ປະເທດອາເມລິກາ ກ້າວເຂົ້າສູ່ມື້ປ່ອນບັດເລືອກຕັ້ງປະທານາທິບໍດີ

(VOVWORLD) -ນີ້ແມ່ນເຫດການການເມືອງສຳຄັນຍິ່ງຂອງປະເທດອາເມລິກາ, ເຊິ່ງດຳເນີນໃນສະພາບໂລກລະບາດໂຄວິດ-19 ພວມແຜ່ລະບາດ ແລະ ອາເມລິກາ ແມ່ນປະເທດທີ່ຖືກຮັບຜົນສະທ້ອນຫຼາຍທີ່ສຸດ.

ປະເທດອາເມລິກາ ກ້າວເຂົ້າສູ່ມື້ປ່ອນບັດເລືອກຕັ້ງປະທານາທິບໍດີ - ảnh 1 ຜູ້ສະໝັກເລືອກຕັ້ງປະທານາທິບໍດີພັກສາທານະລະທ່ານ Donald Trump ແລະ  ຜູ້ສະໝັກເລືອກຕັ້ງປະທານາທິບໍດີພັກປະຊາທິປະໄຕທ່ານ Joe Biden

(ພາບ: AP)

ວັນທີ 03 ພະຈິກ (ຕາມເວລາອາເມລິກາ), ປະເທດອາເມລິກາ ໄດ້ກ້າວເຂົ້າສູ່ມື້ປ່ອນບັດເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ. ນີ້ແມ່ນເຫດການການເມືອງສຳຄັນຍິ່ງຂອງປະເທດອາເມລິກາ, ເຊິ່ງດຳເນີນໃນສະພາບໂລກລະບາດໂຄວິດ-19 ພວມແຜ່ລະບາດ ແລະ ອາເມລິກາ ແມ່ນປະເທດທີ່ຖືກຮັບຜົນສະທ້ອນຫຼາຍທີ່ສຸດ. ໝາກຜົນຂອງການເລືອກຕັ້ງປະທານາທິບໍດີອາເມລິກາ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງພາຍໃນປະເທດອາເມລິກາ ເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງທົ່ວໂລກ, ມີຜົນກະທົບໂດຍກົງເຖິງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືຂອງອາເມລິກາ, ກໍຄືໂຄງສ້າງຂອງລະບົບທົ່ວໂລກອີກດ້ວຍ.

        ຜູ້ມີສິດເລືອກຕັ້ງອາເມລິກາ ປະມານ 230 ລ້ານຄົນ ທີ່ມີເງື່ອນໄຂຢ່າງພຽງພໍໃນການປ່ອນບັດເລືອກຕັ້ງປະທານາທິບໍດີປີ 2020, ເລືອກເອົາຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ 538 ຄົນ, ເຊິ່ງແມ່ນບັນດາຜູ້ຈະເລືອກຕັ້ງປະທານາທິບໍດີອາເມລິກາ ໂດຍກົງໃນອາຍຸການ 4 ປີຈະມາເຖິງໃນວັນທີ 14 ທັນວາ 2020. ຢູ່ລັດ Iowa, ບັນດາເຈົ້າໜ້າທີ່ທ້ອງຖິ່ນໃຫ້ຮູ້ວ່າ ໄດ້ກະກຽມໂຕະປ່ອນບັດຢູ່ແຄມທາງເພື່ອໃຫ້ບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ຫຼື ບັນດາກໍລະນີຖືກສົງໄສຕິດເຊື້ອພະຍາດປ່ອນບັດ. ກ່ອນນີ້, ສະຖານທີ່ເຫຼົ່ານີ້ແມ່ນສະຫງວນໃຫ້ບັນດາຄົນພິການ. ເຈົ້າໜ້າທີ່ທ້ອງຖິ່ນໄດ້ສົ່ງເສີມໃຫ້ປະຊາຊົນໄປປ່ອນບັດ, ແຕ່ກໍ່ກ່າວເຕືອນວ່າ ຜູ້ມີສິດເລືອກຕັ້ງຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໃຫ້ມີຄວາມປອດໄພຢູ່ບັນດາສະຖານທີ່ປ່ອນບັດ ເພື່ອປ້ອງກັນຕົວ ແລະ ບັນດາຜູ້ຢູ່ອ້ອມແອ້ມຄືໃຊ້ຜ້າອັດປາກ-ອັດດັງ, ຢືນຫ່າງກັນ.

