ການພົວພັນລະຫວ່າງອາເມລິກາ-ຈີນ ແລະ ບັນດາຄວາມເຄັ່ງຕຶງໃໝ່

(VOVWORLD) -ວິກິດການທີ່ເກີດຈາກໂຄວິດ-19 ໄດ້ ແລະ ພວມເຮັດໃຫ້ການພົວພັນລະຫວ່າງອາເມລິກາ ແລະ ຈີນ ທີ່ພວມເຄັ່ງຕຶງແລ້ວພັດຮ້າຍແຮງຂຶ້ນຕື່ມອີກ.

ການພົວພັນລະຫວ່າງອາເມລິກາ-ຈີນ ແລະ ບັນດາຄວາມເຄັ່ງຕຶງໃໝ່ - ảnh 1ການນຳອາເມລິກາ-ຈີນ

(ພາບປະກອບ: AP)

ອີກຄັ້ງໜຶ່ງ, ການພົວພັນລະຫວ່າງອາເມລິກາ-ຈີນ ໄດ້ກາຍເປັນບັນຫາທີ່ໜ້າສົນໃຈຂອງສື່ມວນຊົນໂລກ ພາຍຫຼັງທີ່ອາເມລິກາ ກ່າວຫາຢ່າງຕໍ່ເນື່ອງວ່າ ຈີນ ໄດ້ປົກປິດຂໍ້ມູນຂ່າວກ່ຽວກັບໄວຮັດ SARS-CoV-2, ເຮັດໃຫ້ໂລກລະບາດໂຄວິດ-19 ແຜ່ລະບາດອອກສູ່ທົ່ວໂລກ. ບໍ່ຢຸດຢູ່ເທົ່ານັ້ນ, ທ່ານປະທານາທິບໍດີອາເມລິກາ Donald Trump ກໍ່ນາບຂູ່ວ່າ ຈະຈັດວາງອັດຕາພາສີໃໝ່ສຳລັບຈີນ ຄືດັ່ງມາດຕະການໂຕ້ຕອບ. ຄິດວ່າ, ໂລກລະບາດໂຄວິດ-19 ອາດຈະແມ່ນກາລະໂອກາດເພື່ອໃຫ້ອາເມລິກາ ແລະ ຈີນ ປັບປຸງການພົວພັນ, ແຕ່ໃນຕົວຈິງໄດ້ເຮັດໃຫ້ເພີ່ມບັນດາຄວາມບໍ່ລົງລອຍກັນໂດຍພື້ນຖານ ເມື່ອ 2 ປະເທດແກ່ງແຍ້ງສົ່ງຜົນສະທ້ອນເຖິງທາງດ້ານເສດຖະກິດ ແລະ ການເມືອງທົ່ວໂລກ.

        ວິກິດການທີ່ເກີດຈາກໂຄວິດ-19 ໄດ້ ແລະ ພວມເຮັດໃຫ້ການພົວພັນລະຫວ່າງອາເມລິກາ ແລະ ຈີນ ທີ່ພວມເຄັ່ງຕຶງແລ້ວພັດຮ້າຍແຮງຂຶ້ນຕື່ມອີກ. ໂລກລະບາດໄດ້ທຳລາຍການໂຈະສົງຄາມການຄ້າລະຫວ່າງ 2 ຝ່າຍ, ພາຍຫຼັງຂໍ້ຕົກລົງດ້ານການຄ້າໄລຍະທີໜຶ່ງເຊິ່ງຫາກໍ່ໄດ້ຮັບການລົງນາມໃນຕົ້ນປີ 2020. ໂຄວິດ- 19 ບໍ່ແມ່ນສາຍເຫດທີ່ພາໃຫ້ເກີດຄວາມຫຍຸ້ງຍາກໃໝ່ໃນການພົວພັນລະຫວ່າງອາເມລິກາ - ຈີນ, ແຕ່ຫາກພຽງແມ່ນການຊຸກຍູ້ທ່າອ່ຽງທີ່ຄົງຕົວມາເປັນເວລາຫຼາຍປີຕື່ມອີກ, ເມື່ອ 2 ປະເທດເກີດການແກ່ງແຍ້ງກັນໄດ້ສົ່ງຜົນສະທ້ອນເຖິງດ້ານເສດຖະກິດ ແລະ ການເມືອງທົ່ວໂລກ.

