ເປັນຄັ້ງທຳອິດ ພາຍຫຼັງທີ່ລັດຖະບານໄດ້ຕົກລົງສ້າງຕັ້ງສະພາເຂດເສດຖະກິດຈຸດສຸມພາກກາງໃນປີ 2015, ການນຳ 5 ແຂວງ ແລະ ນະຄອນຄື : ເທື່ອທຽນເຫ້ວ, ກວາງນາມ, ກວາງງ້າຍ, ບີງດິ້ງ ແລະ ນະຄອນດານັ້ງໄດ້ໂຮມປະຊຸມເມື່ອວັນທີ 29/7/2016 ເພື່ອປຶກສາຫາລືແຜນການພັດທະນາເຂດ. ບັນຫາຮ່ວມສຳພັນພັດທະນາເຂດ ແລະ ບັນດາກົນໄກ, ນະໂຍບາຍຕ່າງຫາກເພື່ອສ້າງກຳລັງຫນູນພັດທະນາ ເຂດເສດຖະກິດຈຸດສຸມພາກກາງ ໂດຍບັນດາທ້ອງຖິ່ນໄດ້ຍົກອອກມາ.
ການນຳ 5 ແຂວງ ແລະ ນະຄອນພາກກາງໄດ້ໂຮມປະຊຸມເມື່ອວັນທີ 29/7/2016 ເພື່ອປຶກສາຫາລືແຜນການພັດທະນາເຂດ |
ເຂດເສດຖະກິດຈຸດສຸມພາກກາງໂດຍແມ່ນທ່ານນາຍົກລັດຖະມົນຕີໄດ້ຕົກລົງສ້າງຕັ້ງຂຶ້ນເມື່ອປີ 2008 ຊຶ່ງລວມມີ 5 ແຂວງ ແລະ ນະຄອນເຊັ່ນ: ເທື່ອທຽນເຫ້ວ, ກວາງນາມ, ກວາງງ້າຍ, ບີງດິ້ງ ແລະ ນະຄອນດານັ້ງ. ເຂດເສດຖະກິດຈຸດສຸມນີ້ ມີ 4 ເຂດເສດຖະກິດແກ່ນສານເຊັ່ນ: ເຈີນໄມ - ລັງໂກ, ຈູລາຍ, ຢຸງກ໋ວດ ແລະ ເຍີນໂຫ້ຍ ພ້ອມກັບ 7 ກຸ່ມຕົວເມືອງໃຫຍ່ ເຊັ່ນ ເຫ້ວ, ດານັ້ງ, ໂຫ້ຍອານ, ຕາມກີ, ຫວ້ານເຕືອງ, ກວາງງ້າຍ ແລະ ກີເຍີນ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນເປັນເວລາ 8 ປີ, ລະດັບການເຕີບໂຕ GDP ສະເລ່ຍຂອງທັງເຂດເສດຖະກິດຈຸດສຸມພາກກາງບັນລຸ 9,4%, ສູງກວ່າລະດັບເຕີບໂຕທົ່ວປະເທດ 5,9 % , ໂຄງປະກອບເສດຖະກິດເຂດຫັນປ່ຽນຢ່າງແຂງແຮງຕາມທິດການບໍລິການອຸດສາຫະກຳ, ກໍ່ສ້າງ ແລະ ອຸດສາຫະກຳ. ຄວາມສາມາດແກ່ງແຍ້ງຂອງເຂດໄດ້ຮັບການປົວແປງຫຼາຍພໍສົມຄວນ.
ນະໂຍບາຍພິເສດສະເພະໃຫ້ເຂດເສດຖະກິດຈຸດສຸມພາກກາງ
ໃນເຂດເສດຖະກິດຈຸດສຸມພາກກາງ, ນະຄອນດານັ້ງ, ແຂວງກວາງນາມແມ່ນບັນດາທ້ອງຖິ່ນທີ່ມີຄວາມສາມາດແກ່ງແຍ້ງທີ່ດີເດັ່ນ. 3 ແຂວງທີ່ຍັງເຫຼືອ ແມ່ນຂຶ້ນກັບກຸ່ມແກ່ງແຍ້ງທີ່ດີໃນພາກພື້ນ ແລະ ໃນທົ່ວປະເທດ. ແຕ່ ການພັດທະນາຂອງ ເຂດເສດຖະກິດຈຸດສຸມພາກກາງຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນພັດທະນາເທື່ອ. ທ່ານ ປອ ເຈີນຢູລິກ, ຫົວໜ້າກຸ່ມທີ່ປຶກສາ ເຂດເສດຖະກິດຈຸດສຸມພາກກາງ ຖືວ່າ ເຖິງເວລາແລ້ວທີ່ຈະຕ້ອງວາງແຜນກຳນົດເສດຖະກິດຂອງ ເຂດເສດຖະກິດຈຸດສຸມພາກກາງ. ລັດຖະບານໄດ້ ແລະ ພວມກໍ່ສ້າງ ແລະ ປະຕິບັດນະໂຍບາຍພິເສດສະເພາະໃຫ້ແກ່ ເຂດເສດຖະກິດຈຸດສຸມພາກກາງ ແນໃສ່ລະດົມບັນດາແຫຼ່ງກຳລັງໃຫ້ແກ່ຈຸດປະສົງພັດທະນາຢ່າງກະໂດດຂັ້ນຂອງເຂດ. ທ່ານ ປອ ເຈີນຢູລິກ ມີຄຳເຫັນວ່າ :
