(VOVWORLD) -ໃນສະພາບພູມສາດການເມືອງໃນໂລກ ສືບຕໍ່ມີການຜັນແປຢ່າງສັບສົນ ແລະ ປະເທດມະຫາອຳນາດ ອາເມລິກາ ຄ່ອຍໆສູນເສຍບົດບາດໄປເທື່ອລະໜ້ອຍກໍ່ຄືການສົ່ງຜົນສະທ້ອນຢູ່ບັນດາຈຸດເຄັ່ງຮ້ອນໃນໂລກ, ປະເທດ ລັດເຊຍ ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານາທິບໍດີ Vladimir Putin ເຊິ່ງພົ້ນເດັ່ນຂຶ້ນດ້ວຍທີ່ຕັ້ງເປັນກາງທີ່ມີຄວາມໄວ້ເນື້ອເຊື່ອໃຈໃນບັນດາບັນຫາເຄັ່ງຮ້ອນທົ່ວໂລກ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ພາບ: AFP/TTXVN |
ໜຶ່ງໃນບັນດາການເຄື່ອນໄຫວທາງການທູດ ເຊິ່ງດຶງດູດຄວາມສົນໃຈຂອງຫາງສຽງໃນໂລກໄດ້ເອົາໃຈໃສ່ເປັນພິເສດໃນຊຸມວັນຜ່ານມາ ແມ່ນການພົບປະສຸດຍອດລະຫວ່າງ ລັດເຊຍ ແລະ ເຢຍລະມັນ ຢູ່ມົດສະກູ ເນື່ອງໃນໂອກາດການຢ້ຽມຢາມ ລັດເຊຍ ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 11 ມັງກອນ, ການນຳ ເຢຍລະມັນ, ຕາງໜ້າໃຫ້ ເອີຣົບ ປາດຖະໜາຢາກຊອກຫາການສະໜັບສະໜູນຂອງ ລັດເຊຍ ໃນບັນດາບັນຫາທົ່ວໂລກ ລວມມີເລື່ອງຮັກສາຂໍ້ຕົກລົງນິວເຄຼຍ ອີຣານ, ແກ້ໄຂບັນຫາ ຊີຣີ, ວິກິດການ ລີບີ, ການປະທະກັນຢູ່ ຢູແກຼນຕາເວັນອອກ ແລະ ໂຄງການລະບົບທໍ່ສົ່ງອາຍແກັດທາງທິດເໜືອ 2 ລ້ວນແຕ່ແມ່ນຈຸດເຄັ່ງຮ້ອນຂອງໂລກໃນໄລຍະຜ່ານມາ.
ຄວາມມຸ່ງຫວັງກ່ຽວກັບການຮັກສາຂໍ້ຕົກລົງນິວເຄຼຍ ອີຣານ
ພາຍຫລັງທີ່ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ເຊິ່ງລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດສະມາຊິກປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ຫຼື ເອີ້ນວ່າແມ່ນແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ພຽງລຳພັງຝ່າຍດຽວໃນເດືອນ ພຶດສະພາ 2018 ແລະ ຈັດວາງບັນດາມາດຕະການລົງໂທດ ອີຣານ ຄືນໃໝ່, ເຕເຮຣານ ໄດ້ຖະແຫຼງຫລາຍຄັ້ງ ແລະ ຕາມສະພາບຕົວຈິງແລ້ວ ອີຣານ ໄດ້ປະຕິບັດບັນດາບາດກ້າວຫລຸດຜ່ອນຄຳໝັ້ນສັນຍາ, ເຮັດໃຫ້ JCPOA ເກືອບຈະຖືກຍົກເລີກຢ່າງຮ້າຍແຮງ. ບັນດາປະເທດ ເອີຣົບ, ນຳໜ້າແມ່ນ ອັງກິດ, ຝຣັ່ງ ແລະ ເຢຍລະມັນ ໄດ້ປະຕິບັດຄວາມມານະພະຍາຍາມຫລາຍຢ່າງເພື່ອກອບກູ້ເອົາສັນຍາທີ່ພວມຈະຫຼົ້ມເຫຼວ, ແຕ່ຍັງບໍ່ທັນນຳມາເຊິ່ງໝາກຜົນທີ່ພໍໃຈເປັນຕາເບິ່ງ.
