ການເລືອກຕັ້ງສະພາແຫ່ງຊາດ ອີຣານ: ຍັງຄົງຢືນຢັນຫລັກໝັ້ນຫນຶ່ງ
ວັນທີ 2/3, ຜູ້ມີສິດເລືອກຕັ້ງ ອີຣານ ປະມານ 48 ລ້ານຄົນ ເລີ່ມຕົ້ນໄປປ່ອນບັດເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດຂອງປະເທດນີ້. ນີ້ໄດ້ຮັບຖືວ່າແມ່ນການຊ່ວງເສັງລະຫວ່າງຝ່າຍນິຍົມການເມືອງຮັກສາເດີມຂອງປະທານາທິບໍດີ Mahmoud Ahmadinejad ແລະ ຝ່າຍສາສະຫນາຂອງການນຳຂັ້ນສູງຜູ້ທີສອງຂອງ ອີຣານ Ayatollah Ali Khamenei. ແຕ່ຫາງສຽງຖືວ່າ, ເຖິງວ່າທ່ານໃດໄດ້ຮັບການເລືອກຕັ້ງໃນຄັ້ງນີ້ກໍບໍ່ເຮັດໃຫ້ຫລັກໝັ້ນທີ່ແຂງກະດ້າງຂອງ ເຕເຮຣານ ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ ປ່ຽນແປງໄປ.
ພາບປະກອບຈາກ internet
|
ການເລືອກຕັ້ງສະພາແຫ່ງຊາດ ອີຣານ ຄັ້ງນີ້ ແມ່ນການຢັ່ງຫາງສຽງທຳອິດນັບແຕ່ເມືື່ອການເລືອກຕັ້ງປະທານາທິບໍດີທີ່ກໍການຖົກຖຽງກັນເມື່ອປີ 2009 ພາໃຫ້ເກີດການແຫ່ຂະບວນປະທ້ວງຄັ້ງຕ່າງໆໂດຍຮຽກຮ້ອງໃຫ້ມີການປະຕິຮູບຢູ່ ອີຣານ ໃນເວລາ 8 ເດືອນ. ວັນທີ 2/3 ນີ້ ຜູ້ມີສິດເລືອກຕັ້ງ ອີຣານ ເກືອບ 48 ລ້ານຄົນ, ໃນນັ້ນຈຳນວນຜູ້ມີສິດເລືອກຕັ້ງໃຫມ່ເກືອບ 4 ລ້ານຄົນຈະໄປປ່ອນບັດເລືອກຕັ້ງຜູ້ສະໝັກຮັບເລືອກຕັ້ງ ເກືອບ 3.400 ທ່ານທີ່ມີເງື່ອນໄຂຢ່າງພຽງພໍເພື່ອເລືອກຕັ້ງເອົາ 290 ທີ່ນັ່ງໃນສະພາແຫ່ງຊາດ, ເພື່ອກະກຽມໃຫ້ແກ່ການເລືອກຕັ້ງປະທານາທິບໍດີຄົນໃຫມ່ຊຶ່ງຈະດຳເນີນໃນປີຫນ້າ.
