ປະເທດຫວຽດນາມ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່

(VOVWORLD) -ນີ້ແມ່ນຄັ້ງທີ 15 ທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຢູ່ຫວຽດນາມ, ພາຍຫຼັງໄລຍະ 75 ປີແຫ່ງການດຳເນີນການເລືອກຕັ້ງຄັ້ງໃຫຍ່ຄັ້ງປະຖົມມະເລີກ, 35 ປີແຫ່ງການປ່ຽນແປງໃໝ່.
ປະເທດຫວຽດນາມ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ
(ພາບ: TTXVN)

ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທ້າຍນາໆປະການ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ເຊິ່ງຖືກດຳເນີນໃນວັນທີ 23 ພຶດສະພາ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ. ຜົນສຳເລັດຂອງການເລືອກຕັ້ງຈະເປັນການປະກອບສ່ວນນຳປະເທດຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.

        ນີ້ແມ່ນຄັ້ງທີ 15 ທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຢູ່ຫວຽດນາມ, ພາຍຫຼັງໄລຍະ 75 ປີແຫ່ງການດຳເນີນການເລືອກຕັ້ງຄັ້ງໃຫຍ່ຄັ້ງປະຖົມມະເລີກ, 35 ປີແຫ່ງການປ່ຽນແປງໃໝ່.

ຮ່ວມແຮງຮ່ວມໃຈສ້າງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ

        ຕາມການສະຖິຕິຂອງສະພາເລືອກຕັ້ງແຫ່ງຊາດແລ້ວ, ໄລ່ຮອດເວລາ 0 ໂມງຂອງວັນທີ 14 ພຶດສະພາ ມີອັດຕາສ່ວນຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸເກືອບ 98,43%. ນີ້ແມ່ນຫຼັກຖານພິສູດລະອຽດກ່ຽວກັບຜົນສຳເລັດຂອງການເລືອກຕັ້ງ, ຂອງເລື່ອງຮັບປະກັນປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ. ໃນສະພາບທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ນັ້ນ, ບັນດາທ້ອງຖິ່ນ, ຫົວໜ່ວຍໄດ້ມານະພະຍາຍາມເພື່ອໂຄສະນາ, ຂົນຂວາຍຜູ້ມີສິດເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງ, ຮັບປະກັນຖືກກັບເວລາທີ່ໄດ້ກຳນົດໄວ້. ມີຫຼາຍທ້ອງຖິ່ນຄື: ກາວບັ່ງ, ບັກກ້ານ, ດ້ຽນບຽນ, ດັກນົງ, ອານຢາງ, ບາເຣີຍ -ວຸງເຕົ່າ, ບາກລຽວ, ເບັນແຈ… ມີອັດຕາສ່ວນຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸກວ່າ 99%. ບັນດາແຂວງເຂດພູດອຍຄື: ລ້າງເຊີນ, ລາວກາຍ ຜູ້ມີສິດເລືອກຕັ້ງໄປປ່ອນບັດມີເຖິງ 99,98%.

        ໃນວັນເລືອກຕັ້ງ, ບັນດາທ້ອງຖິ່ນໄດ້ປະຕິບັດວຽກງານສັບຊ້ອນຜູ້ມີສິດໄປປ່ອນບັດຕາມເວລາ, ປະຕິບັດຫຼັກການປ້ອງກັນໂຄວິດ-19 5 ປະການ, ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ມີສິດເລືອກຕັ້ງໃນສະພາບທີ່ໂລກລະບາດໂຄວິດ-19 ຍັງມີການຜັນແປທີ່ສັບສົນ. ພິເສດແມ່ນຢູ່ບັນດາບໍລິເວນພວມເກີດໂລກລະບາດໂຄວິດ-19, ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດຍັງສູງພໍສົມຄວນ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ຕີລາຄາກ່ຽວກັບບັນຍາກາດຂອງວັນເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ຢືນຢັນວ່າ:

        “ຜ່ານວັນເລືອກຕັ້ງໃນສະພາບເກີດໂລກລະບາດ, ພວກເຮົາຍິ່ງເຫັນໄດ້ກຳລັງແຮງຂອງປະຊາຊົນ, ເຫັນໄດ້ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ກຳລັງແຮງນັ້ນ ໄດ້ນຳການປະຕິວັດຫວຽດນາມ ໄດ້ຮັບຈາກຊະນະນີ້ ໄປສູ່ໄຊຊະນະອື່ນ ໂດຍພາຍໃຕ້ການຊີ້ນຳນຳພາຂອງພັກ. 75 ປີຜ່ານມາ, ສະພາແຫ່ງຊາດຫວຽດນາມ ລ້ວນແຕ່ເຮັດຫຼ້ອນໜ້າທີ່ອັນສຳຄັນຕໍ່ປະຊາຊົນ, ຕໍ່ປະເທດຊາດ. ແລະໃນອາຍຸການຊຸດທີ XV ນີ້, ສະພາແຫ່ງຊາດຍິ່ງສົມເປັນອົງການຕົວແທນຂອງປະຊາຊົນ, ອົງການມີສິດອຳນາດສູງສຸດແຫ່ງລັດຂອງປະເທດສສ.ຫວຽດນາມ”.

