ບັນດາຜູ້ຊ່ຽວຊານຄົ້ນຄ້ວາດ້ານການເມືອງໃຫ້ຂໍ້ສັງເກດວ່າ ປີ 2011 ແມ່ນປີມີ ເຫດການພົວພັນຕ່າງປະເທດ ຫຼາຍທີ່ສຸດໃນຮອບເວລາ 20 ປີມານີ້ຂອງອາເມລິກາ. ຖ້າຫາກຕີລາຄາກ່ຽວກັບຂົງເຂດພົວພັນຕ່າງປະເທດນັ້ນ, ອາດຈະເຫັນໄດ້ວ່າ ໜ່ຶງ ໃນບັນດາຂີດໝາຍທີ່ສຳຄັນ ແລະພົ້ນເດັ່ນກ່ວາໝູ່, ແມ່ນເລື່ອງອາເມລິກາສືບຕໍ່ຍູ້ ແຮງຍຸດທະສາດ “ກັບຄືນສູ່ອາຊີ”. ໃນປີ 2011 ນີ້, ປະທານາທິບໍດີອາເມລິກາ ບາຣັກໂອບາມາ, ລັດຖະມົນຕີ ການຕ່າງປະເທດອາເມລິກາ ຮີລາຣີ ກະລິນຕັນ ແລະ ເຈົ້າໜ້າທີ່ຂັ້ນສູງອີກຫຼາຍທ່ານຂອງ ອາເມລິກາໂດຍຜ່ານ ຄຳເວົ້າ ແລະ ການກະທຳຂອງຕົນໄດ້ຢືນຢັນຫຼາຍຄັ້ງວ່າ : ພາກພື້ນອາຊີອາຊີຟິກມີຄວາມ ສຳຄັນທີ່ສຸດສຳລັບ ອາເມລິກາ. ດັ່ງນັ້ນ, ສາຍເຫດອັນໃດພາໃຫ້ ອາເມລິກາ ປະຕິບັດຍຸດທະສາດນີ້ ?
ພາຍຫຼັງເຫດການປະເທດອາເມລິກາ ຖືກບຸກໂຈມຕີເມື່ອວັນທີ 11 ກັນຍາ, ອາເມລິກາໄດ້ວາງ ຍຸດທະສາດຈຸດສຸມຂອງຕົນຢູ່ ຕາເວັນອອກກາງ ດ້ວຍຈຸດໝາຍ ແມ່ນຕ້ານໄພກໍ່ການຮ້າຍ ແລະ ຍາດໄຊຊະນະ ໃນການສູ້ຮົບຢູ່ ອີຣັກ. ໃນຕະຫຼອດ 10 ປີທີ່ຜ່ານມາ, ອາເມລິກາໄດ້ສຸມກຳລັງໃຫ້ແກ່ການສູ້ຮົບຢູ່ ອາບການິສະຖານ ແລະ ອີຣັກ, ແຕ່ຢູ່ອາຊີ ໄດ້ປະກົດມີຮອບວຽນພັດທະນາໃໝ່ ອັນໄດ້ເຮັດໃຫ້ ຄວາມສຳຄັນ ຂອງອາຊີລື່ນກາຍພາກພື້ນອື່ນໆໃນພື້ນຖານເສດຖະກິດທົ່ວໂລກ. ປະຈຸບັນ, ອາຊີ ມີປະຊາກອນກວມກ່ວາເຄິ່ງໜຶ່ງຈຳນວນປະຊາກອນຂອງທົ່ວໂລກ, ພ້ອມທັງກວມເກືອບເຄິ່ງໜຶ່ງວົງເງິນການຄ້າທົ່ວໂລກ ແລະ ກວມເຖິງ 60%ຍອດວົງເງິນສົ່ງອອກຂອງ ອາເມລິກາ. ໃນສອງສາມທົດສະວັດທີ່ຜ່ານມາ, ອາຊີຍັງຖືກເຕື້ອງເຖິງ ຍ້ອນເປັນພາກພື້ນທີ່ພັດທະນາຢ່າງຂະຫຍັນຂັ່ນເຄື່ອນກ່ວາໝູ່ໃນໂລກດ້ວຍ ການປະກົດຕົວຂອງບັນດາປະເທດມະຫາອຳນາດດ້ານເສດຖະກິດໃນໂລກຄື ຈີນ, ອີນເດຍ, ອັນໄດ້ກາຍເປັນສິ່ງທ້າທາຍຕໍ່ທີ່ຕັ້ງບົດບາດ ມະຫາອຳນາດໃຫຍ່ກ່ວາໝູ່ ຂອງອາເມລິກາ.
