(VOVWORLD) - ປີ 2020 ພວກເຮົາໄດ້ເຫັນປະຈັກຕາຫຼາຍປະເທດຢູ່ແຄມທະເລຕາເວັນອອກ ໄດ້ສະແດງໃຫ້ເຫັນຫຼັກໝັ້ນດ້ານນິຕິກຳຢູ່ທະເລຕາເວັນອອກຢ່າງຈະແຈ້ງກວ່າ, ໂດຍຜ່ານໜັງສືການທູດສະບັບຕ່າງໆທີ່ໄດ້ແລກປ່ຽນຢູ່ ສປຊ. ບໍ່ພຽງແຕ່ແມ່ນປະເທດທີ່ຢູ່ໃນພາກພື້ນເທົ່ານັ້ນ, ຫາກຫຼາຍປະເທດຢູ່ນອກພາກພື້ນກໍສະແດງໃຫ້ເຫັນສິດຖືກຕ້ອງຕາມກົດໝາຍຂອງຕົນເອງ ດ້ວຍຖານະເປັນສະມາຊິກຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ສິ່ງດັ່ງກ່າວນີ້ ໄດ້ຢັ້ງຢືນວ່າ ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນບັນຫາລະຫວ່າງ ອາຊຽນ ກັບ ຈີນ ເທົ່ານັ້ນ ແຕ່ມັນໄດ້ກາຍເປັນຄວາມສົນໃຈລວມຂອງປະຊາຄົມສາກົນອີກດ້ວຍ.
ໃນຕະຫຼອດ 1 ປີ ຜ່ານມາ, ປະຊາຄົມສາກົນໄດ້ເຫັນປະຈັກຕາ “ສົງຄາມໜັງສືການທູດ” ກ່ຽວຂ້ອງເຖິງບັນຫາຢູ່ທະເລຕາເວັນອອກ ໂດຍມີຈຸດເລີ່ມຕົ້ນມາຈາກເລື່ອງ ມາເລເຊຍ ຍື່ນໃບສະເໜີກ່ຽວກັບການເປີດກວ້າງເຂດແດນໄຫຼ່ທະວີບຂອງຕົນ ຢູ່ທະເລຕາເວັນອອກ ໃຫ້ຄະນະກຳມະການເຂດແດນໄຫຼ່ທະວີບໃນເດືອນທັນວາ ປີ 2019. ຫຼັງຈາກນັ້ນ, ຫຼາຍປະເທດກໍໄດ້ຍື່ນໜັງສືການທູດຄັດຄ້ານການອ້າງເຫດຜົນທີ່ຜິດພາດຂອງຈີນ ຢູ່ທະເລຕາເວັນອອກ.
ກ່ຳປັ່ນສູ້ຮົບຂອງ ອົດສະຕາລີ, ອາເມລິກາ ແລະ ຍີ່ປຸ່ນ ຊ້ອມຮົບຢູ່ທະເລ ຟີລິບປິນ, ໃກ້ກັບທະເລຕາເວັນອອກ ເມື່ອເດືອນ 7/2020 (ພາບ: ທະຫານເຮືອ ອາເມລິກາ) |
ໜັງສືການທູດທີ່ມີຊີວິດຊີວາ
ເດືອນກັນຍາ 2020, ສາມປະເທດມະຫາອຳນາດຢູ່ ເອີຣົບ ນັ້ນແມ່ນ ອັງກິດ, ຝລັ່ງ, ເຢຍລະມັນ ພ້ອມກັນຍື່ນໜັງສືການທູດ ສະແດງທັດສະນະລວມ ກ່ຽວກັບບັນຫາທະເລຕາເວັນອອກ ໃຫ້ ສປຊ. ໜັງສືການທູດລວມສະບັບດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ທະເລຕາເວັນອອກ, ໄດ້ເນັ້ນໜັກເຖິງລັກສະນະທົ່ວໂລກ ແລະ ຄວາມສະເໝີຕົ້ນສະເໝີປາຍຂອງ UNCLOS 1982 ໃນການສ້າງກອບນິຕິກຳ ໃຫ້ແກ່ການເຄື່ອນໄຫວຢູ່ ທະເລ ໃນທົ່ວໂລກ. ພ້ອມກັນສະໜັບສະໜູນສິດເສລີທາງທະເລ, ລວມມີ ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ນອກຈາກນັ້ນ, ໜັງສືການທູດ ຍັງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າກ່ຽວກັບສິດໄປຜ່ານໂດຍບໍ່ກໍ່ຄວາມເສຍຫາຍຂອງກ່ຳປັ່ນຕ່າງປະເທດຢູ່ເຂດນ່ານທະເລ.
