ຖືເປັນສຳຄັນຄວາມສາມັກຄີຊົນຊາດເພື່ອຜົນປະໂຫຍດຂອງປະເທດຊາດ

(VOVWORLD) -ໃນວິວັດການຊີ້ນຳນຳພາ, ບໍລິຫານປະເທດຊາດ, ພັກ ແລະ ລັດຫວຽດນາມ ຍາມໃດກໍ່ຢືນຢັນວ່າ ໜຶ່ງໃນບັນດາກຳລັງໜູນຕົ້ນຕໍເພື່ອພັດທະນາປະເທດຊາດນັ້ນແມ່ນນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ.
ຖືເປັນສຳຄັນຄວາມສາມັກຄີຊົນຊາດເພື່ອຜົນປະໂຫຍດຂອງປະເທດຊາດ - ảnh 1(ພາບປະກອບອີນເຕີແນັດ)

ພັກ ແລະ ລັດ ຍາມໃດກໍ່ຖືເປັນສຳຄັນຄວາມສາມັກຄີຊົນຊາດຊົນເຜົ່າ, ສາມັກຄີສາສະໜາເພື່ອຜົນປະໂຫຍດຂອງປະເທດຊາດ, ເພື່ອຊີວິດອີ່ມໜຳສຳລານ, ຄວາມຜາສຸກຂອງປະຊາຊົນ. ຕາມເນື້ອໃນຈິດໃຈນັ້ນ, ປະຊາຊົນທຸກຊັ້ນວັນນະໂດຍບໍ່ຈຳແນກພາກສ່ວນ, ຊົນຊັ້ນ, ຊົນເຜົ່າ, ສາສະໜາ… ຍາມໃດກໍ່ສະແດງໃຫ້ເຫັນຈິດໃຈສາມັກຄີ, ປອງດອງກັນ, ສ້າງເປັນກຳລັງແຮງອັນໃຫຍ່ຫຼວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ພວມດຳເນີນໄປຢູ່ເຂດຊຸມຊົນທຸກແຫ່ງໃນຊຸມມື້ນີ້ແມ່ນຫຼັກຖານພິສຸດໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ບັນຫາດັ່ງກ່າວ.

        ຫວຽດນາມ ແມ່ນປະເທດທີ່ມີຄວາມເປັນເອກະພາບເປັນອັນໜຶ່ງອັນດຽວກັນ ລວມມີຫຼາຍຊົນເຜົ່າຮ່ວມດຳລົງຊີວິດຢູ່ຮ່ວມກັນ, ຮຽງບ່າຮຽງໄຫຼນຳກັນ ແລະ ມີມູນເຊື້ອຄວາມສາມັກຄີມາແຕ່ດົນນານໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ສ້າງສາປະເທດຊາດ. ແຕ່ລະຊົນເຜົ່າມີສີສັນ, ວັດທະນະທຳສະເພາະຂອງໃຜມັນ, ອັນໄດ້ປະກອບສ່ວນສ້າງຄວາມເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນຂອງພື້ນຖານວັດທະນະທຳຫວຽດນາມ. ພັກກອມມູນິດຫວຽດນາມ ຍາມໃດກໍ່ກຳນົດບັນຫາຊົນເຜົ່າ, ວຽກງານຊົນເຜົ່າ ແລະ ຄວາມສາມັກຄີບັນດາເຜົ່າມີທີ່ຕັ້ງຍຸດທະສາດສຳຄັນໃນການປະຕິວັດຫວຽດນາມ.

