(vovworld)- ອີຣານ ແລະ ກຸ່ມ P5+1(ຊຶ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສ.ປ.ຊ ຄື: ອັງກິດ, ອາເມລິກາ, ຝະລັ່ງ, ລັດເຊຍ, ຈີນ ພ້ອມກັບເຢຍລະມັນ) ຫາກໍເຫັນດີເປັນເອກະສັນສືບຕໍ່ດຳເນີນການເຈລະຈາຕື່ມອີກ 4 ເດືອນ ແນໃສ່ພະຍາຍາມບັນລຸໄດ້ຂໍ້ຕົກລົງສະບັບສຸດທ້າຍກ່ຽວກັບໂຄງການນິວເຄຼຍຂອງເຕເຮຣານ. ດ້ວຍບັນຫາການກະທຳທີ່ຕັ້ງໜ້າໃນມໍ່ໆມານີ້ ແລະ ປະຈຸບັນ ດ້ວຍການແກ່ຍາວກຳນົດເວລາເຈລະຈາ, ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ບັນດາຝ່າຍລ້ວນແຕ່ສະແດງເຈດຕະນາດີຢາກກ້າວໄປສູ່ຂໍ້ຕົງລົງຍາວນານ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ໝັ້ນຄົງ.
ເຕົາແຍກນິວເຄຼຍທີ່ໂຮງງານໄຟຟ້ານິວເຄຼຍ Bushehr ຂອງອີຣານ
|
ຕາມແຈ້ງການຫຼ້າສຸດເມື່ອວັນທີ 23/7 ຈາກກະຊວງການຕ່າງປະເທດອີຣານແລ້ວ, ການຕໍ່ກຳນົດເວລາເຈລະຈາ ໄດ້ສະແດງໃຫ້ເຫັນບັນຍາກາດທີ່ຕັ້ງໜ້າ, ຜ່ານນັ້ນກໍຊີ້ໃຫ້ເຫັນແຈ້ງຄວາມຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງໃນປະຈຸບັນເພື່ອໃຫ້ບັນດາຝ່າຍພ້ອມກັນດັດປັບ, ມຸ່ງໄປສູ່ຂໍ້ຕົງລົງດ້ານນິວເຄຼຍຮອບດ້ານ. ປະທານາທິບໍດີອີຣານ ກໍສະແດງຄວາມປະເອີບໃຈທີ່ສຸດກ່ຽວກັບຂໍ້ຕົງລົງດ້ານນິວເຄຼຍ. ຊ່ອງໂທລະພາບ Press TV ຂອງອີຣານເມື່ອວັນທີ 22/7 ໄດ້ຄັດຄຳເວົ້າຂອງປະທານາທິບໍດີ Rouhani ໂດຍຊີ້ແຈ້ງວ່າ : ການສົນທະນາແມ່ນເສັ້ນທາງພຽງເສັ້ນດຽວໃນສະເພາະໜ້າ ແລະ ອີຣານພ້ອມແລ້ວໃຫ້ການຮ່ວມມືໃນຂອບເຂດບັນດາຂໍ້ກຳນົດສາກົນເພື່ອບັນລຸໄດ້ຈຸດໝາຍນຳໃຊ້ເຕັກໂນໂລຢີນິວເຄຼຍເພື່ອຈຸດປະສົງສັນຕິພາບ.
ໃນຂະນະນັ້ນ, ປະທານກຳມາທິການປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂອງສະພາແຫ່ງຊາດອີຣານ ທ່ານ Alaeddin Boroujerdi ໃຫ້ຂໍ້ສັງເກດວ່າ ເລື່ອງອີຣານ ແລະ ກຸ່ມ P5+1 ເຫັນດີເປັນເອກະສັນຕໍ່ກຳນົດເວລາເຈລະຈາກ່ຽວກັບໂຄງການນິວເຄຼຍແຕ່ວັນທີ 20/7 ຫາວັນທີ 24/11 ນັ້ນ, ແມ່ນສະແດງຄວາມມຸ່ງຫວັງຂອງທັງ 2 ຝ່າຍກ່ຽວກັບຂໍ້ຕົກລົງຮອບດ້ານສະບັບໜຶ່ງ.
