(vovworld) - ພາຍຫຼັງດຳເນີນການເຈລະຈາຢ່າງເຄັ່ງຕຶງມາເປັນເວລາ 43 ຊົ່ວໂມງ, ຕອນເຊົ້າວັນທີ 25/8, ສເກົາຫຼີ - ສປປເກົາຫຼີ ບັນລຸໄດ້ຂໍ້ຕົກລົງ ລວມມີບັນດາວິທີການແກ້ໄຂວິກິດການ, ທີ່ເປັນໄພຍູ້ສເກົາຫຼີ ແລະ ສປປເກົາຫຼີ ຕົກເຂົ້າສູ່ສະພາບສົງຄາມ. ຂໍ້ຕົກລົງໄດ້ຮັບການຕີລາຄາວ່າແມ່ນບ້າດກ້າວເປີດສາກໃຫ້ຂີດໝາຍໃໝ່ໃນການພົວພັນລະຫວ່າງ ສເກົາຫຼີ - ສປປເກົາຫຼີ.
ຕາມເນື້ອໃນຂໍ້ຕົກລົງ, ສເກົາຫຼີ ແລະ ສປປເກົາຫຼີ ເຫັນດີຈະດຳເນີນການເຈລະຈາລະຫວ່າງລັດຖະບານສເກົາຫຼີ ແລະ ສປປເກົາຫຼີ ຢູ່ຊີນອູນ ຫຼື ພຽງຢາງ ໃນໄລຍະເວລາໄວສຸດທີ່ສາມາດເປັນໄປໄດ້ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງ ສເກົາຫຼີ ແລະ ສປປເກົາຫຼີ, ກໍ່ຄືຈະສືບຕໍ່ໂອ້ລົມສົນທະນາ, ເຈລະຈາກ່ຽວກັບບັນດາບັນຫາອື່ນໆ. ສອງຝ່າຍກໍ່ເຫັນດີໃຫ້ບັນດາຄອບຄົວທີ່ຖືກພັດພາກຈາກກັນໃນສົງຄາມເກົາຫຼີ (1950-1953) ໄດ້ເຕົ້າໂຮມກັນໃນໂອກາດບຸນວັນເພງເດືອນ 8 ແລະ ຈະສືບຕໍ່ຈັດການເຕົ້າໂຮມກັນຄືດັ່ງກ່າວໃນອະນາຄົດອີກ. ພ້ອມກັນນັ້ນກໍ່ດຳເນີນວາລະປະຊຸມລະຫວ່າງສະພາກາແດງ ສເກົາຫຼີ ແລະ ສປປເກົາຫຼີ ໃນຕົ້ນເດືອນ 9 ຈະມາເຖິງ ເພື່ອກະກຽມໃຫ້ແກ່ການເຕົ້າໂຮມກັນນີ້. ສອງຝ່າຍກໍ່ເຫັນດີຊຸກຍູ້ການແລກປ່ຽນພົນລະເມືອງລະຫວ່າງ ສເກົາຫຼີ ແລະ ສປປເກົາຫຼີ ໃນຫຼາຍຂົງເຂດ.
ສິ່ງທີ່ໜ້າສົນໃຈໃນຂໍ້ຕົກລົງນີ້ ແລະ ຖືກຖືວ່າແມ່ນເນື້ອໃນພື້ນຖານເພື່ອແນໃສ່ແກ້ໄຂຄວາມເຄັ່ງຕຶງລະຫວ່າງສອງຝ່າຍ, ນັ້ນແມ່ນພຽງຢາງ ສະແດງຄວາມເສຍດາຍຕໍ່ເລື່ອງບັນດາພົນທະຫານ ສເກົາຫຼີ ຖືກບາດເຈັບໃນເຫດວາງລະເບີດຢູ່ເຂດປອດການທະຫານ (DMZ) ໃນໄລຍະຜ່ານມາ. ພ້ອມນັ້ນ, ສເກົາຫຼີ ກໍ່ຢືນຢັນຈະຢຸດບັ້ນໂຄສະນາຕ້ານພຽງຢາງ ດ້ວຍລະບົບໂທລະໂຄ່ງ ຢູ່ເຂດຊາຍແດນເລີ່ມແຕ່ເວລາ 0 ໂມງ 00, ວັນທີ 25/8 ແລະ ສປປເກົາຫຼີ ເຫັນດີຍຸບເລີກຄຳສັ່ງໃຫ້ກອງທັບຢູ່ໃນສະພາວະສົງຄາມ. ປະຊາຄົມໂລກ ໄດ້ຊົມເຊີຍຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ລະຫວ່າງ ສເກົາຫຼີ ແລະ ສປປເກົາຫຼີ.
