ການເລືອກຕັ້ງສະພາແຫ່ງຊາດຊຸດທີ 15: ຮັບປະກັນຄວາມສະເໝີພາບລະຫວ່າງບັນດາເຜົ່າ

(VOVWORLD) -ສິດສະເໝີພາບລະຫວ່າງບັນດາເຜົ່າໄດ້ສະແດງໃຫ້ເຫັນໃນຫຼາຍແງ່ມູມຄື: ທາງດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ການເມືອງ…
ການເລືອກຕັ້ງສະພາແຫ່ງຊາດຊຸດທີ 15: ຮັບປະກັນຄວາມສະເໝີພາບລະຫວ່າງບັນດາເຜົ່າ - ảnh 1ກອງປະຊຸມຜູ້ແທນທົ່ວປະເທດບັນດາຊົນເຜົ່າຫວຽດນາມ ຄັ້ງທີ 2
(ພາບ: baosonla.org.vn)

ຜູ້ມີສິດເລືອກຕັ້ງຊາວເຜົ່າສ່ວນໜ້ອຍແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງສະມາຊິກສະພາແຫ່ງຊາດຫວຽດນາມ ໃນອາຍຸການຕ່າງໆ. ໃນຕົວຈິງ, ການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນເລື່ອງ ສະມາຊິກສະພາແຫ່ງຊາດທີ່ມາຈາກພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນການສ້າງ ແລະ ຈັດຕັ້ງການປະຕິບັດບັນດານະໂຍບາຍຊົນເຜົ່າຂອງພັກ, ລັດໄດ້ເປັນຢ່າງດີ. ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ 15 ຄາດວ່າຈະດຳເນີນໃນວັນທີ 23 ພຶດສະພາ 2021, ເລື່ອງເລືອກເອົາ ແລະ ເລືອກຕັ້ງສະມາຊິກສະພາແຫ່ງຊາດຊາວທີ່ເປັນເຜົ່າສ່ວນໜ້ອຍສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ທາງດ້ານຄຸນນະພາບ ແລະ ຈຳນວນ ເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ.

        ຫວຽດນາມ ແມ່ນປະເທດມີ 54 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ໃນບັນດາໄລຍະນຳພາການນຳປະຕິວັດ, ບັນຫາຊົນເຜົ່າ ແລະ ວຽກງານຊົນເຜົ່າຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ ດ້ວຍບັນດານະໂຍບາຍສະເໝີຕົ້ນສະເໝີປາຍ, ລຸລ່ວງ ແມ່ນປະຕິບັດຄວາມສາມັກຄີ, ສະເໝີພາບ, ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງບັນດາເຜົ່າ. ສິດສະເໝີພາບລະຫວ່າງບັນດາເຜົ່າໄດ້ສະແດງໃຫ້ເຫັນໃນຫຼາຍແງ່ມູມຄື: ທາງດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ການເມືອງ… ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ, ຈຳນວນຊາວເຜົ່າສ່ວນໜ້ອຍເຂົ້າເປັນສະມາຊິກສະພາແຫ່ງຊາດຜ່ານບັນດາອາຍຸການຂອງສະພາແຫ່ງຊາດນັບມື້ນັບເພີ່ມຂຶ້ນ. ສະພາແຫ່ງຊາດ ຊຸດທີ 2 (1960 – 1964), ສະມາຊິກສະພາແຫ່ງຊາດເປັນຊາວເຜົ່າສ່ວນໜ້ອຍກວມເອົາ 16,5%. ສະພາແຫ່ງຊາດຊຸດທີ 10 (1977 – 2002) ຈຳນວນສະມາຊິກສະພາແຫ່ງຊາດເປັນຊາວເຜົ່າສ່ວນໜ້ອຍກວມເອົາ 17,3%.

