(VOVWORLD) -ຄວາມເຄັ່ງຕຶງພັດເກີດຂຶ້ນຄືນໃໝ່ເມື່ອກາງເດືອນ ສິງຫາ ຢູ່ເຂດທະເລທາງທິດຕາເວັນອອກ ທະເລເມດີເຕລາເນ ລະຫວ່າງ ເກຼັກ ແລະ ຕວັກກີ ສືບຕໍ່ຖືກຜັນແປໄປຕາມທິດໜ້າວິຕົກກັງວົນ, ມີຄວາມສ່ຽງກາຍເປັນວິກິດການທີ່ຮ້າຍແຮງຢູ່ພາກພື້ນ.
ກ່ຳປັ່ນສູ້ຮົບຂອງເກຼັກ ເຂົ້າຮ່ວມການຊ້ອມຮົບຮ່ວມກັບກອງທັບເຮືອຟລັ່ງ ເມື່ອວວັນທີ 13 ສິງຫາ 2020
(ພາບ: REUTERS)
|
ຄືດັ່ງຄວາມວິຕົກກັງວົນຂອງວົງການນັກໄຈ້ແຍກ, ຄວາມເຄັ່ງຕຶງພັດເກີດຂຶ້ນຄືນໃໝ່ເມື່ອກາງເດືອນ ສິງຫາ ຢູ່ເຂດທະເລທາງທິດຕາເວັນອອກ ທະເລເມດີເຕລາເນ ລະຫວ່າງ ເກຼັກ ແລະ ຕວັກກີ, ເຊິ່ງແມ່ນ 2 ປະເທດທີ່ເຄີຍມີການຂັດແຍ້ງກັນຫຼາຍຢ່າງໃນບາງບັນຫາໃນປະຫວັດສາດ, ສືບຕໍ່ຖືກຜັນແປໄປຕາມທິດໜ້າວິຕົກກັງວົນ, ມີຄວາມສ່ຽງກາຍເປັນວິກິດການທີ່ຮ້າຍແຮງຢູ່ພາກພື້ນ.
ການໂຕ້ຖຽງກັນລະຫວ່າງ 2 ປະເທດສະມາຊິກຂອງອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (ນາໂຕ) ເກີດຂຶ້ນພາຍຫຼັງເຫດການກ່ຳປັ່ນຂັບໄລ Limnos ຂອງເກຼັກ ແລະ ກ່ຳປັ່ນສຳຫຼວດ Oruc Reis ຂອງ ຕວັກກີ ຕຳກັນຢູ່ ທາງທິດຕາເວັນອອກທະເລເມດີເຕລາເນ ເຊິ່ງທັງ 2 ປະເທດລ້ວນແຕ່ຖະແຫຼງສິດອຳນາດສານເມື່ອວັນທີ 12 ສິງຫາ. ຕວັກກີ ໄດ້ມີການໂຕ້ຕອບຢ່າງຮຸນແຮງຕໍ່ເຫດການດັ່ງກ່າວ, ຖືນີ້ແມ່ນການກະທຳເກາະຜິດຂອງເກຼັກ. ຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ສຸດຍອດແມ່ນເມື່ອທັງ 2 ປະເທດພ້ອມກັນດຳເນີນບັນດາການຊ້ອມຮົບສະເພາະກັບບັນດາຄູ່ຮ່ວມມືຂອງຕົນຢູ່ທະເລເມດີເຕລາເນ ໃນຊຸມມື້ສຸດທ້າຍຂອງເດືອນ ສິງຫາ, ສ້າງຄວາມວິຕົກກັງວົນຢ່າງເລິກເຊິ່ງໃນປະຊາຄົມສາກົນ.