ຄວາມຈິງໄດ້ສະແດງໃຫ້ເຫັນວ່າສະພາບການດ້ານເສດຖະກິດຂອງ ອາເມລິກາ ປະສົບກັບຄວາມຫຍຸ້ງຍາກ, ທະວີບເອີລົບຖືກຕົກເຂົ້າສູ່ວິກິດການຢ່າງຮ້າຍແຮງ, ພາກພື້ນຕາເວັນອອກກາງ ແລະ ອາຟະລິກາ ຂາດສະຖຽນລະພາບ, ແຕ່ອາຊີພັດແມ່ນຈຸດສະຫວ່າງສະໄຫວເພື່ອໃຫ້ ອາເມລິກາມຸ່ງໄປສູ່. ໃນ “ບົດລາຍງານຍຸດທະສາດປ້ອງກັນຄວາມສະຫງົບຢູ່ ພາກພື້ນອາຊີອາຊີຟິກ ຂອງ ອາເມລິກາ” ກໍ່ໄດ້ເນັ້ນໜັກວ່າ: ມີ 3 ເຫດຜົນພາໃຫ້ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ ບາຣັກໂອບາມາກັບຄືນສູ່ ພາກພື້ນອາຊີປາຊີຟິກ ນັ້ນຄື: ທີ່ໜຶ່ງ ແມ່ນທີ່ຕັ້ງບົດບາດຂອງພາກພື້ນນີ້ນັບມື້ນັບສູງຂຶ້ນ. ນີ້ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາພາກພື້ນທີ່ມີຈຳ ນວນປະຊາກອນຫຼາຍກ່ວາໝູ່ໃນໂລກເທົ່ານັ້ນ, ຫາກຍັງແມ່ນພາກພື້ນມີພື້ນຖານເສດຖະກິດພັດທະນາຢ່າງຟົດຟື້ນກ່ວາໝູ່ ແລະ ມີວັດຖຸສິ່ງຂອງຫຼາຍກ່ວາໝູ່ອີກດ້ວຍ. ພ້ອມກັນນັ້ນ, ພາກພື້ນນີ້ຍັງ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີກຳລັງດ້ານການທະຫານຢ່າງໜາແໜ້ນ ແລະ ກຳລັງບົ່ມຊ້ອນພັດທະນາການທະຫານໃຫຍ່ກ່ວາໝູ່ ແລະ ບັນຫາແຜ່ຂະຫຍາຍອາວຸດນິວເຄຼັຍກໍ່ຮ້າຍແຮງກ່ວາໝູ່ໃນໂລກ. ທີ່ສອງ ແມ່ນຜົນປະໂຫຍດຂອງ ອາເມລິກາ ຢູ່ພາກພື້ນອາຊີປາຊີຟິກ ແລະສຸດທ້າຍແມ່ນບັນດາສິ່ງທ້າທາຍທີ່ ອາເມລິກາຕ້ອງປະເຊີນໜ້າຢູ່ ພາກພື້ນອາຊີປາຊີຟິກ, ໃນນັ້ນມີການຟື້ນຕົວຂອງຈີນ, ອີນເດຍ, ບັນຫານິວເຄຼັຍຂອງ ສປປເກົ່າຫຼີ, ອີຣານ, ໄພກໍການຮ້າຍຢູ່ບັນດາປະເທດອາຊີໃຕ້......
ໃນມໍ່ໆມານີ້, ຢູ່ລັດ ຮາວາຍ ເມື່ອສະເໜີ ນະໂຍບາຍຂອງອາເມລິກາກ່ຽວກັບ ອາຊີ, ລັດຖະມົນຕີ ການຕ່າງປະເທດອາເມລິກາ ຮີລາຣີ ກະລິນຕັນ ໄດ້ຊີ້ແຈ້ງວ່າ “ອາຊີຈະສ້າງໜ້າປະຫວັດສາດໃນສະຕະວັດທີ່ 21. ພາກພື້ນນີ້ຈະບັນລຸການເຕີບໂຕເສດຖະກິດດ້ວຍລະດັບສູງກ່ວາປົກກະຕິ, ຈະມີຫຼາຍນະຄອນຂອງປະເທດຕ່າງໆໃນອາຊີ ຈະກາຍເປັນສູນກາງເສດຖະກິດ ການຄ້າ ແລະ ວັດທະນະທຳທົ່ວໂລກ”. ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ ທີ່ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດສາກົນ CSIS ທ່ານ Ernest Bower ຖືວ່າ : ເຫດຜົນທີ່ ອາເມລິກາ ຕົກລົງແຊກແຊງຢ່າງເລິກເຊິ່ງກ້ວາງຂວາງກວ່າຢູ່ ອາຊີ ແມ່ນຍ້ອນ ປະທານາທິບໍດີ ອາເມລິກາ ບາຣັກໂອບາມາ ກຳນົດວ່າ “ອາເມລິກາຢາກຫຼຸດພົ້ນອອກຈາກສະພາບ ອຶດອາດຊັກຊ້າ ຫຼືຊຸດໂຊມນັ້ນ, ອາຊີກໍ່ແມ່ນສ່ວນໜຶ່ງໃນຄຳຕອບ”. ດ້ວຍຈຸດໝາຍຊຸກຍູ້ພື້ນຖານເສດຖະກິດອາເມລິກາຂະຫຍາຍຕົວ ແລະສ້າງວຽກເຮັດງານທຳໃຫ້ຄົນງານອາເມລິກາຢ່າງຫຼວງຫຼາຍນັ້ນ, ປະທານາທິບໍດີອາເມລິກາ ບາຣັກໂອບາມາ
