(VOVWORLD) - ນັບແຕ່ປີ 1975 ມາຮອດປັດຈຸບັນ, ຜົນຮ້າຍຈາກລະເບີດບໍ່ທັນແຕກພາຍຫລັງສົງຄາມໄດ້ເຮັດໃຫ້ປະຊາຊົນກ່ວາ 40.000 ຄົນເສຍຊີວິດ ແລະ 60.000 ຄົນໄດ້ຮັບບາດເຈັບ, ໃນນັ້ນ ສ່ວນຫລາຍແມ່ນແຮງງານຕົ້ນຕໍໃນຄອບຄົວ ແລະ ເດັກນ້ອຍ.
ວັນທີ 04 ເມສາ, ຢູ່ ຫວຽດນາມ ຈະດຳເນີນບັນດາການເຄື່ອນໄຫວເພື່ອຕອບສະໜອງວັນໂລກປ້ອງກັນຕ້ານລະເບີດໝາກມິນ. ໃນປີຜ່ານມາ, ວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກພາຍຫລັງສົງຄາມ, ເຊິ່ງ ຫວຽດນາມ ໄດ້ສືບຕໍ່ຍູ້ແຮງ ນັບແຕ່ການປັບປຸງກອບກົດໝາຍ, ສ້າງຂອບເຂດນິຕິກຳໃຫ້ສົມບູນ ເພື່ອໜູນຊ່ວຍຜູ້ຖືກເຄາະຮ້າຍຈາກລະເບີດໝາກມິນ ຈົນເຖິງການພັດທະນາຕາໜ່າງບັນດາຮາກຖານສະໜອງການບໍລິການວຽກງານສັງຄົມ ແລະ ຟື້ນຟູສະມັດຕະພາບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ.
ເຊິ່ງແມ່ນໜຶ່ງໃນບັນດາປະເທດຖືກມົນລະພິດ ແລະ ຖືກຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຢ່າງໜັກໜ່ວງທີ່ສຸດໃນໂລກ, ຄາດວ່າ ເນື້ອທີ່ດິນຖືກມົນລະພິດ ແລະ ເນື້ອທີ່ທີ່ຖືກສົງໄສວ່າ ຖືກມົນລະພິດຈາກລະເບີດບໍ່ທັນແຕກຂອງ ຫວຽດນາມ ແມ່ນປະມານ 6,1 ລ້ານເຮັກຕາ, ກວມເອົາ 18,7% ຂອງເນື້ອທີ່ໃນທົ່ວປະເທດ. ປັດຈຸບັນ, ຈຳນວນລະເບີດໝາກມິນ, ວັດຖຸລະເບີດບໍ່ທັນແຕກຍັງຢັ່ງຢາຍຢູ່ 63/63 ແຂວງ, ນະຄອນ. ປະຊາຊົນຫລາຍຄົນຖືກເສຍຊີວິດ, ຖືກຮັບບາດເຈັບຍ້ອນບັນດາວັດຖຸລະເບີດທີ່ຍັງຕົກຄ້າງພາຍຫລັງສົງຄາມ.
ສຳພັດກັບມາດຕະຖານສາກົນໃນການຄຸ້ມຄອງ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດໝາກມິນບໍ່ທັນແຕກ.
