ບັນ​ດາ​ສິ່ງ​ທ້າ​ທາຍ ເຊິ່ງ ເກຼັກ ຕ້ອງ​ຜ່ານ​ຜ່າພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

(VOVWORLD) -ວັນທີ 21 ພຶດສະພາ, ເກຼັກ ໄດ້ຈັດການເລືອກຕັ້ງສະພາແຫ່ງຊາດປະຈຳປີ ເພື່ອແນໃສ່ກະກຽມການສ້າງຕັ້ງລັດຖະບານໃໝ່ ແທນໃຫ້ລັດຖະບານປັດຈຸບັນຂອງທ່ານນາຍົກລັດຖະມົນຕີ Kyriakos Mitsotakis. ໂດຍໄດ້ດຳເນີນໃນສະພາບການ ເກຼັກ ເວົ້າສະເພາະ ແລະ ທົ່ວພາກພື້ນ ເອີຣົບ ເວົ້າລວມ ພວມປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ, ການເລືອກຕັ້ງທົ່ວປະເທດບໍ່ພຽງແຕ່ໄດ້ຮັບຖືວ່າ ແມ່ນການທົດສອບຢ່າງເຂັ້ມງວດກ່ຽວກັບຄວາມໄວ້ວາງໃຈຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ລັດຖະບານ ເກຼັກ ປັດຈຸບັນ ເທົ່ານັ້ນ, ຫາກຍັງວາງອອກສິ່ງທ້າທາຍຮ້າຍແຮງຫຼາຍຢ່າງສຳລັບ ທັງ Athen ແລະ ເອີຣົບ.
ບັນ​ດາ​ສິ່ງ​ທ້າ​ທາຍ ເຊິ່ງ ເກຼັກ ຕ້ອງ​ຜ່ານ​ຜ່າພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ - ảnh 1ຜູ້ມີສິດເລືອກຕັ້ງ ຢູ່ Athens (ເກຼັກ) ເຂົ້າຮ່ວມການປ່ອນບັດໃນວັນທີ 21/5/2023. (ພາບ: AFP/TTXVN)

ການເລືອກຕັ້ງຢູ່ ເກຼັກ ຄັ້ງນີ້ ມີທັງໝົດ 36 ພັກ ແລະ ພັກສຳພັນທະມິດເຂົ້າຮ່ວມແຂ່ງຂັນ; ຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຢ່າງຄົບຖ້ວນເກືອບ 10 ລ້ານຄົນໄດ້ໄປປ່ອນບັດ. ຜົນການນັບບັດໄດ້ຊີ້ໃຫ້ເຫັນວ່າ ພັກປະຊາທິປະໄຕໃໝ່ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Kyriakos Mitsotakis ສືບຕໍ່ໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງຫຼາຍທີ່ສຸດ (40,8%), ຫຼາຍທົບ 2 ເທົ່າເມື່ອທຽບໃສ່ຈຳນວນບັດເຊິ່ງ ຄູ່ແຂ່ງໃຫຍ່ທີ່ສຸດ ນັ້ນແມ່ນ ພັກຝ່າຍຊ້າຍ Syriza ໄດ້ຮັບ (20,1%). ພັກ PASOK  ສັງຄົມນິຍົມຢືນອັນດັບທີ 3. ເຖິງຢ່າງໃດກໍຕາມ, ຍ້ອນບໍສາມາດຍາດໄດ້ຈຳນວນບ່ອນນັ່ງຕາມຈຳນວນທີ່ຈຳເປັນຕ່ຳສຸດ, ສະນັ້ນ ພັກປະຊາທິປະໄຕໃໝ່ ບໍ່ສາມາດສ້າງຕັ້ງລັດຖະບານໃໝ່ໄດ້, ເຊິ່ງເປັນສາຍເຫດເຮັດໃຫ້ເວທີການເມືອງ ເກຼັກ ຕົກເຂົ້າສູ່ສະພາບການທີ່ວ່າ ພັກຕ່າງໆຕ້ອງຮ່ວມສຳພັນກັນສ້າງລັດຖະບານ, ຫຼືວ່າ ຕ້ອງຈັດການເລືອກຕັ້ງຮອບທີ 2. ນີ້ແມ່ນ 2 ກໍລະນີ ທີ່ບັນດານັກໄຈ້ແຍກໄດ້ຄາດຄະເນແລ້ວ, ອັນໄດ້ສ່ອງແສງໃຫ້ເຫັນສະພາບການເມືອງ - ສັງຄົມທີ່ສັບສົນ ແລະ ສິ່ງທ້າທາຍໃນປັດຈຸບັນ ຢູ່ ເກຼັກ.