ບັນດາຄຳກ່າວຫາຢ່າງຕໍ່ເນື່ອງຈາກອາເມລິກາ

        ໃນການໂອ້ລົມທາງໂທລະສັບເມື່ອຕົ້ນເດືອນ ກຸມພາ ຜ່ານມາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີສັນຍາກັນວ່າ ຈະຮ່ວມມືຕ້ານຄືນການແຜ່ລະບາດຂອງໂລກລະບາດໂຄວິດ-19, ແຕ່ມາຮອດປະຈຸບັນ, ຫາງສຽງຍັງບໍ່ທັນເຫັນໄດ້ການຮ່ວມມືຢ່າງແທດຈິງໃດໆ. ຊ້ຳບໍ່ໜຳ, ວົງການນັກສັງເກດການຍັງໃຫ້ຂໍ້ສັງເກດວ່າ, ເມື່ອຕັ້ງຄວາມຫວັງເຂົ້າໃນການພົວພັນລະຫວ່າງ ອາເມລິກາ - ຈີນ ຈະມີການປ່ຽນແປງຢ່າງດີງາມກວ່ານັ້ນຈະບໍ່ເປັນຄວາມຈິງ ຍ້ອນວິກິດການໂຄວິດ-19. ແລະ ສິ່ງດັ່ງກ່າວແມ່ນຖືກຕ້ອງ ເມື່ອບັນດາຄວາມລະແວງສົງໄສກ່ຽວກັບຄວາມກະຈ່າງແຈ້ງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຈີນ ໄດ້ກາຍເປັນສິ່ງທີ່ກໍ່ຄວາມເຄັ່ງຕຶງລະຫວ່າງປະເທດນີ້ກັບຝ່າຍຕາເວັນຕົກ, ລະອຽດແມ່ນອາເມລິກາ.

        ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນໃນຊ່ອງໂທລະພາບ ABC ວ່າ “ມີພະຍານຫຼັກຖານຫຼາຍຢ່າງ” ໄດ້ຊີ້ໃຫ້ເຫັນວ່າ ໄວຣັດ ໂຄໂຣນາສາຍໃໝ່ ທີ່ກໍໃຫ້ເກີດໂລກລະບາດໂຄວິດ-19 ແມ່ນເລີ່ມມາຈາກຫ້ອງທົດລອງຢູ່ ອູ່ຫັ້ນ. ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ບັນດານັກຂ່າວຢູ່ທຳນຽບຂາວເມື່ອວັນທີ 30 ເມສາ, ທ່ານປະທານາທິບໍດີ D.Trump ໄດ້ເນັ້ນໜັກເຖິງຄວາມວິຕົກກັງວົນຂອງທ່ານກ່ຽວກັບບົດບາດຂອງຈີນ ໃນຕົ້ນກຳເນີດ ແລະ ການແຜ່ລະບາດຂອງໄວຣັດ SARS-CoV-2 ພວມຖືກຕັ້ງສູງກວ່າຄວາມມານະພະຍາຍາມສ້າງຂໍ້ຕົກລົງດ້ານການຄ້າກັບຈີນ. ທ່ານປະທານາທິບໍດີ D.Trump ໃຫ້ຂໍ້ສັງເກດວ່າ, ປັກກິງ ອາດຈະບໍ່ສາມາດຄວບຄຸມໂລກລະບາດໄດ້ ຫຼື ຕັ້ງໃຈເພື່ອໃຫ້ໂລກລະບາດແຜ່ລະບາດ.        ຄຳຖະແຫຼງຂອງທ່ານປະທານາທິບໍດີ D.Trump ຖືກຍົກອອກມາໃນສະພາບທີ່ມີບັນດາແຫຼ່ງຂ່າວໄດ້ຖືວ່າ, ອາເມລິກາ ພວມຊອກຫາບັນດາມາດຕະການເພື່ອໂຕ້ຕອບຈີນ ຍ້ອນກ່ຽວຂ້ອງເຖິງວຽກງານແກ້ໄຂໂລກລະບາດໂຄວິດ- 19 ຂອງປະເທດນີ້ ແລະ ກ່າວຫາຈີນ ປົກປິດຂໍ້ມູນຂ່າວກ່ຽວກັບໄວຣັດ SARS-CoV-2. ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານອາເມລິກາ ໄດ້ຈັດການປຶກສາຫາລືກ່ຽວກັບບັນດາມາດຕະການທີ່ອາດສາມາດເປັນໄປໄດ້, ຄືຮຽກຮ້ອງການຊົດເຊີຍດ້ານການເງິນ.