ສືບທອດ ແລະ ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ແລ້ວ

        ອາຍຸການສະພາແຫ່ງຊາດຊຸດທີ 14, ຈຳນວນສະມາຊິກສະພາແຫ່ງຊາດເປັນຊາວເຜົ່າສ່ວນໜ້ອຍແມ່ນ 86 ທ່ານ, ກວມເອົາ 17,3%. ບັນດາສະມາຊິກສະພາແຫ່ງຊາດນີ້ໄດ້ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງຄວາມສຸດຈິດສຸດໃຈ, ໜ້າທີ່ຄວາມຮັບຜິດຊອບ, ຕັ້ງໜ້າເຂົ້າຮ່ວມບັນດາບັນຫາສ້າງກົດໝາຍ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ ແລະ ປະກອບສ່ວນເຂົ້າໃນບັນດາຂີດໝາຍໃນອາຍຸການສະພາແຫ່ງຊາດຊຸດທີ 14 ນັ້ນແມ່ນ ຮັບຮອງເອົາມະຕິສຳຄັນ 2 ສະບັບ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ນີ້ແມ່ນບັນດາຂໍ້ຕົກລົງມີລັກສະນະປະຫວັດສາດຂອງສະພາແຫ່ງຊາດ ດ້ວຍເລື່ອງເປັນຄັ້ງທຳອິດສະພາແຫ່ງຊາດ ໄດ້ປະກາດໃຊ້ມະຕິສະເພາະ 2 ສະບັບກ່ຽວກັບຂົງເຂດຊົນເຜົ່າ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ມະຕິເລກທີ 88 ກຳນົດທິດເປົ້າໝາຍຮອດປີ 2030 ແມ່ນ ລາຍຮັບສະເລ່ຍໃສ່ຫົວຄົນຂອງຊາງເຜົ່າສ່ວນໜ້ອຍແມ່ນທຽບເທົ່າ ½ ລາຍຮັບສະເລ່ຍລວມຂອງທົ່ວປະເທດ; ຫຼຸດຜ່ອນຄອບຄົວທຸກຍາກລົງຕ່ຳກວ່າ 10%. ບໍ່ມີຕາແສງ, ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດໂດຍພື້ນຖານ; 70% ຈຳນວນຕາແສງເຂດຊົນເຜົ່າສ່ວນໜ້ອຍບັນລຸມາດຕະຖານຊົນນະບົດໃໝ່. ທ່ານ ຫງວຽນເລິມແທັ່ງ, ສະມາຊິກສະພາແຫ່ງຊາດຊຸດທີ 14, ຄະນະສະມາຊິກສະພາແຫ່ງຊາດແຂວງ ລ້າງເຊີນ, ໃຫ້ຮູ້ວ່າ.

        “ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິ, ແມ່ນບັນດາຈຸດທີ່ມີລັກສະນະຫຼັກການພື້ນຖານໃນລະບົບນະໂຍບາຍຂອງຊາວເຜົ່າສ່ວນໜ້ອຍ ແລະ ບັນດາເປົ້າໝາຍຕ້ອງໄດ້ຮັບການແກ້ໄຂ. ນີ້ເປັນການສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ ແລະ ຈິດໃຈທີ່ມີຕໍ່ຊາວເຜົ່າສ່ວນໜ້ອຍ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງຕົນສຳລັບເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກ ຊ່ວຍໃຫ້ເຂດນີ້ພັດທະນາພ້ອມກັບປະເທດຊາດ ແລະ ຮັບປະກັນການພັດທະນາຢ່າງສະເໝີພາບລະຫວ່າງບັນດາເຜົ່າ”.

ຮັບປະກັນທາງດ້ານຈຳນວນ ແລະ ຄຸນນະພາບ

        ເພື່ອໃຫ້ສະພາແຫ່ງຊາດຊຸດທີ 15 ສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ໂດຍສະເພາະແມ່ນໃນການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍຊົນເຜົ່າ, ມັນຮຽກຮ້ອງຕ້ອງຍົກສູງຄຸນນະພາບສະມາຊິກສະພາແຫ່ງຊາດກວ່າອີກ, ເລືອກຕັ້ງບັນດາສະມາຊິກດີເດັ່ນຢ່າງແທ້ຈິງ. ລຸ່ງ ຟ້າມຢ໊າວ, ຜູ້ມີສິດເລືອກຕັ້ງ, ຢູ່ເມືອງ ດຶກໂຟ, ແຂວງ ກວາງງ້າຍ, ຖືວ່າ.

        “ເພີ່ມທະວີຈຳນວນສະມາຊິກສະພາແຫ່ງຊາດເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ ແມ່ນຈະມີເງື່ອນໄຂກຳແໜ້ນຫຼາຍກວ່າ, ສາມາດເຂົ້າໃຈເຂດຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ມີຄວາມເຂົ້າໃຈບັນດາຄວາມມຸ່ງມາດປາດຖະໜາ, ຄວາມໃນໃຈຂອງປະຊາຊົນໄດ້ຫຼາຍກວ່າ. ຜ່ານນັ້ນຈະມີບັນດາຂໍ້ສະເໜີແນະຕໍ່ສະພາແຫ່ງຊາດ ເພື່ອໃຫ້ມີນະໂຍບາຍສຳລັບບັນດາເຂດນີ້, ຮັບປະກັນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂບັນດາຄວາມຫຍຸ້ງຍາກຂອງເຂົາເຈົ້າສ່ວນໃດສ່ວນໜຶ່ງ”.