ກ່ອນໜ້ານັ້ນ, ເລີ່ມຕົ້ນແມ່ນ ມາເລເຊຍ, ຕໍ່ຈາກນັ້ນ ກໍແມ່ນຫຼາຍປະເທດ ອາຊຽນ ເປັນຕົ້ນແມ່ນ ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ອາເມລິກາ, ອົດສະຕາລີ ຕ່າງກໍພາກັນສົ່ງໜັງສືການທູດຄັດຄ້ານການອ້າງເຫດຜົນຂອງ ຈີນ ທີ່ມີຕໍ່ເຂດທະເລຕາເວັນອອກ. ມາຮອດປັດຈຸບັນ, ມີໜັງສືການທູດ ແລະ ຖະແຫຼງການການທູດຫຼາຍກວ່າ 20 ສະບັບ ຈາກບັນດາປະເທດຢູ່ໃນພາກພື້ນ ແລະ ນອກພາກພື້ນ. ໜັງສືການທູດເຫຼົ່ານັ້ນ ມີບາງເນື້ອໃນຄືກັນເຊັ່ນວ່າ: ໄດ້ຕຳໜິຕິຕຽນ ແລະ ກ່າວປະນາມການຮຽກສິດທີ່ໄຮ້ເຫດຜົນຂອງຈີນ, ໃນນັ້ນ ອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ” ແມ່ນໄປຝືນກັບກົດໝາຍສາກົນ ແລະ UNCLOS 1982; ໜັງສືການທູດຍັງໄດ້ຢັ້ງຢືນວ່າ UNCLOS 1982 ແມ່ນເອກະສານນິຕິກຳສຳຄັນ, ສວມບົດບາດພື້ນຖານເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງຢູ່ທະເລ ແລະ ມະຫາສະໝຸດ; ຄຳຕັດສິນຂອງສານກຳມະການສາກົນ (PCA) ປີ 2016 ແມ່ນສ່ວນໜຶ່ງທີ່ມີຄວາມສຳຄັນຂອງກົດໝາຍສາກົນ ແລະ UNCLOS 1982, ແລະ ຈີນ ຕ້ອງເຄົາລົບຄຳຕັດສິນນີ້.
ໜັງສືການທູດສະບັບຕ່າງໆ ລ້ວນແຕ່ແມ່ນເອກະສານທາງການ ທີ່ໄດ້ຍື່ນສະເໜີຕໍ່ ສປຊ, ເພາະສະນັ້ນ ພວກມັນຕ້ອງຮັບປະກັນລັກສະນະນິຕິກຳສູງທີ່ສຸດ ແລະ ຈະແຈ້ງທີ່ສຸດ. ດັ່ງນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ, ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນບັນຫາລະຫວ່າງ ອາຊຽນ ກັບ ຈີນ ເທົ່ານັ້ນ ແຕ່ຍັງແມ່ນຄວາມສົນໃຈຂອງບັນດາປະເທດຢູ່ໃນໂລກເກືອບທັງໝົດ ຍ້ອນທະເລຕາເວັນອອກມີຄວາມສຳຄັນ ຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງທົ່ວໂລກ.