ລັດຖະບານ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ ໃນການຊີ້ນຳ, ບໍລິຫານບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກ. ເຖິງຢ່າງໃດກໍ່ຕາມ, ປີ 2018, ເລື່ອງປະກາດໃຊ້ດຳລັດ 18 (ມີຜົນສັກສິດແຕ່ວັນທີ 20 ມີນາ 2019) ທີ່ກວມລວມໄດ້ບັນດາການເຄື່ອນໄຫວທັງໝົດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກພາຍຫລັງສົງຄາມຂອງສະຫະປະຊາຊາດ. ບັນດາການເຄື່ອນໄຫວທັງໝົດ ໂດຍອົງການ, ສຳນັກງານ, ບຸກຄົນພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງ, ບຸກຄົນຕ່າງປະເທດປະຕິບັດ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດໝາກມິນ, ວັດຖຸລະເບີດບໍ່ທັນແຕກພາຍຫລັງສົງຄາມໃນຜືນແຜ່ນດິນຂອງ ຫວຽດນາມ ລ້ວນແຕ່ຖືກດັດປັບຢູ່ພາຍໃຕ້ດຳລັດສະບັບດັ່ງກ່າວ. ພັນເອກ ຫງວຽນແຮ້ງຟຸກ, ຮອງຜູ້ອຳນວຍການສູນວຽກງານລະເບີດໝາກມິນແຫ່ງຊາດໃຫ້ຮູ້ວ່າ:
ໂດຍພື້ນຖານ ດຳລັດສະບັບນີ້ ໄດ້ຫັນບັນດາຂໍ້ກຳນົດທັງໝົດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກພາຍຫລັງສົງຄາມຢູ່ ຫວຽດນາມ ຜ່ານໄລຍະຕ່າງໆໃຫ້ເປັນລະບົບຄືນໃໝ່. ນີ້ແມ່ນເອກະສານນິຕິກຳສະບັບທຳອິດ ທີ່ສະແດງໃຫ້ເຫັນການເຊື່ອມໂຍງຂອງ ຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດໝາກມິນພາຍຫລັງສົງຄາມຢູ່ ຫວຽດນາມ ກັບ ສາກົນ. ນີ້ແມ່ນສິ່ງທີ່ພວກເຮົາເອົາໃຈໃສ່ທີ່ສຸດ ຍ້ອນວ່າປັດໄຈທີ່ກ້າວໜ້າໃນດຳລັດສະບັບນີ້ ແມ່ນປັດໄຈໃໝ່. ກ່ຽວກັບການຄຸ້ມຄອງລັດ ມັນສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານຕໍ່ການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກ ແລະ ຄວາມສົນໃຈຂອງລັດຖະບານຕໍ່ຜູ້ປະສົບເຄາະຮ້າຍ ເຊິ່ງລະເບີດໝາກມິນກໍ່ຂຶ້ນ.
ນອກຈາກເລື່ອງປັບປຸງກອບກົດໝາຍໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກໃຫ້ສົມບູນແບບ ແລະ ປີ 2018 ຫວຽດນາມ ກໍ່ໄດ້ປະກາດແຜນທີ່ທີ່ຖືກສົງໄສວ່າ ຖືກມົນລະພິດຈາກລະເບີດໝາກມິນ. ຂໍ້ມູນນີ້ແມ່ນສຳຄັນທີ່ສຸດໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ແມ່ນພື້ນຖານສຳຄັນ ເພື່ອພິຈາລະນາການນຳໃຊ້ທີ່ດິນໃຫ້ເໝາະສົມ. ໄປຄຽງຄູ່ກັນນັ້ນ, ປີ 2018 ຫວຽດນາມ ກໍ່ໄດ້ເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກໃນເນື້ອທີ່ດິນຖືກຜົນສະທ້ອນໃນທົ່ວປະເທດປະມານ 30.000 ກ່ວາເຮັກຕາ.
ເລື່ອງໂຄສະນາໄດ້ຮັບການຜັນຂະຫຍາຍຫລາຍທີ່ສຸດ, ພິເສດແມ່ນເປີດກ້ວາງຕາໜ່າງຜູ້ຮ່ວມງານຂັ້ນຕາແສງຢູ່ບັນດາແຂວງທີ່ມີລະເບີດໝາກມິນຕົກຄ້າງຫລາຍ. ໃນປີ 2018, ມີນັກຮຽນ, ນັກສຶກສານັບພັນຄົນຢູ່ບາງແຂວງພາກກາງກໍ່ໄດ້ສຳພັດກັບຄວາມຮູ້ໃນການປ້ອງກັນຕ້ານລະເບີດບໍ່ທັນແຕກ.
ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ
ການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດໝາກມິນບໍ່ທັນແຕກແມ່ນວຽກງານສຳຄັນໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກບັນດາວັດຖຸລະເບີດປະເພດຕ່າງໆກໍ່ຂຶ້ນ. ໃນປີ 2018, ບັນດາການເຄື່ອນໄຫວໜູນຊ່ວຍຈາກລັດ, ປະຊາຄົມສັງຄົມ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການສ່ວນໃດສ່ວນໜຶ່ງ, ສ້າງເງື່ອນໄຂເພືຶ່ອໃຫ້ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກໄດ້ເຊື່ອມຕົວເຂົ້າກັບປະຊາຄົມ. ມາຮອດປັດຈຸບັນ, ທົ່ວປະເທດມີຄົນພິການໜັກ ແລະ ໜັກເປັນພິເສດ (ລວມມີຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ) ກ່ວາ 1 ລ້ານຄົນ ໄດ້ຮັບເງິນອຸປະກະລະສັງຄົມປະຈຳເດືອນ ແລະ ໄດ້ຮັບບັດປະກັນສຸຂະພາບ. ທ່ານ ໂຕດຶກ, ຮອງຫົວໜ້າກົມອຸປະກະລະສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
ປີ 2018 ພວກຂ້າພະເຈົ້າໄດ້ສົມທົບກັບບັນດາທ້ອງຖິ່ນທຳການທົດລອງຊອັບແວຈົດທະບຽນຂໍ້ມູນການຄຸ້ມຄອງຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ ເພື່ອຕີລາຄາຄວາມຕ້ອງການຂອງຜູ້ປະສົບເຄາະຮ້າຍໄດ້ຢ່າງຊັດເຈນ ເພື່ອເຊື່ອມຕໍ່ກັບບັນດາອົງການຈັດຕັ້ງສາກົນ, ບຸກຄົນໜູນຊ່ວຍໄດ້ຢ່າງທັນການ. ປີ 2019, ພວກຂ້າພະເຈົ້າຈະເປີດກ້ວາງບໍລິເວນທີ່ໝູນໃຊ້ຊອັບແວ ແລະ ພວມຄົ້ນຄວ້າການນຳໃຊ້ຊອັບແວໃນໂທລະສັບມືຖືທັນສະໄໝ, ຮັບປະກັນໃຫ້ຜູ້ປະສົບເຄາະຮ້າຍສາມາດສຳພັດກັບບັນດານະໂຍບາຍ ແລະ ໂຄງການໜູນຊ່ວຍຂອງບັນດາແຂວງ, ນະຄອນໄດ້ຢ່າງວ່ອງໄວ, ງ່າຍດາຍ ແລະ ມີປະສິດທິຜົນທີ່ສຸດ.
ນັບແຕ່ປີ 1975 ມາຮອດປັດຈຸບັນ, ຜົນຮ້າຍຈາກລະເບີດບໍ່ທັນແຕກພາຍຫລັງສົງຄາມໄດ້ເຮັດໃຫ້ປະຊາຊົນກ່ວາ 40.000 ຄົນເສຍຊີວິດ ແລະ 60.000 ຄົນໄດ້ຮັບບາດເຈັບ, ໃນນັ້ນ ສ່ວນຫລາຍແມ່ນແຮງງານຕົ້ນຕໍໃນຄອບຄົວ ແລະ ເດັກນ້ອຍ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກໃນໄລຍະຜ່ານມາ ພວມປະກອບສ່ວນໃດຫລຸດຜ່ອນຄວາມເສຍຫາຍຈາກລະເບີດໝາກມິນບໍ່ທັນແຕກກໍ່ຂຶ້ນໄດ້ສ່ວນໃດສ່ວນໜຶ່ງ./.