        ຢູ່ລັດ Wisconsin, ຜູ້ວ່າການລັດຂອງລັດນີ້ກໍ່ຮັບປະກັນວ່າ ອຳນາດການປົກຄອງມີແຫຼ່ງກຳລັງຢ່າງພຽງພໍເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ມີສິດເລືອກຕັ້ງ. ໃນຂອບເຂດປະເທດ, ພັກສາທາລະນະໄດ້ສ້າງຄວາມໝັ້ນໃຈໃຫ້ບັນດາຜູ້ມີສິດເລືອກຕັ້ງວ່າ, ເລື່ອງໄປປ່ອນບັດເລືອກຕັ້ງແມ່ນບໍ່ມີຄວາມສ່ຽງທາງດ້ານສຸຂະພາບ, ໃນຂະນະທີ່ພັກປະຊາທິປະໄຕໄດ້ຍູ້ແຮງການປ່ອນບັດຜ່ານໄປສະນີ ແລະ ປ່ອນບັດກ່ອນກຳນົດເວລາ.

        ຮອດຈຸດເວລານີ້, ຜູ້ໃດຈະກາຍເປັນເຈົ້າຂອງທຳນຽບຂາວຜູ້ທີ 46 ແມ່ນຍັງບໍ່ທັນມີຄຳຕອບໄດ້ເທື່ອ. ການແຂ່ງຂັນດ້ວຍຜົນຢ່າງວຸດວິດລະຫວ່າງຜູ້ສະໝັກເລືອກຕັ້ງປະທານາທິບໍດີພັກປະຊາທິປະໄຕທ່ານ Joe Biden ແລະ ພັກສາທານະລະທ່ານ Donald Trump ໃນສຸມມື້ຜ່ານມາໄດ້ເຮັດໃຫ້ໝາກຜົນການເລືອກຕັ້ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ຜົນກະທົບໂດຍກົງຂອງການເລືອກຕັ້ງຕໍ່ສະພາບການລວມຂອງໂລກ

        ບໍ່ພຽງແຕ່ແມ່ນເຫດການການເມືອງທີ່ສຳຄັນຂອງປະເທດອາເມລິກາ ເທົ່ານັ້ນ, ການເລືອກຕັ້ງປະທານາທິບໍດີອາເມລິກາ 2020 ຍັງສົ່ງຜົນກະທົບເຖິງທົ່ວໂລກ, ສົ່ງຜົນກະທົບໂດຍກົງເຖິງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືຂອງອາເມລິກາ, ກໍຄືສົ່ງຜົນກະທົບເຖິງໂຄງສ້າງຂອງລະບົບທົ່ວໂລກນຳອີກ.  ບັນດານະໂຍບາຍອາດຈະມີການປ່ຽນແປງຄື ນະໂຍບາຍການຕ່າງປະເທດ, ການພົວພັນກັບບັນດາປະເທດພັນທະມິດ, ນະໂຍບາຍດ້ານການຄ້າ, ການປ້ອງກັນຊາດ.