ສະພາບການມີສິ່ງທ້າທາຍນາໆປະການ

ການເລືອກຕັ້ງສະພາແຫ່ງຊາດໃໝ່ຢູ່ ເກຼັກ ຖືກດໍາເນີນໃນສະພາບການທີ່ບໍ່ມີທ່າໄດ້ປຽບປານໃດສຳລັບລັດຖະບານ ແລະ ພັກກຳອຳນາດ. ກ່ຽວກັບດ້ານເສດຖະກິດ - ສັງຄົມ, ກໍຄືກັນກັບບັນດາປະເທດເອີຣົບ ເກືອບທັງໝົດ, ເກຼັກ ພວມຖືກຜົນກະທົບຢ່າງໜັກໜ່ວງຈາກວິກິດການຢູ່ ຢູແກຼນ, ພ້ອມດຽວກັນນັ້ນ ກໍພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ບໍ່ພຽງແຕ່ເທົ່ານັ້ນ, ເກຼັກ ຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກກ່າຍກອງ ພາຍຫຼັງທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກວິກິດການໜິ້ສິນທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດນີ້ ເປັນເວລາ 1 ທົດສະວັດ. ຜົນຕາມມາແມ່ນ ກຳລັງແຮງຂອງພື້ນຖານເສດຖະກິດຖືກຊຸດໂຊມ, ອັດຕາຜູ້ຫວ່າງງານເພິ່ມຂຶ້ນ, ນະໂຍບາຍສະຫວັດດີການສັງຄົມຂອງປະຊາຊົນກໍຖືກຫຼຸດລົງ… ເພາະສະນັ້ນ, ເລື່ອງນຳພື້ນຖານເສດຖະກິດຜ່ານຜ່າບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນໃນປັດຈຸບັນ ໄດ້ຮັບຖືວ່າ ແມ່ນໜ້າທີ່ທົດສອບທີ່ສຸດສຳລັບບໍ່ວ່າ ລັດຖະບານໃໝ່ໃດໃນອາຍຸການຈະມາເຖິງນີ້.

ບັນ​ດາ​ສິ່ງ​ທ້າ​ທາຍ ເຊິ່ງ ເກຼັກ ຕ້ອງ​ຜ່ານ​ຜ່າພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ - ảnh 2ການນຳພັກ "ປະຊາທິປະໄຕໃໝ່"  Kyriakos Mitsotakis ແລະ ຜູ້ສະໜັບສະໜູນຢູ່ Athens (ພາບ: Reuters)

ບໍ່ພຽງແຕ່ເທົ່ານັ້ນ, ເວທີການເມືອງຂອງ ເກຼັກ ກໍຍັງບໍ່ທັນຫຼຸດພົ້ນອອກຈາກສະພາບຄວາມເຄັ່ງຕຶງທີ່ແກ່ຍາວໃນຫຼາຍເດືອນຜ່ານມາ ເຊິ່ງມີສ່ວນກ່ຽວຂ້ອງເຖິງການກ່າວຫາລັດຖະບານຂອງທ່ານນາຍົກລັດຖະມົນຕີ Kyriakos Mitsotakis ໄດ້ລັກຟັງບັນດານັກການເມືອງ, ນັກຂ່າວ ແລະ ນັກທຸລະກິດຢູ່ພາຍໃນປະເທດ. ຈຸດສູງສຸດຂອງຄວາມເຄັ່ງຕຶງແມ່ນ ໃນວັນທີ 27 ມັງກອນ ຜ່ານມາ, ສະພາແຫ່ງຊາດ ເກຼັກ ຕ້ອງດຳເນີນການປ່ອນບັດໄວ້ວາງໃຈສຳລັບລັດຖະບານ ຕາມຄຳຮຽກຮ້ອງຂອງຝ່າຍຄ້ານ. ເຖິງວ່າທ່ານນາຍົກລັດຖະມົນຕີ Kyriakos Mitsotakis ແລະ ລັດຖະບານ ສາມາດຜ່ານການປ່ອນບັດດັ່ງກ່າວໄດ້ ແຕ່ເຫດການດັ່ງກ່າວຊີ້ໃຫ້ເຫັນເຖິງ ຄວາມແບ່ງແຍກ ແລະ ຂໍ້ຂັດແຍ້ງຢ່າງຮ້າຍແຮງລະຫວ່າງບັນດາຝ່າຍໃນເວທີການເມືອງ ກໍຄືໃນສັງຄົມ ເກຼັກ. ຄວາມຈິງດັ່ງກ່າວ ກໍໄດ້ຮັບຖືວ່າ ແມ່ນອີກສິ່ງທ້າທາຍໃຫຍ່ ເຊິ່ງ ບໍ່ວ່າລັດຖະບານໃໝ່ໃດທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ ເກຼັກ ກໍຕ້ອງຜ່ານຜ່າ ພາຍຫຼັງການເລືອກຕັ້ງທົ່ວປະເທດຄັ້ງນີ້.

