(VOVWORLD) - ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal ເນັ້ນໜັກວ່າ: ປະເທດນີ້ຖືກທຳລາຍຢ່າງໜັກໜ່ວງ ແລະ ຕ້ອງການແຫຼ່ງການເງິນຫຼາຍທີ່ສຸດເພື່ອສ້າງສາປະເທດຊາດຄືນໃໝ່. ຕາມນັ້ນແລ້ວ, ຢູແກຼນ ຕ້ອງການແຫຼ່ງການເງິນຂຶ້ນເຖິງ 750 ຕື້ໂດລາສະຫະລັດ ໃຫ້ແກ່ວຽກງານນີ້
ຕົ້ນເດືອນ ກໍລະກົດນີ້, ຫຼາຍປະເທດ ແລະ ລະບອບການເງິນສາກົນ ໄດ້ຊຸກຍູ້ບັນດາຄວາມມານະພະຍາຍາມທາງການທຳອິດໃຫ້ແກ່ພາລະກິດສ້າງສາປະເທດ ຢູແກຼນ ຄືນໃໝ່, ເຊິ່ງເປັນປະເທດທີ່ຂຶ້ນກັບໂຊວຽດ ໃນເມື່ອກ່ອນ, ທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກບັ້ນຮົບການທະຫານພິເສດໂດຍລັດເຊຍ ປຸກລະດົມແຕ່ວັນທີ 24 ກຸມພາ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມການວິເຄາະໄຈ້ແຍກຕ່າງໆແລ້ວ, ການສ້າງສາ ຢູແກຼນ ຄືນໃໝ່ແມ່ນພາລະກຳທີ່ເຕັມໄປດ້ວຍສິ່ງທ້າທາຍຫຼາຍຢ່າງຍ້ອນຕ້ອງການແຫຼ່ງການເງິນທີ່ໃຫຍ່ຫຼວງພ້ອມກັບບັນດາແຜນການ ແລະ ຍຸດທະສາດປະຕິບັດທີ່ສັບສົນ, ຍາວນານ.
ເຮືອນຊານຖືກເປເພຢ່າງໜັກໜ່ວງ ຢູແກຼນ (ພາບ: Reuters)
|
ບົດລາຍງານຂອງລັດຖະບານ ຢູແກຼນ ທີ່ກອງປະຊຸມສ້າງສາ ຢູແກຼນ ຄືນໃໝ່ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ Lugano, ປະເທດສະວິດ ໃນລະຫວ່າງວັນທີ 4 – 5 ກໍລະກົດຜ່ານມາໄດ້ສະແດງໃຫ້ເຫັນວ່າ, ວິວັດທະນາການສ້າງສາຢູແກຼນ ຄືນໃໝ່ພາຍຫຼັງສົງຄາມ ຮອດຈຸດເວລານີ້ແມ່ນຕ້ອງການແຫຼ່ງງົບປະມານ 750 – 770 ຕື້ໂດລາສະຫະລັດ. ນີ້ແມ່ນຈຳນວນເງິນມະຫາສານ ແລະ ທົບຫຼາຍເທົ່າຂະໜາດສ່ວນຫຼາຍບັນດາພື້ນຖານເສດຖະກິດໃນໂລກ. ແຕ່ເຖິງຢ່າງໃດກໍ່ຕາມ, ນັ້ນບໍ່ແມ່ນສິ່ງທ້າທາຍໜຶ່ງດຽວທີ່ພາລະກິດສ້າງສາຢູແກຼນ ຄືນໃໝ່ຕ້ອງປະເຊີນໜ້າ.
ບັນດາສິ່ງທ້າທາຍອັນໃຫຍ່ຫຼວງ
ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal ເນັ້ນໜັກວ່າ: ປະເທດນີ້ຖືກທຳລາຍຢ່າງໜັກໜ່ວງ ແລະ ຕ້ອງການແຫຼ່ງການເງິນຫຼາຍທີ່ສຸດເພື່ອສ້າງສາປະເທດຊາດຄືນໃໝ່. ຕາມນັ້ນແລ້ວ, ຢູແກຼນ ຕ້ອງການແຫຼ່ງການເງິນຂຶ້ນເຖິງ 750 ຕື້ໂດລາສະຫະລັດ ໃຫ້ແກ່ວຽກງານນີ້. ສ່ວນໃນບົດກ່າວຄຳເຫັນຜ່ານຊ່ອງໂທລະພາບທີ່ສົ່ງເຖິງກອງປະຊຸມ, ທ່ານປະທານາທິບໍດີ ຢູແກຼນ Zenlensky ໄດ້ຊີ້ແຈ້ງວ່າ: ພາລະກິດສ້າງສາ ຢູແກຼນ ຄືນໃໝ່ແມ່ນໜ້າທີ່ໜັກໜ່ວງທີ່ສຸດ ແລະ ແມ່ນຄວາມຮັບຜິດຊອບລວມຂອງ “ໂລກປະຊາທິປະໄຕ”.
