມືກ່ຽວກັບບັນຫາເສດຖະກິດ. ສ.ເກົາຫຼີ ຖືລະບົບໂທລະສັບສາຍດ່ວນດັ່ງກ່າວປຽບເໝືອນດັ່ງວິທີສຳຄັນເພື່ອແກ້ໄຂເລື່ອງເຂົ້າໃຈຜິດໃນວິກິດການຕ່າງໆ. ປີ 2016, ໂທລະສັບຕິດຕໍ່ລະຫວ່າງ 2 ປະເທດຖືກຢຸດຕິ. ຮອດປີ 2018, ໄດ້ຮັບການຟື້ນຟູໂທລະສັບຕິດຕໍ່ຄືນໃໝ່ ເມື່ອການນຳສປປ.ເກົາຫຼີ Kim Jong un ໄດ້ຜັນຂະຫຍາຍການ “ຟື້ນຟູ” ການພົວພັນທາງການທູດ ພາຍຫຼັງທີ່ເກີດຄວາມຄັ່ງຕຶງມາເປັນເລລາ 2 ປີ ຍ້ອນບັນດາການທົດລອງລູກສອນໄຟນຳວິຖີ, ນິວເຄຼຍ ແລະ ການລົບເລວກັບທ່ານປະທານາທິບໍດີອາເມລິກາ Donald Trump.
ເຖິງວ່າ 2 ປະເທດບໍ່ໄດ້ຕິດຕໍ່ນຳກັນມາແຕ່ຕົ້ນເດືອນມັງກອນ 2020 ຍ້ອນໂລກລະບາດໂຄວິດ- 19 ກໍ່ຕາມ, ແຕ່ບັນດາການກະທຳຫຼ້າສຸດຂອງພຽງຢາງ ໃນຄັ້ງນີ້ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ຖືກກັບຈຸດເວລາທີ່ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ຕັ້ງຄວາມຫວັງຫຼາຍຢ່າງເພື່ອຟື້ນຟູການພົວພັນ. ນັກໄຈ້ແຍກສາກົນຫຼາຍທ່ານໄດ້ຖືວ່າ, ພຽງຢາງ ພວມຕັ້ງໃຈສ້າງຄວາມເຄັ່ງຕຶງເພື່ອກໍ່ຄວາມກົດດັນໃນການເຈລະຈາ ກໍຄືບັນດາຄຳສັ່ງລົງໂທດຂອງອາເມລິກາ. ການກະທຳຂອງສປປ.ເກົາຫຼີ ບໍ່ພຽງແຕ່ກ່ຽວຂ້ອງເຖິງບັນຫາທີ່ນັກເຄື່ອນໄຫວແຈກຢາຍໃບປິວຕ້ານສປປ.ເກົາຫຼີ ຈາກເຂດຊາຍແດນສ.ເກົາຫຼີ ເທົ່ານັ້ນ, ຫາກນີ້ຍັງແມ່ນສ່ວນໜຶ່ງໃນແຜນການໃຫຍ່ກວ່າຂອງພຽງຢາງ.
ໂດຍບໍ່ຫົວຊາຕໍ່ບັນດາຄວາມເຄັ່ງຕຶງຈາກພຽງຢາງ, ໃນໄລຍະຜ່ານມາ ເຊີອູນ ຍັງສືບຕໍ່ອົດທົນ, ບັນເທົາຄວາມເຄັ່ງຕຶງຄື ສະເໜີໃຫ້ສະຫະປະຊາຊາດຍົກເລີກບັນດາຄຳສັ່ງລົງໂທດຕໍ່ສປປ.ເກົາຫຼີ, ມານະພະຍາຍາມດັບມອດຂ່າວຄາວກ່ຽວກັບອາການສຸຂະພາບຂອງການນຳ Kim Jong un ໃນຊຸມວັນທ້າຍເດືອນ ເມສາ ຜ່ານມາ… ເຖິງຢ່າງໃດກໍ່ຕາມ, ດ້ວຍບັນດາການຜັນແປຄືໃນປະຈຸບັນ, ເປັນທີ່ຈະແຈ້ງແລ້ວວ່າຄວາມໂມໂຫຂອງສປປ.ເກົາຫຼີ ທີ່ມີຕໍ່ສ.ເກົາຫຼີ ແມ່ນຍາກທີ່ຈະເຢັນລົງໄວໄດ້. ສິ່ງດັ່ງກ່າວໄດ້ເຮັດໃຫ້ບັນດາການເຈລະຈາປະສົບກັບຄວາມຫຍຸ້ງຍາກວ່າ ແລະ ຄວາມເຄັ່ງຕຶງລະຫວ່າງ 2 ຝ່າຍຈະສືບຕໍ່ແກ່ຍາວໄປຕື່ມອີກ.