ບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968: ຄຸນນະທາດ, ພູມປັນຍາ ແລະ ຄວາມຄາດຫວັງມີເອກະລາດຂອງຊາດ ຫວຽດນາມ

(VOVWORLD) -ຜົນສຳເລັດຂອງການບຸກໂຈມຕີຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ໄດ້ເຮັດໃຫ້ປ່ຽນແປງສະຖານະການສົງຄາມໂດຍ ອາເມລິກາ ດຳເນີນຢູ່ ຫວຽດນາມ
ບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968: ຄຸນນະທາດ, ພູມປັນຍາ ແລະ ຄວາມຄາດຫວັງມີເອກະລາດຂອງຊາດ ຫວຽດນາມ - ảnh 1ກອງປະຊຸມປຶກສາຫາລືບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968
(ພາບ: dangcongsan.vn)

        ກ່ອນນີ້ 55 ປີ, ຮຸ່ງເຊົ້າວັນທີ 30 ມັງກອນ 1968, ບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ດຳເນີນຢູ່ທົ່ວທຸກແຫ່ງທາງພາກໃຕ້ ຫວຽດນາມ. ນີ້ແມ່ນການລຸກຮື້ຂຶ້ນຂະໜາດໃຫຍ່ແບບບໍ່ຄາດຄິດ, ບຸກໂຈມຕີໃສ່ຖານທີ່ໝັ້ນຂອງສັດຕູ, ສະແດງໃຫ້ເຫັນແນວຄິດຍຸດທະສາດບຸກໂຈມຕີ, ຄຸນນະທາດ, ພູມປັນຍາ ແລະ ຄວາມຄາດຫວັງມີສັນຕິພາບ, ເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງຊາດ ຫວຽດນາມ.

        ຜົນສຳເລັດຂອງການບຸກໂຈມຕີຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ໄດ້ເຮັດໃຫ້ປ່ຽນແປງສະຖານະການສົງຄາມໂດຍ ອາເມລິກາ ດຳເນີນຢູ່ ຫວຽດນາມ, ສ້າງບາດລ້ຽວບຸກທະລຸໃຫຍ່ ບັງຄັບໃຫ້ ອາເມລິກາ ຕ້ອງດຳເນີນການເຈລະຈາກັບຄະນະຜູ້ຕາງໜ້າ ຫວຽດນາມ ທີ່ກອງປະຊຸມ ປາຣີ ປີ 1973, ຢຸດຕິການບຸກໂຈມຕີທຳລາຍພາກເໜືອພຽງລຳພັງຝ່າຍດຽວ, ສ້າງປະຖົມປັດໄຈໃຫ້ແກ່ການຕໍ່ສູ້ ທ້ອນໂຮມປະເທດຊາດເປັນເອກະພາບຂອງກອງທັບ ແລະ ປະຊາຊົນ ຫວຽດນາມ.

ສ້າງການປ່ຽນແປງໃນສະຖານະການສົງຄາມ

        ບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ດຳເນີນໄປເມື່ອປຽບທຽບກຳລັງລະຫວ່າງ ຫວຽດນາມ ແລະ ສັດຕູຢູ່ສະໜາມຮົບແມ່ນຫງ່ຽງໄປທາງຝ່າຍ ອາເມລິກາ ແລະ ອຳນາດການປົກຄອງຂອງພວກລູກແຫຼ້ງຕີນມື ໄຊງ່ອນ. ດ້ວຍການ ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນຈຸດເວລາດຽວກັນແນໃສ່ເຂດຕົວເມືອງຢູ່ທົ່ວພາກໃຕ້, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ບຸກໂຈມຕີຕັດສິນໃຈໄຊຊະນະຕໍ່ເຈດຈຳນົງຮຸກຮານຂອງ ອາເມລິກາ, ບັງຄັບໃຫ້ ອາເມລິກາ ຕ້ອງ “ຫຼຸດສົງຄາມລົງ” ພຽງລຳພັງຝ່າຍດຽວ. ທ່ານພົນຕີ ຫງວຽນວັນບ້າວ, ຫົວໜ້າສະຖາບັນການເມືອງ (ກະຊວງປ້ອງກັນປະເທດ ຫວຽດນາມ), ໃຫ້ຂໍ້ສັງເກດວ່າ:

        “ພັກກອມມູນິດ ຫວຽດນາມ ໄດ້ເລືອກເອົາໂອກາດບຸກໂຈມຕີໃນຈຸດເວລາບຸນເຕັດ, ກົງກັບເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຈຸດເວລາເຊິ່ງພວກສັດຕູເຜີຕົວ ແລະ ປະໝາດ. ສະນັ້ນ, ເມື່ອພວກເຮົາບຸກໂຈມຕີ, ພວກສັດຕູກໍ່ບໍ່ຄາດຄິດເລີຍ. ພວກສັດຕູບໍ່ພຽງແຕ່ມີບໍ່ຄາດຄິດກ່ຽວກັບຈຸດເວລາເທົ່ານັ້ນ, ຫາກຍັງບໍ່ຄາດຄິດກ່ຽວກັບເປົ້າໝາຍບຸກໂຈມຕີນັ້ນແມ່ນບັນດາເຂດຕົວເມືອງ, ຖານທີ່ໝັ້ນສຳຄັນ ແລະ ບໍ່ຄາດຄິດນັບທັງຂອບຂະໜາດຂອງການບຸກໂຈມຕີ”.

        ໄຊຊະນະອັນຍິ່ງໃຫຍ່ ແລະ ສຳຄັນທີ່ສຸດໃນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ໄດ້ສ້າງການປ່ຽນແປງໃໝ່ຢ່າງກະໂດດຂັ້ນໃນສະຖານະການສົງຄາມ. ຍິ່ງໄປກວ່ານັ້ນ, ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ຍັງແມ່ນສັນຍາລັກກ່ຽວກັບຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງ, ຄວາມເກັ່ງກ້າສາມາດດ້ານຍຸດທະວິທີສິລະປະຊີ້ນຳສົງຄາມຂອງພັກກອມມູນິດ ຫວຽດນາມ.

ການຍອມຮັບຈາກຝ່າຍສັດຕູ

        ໃນປຶ້ມບັນທຶກຄືນຫຼັງມີຊື່ວ່າ ທ່າແຮງ (The vantage point - ພິມຈຳໜ່າຍປີ 1972), ທ່ານປະທານາທິບໍດີ ອາເມລິກາ Lydon B.Johnson ຍອມຮັບວ່າ: “ພວກເຮົາຮູ້ວ່າຈະມີການກະທຳອວດອ້າງສະແດງກຳລັງຂອງຝ່າຍກົງກັນຂ້າມ, ແຕ່ຄວາມຈິງມັນເກີດຂຶ້ນໃນຂອບຂະໜາດໃຫຍ່ກວ່າຫຼາຍ ເມື່ອທຽບໃສ່ລະດັບເຊິ່ງພວກເຮົາຄາດຄະເນ… ພວກເຮົາບໍ່ຄາດຄິດວ່າ ເຂົາເຈົ້າໄດ້ບຸກໂຈມຕີຫຼາຍເປົ້າໝາຍຄືແນວນັ້ນ, ສາມາດສົມທົບກັນໃນຂອງເຂດທົ່ວພາກໃຕ້ ຫວຽດນາມ ຄືແນວນັ້ນ… ແລະ ສຸດທ້າຍ, ພວກເຮົາບໍ່ມີຜູ້ໃດຄິດວ່າເຂົາເຈົ້າຈະບຸກໂຈມຕີໃນຈຸດເວລາກົງກັບໂອກາດບຸນເຕັດ…”. ສ່ວນຜູ້ຂຽນປຶ້ມ ສົງຄາມພັນວັນ, Michael Maclear, ໄດ້ຂຽນວ່າ: “ສົງຄາມ ຫວຽດນາມ ມີຫຼາຍສິ່ງບໍ່ຄາດຄິດລ່ວງໜ້າ, ແຕ່ບໍ່ມີສິ່ງທີ່ບໍ່ຄາດຄິດໃດທີ່ເຂົາເຈົ້າຕົກສະເງີ້ຄືກັບການບຸກໂຈມຕີໃນໂອກາດບຸນເຕັດ”.

ບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968: ຄຸນນະທາດ, ພູມປັນຍາ ແລະ ຄວາມຄາດຫວັງມີເອກະລາດຂອງຊາດ ຫວຽດນາມ - ảnh 2ການແຫ່ຂະບວນປະທ້ວງຮຽກຮ້ອງຢຸດຕິສົງຄາມຢູ່ ຫວຽດນາມ ຢູ່ Chicago
(ພາບ: Arthur Rothstein)

        ບໍ່ພຽງແຕ່ເທົ່ານັ້ນ, ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ ໃນລະດູບານໃໝ່ ປີວອກ 1968 ໄດ້ສ້າງຂະບວນການຄັດຄ້ານສົງຄາມ ຫວຽດນາມ ຢູ່ ອາເມລິກາ. Nathaniel James, ນັກເຄື່ອນໄຫວເພື່ອສັນຕິພາບ, ແບ່ງປັນວ່າ:

        “ຂະບວນການຄັດຄ້ານສົງຄາມພວມເລີ່ມແຜ່ລາມອອກຢ່າງໄວວາ, ກວ້າງຂວາງ ແຕ່ໄດ້ລະເບີດຂຶ້ນພາຍຫຼັງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ ປີວອກ 1968. ເຫດການນີ້ເປັນສິ່ງພິສູດໃຫ້ເຫັນວ່າ ສົງຄາມຢູ່ ຫວຽດນາມ ບໍ່ແມ່ນໃຫ້ສຳລັບຊາວ ອາເມລິກາ. ມັນກໍ່ພິສູດໃຫ້ເຫັນວ່າ ອາເມລິກາ ອາດຈະປະລາໄຊ ແລະ ບໍ່ບັນລຸໄດ້ຫຍັງເລີຍ”.

        ສ່ວນທ່ານພັນເອກ Charles Krohn, ອະດີດນັກສືບລາຊະການລັບ ອາເມລິກາ ແລະ ແມ່ນຜູ້ຂຽນປຶ້ມກ່ຽວກັບສົງຄາມຢູ່ ເຫ້ວ ໃນບັ້ນຮົບລະດູບານໃໝ່ ປີວອກ 1968, ຕີລາຄາວ່າ:

        “ແນ່ນອນວ່າ, ບັ້ນຮົບລະດູບານໃໝ່ ປີວອກ ມີຄວາມໝາຍຍຸດທະສາດ ຍ້ອນມັນເຮັດໃຫ້ການສະໜັບສະໜູນຂອງ ອາເມລິກາ ສຳລັບສົງຄາມຢູ່ ຫວຽດນາມ ຫຼຸດລົງ. ນີ້ໄດ້ຮັບຖືວ່າແມ່ນການປະລາໄຊໃຫຍ່ທີ່ສຸດສຳລັບພວກຂ້າພະເຈົ້າ. ຂ້າພະເຈົ້າເອງຖືວ່າ, ບັ້ນຮົບອາດແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສຸດໃນສົງຄາມຢູ່ ຫວຽດນາມ”.

        ເຖິງວ່າ, ຕ້ອງເສຍເວລາຕື່ມອີກ 5 ປີພາຍຫຼັງບັ້ນຮົບລະດູບານໃໝ່ ປີວອກ 1968 ອາເມລິກາ ຈຶ່ງຖອນທະຫານອອກຈາກພາກໃຕ້ ຫວຽດນາມ ທັງໝົດ ແລະ ພາຍຫຼັງ 7 ປີລະບອບລູກແຫຼ້ງຕີນມື ໄຊງ່ອນ ຈຶ່ງຝັງທະລາຍ, ແຕ່ສຳລັບດ້ານຍຸດທະສາດ, ອາເມລິກາ ຖືກປະລາໄຊແຕ່ລະດູບານໃໝ່ປີ 1968. ແລະ ພາຍຫຼັງ 55 ປີຫວນຄືນຄວາມຕັດສິນໃຈການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968, ຍິ່ງເຫັນແຈ້ງຄຸນນະທາດ, ພູມປັນຍາ ແລະ ຄວາມຕັດສິນໃຈຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ບົນເສັ້ນທາງຍາດເອົາເອກະລາດມາໃຫ້ປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

ຕາມທ່ານພັນເອກ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນເຊົາ, ຮອງຫົວໜ້າສະຖາບັນປະຫວັດສາດການທະຫານ (ກະຊວງປ້ອງກັນປະເທດ ຫວຽດນາມ) ແລ້ວ, ໃນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ບຸກໂຈມຕີ 4 ນະຄອນໃນຈຳນວນ 6 ນະຄອນໃຫຍ່, 37 ເທດສະບານໃນຈຳນວນ 44 ເທດສະບານ ແລະ ນັບຮ້ອຍເທດສະບານເມືອງ, ພ້ອມກັບກອງບັນຊາການກອງພົນໃຫຍ່, ກອງພົນ, ກອງພັນນ້ອຍ, ກອງພັນໃຫຍ່ ແລະ ຖານທີ່ໝັ້ນການທະຫານນັບຮ້ອຍແຫ່ງຂອງພວກສັດຕູໃນເວລາດຽວກັນ. ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ເຮັດໃຫ້ພົນທະຫານສັດຕູ 15 ໝື່ນຄົນແຕກສະຫຼາຍ, ປົດປ່ອຍກວ່າ 100 ຕາແສງ ດ້ວຍພົນລະເມືອງກວ່າ 1,6 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