ທີ່ຈິງແລ້ວ, ການເລືອກຕັ້ງຄັ້ງນີ້ແມ່ນການຊ່ວງເສັງລະຫວ່າງຝ່າຍນິຍົມການເມືອງຮັກສາເດີມຂອງປະທານາທິບໍດີ Mahmoud Ahmadinejad ແລະຝ່າຍສາສະຫນາຂອງການນຳ Ayatollah Ali Khamenei. ນັ້ນແມ່ນຄວາມໝາຍຕົ້ນຕໍຂອງການປ່ອນບັດເລືອກຕັ້ງໃນວັນທີ 2/3 ນີ້. ກ່ອນອື່ນໝົດ ຖ້າສັງເກດການຊ່ວງເສັງ, ບັນດານັກສັງເກດການບໍ່ເຫັນສັນຍານໃຫມ່ໃດໆ ເພາະວ່າຄູ່ແຂ່ງທັງສອງລ້ວນແຕ່ສືບຕໍ່ຢຶດໝັ້ນຕາມແນວທາງແຂງກະດ້າງໃນບັນຫານິວເຄຼຍ. ປະທານາທິບໍດີ Mahmoud Ahmadinejad ພວມມານະພະຍາຍາມເພື່ອປ່ຽນແທນທ່ານ Ayatollah Ali Khamenei ໃນລະບົບແບ່ງສິດອຳນາດທາງການເມືອງທີ່ສັບສົນຂອງປະເທດນີ້, ຊື່ງໃນກົງຈັກນັ້ນ ການນຳສູງສຸດແມ່ນກຳອຳນາດສຳຄັນ. ຕາມກົດໝາຍຂອງ ອີຣານແລ້ວ, ການນຳສູງສຸດສາມາດແຕ່ງຕັ້ງ ຫລື ສັ່ງໃຫ້ເຊົາບັນດາຕຳແຫນ່ງສຳຄັນຄື: ລັດຖະມົນຕີກະຊວງສືບລາຊະການລັບ, ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ. ເພາະສະນັ້ນ ເຖິງວ່າໝາກຜົນຂອງການເລືອກຕັ້ງຈະເປັນແນວໃດກໍຕາມ, ສິດອຳນາດແທ້ຈິງໃນບັນດາບັນຫາສຳຄັນຂອງປະເທດຊາດຄື:ໂຄງການນິວເຄຼຍ ຫລື ການພົວພັນກັບອາເມລິກາ ຍັງຄົງນອນໃນກຳມືຂອງການນຳສູງສຸດ. ສຳລັບ ທ່ານ Ayatollah Ali Khamenei ແລ້ວ,ເຖິງວ່າຍາມໃດກໍສະຫນັບສະຫນູນທ່ານປະທານາທິບໍດີ ແຕ່ການນຳສູງສຸດບໍ່ປະໃຫ້ຝ່າຍນິຍົມການເມືອງຮັກສາເດີມຂອງປະທານາທິບໍດີກຳອຳນາດຢ່າງພຽງພໍເພື່ອສົ່ງຜົນສະທ້ອນເຖິງບົດບາດຂອງເພິ່ນ. ແຕ່ຫາງສຽງຖືວ່າ ການສ້າງຕັ້ງສຸດທ້າຍຍັງຄົງຕ້ອງການການມີຫນ້າຂອງທ່ານ M. Ahmadinejad. ພິເສດເມື່ອ ອີຣານ ພວມຖືກກຳລັງດັນຈາກສາກົນກ່ຽວກັບການເຄື່ອນໄຫວນິວເຄຼຍ ແລະ ພວມປະເຊີນຫນ້າກັບການຮັດແໜ້ນມາດຕະການລົງໂທດ ແລະ ບັນດາການນາບຂູ່ບຸກໂຈມຕີດ້ານການທະຫານຂອງ ອາເມລິກາ ແລະ ອິດສະຣາແອນ ແນໃສ່ບັນດາຮາກຖານນິວເຄຼຍຂອງປະເທດນີ້. ຄວາມຕັດສິນໃຈຢຶດໝັ້ນແນວທງການຜະລິດນິວເຄຼຍເພື່ອຈຸດປະສົງສັນຕິພາບ, ຖ້າຫາກໃນລະບົບການເມືອງຂອງ ອີຣານບໍ່ມີທ່ານປະທານາທິບໍດີ M. Ahmadinejad ອາດຈະເຮັດໃຫ້ສະພາບການຂອງປະເທດນີ້ຍິ່ງສັບສົນຂຶ້ນຕື່ ແລະ ຍຸຍົງສົ່ງເສີມຝ່າຍຄ້ານລົງຖະໜົນເພື່ອແຫ່ຂະບວນປະທ້ວງ. ນັ້ນບໍ່ແມ່ນຄວາມປາດຖະຫນາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນອີຣານ. ໃນຂະນະນັ້ນ ບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ ເພື່ອທວງໃຫ້ອີຣານ ຍິນຍອມກ່ຽວກັບບັນຫານິວເຄຼຍ ໄດ້ເລີ່ມສົ່ງຜົນສະທ້ອນເຖິງຂົງເຂດພະລັງງານ ແລະ ທັນຍາຫານທີ່ນຳເຂົ້າຈາກຕ່າງປະເທດ. ໃນການກະທຳໃຫມ່, ວັນທີ 29/2 ຜ່ານມາ, ທ່ານ Jay ໂຄສົກທຳນຽບຂາວຖະແຫລງວ່າ ອາເມລິກາ ຍັງຄົງສືບຕໍ່ນະໂຍບາຍສົມທົບການນຳໃຊ້ມາດຕະການທາງການທູດ ແລະ ເພີ່ມການລົງໂທດ ເພື່ອສະກັດກັ້ນອີຣານ ໃນໂຄງການນິວເຄຼຍ, ເພາະວ່າ ຕາມຄວາມຮັບຮູ້ຂອງ ວໍຊິງຕັນແລ້ວ, ເຕເຕຣານ ບໍ່ທັນດຳເນີນການຜະລິດລູກລະເບີດນິວເຄຼຍເທື່ອ. ການກະທຳນີ້ໄດ້ຮັບຖືວ່າ ແມ່ນສ່ວນຫນຶ່ງໃນບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Barack Obama ແນໃສ່ຍົກອອກສານລວມ ເພື່ອກະກຽມໃຫ້ການພົບປະສຸດຍອດ ອາເມລິກາ ແລະ ອິດສະຣາແອນ ໃນວັນທີ 5/3 ຈະມາເຖິງ ຢູ່ ທຳນຽບຂາວ. ເພາະວ່າ ອາເມລິກາ ແລະ ບັນດາປະເທດພັນທະມິດມີຄວາມວິຕົກກັງວົນວ່າ, ອິດສະຣາແອນ ຈະຕົກລົງບຸກໂຈມຕີບັນດາຮາກຖານນິວເຄຼຍຂອງ ອີຣານ, ສິ່ງດັ່ງກ່າວອາດຈະພາໃຫ້ເກີດບັນດາຜົນຮ້າຍຢ້ອນຫລັງໃນພາກພື້ນນີ້. ສິ່ງທີ່ວໍຊິງຕັນປາດຖະຫນາໃນຈຸດເວລານີ້ ນັ້ນແມ່ນສຸມໃສ່ບັນດາບັ້ນເຄື່ອນໄຫວທາງການທູດ ເພື່ອລະດົມປະຊາຄົມໂລກກໍ່ກຳລັງດັນຕໍ່ອີຣານ ຜ່ານບັນດາມາດຕະການລົງໂທດ. ເຖິງຢ່າງໃດກໍຕາມ, ບັນດາເຈົ້າຫນ້າທີ່ອາເມລິກາ ໄດ້ຢືນຢັນເປັນຫລາຍຄັ້ງແລ້ວວ່າ: ວໍຊິງຕັນບໍ່ປະລະມາດຕະການໃດໆເພື່ອສະກັດກັ້ນບໍ່ໃຫ້ ອີຣານມີອາວຸດນິວເຄຼຍ. ເສນາທິການໃຫຍ່ກອງທັບອາກາດ ອາເມລິກາ, ນາຍພົນ Norton Schwartz ຍັງຖະແຫລງວ່າ: ກອງທັບອາກາດ ອາເມລິກາ ອາດຈະບຸກໂຈມຕີ ອີຣານ ຖ້າຫາກບັນດາມາດຕະການທາງການທູດຖືກປະລາໄຊ.
ອາດຈະເຫັນໄດ້ວ່າ, ສຳລັບ ການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ຢູ່ ອີຣານ, ຫາງສຽງຖືວ່າ ເຖິງວ່າການຊ່ວງເສັງເກີດຄວາມເຄ່ັງຕືງແນວໃດກໍ່ຕາມ, ບັນຫາຫນຶ່ງທີ່ບໍ່ປ່ຽນແປງນັ້ນແມ່ນຄວາມທະເຍີທະຍານດ້ານນິວເຄຼຍເພື່ອຈຸດປະສົງສັນຕິພາບຂອງປະເທດອິດສະລາມນີ້. ນັ້ນແມ່ນສິ່ງທີ່ວົງການເຈົ້າຫນ້າທີ່ຝ່າຍຕາເວັນຕົກບໍ່ຕ້ອງການ ແລະ ຫາງສຽງຖືວ່າ ນັ້ນແມ່ນປະຖົມປັດໃຈທີ່ເຮັດໃຫ້ຄວາມເຄັ່ງຕືງກ່ຽວຂ້ອງເຖິງວິກິດການຢູ່ປະເທດນີ້ບໍ່ອາດຫລຸດລົງໄດ້.
ແອນຮ່ວຽນ