        ຕາມບັນດານັກຊ່ຽວຊານໄຈ້ແຍກແລ້ວ, ຖ້າຫາກໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ, ທ່ານ Joe Biden ອາດຈະຢືນຢັນຄຳໝັ້ນສັນຍາຂອງອາເມລິກາ ຄືນໃໝ່ກ່ຽວກັບບັນດາສຳພັນທະມິດປະຊາທິປະໄຕ, ການຮ່ວມມືຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ບັນດາຫຼັກການ. ເຖິງຢ່າງໃດກໍ່ຕາມ, ອາດຈະມີ 2 ແຜນການກ່ຽວກັບບົດບາດຂອງອາເມລິກາ ໃນໂລກພາຍໃຕ້ສະໄໝປະທານາທິບໍດີ Biden: ທີໜຶ່ງແມ່ນ: ອາເມລິກາ ໄດ້ເລືອກເອົາບົດບາດຊີ້ນຳມີລັກສະນະເປັນເຈົ້າການ, ສົ່ງເສີມບັນດາປະເທດພັນທະມິດ ແລະ ບັນດາຄູ່ຮ່ວມມືເຄື່ອນໄຫວແບບລວມໝູ່; ທີ 2 ແມ່ນ, ອາເມລິກາ ລະງັບໃຈກວ່າ, ສຸມໃສ່ເຂົ້າໃນບັນດາບັນຫາຢູ່ພາຍໃນປະເທດ ແລະ ມອບໜ້າທີ່ຄວາມຮັບຜິດຊອບສ້າງຮູບປະທຳ ແລະ ແກ້ໄຂບັນດາຄວາມວິຕົກກັງວົນທົ່ວໂລກໃຫ້ບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືເປັນຫຼັກ. ໃນຂະນະນັ້ນ, ຖ້າຫາກທ່ານ Donald Trump ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີໃນອາຍຸການທີ 2, ເກືອບຄືວ່າ ຈະຮັກສາເໝືອນເດີມວິທີສຳພັດ “ປະເທດອາເມລິກາ ເໜືອກວ່າສິ່ງໃດໝົດ”, ເດີນຕາມລັດທິຝ່າຍດຽວ.

        ເຖິງວ່າຈະມີບາງປັດໃຈທີ່ຍາກຈະຄາດຄະເນລ່ວງໜ້າ ຖ້າຫາກ ທ່ານ D.Trump ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອາເມລິກາ ອາຍຸການທີ 2, ແຕ່ແຜນດຳເນີນງານທີ່ອາດຈະເປັນໄປໄດ້ແມ່ນ “ສະພາບການປົກກະຕິໃໝ່” ເຊິ່ງໃນນັ້ນທ່ານປະທານາທິບໍດີ D.Trump ຈະຮັກສາຫຼັກໝັ້ນ “ປະເທດອາເມລິກາ ເໜືອກວ່າສິ່ງໃດໝົດ”, ຜ່ານຄວາມມານະພະຍາຍາມບາງຢ່າງແນໃສ່ປະຕິບັດບັນດາການກະທຳທີ່ມີລັກສະນະປະຕິຮູບຫຼາຍກວ່າ ຄືຊັ່ງຊາບັນດາການພົວພັນຂອງອາເມລິກາ ກັບລັດເຊຍ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ອາດສາມາດຮ່ວມມືກັບບັນດາຄູ່ຮ່ວມມືເພື່ອແກ້ໄຂສິ່ງທ້າທາຍຈາກ ຈີນ ແລະ ຊ່ວຍກຳນົດຮູບແບບສຳຜັດຍຸດທະສາດລວມໃຫ້ບັນດາພື້ນຖານປະຊາທິປະໄຕທົ່ວໂລກ.

        ຕາມທຳມະດາ, ຜູ້ທີ່ໄດ້ຮັບໄຊຊະນະໃນການແຂ່ງຂັນເຂົ້າທຳນຽບຂາວ ຈພສາມາດໄດ້ຮັບການຢັ້ງຢືນໃນວັນເລືອກຕັ້ງທັນທີ. ແຕ່ປີນີ້, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19, ຄວາມຕ້ອງການໄປປ່ອນບັດຜ່ານໄປສະນີໄດ້ເພີ່ມຂຶ້ນສູງແບບກະທັນຫັນ. ພ້ອມກັນນັ້ນ, ບັນດາລັດຍັງບໍ່ທັນເປັນເອກະພາບໃນການກຳນົດເວລານັບບັດທີ່ບໍ່ລົງຄະແນນສຽງ, ສະນັ້ນຕ້ອງໃຊ້ເວລາ 3-4 ວັນ ຫຼື 2-3 ອາທິດຈຶ່ງມີໝາກຜົນສຸດທ້າຍ. ແຕ່ເຖິງຢ່າງໃດກໍ່ຕາມ, ເປັນສິ່ງຈະແຈ້ງແລ້ວວ່າ ການເລືອກຕັ້ງນີ້ມີລັກສະນະປະຫວັດສາດ, ອາດຈະສ້າງບາດລ້ຽວໃໝ່ໃຫ້ແກ່ປະເທດອາເມລິກາ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