ແງ່ຫວັງ

ຕາມນັກໄຈ້ແຍກຫຼາຍທ່ານແລ້ວ, ໝາກຜົນຂອງການເລືອກຕັ້ງທົ່ວປະເທດ ໄດ້ສ່ອງແສງໃຫ້ເຫັນຢ່າງຖືກຕ້ອງເຖິງບັນດາຄວາມວິຕົກກັງວົນຂອງ ມວນຊົນ ເກຼັກ ແລະ ການນຳເອີຣົບຫຼາຍທ່ານ. ນັ້ນແມ່ນ ບໍ່ມີພັກຝ່າຍໃດທີ່ຍາດໄດ້ຈຳນວນບ່ອນນັ່ງທີ່ຈຳເປັນ 50% ຂຶ້ນໄປ ຢູ່ສະພາແຫ່ງຊາດສະໄໝ 4 ປີຂ້າງໜ້າ ເພື່ອສ້າງຕັ້ງລັດຖະບານເອກະລາດ. ໝາຍຄວາມວ່າ 3 ພັກທີ່ຍາດໄດ້ບ່ອນນັ່ງຫຼາຍທີ່ສຸດ ຈະຕ້ອງເຈລະຈານຳກັນ ຫຼືວ່າ ພ້ອມກັບພັກຝ່າຍອື່ນໆ ເພື່ອສ້າງຕັ້ງສຳພັນທະມິດກຳອຳນາດ. ໃນກໍລະນີນີ້, ບໍ່ວ່າພັກຝ່າຍໃດທີ່ຍາດໄດ້ສິດສ້າງຕັ້ງລັດຖະບານ ກໍຈຳເປັນຕ້ອງແບ່ງປັນສິດອຳນາດກັບພັກສຳພັນທະມິດ. ສິ່ງດັ່ງກ່າວເຮັດໃຫ້ຫຼຸດກຳລັງຄວາມສາມາດຂອງພັກນຳພາລັດຖະບານ ໃນການຍົກອອກນະໂຍບາຍຊີ້ຂາດຢ່າງເອກະລາດ, ພ້ອມທັງປະເຊີນໜ້າກັບຄວາມສ່ຽງສຳພັນທະມິດກຳອຳນາດອາດຈະຖືກລົ້ມເຫຼວໃນວິວັດທະນາການເຄື່ອນໄຫວ ຖ້າບໍ່ສາມາດໄກ່ເກ່ຍກັບພັກສຳພັນທະມິດໃນກໍລະນີເກີດການຂັດແຍ້ງກັນ ຫຼືມີຄວາມເຫັນທີ່ແຕກຕ່າງກັນ. ເປັນທີ່ຈະແຈ້ງແລ້ວວ່າ, ລັດຖະບານທີ່ຂາດສະຖຽນລະພາບ ແລະ ຖືກຈຳກັດຄວາມສາມາດໃນການຍົກອອກນະໂຍບາຍຊີ້ຂາດນັ້ນ ບໍ່ແມ່ນສິ່ງທີ່ ເກຼັກ ແລະ ອີຢູ ປາດຖະໜາ.

ສິ່ງດັ່ງກ່າວເປັນການອະທິບາຍວ່າ ເປັນຫຍັງໃນຖະແຫຼງການທີ່ໄດ້ຍົກອອກໃນວັນທີ 22 ພຶດສະພາ ພາຍຫຼັງທ່ານປະທານາທິບໍດີ Katerina Sakellaropoulou ບົ່ງຕົວສ້າງຕັ້ງລັດຖະບານໃໝ່, ທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis ຢັ້ງຢືນວ່າ ຈະບໍ່ສ້າງຕັ້ງລັດຖະບານສຳພັນທະມິດ, ພ້ອມທັງສະແດງຄວາມຫວັງຈັດການປ່ອນບັດຮອບທີ 2  ເຊິ່ງອາດຈະດຳເນີນໃນວັນທີ 25 ມິຖຸນາ ຈະມາເຖິງ.

ດ້ວຍຕົວຈິງດັ່ງກ່າວ, ທ່ານປະທານາທິບໍດີ ເກຼັກ ອາດຈະຕ້ອງແຕ່ງຕັ້ງ ລັດຖະບານກຳອຳນາດຊົ່ວຄາວ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງຮອບທີ 2. ການດຳເນີນການເລືອກຕັ້ງຮອບທີ 2 ໄດ້ຮັບຖືວ່າ ຈະເຮັດໃຫ້ເພີ່ມກາລະໂອກາດໄຊຊະນະໃຫ້ແກ່ທ່ານນາຍົກລັດຖະມົນຕີ Kyriakos Mitsotakis ແລະ ພັກປະຊາທິປະໄຕໃໝ່. ນັກໄຈ້ແຍກຫຼາຍທ່ານຕີລາຄາວ່າ ນີ້ແມ່ນວິທີດີທີ່ສຸດສຳລັບ ເກຼັກ ໃນສະພາບການປັດຈຸບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