ປະຈຸບັນ, ກຸ່ມ P5 + 1 ທີ່ພວມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງສຸດທ້າຍ ແນໃສ່ຈຳກັດໂຄງການນິວເຄຼຍຂອງ ເຕເຣຮານ ກ່ອນກຳນົດເວລາສຸດທ້າຍຄືວັນທີ 30/6 ທີ່ຈະມາເຖິງ. ແຕ່ກຳນົດເວລາສຸດທ້າຍນີ້ ພວມມີໄພສືບຕໍ່ຖືກຍົກເລີກຍ້ອນບັນດາຝ່າຍເພີ່ມທະວີກຳລັງດັນໃນການເຈລະຈາເພື່ອບັນລຸຂໍ້ຕົກລົງສະບັບໜຶ່ງທີ່ນຳມາເຊິ່ງຜົນປະໂຫຍດໃຫ້ຕົນເອງຫຼາຍທີ່ສຸດ.
ຜູ້ຕາງໜ້າອາເມລິກາ ແລະ ອີຣານທີ່ຮອບເຈລະເຈຄັ້ງຫຼ້າສຸດ
(ພາບ: AFP/TTXVN)
|
ຮອບເຈລະຈາຂັ້ນລັດຖະມົນຕີຊ່ວຍວ່າການລະຫວ່າງອີຣານ ແລະ ກຸ່ມ P5 + 1 ຫາກໍສິ້ນສຸດລົງທີ່ນະຄອນຫຼວງວຽນປະເທດໂອຕາລິດດ້ວຍບັນຍາກາດທີ່ມົວໝອງຂະນະທີ່ ຫຼັກໝັ້ນຂອງບັນດາຝ່າຍຍັງຄົງມີຄວາມແຕກຕ່າງກັນຫຼາຍຢ່າງ. ຄວາມບໍ່ລົງລອຍກັນຕົ້ນຕໍ່ 2 ຢ່າງທີ່ກີດຂວາງບັນດາຝ່າຍໄປສູ່ ຂໍ້ຕົກລົງສຸດທ້າຍ, ນັ້ນແມ່ນວິວັດທະນາການຍົກເລີກບັນດາຄຳສັ່ງລົງໂທດຊຶ່ງຝ່າຍຕາເວັນຕົກໄດ້ຈັດວາງຕໍ່ອີຣານ ແລະ ເລື່ອງກວດກາບັນດາສະຖານທີ່ມີການເຄື່ອນໄຫວດ້ານນິວເຄຼຍຂອງອີຣານ. ແຕ່ດົນນານມາແລ້ວ, ອີຣານຍັງປະຕິເສດທຸກໆຂໍ້ກ່າວຫາໂດຍຖືວ່າ ປະເທດນີ້ພວມຂະຫຍາຍລູກລະເບີດປະລະມານູ ແລະ ຢືນຢັນວ່າ ໂຄງການນິວເຄຼຍຂອງຕົນ ແມ່ນເພື່ອແນໃສ່ຈຸດປະສົງສັນຕິພາບ. ດັ່ງນັ້ນ, ເຕເຣຮານ ເດັດດຽວບໍ່ຮອມຮັບບັນດາການເຄື່ອນໄຫວກວດກາບັນດາເຂດການທະຫານຂອງຕົນ.
ໃນມໍ່ໆມານີ້, ສະພາຄວາມໝັນຄົງ ສ.ປ.ຊໄດ້ຮັບຮອງເອົາມະຕິສະບັບໜຶ່ງ ເພື່ອຕໍ່ກຳນົດເວລາເຄື່ອນໄຫວຂອງຈຸຊ່ຽວຊານຕື່ມອີກ 1 ປີຄືຮອດວັນທີ 9/7/2016 ເພື່ອຕິດຕາມກວດກາການປະຕິບັດຄຳສັ່ງຂວ້ຳບາດທີ່ມີຕໍ່ອີຣານ. ມະຕິໄດ້ເນັ້ນໜັກເຖິງການພັດທະນາຂອງບັນດາປະເພດອາວຸດລ້າງຜານ ກໍຄືບັນດາວິທີການຂົນສົ່ງອາວຸດເຫຼົ່ານັ້ນ ຈະສືບຕໍ່ເປັນໄພນາບຂູ່ທີ່ມີຕໍ່ຄວາມສະຫງົບ ແລະ ສັນຕິພາບສາກົນ.