        ເພື່ອບັນລຸໄດ້ອັດຕາຢ່າງໜ້ອຍສຸດມີ 18% ຈຳນວນສະມາຊິກສະພາແຫ່ງຊາດແມ່ນຊາວເຜົ່າສ່ວນໜ້ອຍໃນອາຍຸການສະພາແຫ່ງຊາດຊຸດທີ 15 ນັ້ນ, ເລື່ອງເລືອກຕັ້ງຜູ້ທີ່ເໝາະສົມຢ່າງແທ້ຈິງ, ຕາງໜ້າໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຮຽກຮ້ອງຕ້ອງມີການຄົ້ນຄວ້າຢ່າງລະອຽດ ແລະ ກຳແໜ້ນຊີວະປະຫວັດຫຍໍ້ຂອງບັນດາຜູ້ສະໝັກຮັບເລືອກຕັ້ງ, ພິເສດແມ່ນວຽກງານຖະແຫຼງຂ່າວ, ໂຄສະນາ ຕ້ອງໄດ້ຮັບຄວາມເອົາໃຈໃສ່ ເພື່ອໃຫ້ປະຊາຊົນເຫັນໄດ້ເຖິງຄວາມໝາຍ, ຄວາມສຳຄັນ ແລະ ຂົນຂວາຍຍາດຕິພີ່ນ້ອງພ້ອມກັນເຂົ້າຮ່ວມການເລືອກຕັ້ງ ເພື່ອປະຕິບັດສຳເລັດສິດ, ໜ້າທີ່ຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ສິດທິພົນລະເມືອງ. ທ່ານ ກວ່າງວັນເຮືອງ, ສະມາຊິກສະພາແຫ່ງຊາດຊຸດທີ 14, ຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ, ຢືນຢັນວ່າ.

        “ການໂຄສະໜາຕ້ອງມີວິທີເພື່ອໃຫ້ພໍ່ແມ່ຊາວເຜົ່າສ່ວນໜ້ອຍເຂົ້າໃຈໄດ້ກ່ຽວກັບຊີວະປະຫວັດຫຍໍ້, ກຳລັງຄວາມສາມາດ, ພິເສດແມ່ນຕ້ອງມີຄວາມສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງບັນດາຜູ້ສະໝັກເລືອກຕັ້ງເຊິ່ງຕົນເອງຈະເລືອກຕັ້ງ. ຕ້ອງໂຄສະນາບັນດາຜົນງານ, ຄຸນນະທາດຂອງຜູ້ມີຄວາມສາມາດຢ່າງແທ້ຈິງ, ຜ່ານນັ້ນພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຈະເຫັນໄດ້ເຖິງບັນດາຜູ້ທີ່ຈະເປັນຕົວແທນຂອງຕົນ. ເລືອກຕັ້ງຊາວເຜົ່າສ່ວນໜ້ອຍ ຫຼື ຜູ້ຕາງໜ້າດຳລົງຊີວິດຢູ່ເຂດຊົນເຜົ່າສ່ວນໜ່ອຍເຂົ້າຮ່ວມສະພາແຫ່ງຊາດ ນັ້ນແມ່ນບັນດາຜູ້ມີສຽງເວົ້າ, ເວົ້າຄວາມໃນໃຈ ຄວາມມຸ່ງມາດປາດຖະໜາຂອງຊາວເຜົ່າສ່ວຍໜ້ອຍຢູ່ເວທີສະພາແຫ່ງຊາດ”.

        ຄວາມຈິງຜ່ານບັນດາອາຍຸການສະພາແຫ່ງຊາດໄດ້ສະແດງໃຫ້ເຫັນວ່າ, ເລື່ອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຕັ້ງໜ້າເຂົ້າຮ່ວມ ແລະ ເລືອກຕັ້ງບັນດາສະມາຊິກສະພາແຫ່ງຊາດ ທີ່ດີເດັ່ນ, ມີກຳລັງຄວາມສາມາດ, ມີຄວາມສຸດຈິດສຸດໃຈ, ມີໜ້າທີ່ຮັບຜິດຊອບ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງສະພາແຫ່ງຊາດ, ໂດຍສະເພາະແມ່ນໃນການສ້າງ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍຊົນເຜົ່າຂອງພັກ, ລັດ ໄດ້ເປັນຢ່າງດີ. ບັນຫານີ້ສືບຕໍ່ໄດ້ຮັບການສືບທອດໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 15 ຈະມາເຖິງ ເຊິ່ງເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ສຳລັບເຂດຊົນເຜົ່າສ່ວນໜ້ອຍເວົ້າລວມ ແລະ ຮັບປະກັນສິດສະເໝີພາບລະຫວ່າງບັນດາເຜົ່າເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