ໄດ້ມີຂໍ້ລິເລີ່ມ ເພີ່ມການສົ່ງອອກຂອງ ອາເມລິກາ ຂຶ້ນທົບສອງເທົ່າໃນປີ 2015, ໃນນັ້ນ, ພາກພື້ນ ອາຊີອາຊີຟິກ ຈະມີບົດບາດສຳຄັນໃນການປະຕິບັດຂໍ້ລິເລີ່ມນີ້. ອາເມລິກາໄດ້ປະຕິບັດບັນດາບາດກ້າວເດີນລະອຽດແນໃສ່ຜັນຂະຫຍາຍຍຸດທະສາດກັບຄືນສູ່ອາຊີ. ທຳອິດ ແມ່ນການຮັດແໜ້ນສາຍພົວພັນກັບບັນດາປະເທດພັນທະມິດທີ່ສຳຄັນຄື : ຢີ່ປຸ່ນ, ສເກົ່າຫຼີ, ອົດສະຕາລີ ພ້ອມກັນນັ້ນ ກໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບບັນດາປະເທດອາຊີພວມພົ້ນເດັ່ນຂຶ້ນຄື ອີນເດຍ, ອີນໂດເນເຊຍອີກດ້ວຍ. ອາເມລິກາໄດ້ນຳບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເຂົ້າໃນບັນຊີລາຍຊື່ຄູ່ຮ່ວມມືຊຶ່ງລວມມີ: ປະເທດພັນທະມິດຖາວອນ, ຄູ່ຮ່ວມມືຍຸດທະສາດ, ແລະ ຄູ່ຮ່ວມມືຍຸດທະສາດທີ່ອາດຈະຄອ່ຍຖ້າ. ປີ 2010 ອາເມລິກາໄດ້ເລ່ີມປະຕິບັດ “ແຜນການດຳເນີນງານເຂດລຸ່ມແມ່ນ້ຳຂອງ” ກັບ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ເຊັ່ນ: ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ. ປີ 2011, ປະທານາທິບໍດີອາເມລິກາ ບາຣັກໂອບາມາໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ໂດຍອາຊຽນລິເລີ່ມ. ເດືອນພະຈິກທີ່ຜ່ານມາ, ຢູ່ທີ່ກອງປະຊຸມ APEC ຄັ້ງທີ່ 19 ທີ່ຈັດຂຶ້ນຢູ່ ຮາວາຍ, ປະທານາທິບໍດີ ອາເມລິກາ ບາຣັກໂອບາມາໄດ້ປະກາດສັນຍາແມ່ກ່ຽວກັບ ຄູ່ຮ່ວມມືເສດຖະກິດຍຸດທະສາດລະຫວ່າງພາພື້ນປາຊີຟິກ ( TPP ), ນີ້ຖືກຖືວ່າແມ່ນສິ່ງທີ່ສຳຄັນເພື່ອໃຫ້ ອາເມລິກາກັບຄືນສູ່ອາຊີ, ສ້າງເຂດການຄ້າເສລີ ອາຊີອາຊີຟິກ.
ອາດເວົ້າໄດ້ວ່າ: ບັນດາຜູ້ຊ່ຽວຊານວິເຄາະຢ່າງຖືກຕ້ອງພໍສົມຄວນເມື່ອຕີລາຄາປີ 2011 ວ່າແມ່ນປີ “ປີ ແຫ່ງພາກພື້ນອາຊີອາຊີຟິກ” ຂອງອາເມລິກາ. ບັນດານັກການທູດ ອາເມລິກາພວມພະຍາຍາມພິສູດໃຫ້ເຫັນວ່າເຂົາເຈົ້າບໍ່ປະລະພາກພື້ນນີ້ຢ່າງເດັດຂາດ ຍ້ອນຄວາມສຳຄັນຂອງພາກພື້ນອາຊີອາຊີຟິກໃນແຜນຍຸດທະສາດຂອງ ອາເມລິກາ ແມ່ນຂາດບໍ່ໄດ້. ກໍ່ເຊັ່ນດຽວກັນກັບຄຳເວົ້າຂອງທີ່ປຶກສາດ້ານປ້ອງກັນຄວາມສະ ຫງົບ ອາເມລິກາ ທ່ານ Tom Donilon ທີ່ວ່າ : “ດ້ວຍການຍົກລະດັບພາກພື້ນທີ່ຂະຫຍັນຂັ່ນເຄື່ອນນີ້ ກາຍເປັນບຸລິມະສິດຍຸດທະສາດ, ປະທານາທິບໍດີອາເມລິກາ ບາຣັກໂອບາມາໄດ້ພິສູດໃຫ້ເຫັນຄວາມຕັດສິນໃຈ ບໍ່ປະໃຫ້ຜົນປະໂຫຍດອັນຍາວນານຂອງ ອາເມລິກາ ຢູ່ອາຊີຖືກຄອບງຳດ້ວຍວິກິດການຢູ່ພາກພື້ນອື່ນໆໃນໂລກ.
ມິງຮ່ຽນ