ທ່ານບຸ່ຍແທັງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 12 (ພາບ: ກະຊວງການຕ່າງປະເທດ ຫວຽດນາມ) |
ມຸ່ງໄປເຖິງຄວາມໝັ້ນຄົງ, ຄວາມປອດໄພຢູ່ທະເລຕາເວັນອອກ
ອາດເຫັນໄດ້ວ່າ ສົງຄາມໜັງສືການທູດລະຫວ່າງປະເທດຕ່າງໆ ແມ່ນຈຸດພົ້ນເດັ່ນໃນສະພາບທະເລຕາເວັນອອກປີ 2020. ເຖິງຢ່າງໃດກໍຕາມ, ກໍມີຈຸດຕັ້ງໜ້າ ນັ້ນແມ່ນ ແທນທີ່ການກະທຳທີ່ເຮັດໃຫ້ສະພາບເຄັ່ງຕຶງປີນຂັ້ນໄດທີ່ອາດຈະພາໃຫ້ເກີດການສູ້ຢັນກັນ, ປະທະກັນທາງການທະຫານນັ້ນ, ບັນດາປະເທດ ໄດ້ມຸ່ງໄປຫາປັດໄຈນິຕິກຳຫຼາຍກວ່າ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດເຖິງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຖືນັ້ນ ເປັນພື້ນຖານເພື່ອແກ້ໄຂການຂັດແຍ້ງກັນ. ສິ່ງດັ່ງກ່າວມີຄວາມໝາຍວ່າ UNCLOS 1982 ມີຄຸນຄ່າຢ່າງຮອບດ້ານ, ມີຂອບເຂດດັດປັບທຸກບັນຫາຢູ່ທະເລ ແລະ ໄດ້ຮັບການຖືເປັນສຳຄັນພິເສດຈາກບັນດາປະເທດ. ການໂຕ້ວາທີດ້ວຍໜັງສືການທູດ ໄດ້ຮັບຖືວ່າ ແມ່ນວິທີຕໍ່ສູ້ຢ່າງເປັນທາງການ, ສັນຕິພາບ ແລະ ນຳມາເຊິ່ງຄວາມໂປ່ງໃສ ຍ້ອນວ່າບັນດາປະເທດຮຽກທວງສິດຈະຄ່ອຍໆເຮັດແຈ້ງຄຳຮຽກທວງກ່ຽວກັບເຂດນ້ຳແດນດິນ ແລະ ຄຳຮຽກທວງກ່ຽວກັບທະເລ ຢູ່ທະເລຕາເວັນອອກ, ພ້ອມທັງປະກາດຢ່າງເປີດເຜີຍກັບປະຊາຄົມສາກົນ.
ສິ່ງທີ່ໜ້າສົນໃຈໃນບັນດາບັນຫາທະເລຕາເວັນອອກປີ 2020 ນັ້ນແມ່ນ ຫົວຂໍ້ດັ່ງກ່າວໄດ້ເຕື້ອງເຖິງນັບມື້ນັບຫຼາຍຢູ່ເວທີປາໄສຫຼາຍຝ່າຍຂອງພາກພື້ນ ກໍຄືສາກົນເປັນສ່ວນຫຼາຍ. ນັບແຕ່ບັນດາເວທີປາໄສຂອງ ອາຊຽນ ຄື ARF (ຄວາມໝັ້ນຄົງໃນພາກພື້ນ), ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS); ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ຕະຫຼອດຮອດເວທີປາໄສທົ່ວໂລກຄື ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດແຖວໜ້າ (G20), ເວທີປາໄສຮ່ວມມື ອາຊີ - ເອີຣົບ (ASEM). ເບິ່ງລວມແລ້ວ, ທຸກປະເທດຕ່າງກໍມີທັດສະນະດຽວກັນ, ນັ້ນແມ່ນເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ບໍ່ນໍາໃຊ້ທາງການທະຫານ, ຄວບຄຸມບໍ່ໃຫ້ເກີດການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼື ເພີ່ມຄວາມເຄັງຕຶ່ງ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະ ສອດຄ່ອງກັບກົດໝາຍສາກົນ ລວມທັງ UNCLOS 1982. ສະໜັບສະໜູນການປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ 2002 (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.
ການສ້າງທະເລຕາເວັນອອກໃຫ້ມີຄວາມປອດໄພ, ໝັ້ນຄົງ ແລະ ວັດທະນາຖາວອນ ແມ່ນສິ່ງທີ່ຫຼາຍປະເທດໃນພາກພື້ນ ແລະ ໃນໂລກພວມມຸ່ງໄປເຖິງ. ອາດເຫັນໄດ້ວ່າ, ປີ 2020 ທະເລຕາເວັນອອກ ຍາມໃດກໍແມ່ນໜຶ່ງໃນບັນດາບັນຫາທີ່ໜ້າສົນໃຈ ໃນຂະນະທີ່ໂລກ ຍັງພະຍາຍາມຮັບມືກັບໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ, ບັນດາສັນຍານຕັ້ງໜ້າຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ໂລກ ອາດຈະຕັ້ງຄວາມຫວັງຕໍ່ທະເລຕາເວັນອອກແຫ່ງສັນຕິພາບ, ສະຖຽນລະພາບກວ່າ ໃນປີ 2021./