ມີແຜນນະໂຍບາຍ, ນະໂຍບາຍຖືກຕ້ອງຫຼາຍຢ່າງກ່ຽວກັບຄວາມສາມັກຄີທົ່ວປວງຊົນທັງຊາດ

        ພັກ ໄດ້ວາງອອກບັນດາແຜນນະໂຍບາຍ, ນະໂຍບາຍຊົນເຜົ່າ, ດ້ວຍບັນດາເນື້ອໃນພື້ນຖານທີ່ໄດ້ຍົກອອກມາຢ່າງຈະແຈ້ງໃນມະຕິເລກທີ 24 - ມຕ/ສກ ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານຊົນເຜົ່າ. ຕາມນັ້ນແລ້ວ, ບັນກາຊົນເຜົ່າ, ວຽກງານຊົນເຜົ່າ ແລະ ຄວາມສາມັກຄີຊົນຊາດຊົມເຜົ່າແມ່ນມີທີ່ຕັ້ງຍຸດທະສາດສຳຄັນໃນທຸກໄລຍະແຫ່ງການພັດທະນາຂອງການປະຕິວັດຫວຽດນາມ. ລັດຖະທຳມະນູນປີ 2013 ຂອງຫວຽດນາມ ຊີ້ແຈ້ງວ່າ: ບັນດາຊົນເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ ແລະ ຊ່ວຍເຫຼືອເຊິ່ງ ພ້ອມກັນພັດທະນາ; ຫ້າມທຸກການກະທຳຈຳແນກການປະພຶດຕໍ່, ແບ່ງແຍກຊົນເຜົ່າ; ລັດປະຕິບັດນະໂຍບາຍພັດທະນາຢ່າງຮອບດ້ານ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາຊົນເຜົ່າສ່ວນໜ້ອຍເສີມຂະຫຍາຍກຳລັງແຮງພາຍໃນ, ພ້ອມກັນພັດທະນາໄປພ້ອມກັບປະເທດຊາດ. ສິດສະເໝີພາບລະຫວ່າງບັນດາຊົນເຜົ່າໂດຍພື້ນຖານແລ້ວແມ່ນໄດ້ສະແດງອອກຜ່ານທຸກຂົງເຂດຊີວິດສັງຄົມ. ແຜນນະໂຍບາຍ, ນະໂຍບາຍກ່ຽວກັບການເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດຂອງຫວຽດນາມ ໄດ້ຖືເອົາ “ເປົ້າໝາຍຮັກສາເອກະລາດ, ຄວາມເປັນເອກະພາບຂອງປະເທດຊາດ, ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີຄວາມຍຸຕິທຳ, ປະຊາທິປະໄຕ, ສີວິໄລແມ່ນຈຸດທີ່ຄ້າຍຄືກັນ” ເພື່ອໃຫ້ມີຄວາມສາມັກຄີທົ່ວປວງຊົນທັງຊາດ, ສາສະໜາ.

        ຍ້ອນບັນດານະໂຍບາຍຢ່າງຖືກຕ້ອງນັ້ນ ໃນຕົວຈິງ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ ຈຶ່ງນັບມື້ນັບໄດ້ຮັບການປັບປຸງ. ບັນດາຊົນເຜົ່າ ເຖິງວ່າມີພົນລະເມືອງຫຼາຍ ຫຼື ໜ້ອຍ, ລະດັບການພັດທະນາຫຼາຍ ຫຼື ໜ້ອຍກໍ່ຕາມ ກໍ່ລ້ວນແລ້ວແຕ່ມີຄວາມສະເໝີພາບທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ມີຄວາມສະເໝີພາບກ່ຽວກັບສິດ ແລະ ພັນທະຕໍ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ. ບັນດາຊົນເຜົ່າໃນຄອບຄົວໃຫຍ່ຫວຽດນາມ ລ້ວນແຕ່ມີຄວາມສາມັກຄີກັນ, ຮັກແພງກັນ, ມີຄວາມເຄົາລົບ, ຊ່ວຍເຫຼືອເຊິ່ງກັນລະກັນພ້ອມກັນກ້າວຂຶ້ນ, ຍາມໃດກໍ່ເຄົາລົບຜົນປະໂຫຍດເຊິ່ງກັນແລະກັນ, ມູນເຊື້ອ, ວັດທະນະທຳ, ພາສາ, ຮີດຄອງປະເພນີຂອງບັນດາເຜົ່າ. ປະຊາຊົນບັນດາເຜົ່າສ່ວນໜ້ອຍກວມເອົາ 14% ຂອງຈຳນວນພົນລະເມືອງໃນທົ່ວປະເທດ, ນັບມື້ນັບມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດພັດທະນາເສດຖະກິດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ. ພໍ່ແມ່ປະຊາຊົນເຊື່ອຖືສາສະໜາກວມເອົາເກືອບ 27% ຂອງຈຳນວນພົນລະເມືອງໃນທົ່ວປະເທດ, ກໍ່ສືບຕໍ່ເສີມຂະຫຍາຍມູນເຊື້ອສະໜິດຕິດພັນ, ຮ່ວມເດີນທາງໄປພ້ອມກັບປະເທດຊາດ, ຫ້າວຫັນເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວມະນຸດສະທຳການກຸສົນ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດດີງາມຂອງສາສະໜາ, ຕັ້ງໜ້າປະກອບສ່ວນເຂົ້າໃນກິດຈະການປ່ຽນແປງໃໝ່ປະເທດຊາດ.

