ບັນຫາທີ່ໄດ້ວາງອອກພາຍຫຼັງບັນດາການແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງຢູ່ອາເມລິກາ

(VOVWORLD) -ມາຮອດປະຈຸບັນ, ບັນດາການແຫ່ຂະບວນປະທ້ວງສືບຕໍ່ດຳເນີນຢູ່ນັບຮ້ອຍນະຄອນໃນທົ່ວປະເທດອາເມລິກາ

ບັນຫາທີ່ໄດ້ວາງອອກພາຍຫຼັງບັນດາການແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງຢູ່ອາເມລິກາ - ảnh 1 ການແຫ່ຂະບວນປະທ້ວງສືບຕໍ່ດຳເນີນຢູ່ນັບຮ້ອຍນະຄອນໃນທົ່ວປະເທດອາເມລິກາ

(ພາບ: THX/TTXVN)

ການແຫ່ຂະບວນປະທ້ວງຄັດຄ້ານການຈຳແນກເຊື້ອຊາດຜິວພັນຄັ້ງທຳອິດທີ່ເກີດຂຶ້ນເປັນເວລາກວ່າ 3 ອາທິດແລ້ວ ນັບແຕ່ວັນທີ 25 ພຶດສະພາ, ພາຍຫຼັງມີຜູ້ຊາຍຜິວດຳຖືກເສຍຊີວິດຍ້ອນການກະທຳຕຳຫຼວດຢູ່ນະຄອນ Minneapolis, ລັດ Minnesota, ແຕ່ມາຮອດປະຈຸບັນ, ບັນດາການແຫ່ຂະບວນປະທ້ວງສືບຕໍ່ດຳເນີນຢູ່ນັບຮ້ອຍນະຄອນໃນທົ່ວປະເທດອາເມລິກາ, ແຕ່ການໃຊ້ຄວາມຮຸນແຮງກໍ່ໄດ້ຫຼຸດລົງຫຼາຍ. ຄຳຖາມທີ່ໄດ້ວາງອອກອີກເທື່ອໜຶ່ງນັ້ນແມ່ນ, ຕ້ອງເຮັດແນວໃດເພື່ອຈຳກັດ ແລະ ສະກັດກັ້ນການຈຳແນກເຊື້ອຊາດຜິວພັນ.

        ໃນຫຼາຍທົດສະຫວັດຜ່ານມາ, ປະເທດອາເມລິກາ ຍັງເກີດມີບັນດາເຫດການຕຳຫຼວດຜິວຂາວປາບປາມ, ໃຊ້ຄວາມຮຸນແຮງເກີນຂະໜາດ ແລະ ກໍ່ບັນດາຜົນສະທ້ອນທີ່ໜ້າເສຍດາຍສຳລັບຄົນຜິວດຳເຊື້ອຊາດອາຟະລິກາ ຢ່າງຕໍ່ເນື່ອງ. ໄດ້ມີການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນເປັນຫຼາຍຄັ້ງເກີດຂຶ້ນດ້ວຍຂອບຂະໜາດທີ່ແຕກຕ່າງກັນ. ເຖິງຢ່າງໃດກໍ່ຕາມ, ເຫດການຄັ້ງນີ້ແມ່ນມີຄວາມແຕກຕ່າງກັນຢ່າງສິ້ນເຊິ່ງ, ກໍ່ໃຫ້ເກີດກະແສແຫ່ຂະບວນປະທ້ວງ ແລະ ແຫ່ຂະບວນໃຊ້ຄວາມຮຸນແຮງລະເບີດຂຶ້ນຢູ່ທົ່ວທຸກແຫ່ງຢູ່ປະເທດອາເມລິກາ, ພ້ອມທັງເປັນການເປີດສາກໃຫ້ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນຫຼາຍຄັ້ງຢູ່ຫຼາຍປະເທດຕ່າງໆ. ໃນບັນດາສາຍເຫດຫຼັກເຊິ່ງເຮັດໃຫ້ການແຫ່ຂະບວນປະທ້ວງຖືກເປີດກວ້າງ ແລະ ກາຍເປັນການໃຊ້ຄວາມຮຸນແຮງຢ່າງໄວວາຄືແນວນັ້ນ ແມ່ນຍ້ອນສະພາບສັງຄົມອາເມລິກາ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ແລະ ໄປຕາມນັ້ນແມ່ນການຊຸດໂຊມທາງດ້ານເສດຖະກິດຢ່າງຮ້າຍແຮງ ພ້ອມກັບການວ່າງງານເພີ່ມຂຶ້ນຢ່າງແຮງ, ໂດຍສະເພາະແມ່ນໃນປະຊາຄົມຊາວຜິວດຳ. ແຕ່ນັ້ນກໍ່ບໍ່ແມ່ນບັນຫາທີ່ຫາງສຽງມີຄວາມສົນໃຈທີ່ສຸດ. ຕາມວົງການນັກສັງເກດການແລ້ວ, ສິ່ງທີ່ມະຫາຊົນມີຄວາມເອົາໃຈໃສ່ກວ່າໝູ່ ນັ້ນແມ່ນຮອດເວລາແລ້ວທີ່ປະເທດອາເມລິກາ (ແລະ ຫຼາຍປະເທດອື່ນ) ຕ້ອງປັບປຸງບັນດານະໂຍບາຍສຳລັບຊາວຜິວດຳ, ກ່ອນອື່ນໝົດແມ່ນບັນຫາປະຕິຮູບກຳລັງຕຳຫຼວດ.

