ເຊັ່ນດຽວກັນກັບການຄາດຄະເນ, ໝາກຜົນແຫ່ງການຢັ່ງເບິງໃນເບື້ອງຕົ້ນກ່ຽວກັບການເລືອກຕັ້ງສະພາແຫ່ງຊາດອິດສະຣາແອນ ຊຸດທີ 19 ໃນວັນທີ 22/1 ໃຫ້ເຫັນວ່າ: ພັນທະມິດຝ່າຍຂວາລະຫວ່າງພັກ Likud ຂອງນາຍົກລັດຖະມົນຕີຄົນປະຈຸບັນ Benjamin Netanyahu ແລະ ພັກ Yisrael Beitenu ຂອງທ່ານລັດຖະມົນຕີການຕ່າງປະເທດ Avigdor Lieberman ຍາດໄດ້ໄຊຊະນະຕໍ່ບັນດາພັກຝ່າຍອື່ນໆ. ສິ່ງດັ່ງກ່າວກໍ່ໝາຍຄວາມວ່າທ່ານ Netanyahu ຈະດຳລົງຕຳແໜ່ງນາຍົກລັດຖະມົນຕີອາຍຸການທີ 3. ແຕ່ເຖິງຢ່າງໃດກໍ່ຕາມ, ປະຊາຊົນອິດສະຣາແອນ ບໍ່ພາກພູມໃຈປານໃດຕໍ່ໝາກຜົນນີ້ເທື່ອ.
(ພາບ:ອິນເຕີແນັດ)
ໝາກຜົນແຫ່ງການຢັ່ງເບິງຜູ້ມີສິດເລືອກຕັ້ງຢູ່ສະຖານທີ່ເລືອກຕັ້ງໃຫ້ເຫັນວ່າ: ພັນທະມິດກຳອຳນາດ Likud-Beitenu ຍາດໄດ້ 31 ທີ່ນັ່ງໃນຈຳນວນ120 ທີ່ນັ່ງຢູ່ສະພາແຫ່ງຊາດ. ຕາມໝາກຜົນດັ່ງກ່າວ, ເຖິງວ່າ ພັນທະມິດຂອງທ່ານ Netanyahu ຍາດໄດ້ໄຊຊະນະກໍ່ຕາມ ແຕ່ຍັງໜ້ອຍກ່ວາ 11 ທີ່ນັ່ງເມື່ອທຽບກັບ 42 ທີ່ນັ່ງເຊິ່ງເຂົາເຈົ້າຍາດໄດ້ໃນການເລືອກຕັ້ງຄັ້ງກ່ອນ ແລະ ຈະຕ້ອງຊອກຫາພັນທະມິດໃໝ່ທີ່ເພື່ອສະມາຊິກລັດຖະສະພາ 61 ທ່ານກວມທີ່ນັ່ງສ່ວນຫຼາຍ ແລະ ສ້າງຕັ້ງລັດຖະບານ. ສິ່ງດັ່ງກ່າວກໍ່ໝາຍຄວາມວ່າອັດຕາສ່ວນຜູ້ສະໜັບສະໜູນພັກ Likud ໄດ້ຫລຸດຜ່ອນລົງ. ຜູ້ມີສິດເລືອກຕັ້ງຫຼາຍຄົນຖືວ່າ: ໂດຍພາຍໃຕ້ການບໍລິຫານຂອງທ່ານ Netanyahu, ອິດສະຣາແອນ ນັບມື້ນັບຖືກຕົກຢູ່ສະພາບໂດດດຽວໃນໂລກ. ໃນໄລຍະ 4 ປີຜ່ານມາ, ໃນຖານະເປັນນາຍົກລັດຖະມົນຕີ, ທ່ານ Netanyahu ໄດ້ມີການເຄື່ອນໄຫວຫຼາຍຢ່າງທີ່ກໍ່ຄວາມບໍ່ລົງລອຍກັນກັບບັນດາປະເທດໃນພາກພື້ນ. ທ່ານໄດ້ຖືໂຄງການນິວເຄຼຍຂອງອີຣານ ເປັນເໜືອໃນສຳຄັນໃນໂຄງການດຳເນີນງານສາກົນດ້ວຍເລື່ອງກ່າວຄຳເຫັນກ່ຽວກັບບັນຫານີ້ຢູ່ ສປຊ ໃນປີ 2012, ໃນນັ້ນ, ທ່ານຮຽກຮ້ອງໃຫ້ປະຊາຄົມໂລກຕ້ອງມີການກະທຳຖ້າຫາກວ່າເຕເຮຣານ ມີການກະທຳຢ່າງຜິດພາດ. ໃນຂະນະນັ້ນ, ຄວາມເຄັ່ງຕຶງກັບອາເມລິກາ, ຊື່ງແມ່ນພັນທະມິດທີ່ສະໜິດສະໜົມກ່ວາໝູ່ຂອງອິດສະຣາແອນ ກໍ່ນັບມື້ນັບເພີ່ມຂຶ້ນພາຍຫຼັງທີ່ເກີດບັນດາຄຳວິຈານທີ່ຖືກຖືວ່າແມ່ນຄຳກ່າວເຕືອນຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ທີ່ວ່າ: ເລື່ອງເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ພວມນຳປະເທດຊາວຢີວນີ້ຕົກເຂົ້າສູ່ສະພາບຢູ່ໂດດດຽວ.