ບັນດາຜົນກະທົບຫຍໍ້ທໍ້

        ໃນຕົວຈິງ, ຕໍ່ໜ້າບັນດາການກ່າວຫາຢ່າງຕໍ່ເນື່ອງຈາກບັນດາເຈົ້າໜ້າທີ່ອາເມລິກາ ນັບແຕ່ເວລາໂລກລະບາດໂຄວິດ-19 ແຜ່ລະບາດ, ຈີນ ໄດ້ມີບັນດາການໂຕ້ຕອບທີ່ດຸເດືອດ. ຈີນ ຖືວ່າໄດ້ມີການປະພຶດຢ່າງເປີດອົກເປີດໃຈ, ກະຈ່າງແຈ້ງ ແລະ ມີຄວາມຮັບຜິດຊອບໃນການຕໍ່ສູ້ຕ້ານໂລກລະບາດ, ແບ່ງປັນຂໍ້ມູນຂ່າວສານກັບປະຊາຄົມທົ່ວໂລກ ແລະ ເລີ່ມເຄື່ອນໄຫວການຮ່ວມມືສາກົນໃນຈຸດເວລາໂດຍໄວເທົ່າທີ່ຈະໄວໄດ້.

        ສຳລັບສາກົນ, ໃນສະພາບຈຳນວນຜູ້ຕິດໂລກລະບາດໂຄວິດ- 19 ໄດ້ເພີ່ມຂຶ້ນເຖິງກວ່າ 3,6 ລ້ານຄົນ, ໃນນັ້ນມີກວ່າ 250.000 ຄົນເສຍຊີວິດ, ການໂຕ້ຖຽງກັນຢ່າງດຸເດືອດລະຫວ່າງອາເມລິກາ ແລະ ຈີນ ພວມກໍ່ຄວາມແບ່ງແຍກໃນປະຊາຄົມສາກົນ. ຕາມທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລ້ວ, ປະຊາຄົມສາກົນຖືກແບ່ງແຍກຈະເຮັດໃຫ້ຄວາມສາມາດໜູນຊ່ວຍບັນດາປະເທດທຸກຍາກໃນການຕໍ່ສູ້ຕ້ານໂລກລະບາດຖືກຫຼຸດລົງ ຍ້ອນທັງອາເມລິກາ ແລະ ຈີນ ແມ່ນ 2 ປະເທດສວມບົດບາດສຳຄັນ. ການປະກອບສ່ວນຂອງຈີນ ແລະ ອາເມລິກາ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ແລະ ເລື່ອງແກ້ໄຂບັນດາບັນຫາສາກົນອື່ນໆແມ່ນມີຄວາມຈຳເປັນທີ່ສຸດ.

        ອາເມລິກາ ແລະ ຈີນ ເຄີຍບໍ່ລົງລອຍກັນກ່ຽວກັບຫຼາຍບັນຫາຮ້ອນເຮັ່ງແລ້ວ, ເບິ່ງຄືວ່າໂລກລະບາດໂຄວິດ-19 ຈະແມ່ນກາລະໂອກາດເພື່ອໃຫ້ 2 ປະເທດປັບປຸງການພົວພັນ, ຫຼຸດຜ່ອນການປະທະກັນ, ແຕ່ຕົວຈິງໄດ້ຊີ້ໃຫ້ເຫັນວ່າ ມາຮອດຈຸດເວລານີ້, ການພົວພັນລະຫວ່າງ 2 ປະເທດ ພັດຕົກເຂົ້າສູ່ສະພາບເກີດຄວາມເຄັ່ງຕຶງໃໝ່ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