ຕາມບັນດານັກຊ່ຽວຊານ ແລະ ນັກການເມືອງສາກົນແລ້ວ, ຈຳນວນເງິນ 750 ຕື້ໂດລາສະຫະລັດ ເພື່ອສ້າງສາ ຢູແກຼນ ຄືນໃໝ່ ຍັງບໍ່ທັນແມ່ນຕົວເລກສຸດທ້າຍ ແຕ່ເປັນທີ່ຈະແຈ້ງແລ້ວວ່າແມ່ນສິ່ງທ້າທາຍອັນໃຫຍ່ຫຼວງທີ່ສຸດ. ບ້ວງເງິນນີ້ໄດ້ລື່ນກາຍທົບຫຼາຍເທົ່າຂອບຂະໜາດພື້ນຖານເສດຖະກິດຂອງສ່ວນຫຼາຍບັນດາປະເທດໃນໂລກ, ຕ້ອງການການປະກອບສ່ວນຈາກຫຼາຍປະເທດ, ພິເສດແມ່ນບັນດາປະເທດຮັ່ງມີ, ບັນດາພື້ນຖານເສດຖະກິດໃຫຍ່. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບການທີ່ຫຼາຍພື້ນຖານເສດຖະກິດຮັ່ງມີເອງ ກໍ່ພວມຕ້ອງປະເຊີນໜ້າກັບ ສິ່ງທ້າທາຍໜັກໜ່ວງບໍ່ແມ່ນໜ້ອຍກ່ຽວກັບເສດຖະກິດຍ້ອນໄພເງິນເຟີ້ ແລະ ລາຄາວັດສະດຸເພີ່ມຂຶ້ນສູງນັ້ນ, ການປະກອບສ່ວນຈາກບັນດາປະເທດຮັ່ງກໍ່ຍັງບໍ່ທັນຮັບປະກັນໄດ້ເທື່ອ.
ຍິ່ງໄປກ່ວານັ້ນ, ເລື່ອງສ້າງສາ ຢູແກຼນ ຄືນໃໝ່ຕ້ອງມີບັນດາແຜນການ, ຍຸດທະສາດຂັ້ນຕອນການປະຕິບັດທີ່ສັບສົນ. ໃນນັ້ນ, ຕ້ອງເວົ້າເຖິງການກັບເມືອປະເທດ ແລະ ສ້າງຊີວິດການເປັນຢູ່ເປັນປົກກະຕິໃຫ້ແກ່ຊາວ ຢູແກຼນ ກ່ວາ 10 ລ້ານຄົນ ທີ່ອອກໄປລົບ ໄພຢູ່ປະເທດອື່ນ. ນັ້ນແມ່ນບໍ່ທັນໄດ້ເວົ້າເຖິງສົງຄາມທີ່ຍັງມີໄພແກ່ຍາວ, ມີຊາວ ຢູແກຼນ ຫຼາຍຄົນຕ້ອງໄປລົບໄພ ແລະ ມີຫຼາຍກິດຈະກຳພື້ນຖານໂຄງລ່າງຖືກທຳລາຍຕື່ມອີກ…
ບັນດາປະເທດ ແລະ ລະບອບການເມືອງເຂົ້າຮ່ວມກອງປະຊຸມກ່ຽວກັບການສ້າງສາປະເທດ ຢູແກຼນ ຄືນໃໝ່
(ພາບ: AFP)
|
ກໍ່ມີທັດສະນະດຽວກັນກັບບັນດານັກໄຈ້ແຍກສາກົນ, ທ່ານ Simon Pidoux, ເອກອັກຄະລັດຖະທູດ ສະວິດ ຮັບຜິດຊອບກອງປະຊຸມ ໄດ້ຖືວ່າ: ຍັງໄວໂພດເພື່ອຄິດໄລ່ຄວາມຕ້ອງການທັງໝົດໃນປະຈຸບັນ, ທ່ານໄດ້ເນັ້ນໜັກວ່າ “ຄວາມມານະພະຍາຍາມສ້າງສາປະເທດຄືນໃໝ່ຈະແກ່ຍາວໄປຫຼາຍປີ, ຊ້ຳບໍ່ໜຳແມ່ນຫຼາຍທົດສະວັດ”.
ມາດຕະການ ແລະ ແງ່ຫວັງ
ໜຶ່ງໃນບັນດາໝາກຜົນທີ່ໜ້າສົນໃຈໃນກອງປະຊຸມສ້າງສາປະເທດ ຢູແກຼນ ຄືນໃໝ່ ນັ້ນແມ່ນເລື່ອງການນຳຂອງປະມານ 40 ປະເທດ ແລະ ອົງການຈັດຕັ້ງສາກົນຄື ທະນາຄານລົງທຶນ ເອີີລົບ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ລົງນາມໃນຖະແຫຼງການ Lugano, ໃຫ້ຄຳໝັ້ນສັນຍາໜູນຊ່ວຍດ້ານການເມືອງ, ການເງິນ ແລະ ເຕັກນິກ ໃຫ້ ຢູແກຼນ ດຳເນີນວິວັດທະນາການສ້າງສາປະເທດຄືນໃໝ່. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີຄຳໝັ້ນສັນຍາກ່ຽວກັບຕົວເລກລະອຽດ ໃນຖະແຫຼງການ Lugano.