ທ່ານນາຍົກລັດຖະມົນຕີ Benjamin Netanyahu
(ພາບ:ອິນເຕີແນັດ)
ໃນຂະນະນັ້ນ, ນະໂຍບາຍແຂງກະດ້າງໃນການປະທະກັນກັບປາແລດສະຕິນ ຊື່ງທ່ານ Netanyahu ພວມປະຕິບັດກໍ່ເຮັດໃຫ້ປະຊາຊົນອິດສະຣາແອນ ອິດເມື່ອຍ. ຫາງສຽງພາຍໃນປະເທດຖືວ່າ: ຖ້າບໍ່ທັນແກ້ໄຂບັນຫາເຂດກາຊາ ໄດ້, ທ່ານນາຍົກລັດຖະມົນຕີຈະບໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ມີສິດເລືອກຕັ້ງອິດສະຣາແອນ. ອີກຢ່າງໜຶ່ງ, ໃນການປ່ອນບັດໃຫ້ປາແລດສະຕິນ ເປັນລັດສັງເກດການບໍ່ເປັນພາຄີຂອງ ສປຊ ເມື່ອປີ 2012, ມີພຽງສເຊັກ ປ່ອນບັດຄ້ານເທົ່ານັ້ນ, ສ່ວນບັນດາປະເທດໃຫ່ຍຄືຝະລັ່ງ, ແອດສະປາຍ, ອີຕາລີ ໄດ້ປ່ອນບັດສະໜັບສະໜູນ ແລະ ປະເທດເອີລົບ ຈຳນວນໜຶ່ງໄດ້ປ່ອນບັດຂາວ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າອິດສະຣາແອນ ບໍ່ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີລົບ ກ່ຽວກັບບັນຫາປາແລດສະຕິນ ແລະ ເຂົາເຈົ້າຕ້ອງປະເຊີນໜ້າກັບກຳລັງດັນດ້ານການເມືອງອັນໜັກໜ່ວງຈາກຝ່າຍຕາເວັນຕົກ.
ກ່ຽວກັບສະພາບການຢູ່ພາຍໃນປະເທດ, ຕາມວົງການນັກໄຈ້ແຍກແລ້ວ, ລັດຖະບານໃໝ່ຂອງອິດສະຣາແອນ ຍັງຕ້ອງແກ້ໄຂບັນດາບັນຫາເສດຖະກິດພາຍໃນປະເທດ ຄື: ຕ້ອງຮັບຮອງເອົາງົບປະມານຮັດເຂັມຄັດໂດຍໄວ ເພື່ອແນໃສ່ຄວບຄຸມການຂາດດຸນງົບປະມານ, ໃນຂະນະທີ່ຍັງຕ້ອງຜ່ອນຄາຍການຄັດຄ້ານຂອງມະຫາຊົນຕໍ່ເລື່ອງຄ່າໃຊ້ຈ່າຍປິນຂັ້ນໄດ ແລະ ຂາດດຸນລາຍຮັບ.
ໂດຍບໍ່ເມີນເສີຍຕໍ່ຄວາມວິຕົກກັງວົນຂອງຫາງສຽງ, ໃນບົດກ່າວຄຳປາໄສທຳອິດພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ສຳນັກງານພັນທະມິດຢູ່ Tel Aviv, ທ່ານ Netanyahu ໄດ້ຢັ້ງຢືນຄວາມມານະພະຍາຍາມສ້າງຕັ້ງລັດຖະບານທີ່ມີການເຂົ້າຮ່ວມຢ່າງກ້ວາງຂວາງຂອງຝ່າຍຕ່າງໆ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າຍທາຍຄື: ວິກິດການດ້ານເສດຖະກິດໃນທົ່ວໂລກ, ໄພນາບຂູ່ນິວເຄຼຍຂອງອີຣານ ແລະ ການປະທະກັນຕ່າງໆກັບປາແລດສະຕິນ. ທ່ານໃຫ້ຮູ້ວ່າລັດຖະບານໃໝ່ຈະອີງຕາມ 5 ຫຼັກການໝັ້ນຄົງຕໍ່ໜ້າສິ່ງທ້າທາຍ, ພິເສດແມ່ນສະກັດກັ້ນອິຣານ ກຳມະສິດອາວຸດນິວເຄຼຍ. ມີຄວາມຮັບຜິດຊອບດ້ານການເງິນໃນສະພາບວິກິດການທົ່ວໂລກພວມສືບຕໍ່ເກີດຂຶ້ນ; ມີຄວາມຮັບຜິດຊອບດ້ານການທູດໃນວິວັດການຊອກຫາພື້ນຖານສັນຕິພາບທີ່ແທ້ຈິງກັບຊາວປາແລດສະຕິນ; ຫລຸດລາຄາເຮືອນຢູ່ ແລະ ລາຄາໃຊ້ສອຍ ຢູ່ອິດສະຣາແອນ.
ເຖິງວ່າທ່ານ Netanyahu ຈະບໍລິຫານລັດຖະບານອິດສະຣາແອນຕື່ມອີກ 4 ປີກໍ່ຕາມແຕ່ວົງການນັກສັງເກດການຖືວ່າ: ບັນດານະໂຍບາຍຂອງທ່ານ Netanyahu ຈະເຮັດໃຫ້ທ່ານຕົກຢູ່ໂດດດຽວກ່ວາໃນອາຍຸການທີ 2 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງ.