ປະຕິບັດຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ສາກົນ

(VOVWORLD) - ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ຫາກໍ່ຈັບຕົວກັກຂັງຊົ່ວຄາວເພື່ອສືບສວນຕັດສິນລົງໂທດບາງເປົ້າໝາຍມີການກະທຳໂຄສະນາເຜີຍແຜ່ຕ້ານລັດ ສສ ຫວຽດນາມ ຕາມມາດຕາ 88 ແລະ ມາດຕາ 258 ຂອງປະມວນກົດໝາຍອາຍາ. ວຽກງານທີ່ຖືກຕ້ອງນີ້ແມ່ນຈຳເປັນເພື່ອຮັບປະກັນລັກສະນະເຄົາລົບ, ເຄັ່ງຄັດໂປ່ງໃສ ແລະ ທ່ຽງທາຂອງກົດໝາຍ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ປະຕິບັດຖືກຕ້ອງຕາມກົດໝາຍ ຫວຽດນາມ ແລະ ສາກົນ”.
ປະຕິບັດຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ສາກົນ - ảnh 1 ພາບປະກອບ

ການກັກຂັງຊົ່ວຄາວເພື່ອສືບສວນ, ຕັດສິນລົງໂທດບັນດາເປົ້າໝາຍລະເມີດກົດໝາຍແມ່ນວຽກງານທີ່ຈຳເປັນຂອງບັນດາອົງການມີໜ້າທີ່ຮັບຜິດຊອບ ເພື່ອຮັບປະກັນລັກສະນະເຄັ່ງຄັດໂປ່ງໃສ ແລະ ທ່ຽງທຳຂອງກົດໝາຍຢູ່ທຸກໆປະເທດມີອະທິປະໄຕ. ແຕ່ເຖິງຢ່າງໃດກໍ່ຕາມ, ບາງອົງການບໍ່ຂຶ້ນກັບລັດຖະບານທີ່ຂາດເຈດຕະນາດີກັບ ຫວຽດນາມ ໄດ້ສວຍໃຊ້ບັນຫານີ້ເພື່ອຕູ່ຫາ “ຫວຽດນາມ ລະເມີດອະທິປະໄຕ ສິດເສລີໃນການປາກເວົ້າ”. ເປັນຕາຫົວແທ້ໆເມື່ອເຂົາເຈົ້າໄດ້ຍົກອອກຄຳຮຽກຮ້ອງທີ່ວ່າ ຫວຽດນາມ ຕ້ອງເຄົາລົບບັນດາພັນທະ ແລະ ຄຳໝັ້ນສັນຍາສາກົນ, ປ່ອຍຕົວເປັນອິດສະຫຼະໃຫ້ບັນດາເປົ້າໝາຍຖືກຈັບຕົວ ແລະ ກັກຂັງນັ້ນ. ສິ່ງດັ່ງກ່າວຄືດັ່ງການເສກສັນປັ້ນແຕ່ງ, ຕູ່ຫາຢ່າງເປີດແປ່ນ, ບໍ່ສ່ອງແສງຖືກຕ້ອງຄວາມຈິງກ່ຽວກັບລະບົບກົດໝາຍຂອງ ຫວຽດນາມ.

ກົດໝາຍ ຫວຽດນາມ ເໝາະສົມກັບບັນດາສົນທິສັນຍາສາກົນ

    ກ່ອນອື່ນໝົດ, ຕ້ອງຢັ້ງຢືນວ່າ ປະມວນກົດໝາຍອາຍາກໍ່ຄືກົດໝາຍສະບັບຕ່າງໆທີ່ພວມປະກາດໃຊ້ຂອງ ຫວຽດນາມ ນັ້ນ, ລ້ວນແຕ່ໂດຍສະພາແຫ່ງຊາດຮັບຮອງເອົາ ແລະ ໄດ້ປະກາດໃຊ້ໂດຍອີງໃສ່ບັນດາຫຼັກການ, ຂັ້ນຕອນສ້າງເອກະສານນິຕິກຳ, ໃນນັ້ນມີການຮັບເອົາຄຳເຫັນຂອງປະຊາຊົນທຸກຊັ້ນວັນນະຢ່າງເປີດເຜີຍ. ດ້ວຍວິທີການນີ້, ລະບົບກົດໝາຍຂອງ ຫວຽດນາມ ໄດ້ສະແດງຢ່າງຈະແຈ້ງຈິດໃຈປະຊາທິປະໄຕ, ເສີມຂະຫຍາຍພຸມປັນຍາຂອງທົ່ວປວງຊົນ, ສ່ອງແສງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຫວຽດນາມ, ຮັບປະກັນລັກສະນະປະຊາທິປະໄຕ, ຄວາມເຫັນດີເຫັນພ້ອມຂອງສັງຄົມ ແລະ ເໝາະສົມກັບສະພາບຕົວຈິງຂອງສັງຄົມ ຫວຽດນາມ.

    ຍິ່ງກ່ວານັ້ນ, ໃນວິວັດທະນາການສ້າງກົດໝາຍ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຄົ້ນຄ້ວາບັນດາສົນທິສັນຍາສາກົນເພື່ອໝູນໃຊ້ໃຫ້ເໝາະສົມໃນສະພາບການຕົວຈິງຂອງປະເທດຊາດ. ມາດຕາ 2 ຂອງບົດປະກາດຖະແຫຼງສາກົນກ່ຽວກັບສິດທິມະນຸດທີ່ໄດ້ຮັບຮອງເອົາໃນວັນທີ 10 ທັນວາ 1948: “ທຸກໆຄົນລ້ວນແຕ່ໄດ້ຮັບບັນດາສິດ ແລະ ຄວາມເສລີທີ່ໄດ້ປະກາດໃນບົດປະກາດຖະແຫຼງນີ້”, ໃນນັ້ນມີສິດເສລີໃນການປາກເວົ້າ, ຫຼື ມາດຕາ 29 ຂອງບົດປະກາດຖະແຫຼງ: “ໃນຂະນະທີ່ປະຕິບັດບັນດາສິດເສລີຂອງຕົນ, ໃຜໆກໍ່ຖືກຈຳກັດຍ້ອນກົດໝາຍວາງອອກບັນດາສິດເສລີຂອງຄົນອື່ນກໍ່ໄດ້ຮັບຮອງ ແລະ ເຄົາລົບ, ບັນດາຄຳຮຽກຮ້ອງທີ່ສົມເຫດສົມຜົນກ່ຽວກັບສິນທຳ, ຄວາມເປັນລະບຽບຮຽບຮ້ອຍສາທາລະນະ ແລະ ຄວາມສະຫງົບສຸກລວມໃນສັງຄົມປະຊາທິປະໄຕກໍ່ໄດ້ຮັບການຕອບສະໜອງ”,  ຫວຽດນາມ ໄດ້ໝູນໃຊ້ສິ່ງທັງໝົດເຫຼົ່ານັ້ນຢ່າງເຖິງຖອງເມື່ອສ້າງລະບົບກົດໝາຍຂອງຕົນ. ຕາມນັ້ນແລ້ວ, ເມື່ອພົນລະເມືອງ ຫວຽດນາມ ທຸກຄົນປະຕິບັດສິດເສລີໃນການປາກເວົ້າລ້ວນແຕ່ຕ້ອງເຄົາລົບບັນດາຂໍ້ກຳນົດຂອງກົດໝາຍ, ບໍ່ສົ່ງຜົນສະທ້ອນເຖິງສິດເສລີຂອງຄົນອື່ນ, ບໍ່ສົ່ງຜົນເສຍຫາຍເຖິງຜົນປະໂຫຍດຂອງໝູ່ຄະນະ, ຂອງປະເທດ, ຂອງຊາດ.

    ນອກນັ້ນ, ຫວຽດນາມ ກໍ່ໝູນໃຊ້ມາດຕາ 19 ຂອງສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເມືອງ ແລະ ການເມືອງ ໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາເມື່ອວັນທີ 16 ທັນວາ 1966 ທີ່ກຳນົດວ່າ: “ທຸກໆຄົນມີສິດເສລີໃນການປາກເວົ້າ”. ແຕ່ເຖິງຢ່າງໃດກໍ່ຕາມ, ພ້ອມກັບເລື່ອງປະຕິບັດບັນດາສິດດັ່ງກ່າວ: “ແມ່ນຕ້ອງມີບັນດາພັນທະ ແລະ ຄວາມຮັບຜິດຊອບພິເສດ, ຕ້ອງຮັບສິ່ງຈຳກັດບາງຢ່າງ. ບັນດາສິ່ງຈຳກັດນີ້ໄດ້ກຳນົດໃນກົດໝາຍ ແລະ ມີຄວາມຈຳເປັນເພື່ອເຄົາລົບບັນດາສິດ ຫຼື ອິດທິພົນຊື່ສຽງຂອງຄົນອື່ນ, ປົກປ້ອງຄວາມໝັ້ນຄົງແຫ່ງຊາດ ຫຼື ຄວາມເປັນລະບຽບຮຽບຮ້ອຍສາທາລະນະ, ສຸຂະພາບ ຫຼື ຄຸນສົມບັດຂອງສັງຄົມ”

ຄວາມເສລີໃນຂອບເຂດກົດໝາຍ

    ສະພາບການຕົວຈິງໃນໂລກ, ບໍ່ມີປະເທດໃດມີທີ່ພົນລະເມືອງມີສິດເສລີໃນການປາກເວົ້າຢ່າງສິ້ນເຊິງ, ໝາຍຄວາມວ່າ ຢາກເວົ້າຫຍັງກໍ່ໄດ້, ເຊິ່ງສິດນີ້ເຄີຍຖືກຈຳກັດຍ້ອນບັນດາຂໍ້ກຳນົດຢ່າງແໜ້ນແຟ້ນຂອງກົດໝາຍ. ບົນຈິດໃຈພື້ນຖານຂອງສົນທິສັນຍາສາກົນ, ຢູ່ ຫວຽດນາມ, ພົນລະເມືອງທຸກຄົນລ້ວນແຕ່ມີສິດສະແດງທັດສະນະຂອງຕົນ, ແຕ່ເປັນທີ່ຈະແຈ້ງແລ້ວວ່າ ສິດນີ້ຕ້ອງໄດ້ຮັບການປະຕິບັດໃນຂອບເຂດກົດໝາຍ, ບໍ່ລະເມີດເຖິງຜົນປະໂຫຍດຂອງຜູ້ອື່ນ ແລະ ຜົນປະໂຫຍດຂອງປະເທດ, ຂອງຊາດ. ມາດຕາ 258 ຂອງປະມວນກົດໝາຍອາຍາ ກຳນົດຢ່າງຈະແຈ້ງວ່າ ອາດຊະຍາກຳທີ່ກ່ຽວຂ້ອງເຖິງສິດເສລີໃນການປາກເວົ້າເຊິ່ງລວມມີບັນດາການກະທຳ: “ສວຍໃຊ້ບັນດາສິດເສລີໃນການປາກເວົ້າ, ສິດເສລີສື່ມວນຊົນ, ສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດເສລີໃນການເຕົ້າໂຮມ, ສ້າງສະມາຄົມ ແລະ ບັນດາສິດເສລີປະຊາທິປະໄຕອື່ນໆອີກທີ່ລະເມີດເຖິງຜົນປະໂຫຍດຂອງລັດ, ສິດ, ຜົນປະໂຫຍດຢ່າງເໝາະສົມຂອງອົງການຈັດຕັ້ງ, ພົນລະເມືອງ…”

    ການກະທຳກໍ່ຕ້ອງໂທດຂອງບາງເປົ້າໝາຍກ່ຽວຂ້ອງເຖິງບັນດາບັນຫາສິ່ງແວດລ້ອມຂອງ ຫວຽດນາມ ໃນໄລຍະຜ່ານມາແມ່ນຈະແຈ້ງທີ່ສຸດ. ນັ້ນແມ່ນບັນດາປະກົດການຂອງລັດທິເສລີຫົວຮຸນແຮງ, ຂອງສະພາບການເສລີກໍ່ຄວາມຂາດສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ, ສົ່ງຜົນສະທ້ອນເຖິງຜົນປະໂຫຍດຂອງປະເທດ, ຂອງຊາດ. ການກະທຳນີ້ບໍ່ພຽງແຕ່ລະເມີດກົດໝາຍ ຫວຽດນາມ ເທົ່ານັ້ນ ຫາກຍັງໄປຝືນກັບມາດຕາ 29 ຂອງບົດປະກາດຖະແຫຼງສາກົນກ່ຽວກັບສິດທິມະນຸດ ແລະ ມາດຕາ 19 ຂອງສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເມືອງ ແລະ ການເມືອງ.

    ກົດໝາຍ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ປົກປ້ອງບັນດາສິດເສລີ, ໃນນັ້ນມີສິດເສລີໃນການປາກເວົ້າຂອງພົນລະເມືອງ. ແຕ່ ຫວຽດນາມ ກໍ່ເດັດດ່ຽວລົງໂທດທຸກໆການກະທຳລະເມີດກົດໝາຍ, ສວຍໃຊ້ບັນດາສິດນັ້ນເພື່ອລະເມີດສິດ ແລະ ຜົນປະໂຫຍດຊອບທຳຂອງຄົນອື່ນ, ສົ່ງຜົນເສຍຫາຍເຖິງຜົນປະໂຫຍດຂອງປະເທດ, ຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