(vovworld)- ບັນຫາກຳມະສິດທີ່ດິນແມ່ນຫນຶ່ງໃນບັນດາເນື້ອໃນທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງໃນວິວັດການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ຂໍ້ກຳນົດທີ່ດິນຂຶ້ນກັບກຳມະສິດຂອງທົ່ວປວງຊົນແມ່ນສອດຄອ່ງກັບເງື່ອນໄຂປະຫວັດສາດ ຫວຽດນາມ, ສ້າງເງື່ອນໄຂທີ່ດີເພື່ອແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ ແລະ ການພັດທະນາແບບຍືນຍົງ. ຫາງສຽງສ່ວນຫລາຍໄດ້ເຫັນດີເຫັນພ້ອມກັບທັດສະນະນີ້ເມື່ອປະກອບຄຳເຫັນໃສ່ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ.
ກຳມະສິດທີ່ດິນຢູ່ ຫວຽດນາມ ແມ່ນບັນຫາສຳຄັນຍິ່ງ ແລະ ກ່ຽວຂ້ອງເຖິງປະຫວັດສາດ, ສະຖຽນລະພາບດ້ານການເມືອງ, ສັງຄົມ. ການປະຕິບັດກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນໃນໄລຍະຜ່ານມາໄດ້ຊ່ວຍໃຫ້ລັດເປັນເຈົ້າການໃນການລະດົມທຸກແຫລ່ງກຳລັງທີ່ດິນເພື່ອພັດທະນາເສດຖະກິດ. ໃນເງື່ອນໄຂ ແລະ ລະດັບການພັດທະນາເສດຖະກິດຄືປະຈຸບັນ, ການກຳນົດນະໂຍບາຍກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນໄດ້ສ່ອງແສງໃຫ້ເຫັນຄວາມໝາຍດ້ານການເມືອງສັງຄົມຂອງສາຍພົວພັນກ່ຽວກັບທີ່ດິນ. ທີ່ດິນແມ່ນຊັບພະຍາກອນຂອງປະເທດຊາດ, ຂອງທົ່ວປວງຊົນ. ບັນດາຜົນປະໂຫຍດສ່ວນຫລາຍທີ່ເກັບມາໄດ້ຈາກທີ່ດິນຕ້ອງຮັບໃຊ້ໃຫ້ແກ່ສັງຄົມ. ສາດສະດາຈານ, ດຣ ໂດ໋ເທຕຸງ, ອະດີດຫົວຫນ້າສະຖາບັນເສດຖະກິດ, ສະຖາບັນການເມືອງ ການປົກຄອງແຫ່ງຊາດ ໂຮ່ຈິມິນ ຍົກຄຳເຫັນວ່າ:
“ເລື່ອງກຳນົດທີ່ດິນແມ່ນຂຶ້ນກັບກຳມະສິດຂອງທົ່ວປວງຊົນ ໂດຍລັດເປັນຜູ້ຕາງຫນ້າເຈົ້າຂອງກຳມະສິດ ແລະ ເປັນເອກະພາບໃນການຄຸ້ມຄອງ ແມ່ນສອດຄ່ອງກັບກົດເກນຈະເລີນກ້າວຫນ້າ ແລະ ທ່າອ່ຽງພັດທະນາຂອງກະສິກຳທັນສະໄຫມ. ”
ນະໂຍບາຍກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນກໍໄດ້ສ້າງເງື່ອນໄຂເພື່ອໃຫ້ລັດປົກປ້ອງສິດຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງພົນມະເລືອງທຸກຄົນ. ບົນພື້ນຖານ ກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ, ລັດ ມອບໃຫ້ປະຊາຊົນສິດນຳໃຊ້ທີ່ດິນ ພ້ອມທັງມີກົນໄກປົກປ້ອງຜູ້ນຳໃຊ້ທີ່ດິນເມື່ອປະຕິບັດສິດນີ້. ຮອງສາດສະດາຈານ, ດຣ ຫງວຽນກວາງຕວຽນ, ອາຈານສອນຢູ່ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ຖືວ່າ: ນັບທັງບັນດາປະເທດທີ່ມີນະໂຍບາຍກຳມະສິດຂອງສ່ວນບຸກຄົນກ່ຽວກັບທີ່ດິນ, ລັດຍັງຄົງຈຳກັດສິດຂອງຜູ້ນຳໃຊ້ທີ່ດິນ. ເລື່ອງຈຳກັດສິດນັ້ນຖືກສະແດງອອກໃນກໍລະນີເພື່ອຜົນປະໂຫຍດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ລັດ ມີສິດຊື້ທີ່ດິນ. ຖ້າຫາກເຈົ້າຂອງກຳມະສິດທີ່ດິນບໍ່ຂາຍ, ລັດມີສິດເກັບທີ່ດິນຄືນໂດຍມີການທົດແທນ.
