ບັນດາສິດຂອງຊາວຊົນເຜົ່າສ່ວນຫນ້ອຍຢູ່ ຫວຽດນາມ ໄດ້ຮັບປະກັນຢູ່ໃນລະດັບສູງສຸດ

(VOVWORLD) -ວັນທີ 9 ສິງຫາ ທຸກປີ ແມ່ນວັນສາກົນກ່ຽວກັບຊົນເຜົ່າ (IDWIP). ນີ້ແມ່ນວັນສາກົນໂດຍ ສະຫະປະຊາຊາດ ເລືອກເຟັ້ນ ເພື່ອສະເຫລີມສະຫລອງໃນທຸກປີ ແນໃສ່ເພີ່ມທະວີຄວາມເອົາໃຈໃສ່ຂອງປະຊາຄົມສາກົນຕໍ່ສິດຂອງບັນດາຊົນເຜົ່າ. ນີ້ກໍ່ແມ່ນໂອກາດເພື່ອທົບທວນຄືນຜົນງານ ຊື່ງຫວຽດນາມ ໄດ້ ແລະ ພວມມານະພະຍາຍາມກໍ່ສ້າງ, ປະຕິບັດ ແລະ ຕິດຕາມກວດກາບັນດານະໂຍບາຍພັດທະນາເສດຖະກິດ ສັງຄົມ ເພື່ອແນໃສ່ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ວັດທະນະທຳ, ດ້ານຈິດໃຈຂອງຊາວຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ, ບັນດາວົງຄະນາຍາດຊາວຊົນເຜົ່າທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ.

ບັນດາສິດຂອງຊາວຊົນເຜົ່າສ່ວນຫນ້ອຍຢູ່ ຫວຽດນາມ ໄດ້ຮັບປະກັນຢູ່ໃນລະດັບສູງສຸດ - ảnh 1ພັດທະນາພື້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫລີກ. (ພາບ: baothainguyen.vn)

ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ ດ້ວຍ 54 ຊົນເຜົ່າອ້າຍນ້ອງດຳລົງຊີວິດຮ່ວມກັນ. ໃນນັ້ນ ມີ 53 ຊົນເຜົ່າສ່ວນຫນ້ອຍ, ດ້ວຍພົນລະເມືອງເກືອບ 14 ລ້ານຄົນ (ກວມເອົາປະມານ 14,3% ຈຳນວນປະຊາກອນທົ່ວປະເທດ). ຊາວຊົນເຜົ່າສ່ວນຫນ້ອຍສ່ວນຫລາຍແມ່ນດຳລົງຊີວິດຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ໃນຕະຫລອດວິວັດການພັດທະນາຂອງປະເທດຊາດ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງບັນຫາຊົນເຜົ່າ, ເປັນຕົ້ນແມ່ນບັນຫາຄວາມສະເຫມີພາບລະຫວ່າງບັນດາເຜົ່າ, ຄວາມສາມັກຄີຂອງຊົນເຜົ່າໃນການກຳນົດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງຕົນ. ທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງຍຸດທະສາດຂອງນະໂຍບາຍສາມັກຄີບັນດາຊົນເຜົ່າບົນພື້ນຖານ “ຮັບປະກັນໃຫ້ບັນດາຊົນເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫລືອກັນພ້ອມກັນພັດທະນາ.”