ບໍ່ມີສິ່ງໃດສາມາດເຮັດໃຫ້ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດສັ່ນຄອນໄດ້

        ຕໍ່ໜ້າບັນດາການຜັນແປອັນສັບສົນໃນໂລກຄືໃນປະຈຸບັນ ແລະ ຢູ່ພາຍໃນປະເທດທີ່ກ່ຽວຂ້ອງເຖິງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ, ທຸກຂັ້ນ, ທຸກຂະແໜງການຢູ່ຫວຽດນາມ ໄດ້ເພີ່ມທະວີການຂົນຂວາຍ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ຜູ້ເຊື່ອຖືສາສະໜາປະຕິບັດນະໂຍບາຍກ່ຽວກັບມະຫາສາມັກຄີທົ່ວປວງຊົນທັງຊາດ, ພິເສດແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບັນຫາຊົນເຜົ່າ ແລະ ສາສະໜາໃນລັດຖະທຳມະນູນປີ 2013. ອຳນາດການປົກຄອງທ້ອງຖິ່ນຕ່າງໆກໍ່ເພີ່ມທະວີວຽກງານໂຄສະນາເພື່ອຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈຕໍ່ກົນອຸບາຍເສກສັນປັ້ນແຕ່ງນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດຂອງຫວຽດນາມ; ກຳແໜ້ນຄວາມມຸ່ງມາດປາດຖະໜາ, ສະພາບການຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງບັນດາຊົນເຜົ່າສ່ວນໜ້ອຍ, ສາສະໜາຢ່າງທັນການ ເພື່ອມີມາດຕະການແກ້ໄຂທີ່ເໝາະສົມຊ່ວຍໃຫ້ພໍ່ແມ່ປະຊາຊົນກໍ່ສ້າງ ແລະ ພັດທະນາປະຊາຄົມ.

        ລັດຫວຽດນາມ ກໍ່ປັບປຸງກໍ່ສ້າງ, ຫັນເປັນລະບອບລະບຽບການ, ຫັນລະບົບແນວທາງ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອ “ຮັບປະກັນທຸກສິດອຳນາດຂອງລັດເປັນຂອງປະຊາຊົນ”, ປະຊາຊົນເປັນເຈົ້າຢ່າງແທ້ຈິງ, ໄດ້ສະແດງຄວາມມຸ່ງມາດປາດຖະໜາຂອງຕົນຜ່ານແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ປະຊາຊົນ; ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ປະຕິບັດນະໂຍບາຍສາມັກຄີທົ່ວປວງຊົນທັງຊາດເຂົ້າໃນພຶດຕິກຳຕົວຈິງ. ບັນດາເອກະສານນິຕິກຳ, ບັນດາກົນໄກ, ນະໂຍບາຍກ່ຽວກັບຊົນເຜົ່າ, ສາສະໜາ, ນະໂຍບາຍສັງຄົມສືບຕໍ່ມຸ່ງໄປເຖິງການສົ່ງເສີມ, ລະດົບກຳລັງໃຈ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໄດ້…

        ລັດກໍ່ເຄົາລົບ ແລະ ສ້າງເງື່ອນໄຂ, ສ້າງກາລະໂອກາດຢ່າງແທ້ຈິງເພື່ອໃຫ້ປະຊາຊົນເຂົ້າຮ່ວມການປຶກສາຫາລື, ປະກອບຄຳເຫັນໃສ່ບັນຫາສຳຄັນຂອງປະເທດຊາດ; ເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງ ແລະ ປະຕິບັດກົດລະບຽບປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ດີກວ່ານີ້ອີກ, ແກ້ໄຂບັນດາບັນຫາສັງຄົມທີ່ເຄັ່ງຮ້ອນທີ່ພວມເກີດຂຶ້ນໃຫ້ເປັນຢ່າງດີ. ອຳນາດການປົກຄອງທຸກຂັ້ນກໍ່ມີການສົນທະນາ, ຮັບຟັງ, ຮ່ຳຮຽນ, ຮັບເອົາຄຳເຫັນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຄັດ ແລະ ຄຳຮຽກຮ້ອງອັນຊອບທຳຂອງປະຊາຊົນເປັນປະຈຳ; ມີຄວາມເຊື່ອໝັ້ນຮັກແພງ ແລະ ເຄົາລົບປະຊາຊົນ. ບັນດາທັດສະນະ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ບັນດາຜົງານຢ່າງແທ້ຈິງໃນບັນຫາດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ບໍ່ມີສິ່ງໃດສາມາດເຮັດໃຫ້ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ ສັ່ງຄອນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