ໃນສະພາບການນັ້ນ, ນັບມື້ນັບມີຫຼາຍຄຳເຫັນໃນວົງການການເມືອງ ຝ່າຍຕາເວັນຕົກ ຮຽກຮ້ອງໃຫ້ດຳເນີນການຢຶດຊັບສິນຂອງລັດຖະບານ ແລະ ຜູ້ປະກອບການຂອງ ລັດເຊຍ ຢູ່ ຕ່າງປະເທດ ເພື່ອເອົາແຫຼ່ງກຳລັງມາສົມທົບໃສ່ການສ້າງສາປະເທດ ຢູແກຼນ ຄືນໃໝ່. ຄາດວ່າ, ນັບແຕ່ເມື່ອ ມົດສະກູ ປຸກລະດົມບັ້ນການທະຫານແບບພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ, ບັນດາປະເທດຝ່າຍຕາເວັນຕົກ ໄດ້ຢຶດຊັບສິນຂອງທະນາຄານສູນກາງຢູ່ຕ່າງປະເທດ ລັດເຊຍ ປະມານ 300 ຕື້ USD, ພ້ອມທັງຢຶດເອົາກ່ຳປັ່ນ, ອະສັງຫາລິມະຊັບຂອງຜູ້ປະກອບການ ລັດເຊຍ ຫຼາຍຄົນ. ໃນນັ້ນ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຂາຍຊັບສິນຈຳນວນໜຶ່ງທີ່ຢຶດມາໄດ້, ໃນຂະນະນັ້ນ, ອຳນາດການປົກຄອງໄດ້ຂຶ້ນແຜນການນຳໃຊ້ຊັບສິນຂອງທະນາຄານສູງກາງ ລັດເຊຍ ທີ່ຄ້າງຢູ່ຕ່າງປະເທດ ເພື່ອໜູນຊ່ວຍໃຫ້ແກ່ ຢູແກຼນ. ມາດຕະການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກທ່ານ Josep Borrel ຂ້າຫຼວງໃຫຍ່ ສະຫະພາບເອີຣົບ ຮັບຜິດຊອບກ່ຽວກັບນະໂຍບາຍປ້ອງກັນຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ.
ເຖິງຢ່າງໃດກໍຕາມ, ທິດກ້າວເດີນນີ້ ພວມຖືກຄັດຄ້ານຢູ່ພາຍໃນບັນດາປະເທດຕາເວັນຕົກ. ກ່າວຄຳເຫັນທີ່ກອງປະຊຸມສ້າງສາ ປະເທດ ຢູແກຼນ ຄືນໃໝ່ ໃນວັນທີ 5 ກໍລະກົດ, ທ່ານປະທານາທິບໍດີ ສະວິດ Ignazio Cassis ໄດ້ກ່າວເຕືອນກ່ຽວກັບຜົນຕາມມາທີ່ບໍ່ດີ ຖ້າຫາກວ່າ ມອບໂອນຊັບສິນຂອງລັດເຊຍ ທີ່ຖືກຄ້າງຢູ່ຕ່າງປະເທດໃຫ້ແກ່ ຢູແກຼນ. ທ່ານຊີ້ແຈ້ງວ່າ “ກຳມະສິດ, ສິດຊັບສິນແມ່ນສິດພື້ນຖານ, ສິດທິມະນຸດ” ແລະ ແນວຄວາມຄິດມອບໂອນຊັບສິນທີ່ຄ້າງໄວ້ຂອງ ລັດເຊຍ ໃຫ້ ຢູແກຼນ ຈະສ້າງ “ທຳນຽມທີ່ເປັນອັນຕະລາຍ, ທຳລາຍພື້ນຖານຄວາມເປັນລະບຽບຂອງສາກົນ”.
ນັກໄຈ້ແຍກຫຼາຍທ່ານກໍມີທັດສະນະດຽວກັນນີ້, ໂດຍເນັ້ນໜັກວ່າ ທຸກມາດຕະການ ແລະ ການກະທຳທີ່ກ່ຽວຂ້ອງ ຕ້ອງອີງໃສ່ພື້ນຖານຂອງກົດໝາຍສາກົນ ແລະ ເພື່ອໃຫ້ທຸກແຜນການສ້າງສາປະເທດຄືນໃໝ່ ທີ່ຈະຍົກອອກມາໃນອະນາຄົດ ມີຄວາມເປັນໄປໄດ້ສູງນັ້ນ, ໜ້າທີ່ສຳຄັນທີ່ສຸດໃນປັດຈຸບັນສຳລັບທຸກຝ່າຍທີ່ກ່ຽວຂ້ອງ ແລະ ທັງປະຊາຄົມສາກົນແມ່ນ ຕ້ອງຊຸກຍູ້ການເຈລະຈາ, ເພີ່ມທະວີຄວາມມານະພະຍາຍາມທາງການທູດ ເພື່ອຢຸດຕິການປະທະກັນໂດຍໄວ, ສ້າງສັນຕິພາບ ແລະ ສະຖຽນລະພາບທີ່ຄວນມີຢູ່ ຢູແກຼນ ຄືນໃໝ່./.