ຄວາມໄວ້ເນື້ອເຊື່ອໃຈຈາກບັດເລືອກຕັ້ງແຕ່ລະບັດ

        ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ແມ່ນການເລືອກຕັ້ງສຳຄັນຕໍ່ກັບປະຊາຊົນ. ປະຊາຊົນຫວຽດນາມ ສ່ວນຫຼາຍລ້ວນແຕ່ມີຄວາມເພິ່ງພໍໃຈຕໍ່ລະບົບການເມືອງໃນປະຈຸບັນ ທີ່ໄດ້ນຳມາເຊິ່ງສະຖຽນລະພາບໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ສາຍເຫດທີ່ປະຊາຊົນຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ມີຄວາມເຊື່ອໝັ້ນເຂົ້າໃນການເລືອກຕັ້ງຈະຄັດເລືອກເອົາບັນດາຜູ້ທີ່ມີອິດທິພົນຊື່ສຽງເພື່ອສືບຕໍ່ພັດທະນາປະເທດຊາດ. ຜູ້ມີສິດເລືອກຕັ້ງ ເກິ່ມຊວັນເອ໊, ອາຍຸ 75 ປີ, ຢູ່ນະຄອນ ເຊີນລາ, ສະແດງຄວາມໃນໃຈວ່າ:

        “ການໄປປ່ອນບັດແຕ່ລະຄັ້ງ, ພວກຂ້າພະເຈົ້າລ້ວນແຕ່ເຫັນໄດ້ໜ້າທີ່ຄວາມຮັບຜິດຊອບທີ່ໃຫຍ່ຫຼວງກວ່າ, ມີຄວາມພາກພູມໃຈເມື່ອເຫັນວ່າ ປະເທດຊາດນັບມື້ນັບພັດທະນາ. ພົນລະເມືອງຫວຽດນາມ ແຕ່ລະຄົນຕ້ອງມີໜ້າທີ່ຄວາມຮັບຜິດຂອບ, ສົມເປັນພົນລະເມືອງຂອງປະເທດຫວຽດນາມ.”

        ສ່ວນທ່ານ ຮີ່ນວັນເນືອ, ຜູ້ມີສິດເລືອກຕັ້ງເມືອງ ຟຸ້ງຫຽບ, ແຂວງ ເຮົ້າຢາງ, ແບ່ງປັນວ່າ:

        “ຢູ່ທ້ອງຖິ່ນ, ພວກຂ້າພະເຈົ້າໄດ້ໄປປ່ອນບັດຢ່າງຄົບຖ້ວນ, ໄປແຕ່ເຊົ້າໆເພື່ອຄັດເລືອກເອົາບັນດາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີຜົນປະໂຫຍດຕໍ່ສັງຄົມ, ຕໍ່ປະເທດຊາດ. ຂ້າພະເຈົ້າຫວັງວ່າ, ໃນອະນາຄົດເຂດຊົນນະບົດຈະມີການປ່ຽນແປງ, ພື້ນຖານເສດຖະກິດ ແລະ ສັງຄົມທີ່ນັບມື້ນັບດີກວ່າອີກ”.

        ພາຍຫຼັງການເລືອກຕັ້ງສະມາຊິກສະພາແຫ່ງຊາດເປັນ 15 ຄັ້ງ, ເລື່ອງຜູ້ມີສິດເລືອກຕັ້ງໄປບ່ອນບັດເລືອກຕັ້ງຍາມໃດກໍ່ຢູ່ໃນລະດັບສູງ, ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ພຽງແຕ່ມີສະຕິຄວາມຮັບຮູ້ໄດ້ເຖິງສິດ, ພັນທະຂອງພົນລະເມືອງເທົ່ານັ້ນ, ຫາກຍັງເຫັນໄດ້ເຖິງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ອົງການໂດຍປະຊາຊົນເລືອກຕັ້ງ, ຄວາມເຊື່ອໝັ້ນຕໍ່ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ໃນການວາງນະໂຍບາຍພັດທະນາຢູ່ແຕ່ລະເຂດພາກ ກໍຄືຂອງທົ່ວປະເທດ, ນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