ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ-ສ.ເກົາຫຼີ: ​ແບບ​ຢ່າງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ

(VOVWORLD) -  ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 31 ຕຸລາ- ວັນທີ 4 ພະຈິກ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນສາຍພົວພັນມິດະພາບອັນດີງາມ ລະຫວ່າງສອງປະເທດເວົ້າລວມ, ລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະ ໃນສະພາບການທີ່ທັງສອງປະເທດໄດ້ພ້ອມກັນສູ້ຊົນບັນລຸເປົ້າໝາຍຄວບຄູ່ຄື: ການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ແລະ ການພັດທະນາເສດຖະກິດ.
ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ-ສ.ເກົາຫຼີ:  ​ແບບ​ຢ່າງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ - ảnh 1

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ຢ້ຽມຢາມຫວຽດນາມ (ພາບ:  quochoi.vn)

    ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການເປັນຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ ສ.ເກົາຫຼີ ຊຸດທີ 21 ນັບແຕ່ທ່ານໄດ້ຮັບດຳລົງຕຳແໜ່ງເມື່ອວັນທີ 5 ມິຖຸນາປີ 2020.

ປັບປຸງການພົວພັນທາງການທູດລັດຖະສະພາ

   ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ Park Noh-wan ເມື່ອຕົ້ນປີ 2020, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເຄີຍໃຫ້ຂໍ້ສັງເກດວ່າ: ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ສ.ເກົາຫຼີ ພວມພັດທະນາຢ່າງຈົບງາມ ແລະ ອາດຖືວ່າແມ່ນ ແບບຢ່າງການຮ່ວມມືລະຫວ່າງລັດຖະສະພາ.  ແລະ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ແມ່ນການພິສູດໃຫ້ເຫັນວ່າ ສ.ເກົາຫຼີ ໄດ້ຖືເປັນສຳຄັນ ແລະ ຢາກເພີ່ມທະວີການພົວພັນກັບສະພາແຫ່ງຊາດຫວຽດນາມ, ຜ່ານນັ້ນ, ຈະເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ.

   ປະຫວັດສາດແຫ່ງການພົວພັນລັດຖະສະພາສອງຝ່າຍຫວຽດນາມ-ສ.ເກົາຫຼີ ສະແດງໃຫ້ເຫັນວ່າ: ສອງຝ່າຍໄດ້ສ້າງພື້ນຖານການພົວພັນລັດຖະສະພາທີ່ຈົບງາມ. ສອງຝ່າຍໄດ້ເຊັນຂໍ້ຕົກລົງການຮ່ວມມືເມື່ອປີ 2006 ເປັນພື້ນຖານ ເພື່ອຜັນຂະຫຍາຍບັນດາການພົວພັນຮ່ວມມື ກ່ຽວຂ້ອງເຖິງການຮັກສາການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການເຄື່ອນໄຫວຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ, ການພົບປະແລກປ່ຽນລະຫວ່າງ ສະມາຊິກລັດຖະສະພາສອງປະເທດ. ການໄປຢ້ຽມຢາມສັນທະວະໄມຕີ ສ.ເກົາຫຼີ ຢ່າງເປັນທາງການ ເມື່ອເດືອນກໍລະກົດປີ 2013, ປະທານສະພາແຫ່ງຊາດສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສະບັບໃໝ່, ຫັນການເຄື່ອນໄຫວຮ່ວມມື ລະຫວ່າງລັດຖະສະພາສອງຝ່າຍ ແລະ ຫຼາຍຝ່າຍເປັນອັນລະອຽດກ່ວາອີກ ບົນພື້ນຖານສືບທອດ ແລະ ເສີມຂະຫຍາຍໝາກຜົນການຮ່ວມມືອັນດີງາມທີ່ມີຢູ່ແລ້ວ.

ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ-ສ.ເກົາຫຼີ:  ​ແບບ​ຢ່າງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ - ảnh 2

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບປະທານາທິບໍດີ Moon Jae-in (ພາບ: VGP)

ປະກອບສ່ວນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ

  ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສ.ເກົາຫຼີ. ທ່ານອະດີດປະທານສະພາແຫ່ງຊາດ ສ.ເກົາຫຼີ Mun Hi Sang ເຄີຍຢືນຢັນວ່າ, ການພັດທະນາຢ່າງແຮງ ແລະ ມີປະສິດທິຜົນ ຂອງການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີການພົວພັນລະຫວ່າງສອງສະພາແຫ່ງຊາດ ໄດ້ນຳສອງປະເທດ ກາຍເປັນບັນດາຄູ່ຮ່ວມມືທີ່ສຳຄັນອັນດັບໜຶ່ງຂອງກັນໃນຫຼາຍຂົງເຂດ.