ໃນຂະນະນັ້ນ, ປັດຈຸບັນ ລັດເຊຍ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີການພົວພັນອັນດີງາມໃນຫລາຍຂົງເຂດ ແລະ ບັນຫາສາກົນກັບ ອີຣານ.ຍິ່ງໄປກ່ວານັ້ນ, ມົດສະກູ ຍັງມີການພົວພັນເປັນປົກກະຕິກັບບັນດາປະເທດອື່ນໃນພາກພື້ນ, ລວມມີທັງຄູ່ຮ່ວມມື ແລະ ຄູ່ແຂ່ງຂອງ ອີຣານ. ຄວາມຈິງນີ້ ໄດ້ຊ່ວຍໃຫ້ ລັດເຊຍ ກາຍເປັນປະເທດທີ່ມີສຽງເວົ້າໜັກແໜ້ນກັບ ອີຣານ ໃນສະພາບການປັດຈຸບັນ ແລະ ນັ້ນກໍ່ແມ່ນເຫດຜົນທີ່ເຮັດໃຫ້ບັນດາປະເທດ ເອີຣົບ, ໃນນັ້ນມີ ເຢຍລະມັນ ຕັ້ງໜ້າໄປຫາ ລັດເຊຍ.
“ປະເທດສຳຄັນ” ໃນວິກິດການ ຊີຣີ ແລະ ບັນຫາ ລີບີ
ໄປຄຽງຄູ່ກັບຈຸດເຄັ່ງຮ້ອນຂອງບັນຫານິວເຄຼຍ ອີຣານ ແລ້ວ, ລັດເຊຍ ຍັງນັບມື້ນັບຢັ້ງຢືນບົດບາດໃນບັນດາບັນຫາໃຫຍ່ຢູ່ຕາເວັນອອກກາງ, ທຳອິດແມ່ນວິກິດການ ຊີຣີ. ນັບແຕ່ເມື່ອຕັດສິນໃຈແຊກແຊງເຂົ້າ ຊີຣີ ເມື່ອເດືອນ ກັນຍາ 2015, ລັດເຊຍ ໄດ້ຊ່ວຍລັດຖະບານຖືກຕ້ອງຕາມລັດຖະທຳມະນູນ ຊີຣີ ປັບປຸງທ່າຮົບ ແລະ ຢືນຢູ່ຢ່າງໝັ້ນຄົງຕໍ່ໜ້າບັນດາກຳລັງລຸກຮື້ຂຶ້ນ ເຊິ່ງໄດ້ຮັບການໜູນຫລັງຈາກພາຍນອກ, ກໍ່ຄືຍູ້ຖອຍການແຜ່ຂະຫຍາຍຂອງອົງການກໍ່ການຮ້າຍລັດອິດສະລາມ (IS). ໃນຂະນະນັ້ນ, ບົດບາດຂອງ ອາເມລິກາ ຢູ່ ຊີຣີ ນັບມື້ນັບຫລຸດລົງ, ພິເສດແມ່ນພາຍຫລັງທີ່ ວໍຊິງຕັນ ຕັດສິນໃຈຖອນທະຫານອອກຈາກພາກເໜືອ ຊີຣີ ໃນເດືອນ ຕຸລາ 2019 ນັ້ນ ປະເທດ ລັດເຊຍ ໄດ້ຢັ້ງຢືນສຽງເວົ້າຂອງຕົນຢ່າງລຽນຕິດ. ຫວ່າງມໍ່ໆມານີ້, ລັດເຊຍ ແລະ ຕວັກກີ ບັນລຸໄດ້ຂໍ້ຕົກລົງຢຸດຍິງສຳຄັນຢູ່ແຂວງ Idlib, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ ເຊິ່ງມີຜົນສັກສິດນັບແຕ່ວັນທີ 9 ມັງກອນ ເປັນຕົ້ນມາ.