ໃນສະພາບການປະເທດຊາດ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກກວ້າງ, ບັນດາແຜນນະໂຍບາຍ, ນະໂຍບາຍຊົນເຜົ່າຂອງພັກ, ລັດ ໄດ້ ແລະ ພວມສະແດງໃຫ້ເຫັນ ຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບປະກັນສິດສະເຫມີພາບ, ກາລະໂອກາດພັດທະນາຂອງຊາວຊົນເຜົ່າສ່ວນຫນ້ອຍ ແລະ ພູດອຍ. ເລື່ອງຮັບຮອງ ແລະ ຜັນຂະຫຍາຍບັນດາຄຳສະເຫນີແນະຕາມກົນໄກທົບທວນຄືນປະຈຳໄລຍະດ້ານສິດທິມະນຸດ (UPR) ສະໄຫມທີ III ຂອງສະພາສິດທິມະນຸດ ສປຊ, ກ່ຽວຂ້ອງເຖິງບັນດາສິດສະເຫມີພາບໃຫ້ແກ່ຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ, ແມ່ນຫນຶ່ງໃນບັນດາຄວາມມານະພະຍາຍາມນັ້ນ. ບັນດາຄຳສະເຫນີແນະ ແມ່ນສຸມໃສ່ເຂົ້າໃນຂົງເຂດການຕ້ານການຈຳແນກປະພຶດ, ຮັບປະກັນສິດພື້ນຖານໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍຄື: ການສຶກສາ, ວັດທະນະທຳ, ການເຊື່ອຖືເຫລື້ອມໃສສາສະຫນາ, ພັດທະນາເສດຖະກິດ ສັງຄົມ.

ຮັບປະກັນສິດໄດ້ເຂົ້າເຖິງການສຶກສາສຳລັບຊາວຊົນເຜົ່າສ່ວນຫນ້ອຍ ພວມແມ່ນເປົ້າໝາຍພື້ນຖານໃນນະໂຍບາຍພັດທະນາຂອງ ຫວຽດນາມ. ກົດໝາຍ ຫວຽດນາມ ໄດ້ກຳນົດວ່າ ລັດໃຫ້ບຸລິມະສິດພັດທະນາການສຶກສາຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດມີເງື່ອນໄຂດ້ານເສດຖະກິດ ສັງຄົມທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ປະຈຸບັນ ມີ ໂຮງຮຽນອະນຸບານ 5.766 ແຫ່ງ ແລະ 100% ຈຳນວນໂຮງຮຽນ, ກຸ່ມຫ້ອງຮຽນ ໄດ້ປະຕິບັດຕາມຫລັກສູດສຶກສາອະນຸບານໃຫມ່.

ບັນດາສິດຂອງຊາວຊົນເຜົ່າສ່ວນຫນ້ອຍຢູ່ ຫວຽດນາມ ໄດ້ຮັບປະກັນຢູ່ໃນລະດັບສູງສຸດ - ảnh 2ປະຈຸບັນເຄືອຂ່າຍສາທາລະນະສຸກຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍສືບຕໍ່ພັດທະນາ. (ພາບ:daidoanket.vn)

 ໃນຊຸມປີຜ່ານມາ, ລັດຖະບານ ໄດ້ມີຫລາຍນະໂຍບາຍ, ໂຄງການລົງທຶນພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ ຢູ່ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ.

ແຕ່ລະປີ, ຫວຽດນາມ ໄດ້ຈັດຕັ້ງຫລາຍວັນບຸນວັດທະນະທຳ, ສິລະປະ, ກິລາກາຍະກຳຂອງຊາວຊົນເຜົ່າສ່ວນຫນ້ອຍ. ໂຄງການກະຈາຍສຽງ, ໂທລະພາບ ດ້ວຍພາສາຊົນເຜົ່າກໍ່ໄດ້ຮັບຄວາມເອົາໃຈໃສ່ກວ່າ. ຄຽງຂ້າງນັ້ນ ຫລາກຫລາຍ ສິ່ງພິມ, ຫນັງສືພິມກໍ່ໄດ້ປະກອບສ່ວນໂຄສະນາແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງພັກ ແລະ ລັດ ໃຫ້ຊົນເຜົ່າສ່ວນຫນ້ອຍ ແລະ ຍົກສູງລະດັບຊົມໃຊ້ດ້ານວັດທະນະທຳຂອງປະຊາຊົນ.