   ໃນດ້ານການເມືອງ, ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ເຖິງວ່າ ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆຖືກໂຈະໄວ້ ຫລືຢຸດຕິລົງໂດຍຊົ່ວຄາວກໍ່ຕາມ ແຕ່ການນຳສອງປະເທດ ຍັງຄົງຮັກສາບັນດາຮູບການໂອ້ລົມສົນທະນາໄວ້ຢູ່. ໜ້າສົນໃຈແມ່ນ, ພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມຢູ່ຫວຽດນາມ, ຫວຽດນາມ ໄດ້ຕອ້ນຮັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17-18 ກັນຍາປີ 2020.

   ການຮ່ວມມືດ້ານເສດຖະກິດຖືກຖືວ່າ ແມ່ນຈຸດພົ້ນເດັ່ນສຳຄັນ ໃນການພົວພັນລະຫວ່າງສອງປະເທດ. ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງຫວຽດນາມ, ຢືນອັນດັບທີ 1 ກ່ຽວກັບການລົງທຶນ, ທີ 2 ແມ່ນທຶນ ODA, ຖັດຈາກຍີ່ປຸ່ນ. ວິສາຫະກິດ ສ.ເກົາຫຼີ ມີການປະກອບສ່ວນສຳຄັນ ເຂົ້າໃນພື້ນຖານເສດຖະກິດຫວຽດນາມ. ຕີລາຄາສັງລວມກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານປະທານຄະນະກຳມະທິການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົາ ຖືວ່າ:

   ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດແມ່ນມີຄວາມພົ້ນເດັ່ນ, ບັນລຸໄດ້ລະດັບທີ່ສອງປະເທດມີຄວາມພຶງພໍໃຈ. ບັນດານັກລົງທຶນ ສ.ເກົາຫຼີ ໄດ້ເລືອກຫວຽດນາມ ແມ່ນຈຸດນັດພົບຂອງຕົນ, ສ.ເກົາຫຼີ ໄດ້ກາຍເປັນປະເທດທີ່ມີວິສາຫະກິດລົງທຶນເຂົ້າຫວຽດນາມ ດ້ວຍຈຳນວນທຶນຈົດທະບຽນນັບສິບໆຕື້ USD. ລັດຖະບານ ສ.ເກົາຫຼີ ກໍ່ຍັງຮັກສານະໂຍບາຍໜູນຊ່ວຍຫວຽດນາມ ຜ່ານແຫຼ່ງທຶນບຸລິມະສິດ ODA, ກາຍເປັນປະເທດສະໜອງທຶນ ODA ໃຫ່ຍອັນດັບທີ 2 ໃຫ້ແກ່ຫວຽດນາມ.

   ເພື່ອຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຈາກສະພາບຝົນຕົກ, ນ້ຳຖ້ວມໃນໄລຍະຜ່ານມາ, ສ.ເກົາຫຼີ ແມ່ນໜຶ່ງໃນບັນດາປະເທດໜູນຊ່ວຍຫວຽດນາມ ໄວກ່ວາໝູ່. ບັນດາວິສາຫະກິດ ສ.ເກົາຫຼີ ພວມເຄື່ອນໄຫວຢູ່ຫວຽດນາມ ກໍ່ພວມຕັ້ງໜ້າສ້າງກອງທຶນ ເພື່ອສະໜັບສະໜູນປະຊາຊົນບັນດາແຂວງພາກກາງ. ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ Park Noh-wan ຢືນຢັນວ່າ:

   ສ.ເກົາຫຼີ  ແລະ ຫວຽດນາມ ຍາມໃດກໍ່ໄດ້ໜູນຊ່ວຍຊຶ່ງກັນ ແລະ ກັນ ໃນຂະນະປະສົບກັບຄວາມຫຍຸ້ງຍາກ. ແຕ່ລະຄັ້ງເກີດຄວາມຫຍຸ້ງຍາກ, ພວກເຮົາຍິ່ງສະແດງໃຫ້ເຫັນນ້ຳໃຈຊ່ວຍເຫຼືອຊຶ່ງກັນ ແລະ ກັນຄື: ພ້ອມກັນປ້ອງກັນ ຕ້ານໂລກລະບາດໂຄວິດ 19 ແລະ ປະຈຸບັນ, ຍັງສືບຕໍ່ໜູນຊ່ວຍກັນ ເພື່ອພ້ອມກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ ແລະ ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນເຂດຖືກໄພທຳມະຊາດ. ພວກຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນກຳລັງໜູນເພື່ອໃຫ້ສອງປະເທດ ຮ່ວມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພ້ອມກັນພັດທະນາ.

ຫວຽດນາມ  ແລະ ສ.ເກົາຫຼີ  ໄດ້ສ້າງຕັ້ງການພົວພັນທາງການທູດ ນັບແຕ່ເດືອນທັນວາ ປີ 1992. ໃນເກືອບ 30 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດ ໄດ້ພັດທະນາຢ່າງລຽນຕິດ ແລະ ບັນລຸໄດ້ບັນດາຂີດໝາຍທີ່ສຳຄັນ. ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ຈະປະກອບສ່ວນປັບປຸງການພົວພັນສອງຝ່າຍ, ຢືນຢັນຄວາມສຳຄັນຂອງຫວຽດນາມ ໃນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