ສຳລັບວິກິດການ ລີບີ, ລັດເຊຍ ແລະ ຕວັກກີ ພວມມານະພະຍາຍາມຊຸກຍູ້ຄຳສັ່ງຢຸດຍິງລະຫວ່າງບັນດາຝ່າຍ, ເປີດແງ່ຫວັງຢຸດຕິບັນດາການປະທະກັນ ທີ່ເກີດຂຶ້ນຢ່າງຮ້າຍແຮງນັບແຕ່ຕົ້ນເດືອນ ເມສາ 2019 ເປັນຕົ້ນມາ ແລະ ເຮັດໃຫ້ສາມັນຊົນຫລາຍພັນຄົນເສຍຊີວິດ, 300.000 ຄົນຕ້ອງປະລະເຮືອນຊານບ້ານຊ່ອງ. ໃນວິກິດການ ລີບີ, ລັດເຊຍ ແລະ ຕວັກກີ ພວມສວມບົດບາດທີ່ແຕກຕ່າງກັນ ເຊິ່ງລ້ວນແຕ່ມີຜົນສະທ້ອນຢ່າງໃຫຍ່ຫລວງ. ຕາມນັ້ນແລ້ວ, ລັດເຊຍ ບໍ່ແຊກແຊງເຂົ້າ ລີບີ ໂດຍກົງຄືດັ່ງ ຕວັກກີ, ແຕ່ກຳລັງທີ່ສະໜິດສະໜົມກັບ ລັດເຊຍ ຊ້ຳພັດສະໜັບສະໜູນກຳລັງກອງທັບພາກຕາເວັນອອກ (LNA) ໂດຍນາຍພົນ Khalifa Haftar ນຳໜ້າ, ສູ້ຮົບຕ້ານຄືນກຳລັງສະໜັບສະໜູນລັດຖະບານສາມັກຄີຊົນຊາດ ລີບີ (GNA) ໂດຍ ຕວັກກີ ໜູນຫລັງ. ປັດຈຸບັນ, ບັນດາການພົບປະລະຫວ່າງຜູ້ຕາງໜ້າຂັ້ນສູງ GNA ແລະ LNA ພວມຕັ້ງໜ້າສັບຊ້ອນຢູ່ນະຄອນຫລວງ ມົດສະກູ.
ນອກຈາກບັນດາຈຸດເຄັ່ງຮ້ອນຢູ່ຕາເວັນອອກກາງແລ້ວ, ປະເທດ ລັດເຊຍ ຍັງສວມບົດບາດສຳຄັນໃນການສ້າງສະພາບໃຫ້ເປັນປົກກະຕິ, ຢຸດຕິການປະທະກັນຢູ່ ຢູແກຼນຕາເວັນອອກ. ເດືອນ ທັນວາ 2019, ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ມີການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດກຸ່ມ 4 ປະເທດ Normandy ກ່ຽວກັບ ຢູແກຼນ ຢູ່ ປາຣີ (ຝຣັ່ງ) ສຳລັບບັນດາຂໍ້ຕົກລົງຕັ້ງໜ້າທີ່ໄດ້ຮັບຄວາມເຫັນດີເຫັນພ້ອມ.
ການຢ້ຽມຢາມ ລັດເຊຍ ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Merkel, ນັກການເມືອງ ເຢຍລະມັນ ຫລາຍທ່ານໄດ້ຕີລາຄາວ່າ ມົດສະກູ ມີບົດບາດສຳຄັນໃນການຊອກຫາມາດຕະການໃຫ້ແກ່ບັນດາວິກິດການໃນໂລກ. ທ່ານ Omid Nouripour, ນັກການເມືອງຮັບຜິດຊອບນະໂຍບາຍການພົວພັນຕ່າງປະເທດຂອງພັກຂຽວຢັ້ງຢືນວ່າ: ທ່ານປະທານາທິບໍດີ ລັດເຊຍ V.Putin ແມ່ນການນຳທີ່ມີຜົນສະທ້ອນໃຫຍ່ທີ່ສຸດ, ເຖິງວ່າແມ່ນໃນບັນຫາຕາເວັນອອກກາງ, ລີບີ ຫຼື ວິກິດການຢູ່ ຢູແກຼນຕາເວັນອອກ ກໍ່ຕາມ./.