ເອີລົບ ແລະ ນາໂຕ ສະແດງປະຕິກິລິຍາຢ່າງຮີບເຮັ່ງ
ເພື່ອໃຫ້ບັນຫາດັ່ງກ່າວບໍ່ຖືກປີນຂັ້ນໄດອີກ, ໃນຊຸມມື້ທຳອິດພາຍຫຼັງເຫດກ່ຳປັ່ນຕຳກັນ, ໃນທັນທີ ອາເມລິກາ ແລະ ເອີລົບ ໄດ້ດຳເນີນບັນດາມາດຕະການຮັບມືຢ່າງແຮງ. ວັນທີ 14 ສິງຫາ, ສະຫະພາບເອີລົບ (ອີຢູ) ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດສະມາຊິກໂດຍດ່ວນ ເພື່ອປຶກສາຫາລືບັນດາມາດຕະການເພື່ອຮັບມື. ກອງປະຊຸມໄດ້ເຫັນດີນຳກັນໂດຍຖືວ່າ, ບັນດາການກະທຳລະດົມກອງທັບເຮືອຫວ່າງມໍ່ໆມານີ້ຂອງຕວັກກີ ຈະ “ພາໄປເຖິງສະພາບປະທະກັນ ແລະ ເກີດຄວາມລະແວງສົງໄສກັນທີ່ຮ້າຍແຮງກວ່າ”. ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donad Trump ແລະ ທ່ານປະທານາທິບໍດີຝລັ່ງ Manuel Macron ກໍ່ໄດ້ໂອ້ລົມທາງໂທລະສັບ, ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປທີ່ເຄັ່ງຕຶງລະຫວ່າງ 2 ປະເທດສະມາຊິກຂອງນາໂຕ ນີ້.
ຮອດວັນທີ 28 ສິງຫາ, ທ່ານເລຂາທິການໃຫຍ່ນາໂຕ Jens Stolltenberg ກໍ່ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຕວັກກີ Recep Tayyip Erdogan, ໂດຍຮຽກຮ້ອງໃຫ້ ຕວັກກີ ແລະ ເກຼັກ ຫຼຸດຜ່ອນຄວາມເຄັ່ງຕຶງ, ແກ້ໄຂການຂັດແຍ້ງກັນບົນພື້ນຖານສາມັກຄີ ແລະ ອີງໃສ່ພື້ນຖານກົດໝາຍສາກົນ.
ໃນຂະນະນັ້ນ, ດ້ວຍຖານະບົດບາດເປັນປະທານໝູນວຽນອີຢູ, ປະເທດ ເຢຍລະມັນ ກໍ່ໄດ້ປະຕິບັດບັນດາຄວາມມານະພະຍາຍາມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ. ສິ່ງທີ່ໜ້າສົນໃຈໃນບັນດາຄວາມມານະພະຍາຍາມດັ່ງກ່າວແມ່ນເລື່ອງ ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ໄດ້ດຳເນີນການໄປຢ້ຽມຢາມເຖິງ ອາແທນ ແລະ ອານກາຣາ ຢ່າງຕໍ່ເນື່ອງ ດ້ວຍຖານະບົດບາດເປັນຄົນກາງໄກ່ເກ່ຍ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ 2 ປະເທດພັນທະມິດພ້ອມກັບ ນາໂຕ.
ພິເສດ, ບໍ່ຢຸດຢູ່ບັນດາຄຳຮຽກຮ້ອງໄກ່ເກ່ຍເທົ່ານັ້ນ, ອີຢູ ຍັງສະແດງໃຫ້ເຫັນທ່າທີແຂງກະດ້າງສຳລັບເຫດການ. ຕາມນັ້ນແລ້ວ, ຜູ້ຕາງໜ້າຂັ້ນສູງຂອງອີຢູ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ທ່ານ Josep Borrell ຖະແຫຼງວ່າ, ອີຢູ ຈະປືກສາຫາລືບັນດາມາດຕະການລົງໂທດຕວັກກີ ທີ່ກອງປະຊຸມສຸດຍອດອີຢູ ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 24 ກັນຍາ ຈະມາເຖິງນີ້.
ການຂັດແຍ້ງຫຼາຍຝ່າຍທີ່ສັບສົນທາງດ້ານແຫຼ່ງຊັບພະຍາກອນ
ຕາມວົງການນັກໄຈ້ແຍກແລ້ວ, ຄວາມເຄັ່ງຕຶງຢູ່ມະເລເມດີເຕຣານເນ ພັດເຄັ່ງຕຶງຂຶ້ນໃນຊຸມມື້ຜ່ານມາເຊິ່ງໄດ້ດຶງດູດຄວາມສົນໃຈຈາກຫາງສຽງສາກົນແມ່ນຍ້ອນໃນຕົວຈິງ ບັນຫານີ້ມີສ່ວນກ່ຽວຂ້ອງເຖິງຫຼາຍປະເທດຢູ່ພາກພື້ນ ແລະ ສາກົນ, ຫາກບໍ່ພຽງແຕ່ສະເພາະ ເກຼັກ ແລະ ຕວັກກີ ເທົ່ານັ້ນ.