ຕັດສິນໃຈເຫຼືອເກີນ ແຕ່ຂາດຄວາມເຊື່ອໝັ້ນ
ອີຣານ ແລະ ກຸ່ມ P5 + 1ໄດ້ຮັບຮອງເອົາ ຂໍ້ຕົກລົງແມ່ໃນຕົ້ນເດືອນ 4/2015 ແລະ ໄດ້ກຳນົດວັນທີ 30/6 ແມ່ນກຳນົດເວລາສຸດທ້າຍເພື່ອບັນລຸ ຂໍ້ຕົກລົງສຸດທ້າຍ ພາຍຫຼັງທີ່ໄດ້ຍົກເລີກກຳນົດເວລາສຸດທ້າຍ 2 ຄັ້ງກ່ອນໜ້ານັ້ນໃນເດືອນ 6 ແລະ ເດືອນ 11 ປີກາຍ. ຍ້ອນເຫດນີ້ເອງ, ທີ່ການເຈລະຈາຮອບນີ້, ບັນດາຝ່າຍຕ່າງກໍບໍ່ຢາກພາດໂອກາດ ແລະ ບໍ່ຢາກໃຫ້ບັນດາ ຄວາມມານະພະຍາຍາມດຳເນີນການເຈລະຈາໃນຕະຫຼອດ 20 ເດືອນຖືກສູນເສຍເສຍໄປ. ບັນຫາແມ່ນຢູ່ບ່ອນວ່າ ເຮັດແນວໃດເພື່ອບັນລຸ ຂໍ້ຕົກລົງສະບັບໜຶ່ງທີ່ນຳມາເຊິ່ງຜົນປະໂຫຍດຫຼາຍທີ່ສຸດໃຫ້ແກ່ຕົນເອງ.
ຮັກສາກຳລັງດັນຕໍ່ບັນດາຄູ່ເຈລະຈາເພື່ອໃຫ້ຕົນເອງຕ້ອງຜ່ອນສັ້ນຜ່ອນຍາວພຽງໃນລະດັບໜ້ອຍທີ່ສຸດ, ນັ້ນແມ່ນຍຸດທະສາດຂອງອີຣານໃນຊຸມມື້ທີ່ຜ່ານມາ. ໃນຂະນະທີ່ອາເມລິກາ ແລະ ຝ່າຍຕາເວັນຕົກພວມຮີບຮ້ອນບັນລຸ ຂໍ້ຕົກລົງສະບັບໜຶ່ງຖືກຕາມກຳນົດເວລານັ້ນ, ອີຣານພັດສະແດງທ່າທີບໍ່ຟ້າວຟັ່ງ. ໃຫ້ຄຳຖະແຫຼງພາຍຫຼັງທີ່ການເຈລະຈາສິ້ນສຸດລົງ, ທ່ານ Abbas Araqchi ຫົວໜ້າຄະນະເຈລະຈາຂອງອີຣານໄດ້ສະແດງໃຫ້ເຫັນແຈ້ງດ້ານຫຼັກໝັ້ນຂອງຕົນວ່າ ປະເທດນີ້ບໍ່ຖືກຜູກຮັດຍ້ອນຕາຕະລາງເວລາ, ຫາກພຽງແຕ່ພະຍາຍາມບັນລຸໄດ້ ຂໍ້ຕົກລົງສະບັບໜຶ່ງທີ່ດີງາມ ດ້ວຍລາຍລະອຽດທັງໝົດສາມາດຕອບສະໜອງໄດ້ຕາມຄວາມຫວັງ. ຕາມບັນດານັກການທູດອີຣານແລ້ວ, ການຂາດຄວາມເຊື່ອໝັ້ນຕໍ່ກັນ ຍັງຄົງແມ່ນປັດໄຈສ້າງໄລຍະຫ່າງທີ່ຍາວໄກລະຫວ່າງບັນດາຝ່າຍໃນວິວັດທະນາການເຈລະຈາ, ພ້ອມກັນນັ້ນ ກໍກ່າວເຕືອນວ່າ ທຸກໆຂໍ້ມາດຕາທີ່ໄດ້ກ່າວເຖິງໃນຮ່າງຂໍ້ຕົກລົງສະບັບສຸດທ້າຍ ຍັງຄົງມີໄພຖືກຕ່າວປີ້ນ ໃນກໍລະນີຖືກບັນດາຝ່າຍທີ່ກ່ຽວຂ້ອງລະເມີດ ແລະ ສະພາບການອາດຈະກັບຄືນສູ່ຄ້າຍຄືກັນຄືຈຸດເວລາກ່ອນທີ່ ຂໍ້ຕົກລົງໄດ້ຮັບການຮັບຮອງເອົາ.