ຮຽກຮ້ອງໃຫ້ກຳຫຼັງຕຳຫຼວດຕ້ອງປະຕິຮູບຢ່າງຮີບດ່ວນ

        ທ່ານນາງ Vanita Gupta ເຄີຍດຳລົງຕຳແໜ່ງເປັນຫົວໜ້າກົມສິດທິປະຊາຊົນຂຶ້ນກັບກະຊວງຍຸຕິທຳ ໃນສະໄໝຂອງທ່ານປະທານາທິບໍດີອາເມລິກາ Barack Obama  ແລະ ປະຈຸບັນແມ່ນຫົວໜ້າອົງການຈັດຕັ້ງກອງປະຊຸມຊີ້ນຳກ່ຽວກັບສິດທິມະນຸດ ແລະ ສິດທິປະຊາຊົນ, ຢູ່ນະຄອນຫຼວງ ວໍຊິງຕັນ, ໄດ້ຮຽກຮ້ອງເປີດການສືບສວນກ່ຽວກັບກົມຕຳຫຼວດ Minneapolis (MPD), ໃນນັ້ນສຸມໃສ່ເຂົ້າໃນບັນດາບັນຫາກວ້າງ ກວ່າທີ່ພວມຄົງຕົວຢູ່ສຳນັກງານນີ້. ຕາມທ່ານນາງ Vanita Gupta ແລ້ວ, ເລື່ອງພຽງແຕ່ຟ້ອງສານອາຍາບັນດາຕຳຫຼວດທີ່ກ່ຽວຂ້ອງໂດຍກົງໃນເຫດວັນທີ 25 ພຶດສະພາ ເທົ່ານັ້ນ, ແມ່ນບໍ່ສາມາດແກ້ໄຂບັນດາບັນຫາມີລັກສະນະລະບົບທີ່ຍັງຄົງຕົວມາແຕ່ດົນນານໃນບັນດາສຳນັກງານຕຳຫຼວດໄດ້.

        ໃນຕົວຈິງ, ບັນດາການສືບສວນ ແລະ ການລາຍງານຂອງລັດຖະບານ ອາເມລິກາ ໄດ້ຊີ້ໃຫ້ເຫັນວ່າ ການປະຕິຮູບກຳລັງຕຳຫຼວດໄດ້ຮັບສະເໜີຢ່າງຕໍ່ເນື່ອງເປັນເວລາກວ່າ 20 ປີຜ່ານມາແລ້ວ, ຄືເພີ່ມໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ຕຳຫຼວດ, ຈຳກັດການລະເມີດການໃຊ້ຄວາມຮຸນແຮງ, ສ້າງຄວາມໄວ້ເນື້ອເຊືຶ່ອໃຈຕໍ່ປະຊາຄົມ, ແຕ່ເບິ່ງຄືວ່າມັນບໍ່ໄດ້ຮັບການປະຕິບັດຫຼາຍປານໃດ. ສິ່ງທີ່ໜ້າສົນໃຈ, ໃນກວ່າ 3 ປີຜ່ານມາ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ຍົກເລີກຫຼາຍມາດຕະການປະຕິຮູບຕຳຫຼວດ ເຊິ່ງອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ Barack Obama ໄດ້ສ້າງຂຶ້ນ. ປີ 2017, ທ່ານ Jeff Sessions, ລັດຖະມົນຕີກະຊວງຍຸຕິທຳອາເມລິກາ ໄດ້ຍົກເລີກຄຳສັ່ງຫ້າມມອບສົ່ງເຄື່ອງອຸປະກອບດ້ານການທະຫານໃຫ້ແກ່ຕຳຫຼວດ. ທ່ານອະດີດປະທານາທິບໍດີ Barack Obama ໄດ້ປະກາດໃຊ້ຄຳສັ່ງດັ່ງກ່າວພາຍຫຼັງທີ່ຕຳຫຼວດອາເມລິກາ ນຳໃຊ້ລົດຫຸ້ມເກາະເພື່ອຮັບມືກັບການແຫ່ຂະບວນປະທ້ວງຢູ່ Ferguson, ລັດ Missouri, ເຊິ່ງກ່ຽວຂ້ອງເຖິງເຫດຕຳຫຼວດຍິງຜູ້ຊາຍຄົນໜຶ່ງອາຍຸ 18 ປີເສຍຊີວິດ.

        ປະຈຸບັນ, ເມື່ອຂະບວນການແຫ່ຂະບວນປະທ້ວງໄດ້ແກ່ຍາວໄປເປັນອາທິດທີ 3 ແລະ ບໍ່ມີສັນຍາຢຸດຕິນັ້ນ, ຫຼາຍຄົນໄດ້ຕັ້ງຄວາມຫວັງວ່າ ໃນເຫດການຄັ້ງນີ້ ອາດຈະພາໄປເຖິງບັນດາການປະຕິຮູບຢ່າງຍາວນານໃນກຳລັງຕຳຫຼວດຢູ່ Minneapolis ແລະ ໃນທົ່ວປະເທດອາເມລິກາ.  