ປະຈຸບັນ ເຄືອຂ່າຍສາທາລະນະສຸກ ຢູ່ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ສືບຕໍ່ພັດທະນາ, ລະບົບໂຮງໝໍແຂວງ - ເມືອງ ແລະ ສຸກສາລາຢູ່ຕາແສງ ໄດ້ຮັບຄວາມເອົາໃຈໃສ່ລົງທຶນ. ເຄືອຂ່າຍສາທາລະນະສຸກຂັ້ນຮາກຖານຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ, ພື້ນຖານດ້ານວັດຖຸ ແລະ ລະດັບຄວາມຮູ້ຂອງຖັນແຖວແພດໝໍນັບມື້ນັບຍົກສູງຂຶ້ນ. ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ ສັງຄົມ ຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ກໍ່ໄດ້ວາງຄາດໝາຍ ແລະ ສຸມໃສ່ລົງທຶນພັດທະນາການເບິ່ງແຍງດູແລສຸຂະພາບ, ພັດທະນາແຫລ່ງຊັບພະຍາກອນມະນຸດເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍຢ່າງຮອບດ້ານໃນໄລຍະຈະມາເຖິງ.

ປະຈຸບັນ ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ໂຄງການ “ປົກປັກຮັກສາ ແລະ ພັດທະນາບັນດາຊົນເຜົ່າສ່ວນຫນ້ອຍ ໄລຍະ ແຕ່ປີ 2021 – 2030”, ສຸມໃສ່ເຂົ້າໃນຫນ້າທີ່ຮັກສາ, ພັດທະນາ ແລະ ຍົກສູງບົດບາດທີ່ຕັ້ງຂອງບັນດາຊົນເຜົ່າສ່ວນຫນ້ອຍ. ລັດຖະບານ ກໍ່ໄດ້ປະຕິບັດຕ້ານການຈຳແນກປະພຶດຕໍ່ ແລະ ຂາດຄວາມສະເຫມີພາບລະຫວ່າງບັນດາກຸ່ມຊົນເຜົ່າໃນສາສະຫນາ. ຊີວິດດ້ານວັດຖຸ ແລະ ຈິດໃຈຂອງຊາວຊົນເຜົ່າເຊື່ອທີ່ຖືສາສະຫນາກໍ່ໄດ້ຮັບການເບິ່ງແຍງດູແລ. ຄວາມຕ້ອງການອັນຊອບທຳກ່ຽວກັບການເຊື່ອຖືສາສະຫນາໄດ້ຮັບຄວາມເອົາໃຈໃສ່, ແນະນຳ, ແກ້ໄຂ ຈາກອຳນາດການປົກຄອງທຸກຂັ້ນ.

ພັກ ແລະ ລັດ ຫວຽດນາມ ປະຈຸບັນ ມີຄວາມເອົາໃຈໃສ່ເປັນພິເສດເຖິງການພັດທະນາພື້ນຖານໂຄງລ່າງເຂດຫ່າງໄກສອກຫລີກ, ເຂດພູດອຍ, ເຂດຊາວຊົນເຜົ່າສ່ວນຫນ້ອຍ. ມະຕິເລກທີ 120 ຂອງສະພາແຫ່ງຊາດ ລົງວັນທີ 19 ມິຖຸນາ ປີ 2020 ຂອງສະພາແຫ່ງຊາດ, ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ໄດ້ຮັບການຜັນຂະຫຍາຍກໍ່ສ້າງ. ລາຍການລົງທຶນພື້ນຖານໂຄງລ່າງທີ່ຈຳເປັນ, ຮັບໃຊ້ການຜະລິດ ດຳລົງຊີວິດໃນເຂດຊົນເຜົ່າສ່ວນຫນ້ອຍ ເຂດພູດອຍ ລວມມີ: ກິດຈະກຳຄົມມະນາຄົມເຂດຊົນນະບົດຮັບໃຊ້ການຜະລິດ, ດຳເນີນທຸລະກິດ ແລະ ເຂດປະຊາຊົນດຳລົງຊີວິດ, ກິດຈະກຳສະຫນອງໄຟຟ້າຮັບໃຊ້ການດຳເນີນຊີວິດ ແລະ ການຜະລິດ, ການດຳເນີນທຸລະກິດຢູ່ບໍລິເວນຄຸ້ມບ້ານ, ໝູ່ບ້ານ, ສຸກສາລາບ້ານບັນລຸມາດຖານ….ຈະສືບຕໍ່ໄດ້ຮັບການລົງທຶນພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