ບັນດາສັນຍານທີ່ຕັ້ງໜ້າຈາກຮອບເຈລະຈາ
ນັບແຕ່ເມື່ອບັນລຸຂໍ້ຕົກລົງຊົ່ວຄາວເມື່ອທ້າຍປີ 2013, ເຖິງວ່າຍັງຄົງຄ້າງຄວາມບໍ່ລົງລອຍກັນຫຼາຍຢ່າງກໍຕາມ, ແຕ່ບໍ່ອາດປະຕິເສດໄດ້ວ່າ ມີບັນດາພື້ນຖານທີ່ປະເອີບໃຈກ່ຽວກັບຂໍ້ຕົງລົງສະບັບສຸດທ້າຍ. ກ່ອນອື່ນໝົດ,ນັ້ນແມ່ນຄວາມຮັບຮູ້ລວມທີ່ບັນລຸໄດ້ຈາກ 2 ຝ່າຍ ຂະນະທີ່ຖືວ່າການສົນທະນາແມ່ນວິທີການແກ້ໄຂພຽງຢ່າງດຽວເພື່ອແກ້ໄຂບັນຫານິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງ ເຕເຮຣານ ຊຶ່ງເຄີຍແກ່ຍາວໃນຫຼາຍປີທີ່ຜ່ານມາ.
ກ່ອນຮອບເຈລະຈາ, ອີຣານໄດ້ສົ່ງສານສະບັບໜຶ່ງທີ່ແຂງແຮງເຖິງອາເມລິກາ ແລະ ຝ່າຍຕາເວັນຕົກທີ່ວ່າ ອີຣານບໍ່ສົນໃຈເຖິງການພັດທະນາອາວຸດນິວເຄຼຍ ແລະ ເຕເຮຣານ ສາມາດຮັບປະກັນການສົ່ງຜົນສະທ້ອນຂອງຕົນໃນພາກພື້ນ ຫາກບໍ່ຕ້ອງການມີອາວຸດປະເພດນີ້ໃນກຳມືຂອງຕົນ. ເຕເຮຣານຈະຍົກອອກ ທຸກໆບາດກ້າວເດີນທີ່ຈຳເປັນເພື່ອເກ້ຍກອມໂລກວ່າ ປະເທດນີ້ ບໍ່ຂະຫຍາຍອາວຸດປະເພດນີ້ເຊັ່ນນັ້ນ. ຄວາມເຊື່ອໝັ້ນຕໍ່ຖະແຫຼງການຂອງອີຣານນັບມື້ໄດ້ຮັບການປັບປຸງຕື່ມອີກຂະນະທີ່ບົດລາຍງານຂອງອົງການປະລະມານູສາກົນ (IAEA) ປະກາດເມື່ອວັນທີ 21/7 ຊຶ່ງໄດ້ຢືນຢັນວ່າ ອີຣານຕອບສະໜອງບັນດາຂໍ້ມາດຕາຂອງຂໍ້ຕົກລົງຊົ່ວຄາວຢ່າງເຂັ້ມງວດ. ລະອຽດຄື ອີຣານຢຸດຕິການເສີມທາດຢູເຣນຽມດ້ວຍລະດັບ 20% ຊຶ່ງແມ່ນສິ່ງທີ່ກໍ່ຄວາມໂຕ້ຖຽງກັນທີ່ສຸດໃນໂຄງການນິວເຄຼຍ, ພ້ອມກັນນັ້ນ, ກໍສຳເລັດແຜນການຫຼຸດຜ່ອນຄວາມຂຸ້ນຫຼືຫັນປ່ຽນສາງສະສົມເຊື້ອໄຟນິວເຄຼຍເກືອບ 210 ກິໂລຣາມ ທີ່ຍັງເຫຼືອເປັນ OXIDE . ນອກຈາກນັ້ນ, ອີຣານກໍເລີ່ມຫັນປ່ຽນປະລິມານອາແກັສ ຢູ່ເຣນຽມ ຈຳນວນໜຶ່ງ ຖືກເສີມດ້ວຍລະດັບຕ່ຳເປັນ OXIDE ແລະ ອື່ນໆ. ປະທານາທິບໍດີອາເມລິກາ Barack Obama ກໍໄດ້ຍອມຮັບວ່າ ເຕເຣຣານ ໄດ້ປະຕິບັດບັນດາຄຳໝັ້ນສັນຍາຢ່າງເຂັ້ມງວດ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການເຈລະຈາ.
ເພື່ອຕອບຄືນຕໍ່ເຈດຕະນາດີຂອງອີຣານ, EU ໄດ້ແກ່ຍາວຂໍ້ຕົກລົງໂຍະຍານມາດຕະການລົງໂທດສຳລັບອີຣານເຖິງວັນທີ 24/11, ຊຶ່ງແມ່ນກຳນົດສຸດທ້າຍເພື່ອສິ້ນສຸດການເຈລະຈາກ່ຽວກັບ ໂຄງການນິວເຄຼຍ. ຂໍ້ຕົກລົງໃໝ່ຂອງ EU ອະນຸຍາດໃຫ້ປະຕິບັດການປະກັນໄພ ແລະ ຂົນສົ່ງທີ່ກ່ຽວຂ້ອງເຖິງບັນດາການພົວພັນຄ້າຂາຍນ້ຳມັນດິບລະຫວ່າງ ອີຣານ ແລະ ບັນດາລູກຄ້າໃນປະຈຸບັນ, ນຳເຂົ້າ, ຊື້ຫຼືຂົນສົ່ງບັນດາຜະລິດຕະພັນນ້ຳມັນຂອງອີຣານ, ກໍຄືບັນດາການພົວພັນແລກປ່ຽນຄ້າຂາຍຄຳ ແລະ ຫີນປະເສີດກັບລັດຖະບານອີຣານ. ແລະ ກໍຕາມຂໍ້ຕົກລົງນີ້, ລະດັບເພີ່ມມູນຄ່າແລກປ່ຽນການເງິນກັບອີຣານສືບຕໍ່ມີຜົນສັກສິດໃນຮອບ 4 ເດືອນຂ້າງໜ້າ.