ຄວາມກົດດັນຕໍ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump

        ໃນເຫດການຄັ້ງນີ້, ຫາງສຽງໄດ້ຕຳໜິຕິຕຽນຢ່າງໜັກໜ່ວງຕໍ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump, ພິເສດແມ່ນຈາກຝ່າຍປະຊາທິປະໄຕ. ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ໃນຕົວຈິງ, ທ່ານປະທານາທິບໍດີ Donald Trump ໄດ້ແກ້ໄຂບັນດາບັນຫາທີ່ໃຫຍ່ຫຼວງກວ່າຂອງໄພຈຳແນກເຊື້ອຊາດຜິວພັນໃນຕະຫຼອດອາຍຸການດຳລົງຕຳແໜ່ງປະທານາທິບໍດີຂອງຕົນ. ຕາມນັ້ນແລ້ວ, ທ່ານ Donald Trump ໄດ້ອຸປະຖຳໃຫ້ແກ່ໂຄງການພັດທະນາປະຊາຄົມທີ່ມີຊື່ວ່າ ໂຄງການ “ເຂດແຫ່ງກາລະໂອກາດ” (Opportunity Zone program), ໄດ້ເບີກຈ່າຍ 75 ຕື້ USD ຈາກງົບປະມານລົງທຶນພາກເອກະຊົນໃຫ້ແກ່ບັນດາເຂດທຸກຍາກ, ສ່ວນຫຼາຍແມ່ນເຂດມີຊາວຜິວດຳດຳລົງຊີວິດ, ກໍ່ຄືຊຸກຍູ້ການປະຕິຮູບຍຸຕິທຳອາຍາ ຈາກນັ້ນປະຕິຮູບວຽກງານປະກາດຄຳຕັດສິນຂອງສານ, ບັນຫາທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງຊາວຜິວດຳ. ທ່ານ Donald Trump ກໍ່ໄດ້ກູ້ຊ່ວຍ 107 ມະຫາວິທະຍາໄລ ແລະ ວິທະຍາໄລທີ່ມີປະຫວັດສາດມາແຕ່ດົນນານຂອງຊາວຜິວດຳ-ຜິວເຫຼືອງອອກຈາກການຖືກປິດປະຕູ ດ້ວຍເລື່ອງຈັດແບ່ງຈຳນວນເງິນ 250 ລ້ານ USD ໃຫ້ແກ່ເຂົາເຈົ້າ. ພິເສດ, ຕາມບາງບົດລາຍງານແລ້ວ, ໃນສະໄໝຂອງທ່ານປະທານາທິບໍດີ Donald Trump ກ່ອນທີ່ເກີດໂລກລະບາດໂຄວິດ-19, ອັດຕາຜູ້ວ່າງງານຂອງຊາວຜິວດຳແມ່ນຕ່ຳທີ່ສຸດໃນປະຫວັດສາດຂອງອາເມລິກາ.

        ສຳລັບເລື່ອງແກ້ໄຂບັນດາການແຫ່ຂະບວນປະທ້ວງໃນຄັ້ງນີ້, ທ່ານປະທານາທິບໍດີ Donald Trump ໄດ້ອອກຄຳສັ່ງໃຫ້ກະຊວງຍຸຕິທຳເປີດການສືບສວນສິດທິປະຊາຊົນໂດຍທັນທີ ສຳລັບນາຍຕຳຫຼວດ 4 ຄົນທີ່ໄດ້ເຂັ່ນຂ້າຜູ້ຊາຍຜິວດຳໃນວັນທີ 25 ພຶດສະພາ, ອະນຸຍາດໃຫ້ລັດຖະບານສະຫະລັດເພີ່ມບັນດາຂໍ້ກ່າວຫາອື່ນໆອີກສຳລັບນາຍຕຳຫຼວດ 4 ຄົນນີ້.

        ຕາມການຕີລາຄາຂອງນັກໄຈ້ແຍກຫຼາຍທ່ານແລ້ວ, ຄວາມກົດດັນໃຫຍ່ຫຼວງແລະ ເປັນພື້ນຖານທີ່ສຸດສຳລັບທ່ານປະທານາທິບໍດີ Donald Trump ແລະ ອຳນາດການປົກຄອງອາເມລິກາ ໃນວິກິດການໃນປະຈຸບັນ ແມ່ນເຮັດແນວໃດເພື່ອຟື້ນຟູພື້ນຖານເສດຖະກິດ ແລະ ແກ້ໄຂວຽກເຮັດງານທຳ. ແກ້ໄຂບັນຫານີ້ໄດ້, ປະທານາທິບໍດີອາເມລິກາ ຄົນໃໝ່ ຈຶ່ງແກ້ໄຂບັນຫາຈຳແນກເຊື້ອຊາດຜິວພັນໄດ້ຢ່າງເຖິງຖອງ ແລະ ມີປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