ສັນຍານຕັ້ງຫນ້າຈາກການເຈລະຈາ
ບັນດາຂໍ້ຕົກລົງດັ່ງກ່າວໄດ້ສິ້ນສຸດການເຈລະຈາທີ່ດຳເນີນໃນຕະຫລອດ 43 ຊົ່ວໂມງ ພ້ອມກັບບັນດາຄຳຖະແຫລງ “ກອງທັບໃນທ່າກຽມພ້ອມ” ຂອງທັງສອງຝ່າຍ. ເລື່ອງ ເຊີອູນ ແລະ ພຽງຢາງ “ຈັບມື” ກໍໄດ້ຮັບຄວາມຫວັງວ່າ ຄວາມເຄັ່ງຕຶງດ້ານການທະຫານຢູ່ແຫລມເກົາຫລີ ຈະຢຸດຕິຊົ່ວຄາວ.
ຕາມບັນດານັກໄຈ້ແຍກແລ້ວ, ຄວາມເຄັ່ງຕຶງໃນແຫລມເກົາຫລີ ແມ່ນສິ່ງທີ່ເຄີຍມີມາຢູ່ພາກພື້ນນີ້, ຊື່ງໄດ້ດຶງດູດຄວາມສົນໃຈຂອງບັນດານັກສັງເກດການ. ຄວາມເຄັ່ງຕຶງເພີ່ມຂຶ້ນໃນບັນດາສັບປະດາມໍ່ມານີ້ ຄວາມຈິງພຽງແຕ່ແມ່ນການກະທຳໃຫມ່ຂອງນະໂຍບາຍ “ແຄມປາກເຫວສົງຄາມ"ຊື່ງພຽງຢາງເຄີຍນຳໃຊ້ເປັນປະຈຳເພື່ອຄັດຄ້ານການຊ້ອມຮົບການທະຫານຮ່ວມປະຈຳປີລະຫວ່າງ ອາເມລິກາ ແລະ ສເກົາຫລີ. ເຫດການຍິງປືນໃຫຍ່ໃສ່ກັນລະຫວ່າງສອງຝ່າຍ ແລະ ເລື່ອງ ສປປ ເກົາຫລີ ຍູ້ແຮງການມີຫນ້າຂອງທະຫານຢູ່ເຂດມໍ່ກັບຊາຍແດນຕິດກັບ ສເກົາຫລີ ໄດ້ກໍ່ຄວາມວິຕົກກັງວົນໃຫ້ບັນດານັກສັງເກດການ. ເຖິງຢ່າງໃດກໍຕາມ ເລື່ອງບັນດາເຈົ້າຫນ້າທີ່ ສປປ ເກົາຫລີ ແລະ ສເກົາຫລີ ໄດ້ພ້ອມກັນເຂົ້າຮ່ວມການເຈລະຈາໂດຍໄວ ແລະ ພ້ອມກັນປຶກສາຫາລືບັນດາບັນຫາ ເພື່ອແກ້ໄຂສະພາບເກີດໄພສົງຄາມ ນັ້ນແມ່ນສັນຍານທີ່ຕັ້ງຫນ້າ. ເພາະວ່າ ຖ້າເວົ້າເຖິງເນື້ອແທ້, ວິກິດການຄັ້ງນີ້ ບໍ່ສາມາດປີນຂັ້ນໄດຄືໃນປີ 2013 ເມື່ອເຫດຍິງທົດລອງລູກສອນໄຟໄລຍະໄກ ແລະ ເຫດຍິງທົດລອງລູກສອນໄຟນິວເຄຼຍ ຄັ້ງທີ 3 ຂອງ ສປປ ເກົາຫລີ ໄດ້ເຮັດໃຫ້ປະເທດນີ້ຖືກລົງໂທດຢ່າງເຄັ່ງຄັດຈາກ ສປຊ. ຜ່ານນະໂຍບາຍ “ແຄມປາກເຫວສົງຄາມ” ຄັ້ງນີ້ ອາດຈະເຫັນໄດ້ວ່າ ສປປ ເກົາຫລີ ບໍ່ຢາກ ຍູ້ໃຫ້ສະພາບຄວາມເຄັ່ງຕຶງບໍ່ສາມາດຄວບຄຸມໄດ້ ຫາກກົງກັນຂ້າມ ຢາກນຳໃຊ້ການກະທຳເກາະຜິດເພື່ອກໍ່ກຳລັງດັນເຮັດໃຫ້ ສເກົາຫລີ ຕ້ອງເຂົ້າຮ່ວມການເຈລະຈາ.
ປັບປຸງການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີທີ່ເຄີຍຖືກຢຸດສະງັກມາໃນຫລາຍປີ
ຂໍ້ຕົກລົງບັນລຸໄດ້ລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ ໄດ້ຮັບການຊົມເຊີຍຈາກປະຊາຄົມສາກົນ. ຂໍ້ຕົກລົງດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ສະພາບຄວາມເຄັ່ງຕຶງໃນແຫລມເກົາຫລີຫລຸດລົງເທົ່ານັ້ນ ຫາກຍັງເປີດຊ່ອງທາງປັບປຸງສາຍພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ ອີກດ້ວຍ.
ກ່ອນອື່ນໝົດຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ ລວມມີບັນດາຂໍ້ຕົ້ນຕໍເຊິ່ງທັງສອງຝ່າຍປາຖະໜາ. ນັ້ນແມ່ນເຫັນດີດຳເນີນການພົບປະເຈລະຈາ, ກ້າວໄປເຖິງການເຈລະຈາຂັ້ນສູງລະຫວ່າງສອງລັດຖະບານ. ນັບແຕ່ການເຈລະຈາຂັ້ນສູງຄັ້ງທຳອິດເມື່ອເດືອນ 2/2014, ບໍ່ອາດປະຕິເສດເຈດຈຳນົງຂອງສອງຝ່າຍ, ພິເສດແມ່ນຝ່າຍພຽງຢາງໃນຄວາມມານະພະຍາຍາມຫຼຸດຜ່ອນຄວາມບໍ່ລົງລອຍກັນ. ຕາມບັນດານັກສັງເກດການແລ້ວ, ຄວາມຈິງ, ການພົບປະຫວ່າງແລ້ວນີ້ລະຫວ່າງ ສເກົາຫຼີ ແລະ ສປປເກົາຫຼີ ຖືກຖືວ່າ ແມ່ນການພົບປະຂັ້ນສຸດຍອດລະຫວ່າງການນຳສອງທ່ານ ເພາະວ່ານຳໜ້າສອງຄະນະເຈລະຈາໃນຄັ້ງນີ້ ແມ່ນບັນດາຜູ້ຊ່ວຍວຽກທີ່ໃກ້ຊິດຂອງປະທານາທິບໍດີສເກົາຫຼີ Park Geun-hye ແລະ ການນຳ ສປປເກົາຫຼີ KimJong-un.
ຄວາມຫວັງກ່ຽວກັບສົນທິສັນຍາສັນຕິພາບໃນແຫຼມເກົາຫຼີ
ຄຽງຂ້າງບັນດາຄວາມເຫັນປະເອີບໃຈນັ້ນ, ຍັງມີບາງຄວາມເຫັນຖືວ່າ, ມີຫຼາຍບັນຫາສຳຄັນລະຫວ່າງສອງປະເທດບໍ່ທັນໄດ້ຮັບການແກ້ໄຂເທື່ອ. ຂໍ່ຕົກລົງທີ່ຫາກໍ່ບັນລຸໄດ້ນັ້ນ, ອາດຖືວ່າແມ່ນບາດກ້າວທີ່ກ້າວໜ້າ, ແຕ່ບັນຫາແກ່ນສານແມ່ນໂຄງການນິວຄະເລຍຂອງ ສປປເກົາຫຼີ ພັດບໍ່ທັນໄດ້ຮັບການປຶກສາຫາລື. ນັບແຕ່ຫຼັງສົງຄາມເກົາຫຼີ 1950-1953, ສເກົາຫຼີ ແລະ ສປປເກົາຫຼີ ຍັງຢູ່ໃນສະພາບສົງຄາມຢູ່, ເພາະທັງສອງຝ່າຍພຽງແຕ່ລົງນາມໃນຂໍ້ຕົກລົງຢຸດຮົບເທົ່ານັ້ນ, ຫາກບໍ່ແມ່ນສົນທິສັນຍາສັນຕິພາບ. ດ້ວຍຂໍ້ຕົກລົງທີ່ບັນລຸໄດ້ໃນຄັ້ງນີ້, ຫາງສຽງຫວັງວ່າ ສເກົາຫຼີ ແລະ ສປປເກົາຫຼີ ຈະສ້າງຄວາມໄວ້ເນື້ອເຊື່ອໃຈຈາກບັນດາການເຈລະຈາຮອບໃໝ່ໃນໄລຍະຈະມາເຖິງ. ຈາກນັ້ນສາມາດກ້າວໄປເຖິງການລົງນາມໃນສົນທິສັນຍາສັນຕິພາບ ແລະ ເອກະພາບ, ແທນໃຫ້ສົນທິສັນຍາຢຸດຮົບຊົ່ວຄາວ.