“ ພວກເຮົາບໍ່ຄວນມີຈີນຕະນາການແບບພາຍໃນຂົງເຂດ, ຫາກຕ້ອງອີງໃສ່ຜົນປະໂຫຍດຂອງທົ່ວເຂດ. ເຂດນີ້ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທາງດ້ານການທ່ອງທ່ຽວ, ພວກເຮົາຕ້ອງຮ່ວມສຳພັນໂຄສະນາໃຫ້ແກ່ເຂດ, ພວກເຮົາຈະມີພາບພົດລວມ, ແທນທີ່ເຂດທ່ອງທ່ຽວດຽວ. ຫຼືວ່າ ໃນການຮຽກຮ້ອງການລົງທຶນ, ໄດ້ເຄີຍມີການສົ່ງເສີມການລົງທຶນດ້ວຍຂອບຂະໜາດເຂດ, ບໍ່ຮຽກຮ້ອງແບບຕ່າງຫາກ. ສຸດທ້າຍແມ່ນສິ່ງທີ່ສຳຄັນທີ່ສຸດຂອງການຮ່ວມສຳພັນ ແມ່ນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ສ້າງຕະຫຼາດແຮງງານລວມ ”
ດ້ວຍ 4 ເຂດເສດຖະກິດ ແລະ ບັນດາເຂດ, ກຸ່ມອຸດສາຫະກຳທີ່ຖືກຈັດສັນຢ່າງທົ່ວເຖິງ ແລະ ພັດຖືກນອນໃນແລວເສດຖະກິດຕາເວັນອອກຕາເວັນຕົກນັ້ນ, ເຂດເສດຖະກິດຈຸດສຸມພາກກາງມີທ່າໄດ້ປຽບໃນການແກ່ງແຍ້ງກ່ຽວກັບການດຶງດູດການລົງທຶນ. ແຕ່ການຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນ ແມ່ນເພື່ອແນໃສ່ສ້າງສະພາບແວດລ້ອມດ້ານເສດຖະກິດເປັນເອກະພາບໃນທົ່ວເຂດເພື່ອພ້ອມກັນພັດທະນາ, ເພີ່ມກຳລັງແກ່ງແຍ້ງໃນສະພາວະເຊື່ອມໂຍງເຂົ້າກັບສາກົນແມ່ນສິ່ງທີ່ຈຳເປັນ. ທ່ານ ຟານກາວທັ້ງ ຮອງປະທານຄະນະກຳມະການປະຊາຊົນ ແຂວງບີງດິ້ງ ຖືວ່າ :
“ ປະຈຸບັນ, ຄວນເພີ່ມທະວີການຮ່ວມສຳພັນ, ພິເສດແມ່ນໂຄງລ່າງ, ເສັ້ນທາງຄວາມໄວສູງຕ້ອງເຊື່ອມຈອດຈາກເຫ້ວ ຫາ ກີເຍີນ. ລະບົບທ່າກຳປັ່ນ, ເສັ້ນທາງແຄມທະເລ, ສະໜາມບິນ, ແຂວງໃດກໍມີທ່າໄດ້ປຽບ ແຕ່ຢູ່ໃນເຂດກໍຕ້ອງມີການຮ່ວມສຳພັນ. ລັດຖະບານຄວນມີກົນໄກພິເສດສະເພາະສຳລັບເຂດ. ”
ພັດທະນາອຸດສາຫະກຳເຕັກນິກສູງ, ການບໍລິການມີມູນຄ່າເພີ່ມ
ຈຸດໝາຍຂອງການພັດທະນາຂອງ ເຂດເສດຖະກິດຈຸດສຸມພາກກາງເຖິງປີ 2020 ແມ່ນບັນລຸລະດັບເຕີບໂຕເສດຖະກິດເຂດແມ່ນປະມານ 9%/ປີ, ສູ້ຊົນເພີ່ມລະດັບການປະກອບສ່ວນເຂົ້າງົບປະມານໃຫ້ທົ່ວປະເທດຂຶ້ນເຖິງ 7,5%. ບັນດາທ້ອງຖິ່ນໃນເຂດໄດ້ມີບັນດາກຸ່ມມາດຕະການແກ້ໄຂ, ໃນນັ້ນ ເອົາໃຈໃສ່ພັດທະນາບັນດາຂະແໜງອຸດສາຫະກຳທີ່ໃຊ້ເຕັກນິກສູງ, ຂະແໜງ ການບໍລິການມີມູນຄ່າເພີ່ມສູງ. ດ້ວຍຖານະເປັນປະທານສະພາເຂດເສດຖະກິດຈຸດສຸມພາກກາງ, ທ່ານ ຮີງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນດານັ້ງ ຢືນຢັນວ່າ :
“ ບັນດາແຂວງພສກເຮົາເຫັນວ່າ ມີຄວາມຕ້ອງການໂດຍຈຳເປັນ ແລະ ຮີບດ່ວນເພື່ອສ້າງສະພາບແວດລ້ອມພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ຮ່ວມສຳພັນຂຸດຄົ້ນສິນທະເລ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ”
ເຂດເສດຖະກິດຈຸດສຸມພາກກາງມີທີ່ຕັ້ງສຳຄັນໃນການກຳນົດທິດພັດທະນາເສດຖະກິດ-ສັງຄົມຂອງທົ່ວປະເທດ. ດ້ວຍບັນດາເຂດເສດຖະກິດ, ເຂດຕົວເມືອງ, ຂົງເຂດນີ້ ໄດ້ ແລະ ພວມສ້າງໂສມໜ້າໃໝ່, ສະພາບແວລ້ອມດ້ານເສດຖະກິດທີ່ຂະຫຍັນຂັ່ນເຄື່ອນ. ການມີກົນໄກພິເສດສະເພາະ ແລະ ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນ ແລະ ບັນຫາຈຸດສຸມທີ່ວາງອອກເພື່ອພັດທະນາ ເຂດເສດຖະກິດຈຸດສຸມພາກກາງໃນໄລຍະທີ່ຈະມາເຖິງ.