ການສົນທະນາແກ້ໄຂຄວາມບໍ່ລົງລອຍກັນ.
ບັນດາການຜັນແປໃນປະຈຸບັນ ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມປະເອີບໃຈຕໍ່ຂໍ້ຕົກລົງຍາວນານລະຫວ່າງອີຣານກັບບັນດາປະເທດມະຫາອຳນາດ, ແນໃສ່ສິ້ນສຸດສະພາບບໍ່ມີທາງອອກກ່ຽວກັບບັນຫານິວເຄຼຍທີ່ແກ່ຍາວເປັນເວລາທົດສະວັດທີ່ຜ່ານມາ. ການຕໍ່ກຳນົດເວລາ 4 ເດືອນ, ແນ່ນອນວ່າ ຈະປະສົບຄວາມຫຍຸ້ງຍາກບໍ່ໜ້ອຍໃນວິວັດທະນາການເຈລະຈາເພື່ອແກ້ໄຂຄວາມຂັດແຍ້ງກັນ. ປະຈຸບັນ, ການໂຕ້ຖຽງກັນທີ່ຮຸນແຮງທີ່ສຸດຍັງຄົງຕົວ ນັ້ນແມ່ນກ່ຽວກັບ ໂຄງການເສີມທາດຢູເຣນຽນຂອງເຕເຮຣານ. ອີຣານອະທິບາຍວ່າ ເຂົາເຈົ້າຄວນສືບຕໍ່ເປີດກ້ວາງຂອບຂະໜາດ ເສີມທາດຢູເຣນຽນ ເພື່ອໃຊ້ເປັນເຊື້ອໄຟໃຫ້ແກ່ບັນດາໂຮງງານໄຟຟ້ານິວເຄຼຍ. ແຕ່ກຸ່ມ P5+1, ເປັນຕົ້ນແມ່ນອາເມລິກາ ມີຄວາມວິຕົກກັງວົນວ່າ ເຕເຮຣານອາດຈະສວຍໃຊ້ການເປີດກ້ວາງຂອບຂະໜາດ ເສີມທາດຢູເຣນຽນນີ້ ເພື່ອມຸ່ງໄປສູ່ການຜະລິດເຊື້ອໄຟຮັບໃຊ້ໃຫ້ແກ່ການຜະລິດລະເບີດນິວເຄຼຍ. ອີກບັນຫາໜຶ່ງທີ່ກໍ່ຄວາມໂຕ້ຖຽງກັນ ແມ່ນໃນຂະນະທີ່ອີຣານຢາກໃຫ້ທຸກໆຂໍ້ຄວາມຈຳກັດທີ່ມີຕໍ່ ໂຄງການນິວເຄຼຍຂອງປະເທດນີ້ຕ້ອງຖືກຍົກເລີກພາຍຫຼັງ 3 ຫາ 7 ປີ, ແຕ່ຝ່າຍອາເມລິກາພັດຢາກຮັກສາບັນດາມາດຕະການຈຳກັດທີ່ສາມາດຄວບຄຸມໄດ້ ໃນເວລາກວ່າທົດສະວັດ.
ແຕ່ດ້ວຍບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນໄລຍະທີ່ຜ່ານມາ, ຫາງສຽງຖືວ່າ 4 ເດືອນແມ່ນໄລຍະເວລາທີ່ພຽງພໍເພື່ອໃຫ້ທຸກຝ່າຍໄປສູ່ຂໍ້ຕົກລົງສຸດທ້າຍ. ການສົນທະນາຈະແມ່ນວິທີການແກ້ໄຂພຽງຢ່າງດຽວເພື່ອຮັດແຄບຄວາມແຕກຕ່າງກັນ, ເປັນຕົ້ນແມ່ນກັບອີຣານ. ເຖິງເວລາແລ້ວ, ປະເທດນີ້ຕ້ອງມີການເລືອກເຟັ້ນ, ຕົກລົງຮ່ວມມືກັບປະຊາຄົມໂລກເພື່ອຟື້ນຟູພື້ນຖານເສດຖະກິດ ແທນທີ່ຍອມຖືກຕົກຢູ່ໂດດດຽວ