ຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືເສດຖະກິດພາກພື້ນ

(VOVWORLD) -ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງເຖິງ ປັກກີ່ງ ເຂົ້າຮ່ວມເວທີປາໄສການຮ່ວມມື “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. ການຢ້ຽມຢາມ ເປັນການສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງຫນ້າ, ເຊື່ອມໂຍງເຂົ້າກັບສາກົນຂອງພັກ, ລັດຫວຽດນາມ ສະແດງໃຫ້ເຫັນວ່າ ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືດ້ານເສດຖະກິດພາກພື້ນ, ໃນນັ້ນ ມີຂໍ້ລິເລີ່ມ “ຫນຶ່ງແລວທາງ, ຫນຶ່ງເສັ້ນທາງ”, ດ້ວຍຫລັກການຮ່ວມມືສັນຕິພາບ, ສະເຫມີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ, ສອດຄອ່ງກັບກົດໝາຍສາກົນ ແລະກົດບັດ ສປຊ.

ຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືເສດຖະກິດພາກພື້ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສ

ພາບ:vietnam+

ຂໍ້ລິເລີ່ມ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” (BRI) ໂດຍປະທານປະເທດຈີນ ສີຈິ້ນຜິງ ຍົກອອກເປັນຄັ້ງທຳອິດໃນການຢ້ຽມຢາມ ອາຊີ ກາງ(ເດືອນກັນຍາປີ 2013). 5 ຂົງເຂດຮ່ວມມືຕົ້ນຕໍໂດຍ ຈີນສະເຫນີໃນຂອບເຂດຂໍ້ລິເລີ່ມນີ້ ລວມມີ: ເຊື່ອມຕໍ່ນະໂຍບາຍ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ເຊື່ອມຕໍ່ການຄ້າ ແລະ ການລົງທຶນ, ເຊື່ອມຕໍ່ການເງິນ - ເງິນຕາ, ເຊື່ອມຕໍ່ມະນຸດ. ມາຮອດປະຈຸບັນ ມີ 150 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ລົງນາມໃນບັນດາຂໍ້ຕົກລົງຮ່ວມມືກ່ຽວຂ້ອງເຖິງ ຂໍ້ລິເລີ່ມ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ”.

ເວທີປາໄສສາກົນ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” ແມ່ນເວທີປາໄສຮ່ວມມືຂັ້ນສູງສຸດຂອງ ຂໍ້ລິເລີ່ມ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ”. ເວທີປາໄສຄັ້ງທີຫນຶ່ງໄດ້ຮັບການຈັດຕັ້ງຂຶ້ນຢູ່ ປັກກີ່ງ ປະເທດຈີນ ເມື່ອເດືອນ ພຶດສະພາປີ 2017. ເວທີປາໄສຄັ້ງທີ 2 ດຳເນີນແຕ່ວັນທີ 26 – 27 ເມສາ ດ້ວຍຫົວຂໍ້ “ການຮ່ວມມື ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ: ສ້າງອະນາຄົດໃຫ້ສົດໃສກວ່າ”

ຕັ້ງຫນ້າເຂົ້າຮ່ວມບັນດາກົນໄກຮ່ວມມື

ດ້ວຍແນວທາງການຕ່າງປະເທດຫລາຍຝ່າຍ, ຫັນບັນດາການພົວພັນສາກົນເປັນຫລາຍຮູບຫລາຍແບບ, ປະຈຸບັນ ຫວຽດນາມ ພວມເຂົ້າຮ່ວມຫລາຍກົນໄກຮ່ວມມືຂຶ້ນກັບຫລາຍລະດັບ ຈາກການຮ່ວມມືອະນຸພາກພື້ນ, ພາກພື້ນ ຕະຫລອດຮອດການຮ່ວມສຳພັນໃນພາກພື້ນ ແລະ ທົ່ວໂລກຄື: ສປຊ, APEC, ASEM, ASEAN ແລະ ບັນດາກົນໄກຮ່ວມມືຢູ່ ພາກພື້ນແມ່ນ້ຳຂອງ. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມເລື່ອງສ້າງຕັ້ງບັນດາສັນຍາການຄ້າລຸ້ນໃຫມ່ຄື: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP)…

ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືເສດຖະກິດພາກພື້ນ, ໃນນັ້ນ ມີຂໍ້ລິເລີ່ມ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ”, ບົນພື້ນຖານຮັບປະກັນບັນດາຫລັກການຮ່ວມມືສັນຕິພາບ, ສະເຫມີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດ ສປຊ, ມຸ່ງໄປເຖິງເປົ້າໝາຍປະກອບສ່ວນໃຫ້ແກ່ການພັດທະນາ ແລະ ວັດທະນາຖາວອນລວມຂອງທຸກປະເທດ. ເດືອນພະຈິກປີ 2017, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມທາງລັດຖະກິດຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີຈິ້ນຜິງ, ສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂັ້ນລັດຖະບານ ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຂອບເຂດ “ສອງແລວທາງ ແລະ ຫນຶ່ງອ້ອມຮອບ” ດ້ວຍຂໍ້ລິເລີ່ມ ຂອງຈີນແມ່ນ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ”. ປະຈຸບັນ ສອງຝ່າຍພວມໃນວິວັດການປຶກສາຫາລືເພື່ອສ້າງແຜນການລວມກ່ຽວກັບການປະຕິບັດບົດບັນທຶກຊ່ວຍຈຳ.

ຕາມແຜນການຄາດຄະເນແລ້ວ, ທີ່ເວທີປາໄສ “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” ຄັ້ງທີ 2 ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມເວທີປາໄສ, ເຂົ້າຮ່ວມກອງປະຊຸມໂຕະມົນສຸດຍອດ ພ້ອມກັບການນຳບັນດາປະເທດເຈົ້າພາບ ແລະ ປະມຸກລັດ, ຜູ້ນຳຫນ້າລັດຖະບານບັນດາປະເທດ.

ປັບປຸງການພົວພັນລະຫວ່າງຫວຽດນາມ ແລະ ຈີນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມື “ຫນຶ່ງແລວທາງ ແລະ ຫນຶ່ງເສັ້ນທາງ” ຄັ້ງທີ 2 ໃນສະພາບທີ່ການພົວພັນລະຫວ່າງຫວຽດນາມ ແລະ ຈີນ ສືບຕໍ່ຮັກສາທ່າພັດທະນາເປັນປົກກະຕິ ແລະ ບັນລຸບັນດາຄວາມຄືບຫນ້າໃຫມ່, ຕັ້ງຫນ້າ. ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ມີການພົບປະຄັ້ງຕ່າງໆກັບການນຳຂັ້ນສູງ ຈີນ, ເພື່ອແນໃສ່ແລກປ່ຽນຄຳເຫັນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາເປັນປົກກະຕິ, ປອດໃສ, ໝັ້ນຄົງເຂັ້ມແຂງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ ໃນບັນດາຂົງເຂດເສດຖະກິດ ການຄ້າ ການລົງທຶນ. ທ່ານນາຍົກລັດຖະມົນຕີ ຈະຕ້ອນຮັບບັນດາວິສາຫະກິດໃຫຍ່ຂອງຈີນ, ພົບປະກັບພະນັກງານ ສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ຈີນ.

ດ້ວຍຄວາມເປັນເຈົ້າການໃນການເຊື່ອມໂຍງ, ສະຫນັບສະຫນູນບັນດາຂໍ້ລິເລິ່ມ ຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືດ້ານເສດຖະກິດ ພາກພື້ນ ບົນພື້ນຖານສະເຫມີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບກົດໝາຍສາກົນ, ເລື່ອງເຂົ້າຮ່ວມເວທີປາໄສການຮ່ວມມືຂັ້ນສູງ “ຫນຶ່ງແລວທາງ ແລະ ຫນື່ງເສັ້ນທາງ” ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາເປັນປົກກະຕິ, ໝັ້ນຄົງ ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມເປີດກວ້າງຕະຫລາດ, ຊຸກຍູ້ການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັບໃຊ້ກິດຈະການສ້າງສາ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