ຕາມການຄົ້ນຄວ້າເມື່ອປີ 2010 ຂອງອົງການສຳຫຼວດທໍລະນີສາດອາເມລິກາ ໄດ້ຊີ້ໃຫ້ເຫັນວ່າ ເຂດ Levant Basin, ທາງທິດຕາເວັນອອກທະເລເມດີເຕລາເນ, ມີນ້ຳມັນດິບ ແລະ ອາຍແກັດທຳມະຊາດ ທີ່ຍັງບໍ່ທັນຂຸດຄົ້ນຫຼາຍທີ່ສຸດ, ຄາດວ່າປະລິມານອາຍແກັດທຳມະຊາດມີປະມານ 3.500 ຕື້ແມັດກ້ອນ ແລະ ນ້ຳມັນດິບ 1,7 ຕື້ຖັງ. ແຫຼ່ງຊັບພະຍາກອນທີ່ໃຫຍ່ຫຼວງນີ້ໄດ້ເຮັດໃຫ້ການຂັດແຍ້ງລະຫວ່າງບັນດາຝ່າຍນັບມື້ນັບຮຸນແຮງຂຶ້ນ. ໄລ່ມາຮອດຈຸດເວລານີ້, ການເຂົ້າຮ່ວມໃນບັນດາຄວາມມານະພະຍາຍາມຂຸດຄົ້ນແຫຼ່ງຊັບພະຍາກອນຢູ່ເຂດທາງທິດຕາເວັນອອກທະເລເມດີເຕລາເນ, ນອກຈາກເກຼັກ ແລະ ຕວັກກີ ແລ້ວ, ຍັງມີຫຼາຍປະເທດຄື: ອີຢິບ, ໄຊປຮັດ, ອິດສະຣາແອັນ… ນຳອີກ. ໃນນັ້ນ 4 ປະເທດຄື ເກຼັກ, ໄຊປຮັດ, ອີຢິບ ແລະ ອິດສະຣາແອັນ ແມ່ນເພີ່ມທະວີການຮ່ວມມື, ສ່ວນຕວັກກີ ຢືນຢູ່ໂດດດ່ຽວ.
ສະພາບຕົວຈິງດັ່ງກ່າວໄດ້ເຮັດໃຫ້ ອານກາຣາ ຕົກລົງຫັນປ່ຽນສະພາບການດ້ວຍເລື່ອງນຳໃຊ້ “ການທູດອວດອ້າງກຳລັງແຮງ”, ນຳກ່ຳປັ່ນສຳຫຼວດ Oruc Reis ພ້ອມກັບບັນດາກ່ຳປັ່ນປ້ອງກັນໄປບັນດາເຂດທິດຕາເວັນອອກທະເລເມດີເຕລາເນ ເມື່ອວັນທີ 10 ສິງຫາ ຜ່ານມາ ແລະ ພາໄປເຖິງເຫດການຕຳກັນກັບເຮືອຮົບຂອງ ເກຼັກ ຫຼັງຈາກນັ້ນເປັນເວລາ 2 ວັນ, ເຊິ່ງເຮັດໃຫ້ເກີດຄວາມເຄັ່ງຕຶງຢູ່ພາກພື້ນ.
ດ້ວຍສະພາບລວມທີ່ສັບສົນຄືໃນປະຈຸບັນ, ວົງການນັກໄຈ້ແຍກຖືວ່າ, ການຂັດແຍ້ງຢູ່ທະເລເມດີເຕລາເນ ຍາກທີ່ຈະແກ້ໄຂໄດ້ໃນມື້ໃດມື້ໜຶ່ງ, ໂດຍສະເພາະເມື່ອ ຕວັກກີ ເດັດດ່ຽວບໍ່ຜ່ອນສັ້ນຜ່ອນຍາວ. ໃນຂະນະນັ້ນ, ເອີລົບ ກໍ່ຍາກທີ່ຈະກໍ່ຄວາມກົດດັນຕໍ່ ຕວັກກີ ເມື່ອອາກາຣາ ພວມມີສິດຕັດສິນສຳຄັນໃນ “ບັນຫາຊາວອົບພະຍົບ” ໃນບັນດາການເຈລະຈາທີ່ມີຄວາມເປັນຕາຍສຳລັບອີຢູ.