“ບາງຄົນເວົ້າວ່າ ລັດ ແລະ ປະຊາຊົນລ້ວນແຕ່ມີກຳມະສິດກ່ຽວກັບທີ່ດິນ, ເອກະຊົນມີສິດນຳໃຊ້ທີ່ດິນ ຈຶ່ງແກ້ໄຂຂໍ້ຕິດຂັດໄດ້. ຂ້າພະເຈົ້າບໍ່ເຫັນດີກັບທັດສະນະນີ້, ເພາະວ່າ ມີນັກຄົ້ນຄ້ວາຕ່າງປະເທດຫລາຍຄົນກໍຖືວ່າ ຫວຽດນາມ ຄວນຮັກສາກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນຈະດີກວ່າ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ແຕ່ລະຮູບການລ້ວນແຕ່ມີຈຸດດີ, ຈຸດອ່ອນ. ສິ່ງສຳຄັນແມ່ນ ພວກເຮົາແກ້ໄຂຄືແນວໃດ. ບົນພື້ນຖານກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ, ພວກເຮົາມອບສິດໃຫ້ຜູ້ນຳໃຊ້ທີ່ດິນ. ປະຈຸບັນ ຜູ້ນຳໃຊ້ທີ່ດິນມີປະມານ 12 -13 ສິດ, ຄື: ໂອນ, ນຳໃຊ້ທີ່ດິນ, ໃຫ້ເຊົ່າ, ມັດຈຳ, ປະກອບທຶນ ແລະ ສິດໄດ້ຮັບການທົດແທນ. ຖ້າຫາກທຽບໃສ່ນະໂຍບາຍກຳມະສິດຂອງເອກະຊົນກ່ຽວກັບທີ່ດິນ, ຜູ້ນຳໃຊ້ທີ່ດິນຢູ່ ຫວຽດນາມ ກໍມີບັນດາສິດຢ່າງພຽງພໍເຊັ່ນດຽວກັນກັບເຈົ້າຂອງກຳມະສິດເອກະຊົນຢູ່ປະເທດຕ່າງໆແລ້ວ. ສະນັ້ນ ບັນຫາວາງອອກ ບໍ່ແມ່ນການປ່ຽນແປງຮູບການກຳມະສິດ.”
ພາບປະກອບ:internet
|
ແລະກໍຕາມຮອງສາດສະດາຈານ, ດຣ ຫງວຽນກວາງຕວຽນ, ຄວາມຕິດຂັດໃນການຄຸ້ມຄອງ, ການນຳໃຊ້ທີ່ດິນໃນປະຈຸບັນ ບໍ່ແມ່ນຍ້ອນຮູບການກຳມະສິດ. ຄວາມບໍ່ພໍໃຈຂອງປະຊາຊົນ ນັ້ນແມ່ນເລື່ອງບຸກເບີກຫນ້າພຽງ, ລາຄາທົດແທນຕຳ່, ການສໍ້ລາດບັງຫລວງໃນການຄຸ້ມຄອງທີ່ດິນ. ບັນຫາດັ່ງກ່າວບໍ່ນອນໃນຂໍ້ກຳນົດໃນລັດຖະທຳມະນູນ, ຫາກກຳນົດໃນກົດໝາຍ ຄືກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ. ເຫັນດີເຫັນພ້ອມກັບທັດສະນະ, ທ່ານ ຮອງສາດສະດາຈານ, ດຣ ຫງວຽນມີນດວານ, ຮອງຫົວຫນ້າພະແນກບໍລິຫານແຫ່ງລັດ, ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຕາມຂ້າພະເຈົ້າແລ້ວ, ຄວາມຕິດຂັດຢູ່ທີ່ນີ້ ບໍ່ແມ່ນບັນຫາກຳມະສິດ. ປະຈຸບັນ ໃຫ້ເອກະຊົນກຳມະສິດທີ່ດິນ ແນ່ນອນວ່າຈະຂາດສະຖຽນລະພາບດ້ານການເມືອງ, ສັງຄົມ. ຖ້າຫາກພວກເຮົາ ຮັກສາຂໍ້ກຳນົດທີ່ວ່າ ທີ່ດິນແມ່ນຂຶ້ນກັບກຳມະສິດຂອງທົ່ວປວງຊົນ ລັດຖະທຳມະນູນຕ້ອງສຸມໃສ່ການຄຸ້ມຄອງ ແລະ ການຂຸດຄົ້ນນຳໃຊ້ທີ່ດິນ, ຄືແນວໃດເພື່ອບັນລຸປະສິດທິຜົນດ້ານເສດຖະກິດໃຫ້ສູງສຸດ.”
|
ປະຫວັດສາດແຫ່ງການສ້າງລັດຖະທຳມະນູນຂອງຫວຽດນາມ ສະແດງໃຫ້ເຫັນວ່າ ລັດຖະທຳມະນູນປີ 1946, 1959 ຖືກສ້າງຂຶ້ນ, ໃນເງື່ອນໄຂປະເທດຊາດພວມຖືກສົງຄາມ, ດັ່ງນັ້ນເລ່ືອງກຳນົດນະໂຍບາຍເສດຖະກິດ ບົນພື້ນຖານນະໂຍບາຍກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນແມ່ນບໍ່ເໝາະສົມ. ລັດຖະທຳມະນູນປີ 1980,1992 ແລະ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຖືກສ້າງຂຶ້ນໃນເງື່ອນໄຂປະເທດຊາດມີສັນຕິພາບ, ກ້າວຂຶ້ນສັງຄົມນິຍົມ, ຢືນຢັນນະໂຍບາຍເສດຖະກິດ ອີງໃສ່ນະໂຍບາຍກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ ແມ່ນສອດຄອ່ງກັບທິດສະດີ ແລະ ພຶດຕິກຳຕົວຈິງ. ເລື່ອງກຳນົດກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ ພ້ອມກັບການແກ້ໄຂຂໍ້ຕິດຂັດໃນການຄຸ້ມຄອງລັດກ່ຽວກັບທີ່ດິນໃນປະຈຸບັນ ຈະປະກອບສ່ວນສ້າງສະຖຽນລະພາບ, ຮັບປະກັນຄວາມກົມກ່ຽວລະຫວ່າງຜົນປະໂຫຍາດຂອງລັດ ແລະ ປະຊາຊົນໃນຂົງເຂດທີ່ດິນ.