ບັນດາຄຳກ່າວປາໄສຂອງນັກການທູດອີຣານ ແມ່ນມີຄວາມໝາຍເຊັ່ນດຽວກັນກັບການ “ຖອກນ້ຳເຢັນ” ໃສ່ບັນດາປະເທດຝ່າຍຕາເວັນຕົກ, ເປັນຕົ້ນແມ່ນວໍຊິງຕັນ ທີ່ພວມຫວັງໃຫ້ບັນລຸ ຂໍ້ຕົກລົງກັບເຕເຮຣານເພື່ອຟື້ນຟູຮູບພາບບົນເວທີ່ສາກົນ.
ການຊວງເສັງໄລຍະສຸດທ້າຍ
ໂດຍມີຄວາມວິຕົກກັງວົງຕໍ່ການເຈລະຈາເປັນເວລາ 20 ເດືອນ ແລະ ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍໃນໄລຍະທີ່ຜ່ານມາ ຈະຖືກສູນເສຍໄປໃນຈຸດເວລາສຸດທ້າຍ, ອຳນາດການປົກຄອງ ອາເມລິກາ ໄດ້ສະແດງໃຫ້ເຫັນຄວາມເດັດດ່ຽວຢັ້ງຢືນກຳນົດເວລາສຸດທ້າຍເພື່ອລົງນາມໃນຂໍ້ຕົກລົງ ຕ້ອງແມ່ນວັນທີ 30/6 ທີ່ຈະມາເຖິງ ຫາກບໍ່ຄິດໄລ່ເຖິງເລື່ອງແກ່ຍາວບັນດາການເຈລະຈາຕື່ມອີກຄັ້ງໜຶ່ງ. ຕາມບັນດານັກໄຈ້ແຍກແລ້ວ, ການລົງນາມໃນຂໍ້ຕົກລົງສະບັນໜຶ່ງກັບ ອິຣານ ບໍ່ພຽງແຕ່ແມ່ນບຸລິມະສິດຂອງປະທານາທິບໍດີ Barack Obama ຫາກມັນຍັງນອນໃນເປົ້າໝາຍແຫ່ງຄວາມມັກໃຫຍ່ໄຝ່ສູງກ່ວາຫຼາຍ. ເມື່ອໄກ່ເກ່ຍກັບອິຣານ ຈະເຮັດໃຫ້ບັນດາການປະທະກັນ ທີ່ແກ່ຍາວໃນພາກພື້ນຕາເວັນອອກກາງຜ່ອນຄາຍລົງ. ທ່າທີຟ້າວຟັ່ງຂອງ ອາເມລິກາ ໄດ້ສະແດງອອກ ຜ່ານຄຳຖະແຫຼງຂອງທ່ານ Anthony Blinken ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອາເມລິກາ ທີ່ວ່າ: ອີຣານໄດ້ຕອບສະໜອງພັນທະທັງໝົດຕາມຂໍ້ຕົກລົງດ້ານນິວເຄຼຍຊົ່ວຄາວກັບກຸ່ມ P5+1.
ຕາມບັນດານັກໄຈ້ແຍກແລ້ວ, ທັງ ອາເມລິກາ ແລະ ອິຣານ ກໍ່ລ້ວນແຕ່ບໍ່ຢາກໃຫ້ພາດໂອກາດຄັ້ງປະຫວັດສາດນີ້. ຂໍ້ຕົກລົງສະບັບໜຶ່ງທີ່ບັນລຸໄດ້ນັ້ນ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງ 2 ຝ່າຍ. ການໄກ່ເກ່ຍກ່ຽວກັບບັນຫານິວເຄຼຍຂອງອີຣານ ຈະແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອໃຫ້ ອາເມລິກາ ແລະ ອິຣານ ຮ່ວມມືກັນ ເພື່ອແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນຢູ່ຕາເວັນອອກກາງ ຫລືຮັບມືກັບໄພນາບຂູ່ຈາກລັດ ອິດສະລາມ IS. ບັນຫາໃນປະຈຸບັນພຽງແຕ່ແມ່ນເລື່ອງບັນດາຝ່າຍຈະແກ້ໄຂດ້ານຜົນປະໂຫຍດຢ່າງກົມກຽວຄືແນວໃດ ເພື່ອໄປສູ່ໝາກຜົນສຸດທ້າຍ.